ຊາວບ້ານຄອງຖ້າຄ່າຊົດເຊີຍ

ມະນີຈັນ
2016.11.06
F-Don-Noun ເສັ້ນທາງໃນເຂດອ້ອມຂ້າງ ສະໜາມກິລາແຫ່ງຊາດ ທີ່ມີການບຸກເບີກ ໃນປິ 2009
RFA/NY

ຊາວບ້ານ 22 ຄອບຄົວ ທີ່ ເສັຽດິນ ແລະ ສິ່ງປູກສ້າງ ໃຫ້ ໂຄງການ ບຸກເບີກ ເສັ້ນທາງ ຈາກ ເຂດວົງວຽນ ບ້ານດອນໜູນ ໄປຫາ ສະໜາມກິລາແຫ່ງຊາດ ຫລັກ 16 ກ່ອນ ການແຂ່ງຂັນ ກິລາຊີເກມ ປີ 2009 ນັ້ນ ຍັງບໍ່ທັນ ໄດ້ຮັບຄ່າ ຊົດເຊີຍ ງວດທີ່ສອງ ຈໍານວນ 1 ພັນ 200 ລ້ານກີບ ນັ້ນເທື່ອ ນັບແຕ່ ໄດ້ຮັບ ຄ່າຊົດເຊີຍ ງວດທີ 1 ໃນຈໍານວນ 4 ຕື້ ກີບ ໃນປີ 2011 ຕາມ ຂໍ້ຕົກລົງ ຂອງ ເຈົ້າຄອງ ນະຄອນຫຼວງ ວຽງຈັນ, ຕາມການເປີດເຜີຍ ຂອງຊາວບ້ານ ຄົນນຶ່ງ ທີ່ບໍ່ປະສົງ ອອກຊື່ ແລະ ອອກສຽງ ຕໍ່ວິທຍຸ ເອເຊັຽ ເສຣີ.

ທ່ານເວົ້າວ່າ ໃນຕົ້ນປີ ທີ່ຜ່ານມາ ຊາວບ້ານ ໄດ້ຍື່ນໜັງສື ຫາ ຫ້ອງວ່າການ ສໍານັກງານ ນາຍົກ ຣັຖມົນຕຣີ ແລະຕໍ່ມາ ຫ້ອງວ່າການ ສໍານັກງານ ນາຍົກ ຣັຖມົນຕຼີ ກໍມອບໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊອກຫາ ງົບປະມານ ມາແກ້ໄຂ ຊົດເຊີຍ ໃຫ້ຜູ້ທີ່ຮັບ ຜົນກະທົບ ທັງໝັດ 22 ຄອບຄົວ ນັ້ນ. ແລະ ໃນເດືອນເມສາ ປີ 2016 ນີ້ ພວກເຂົາເຈົ້າ ໄດ້ຂຽນໃບ ສະເໜີ ຫາອໍານາດ ການປົກຄອງ ເມືອງໄຊທານີ ເພື່ອທວງຖາມ ຄ່າຊົດເຊີຍ ດັ່ງກ່າວ.

ຕໍ່ມາ ເຖິງວັນທີ 20 ມິຖຸນາ ທາງຫ້ອງການ ປົກຄອງ ເມືອງ ໄຊທານີ ຈຶ່ງ ມີແຈ້ງການ ເຖີງ ກົມຂົວທາງ ໂດຍຮຽກຮ້ອງ ໃຫ້ ກະຊວງ ໂຍທາທິການ ແລະຂົນສົ່ງ ຊ່ວຍຄົ້ນຄວ້າ ເລື້ອງ ງົບປະມານ ເພື່ອ ມາຊົດເຊີຍ ງວດທີ 2 ໃຫ້ແກ່ ປະຊາຊົນ, ແລະວ່າ ຖ້າຫາກບໍ່ມີ ງົບປະມານ ມາຊົດເຊີຍ ກໍຂໍໃຫ້ ແຈ້ງມາເປັນ ລາຍລັກອັກສອນ ເພື່ອ ຈະໄດ້ແຈ້ງ ໃຫ້ ປະຊາຊົນ ຊາບ ເພື່ອບໍ່ໃຫ້ ພວກເຂົາເຈົ້າ ຄອງຄອຍ.

ໃນວັນທີ 31 ຕຸລາ ທ່ານ ວົງສີ ຕີແຕ່ງ ຮອງ ຫົວໜ້າ ຫ້ອງການ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊທານີ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ໂຕບັນຫາ ດັ່ງກ່າວ ຈໍານວນ 22 ຄອບຄົວນີ້ ກະຊວງ ໂຍທາທິການ ມີຄິດໄລ່ ເປັນເງິນ ເທົ່າໃດ ເຮືອນ ຂະໜາດໃດ ເຮືອນໄມ້ ຄິດໄລ່ ແມັດກາເລ້ ເທົ່າໃດ ເຮືອນ ກໍ່ຊິໄລ່ ແມັດກາເລ້ ເທົ່າໃດ ແມ່ນ ເພິ່ນຕິດໄລ່ ຊີ້ແຈງມາເດ້. ອັນນີ້ ພວກເຮົາ ບໍ່ທັນເຫັນເທື່ອ ດຽວນີ້ ໄດ້ ສອບຖາມ ກະຊວງ ໂຍທາທິການ ສະກ່ອນ".

ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບການ ຈ່າຍ ຄ່າຊົດເຊີຍ ງວດທີ 2 ນີ້, ໃນວັນທີ 2 ພືສຈິກາ ແລະ ວັນຕໍ່ໆມາ ເອເຊັຽເສຣີ ໄດ້ ພຍາຍາມ ສອບຖາມ ໄປຍັງ ທ່ານ ແພງ ດວງເງິນ ຫົວໜ້າກົມ ຂົວທາງ ກະຊວງ ໂຍທາທິການ ແຕ່ ທ່ານ ປະຕິເສດ ບໍ່ຮັບ ໂທຣະສັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.