ການຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ເຂື່ອນຫຼວງພຣະບາງ ຍັງຫຼ້າຊ້າ

ສຸພັດຕາ
2025.02.14
ການຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ເຂື່ອນຫຼວງພຣະບາງ ຍັງຫຼ້າຊ້າ ຮູບພາບປະກອບ: ການສືບຕໍ່ ການກໍ່ສ້າງເຂື່ອນຫຼວງພຣະບາງ ໄດ້ປະມານ 30%. ເດືອນທັນວາ ປີ 2024.
RFA

ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ເຂື່ອນຫຼວງພຣະບາງ ຢູ່ເມືອງງາ ແຂວງອຸດົມໄຊ ແລະ ເມືອງຈອມເພັດ ແຂວງຫຼວງພຣະບາງ ຍັງມີຂໍ້ກັງວົນ ຫຼາຍດ້ານ, ທັງເລື່ອງການຊົດເຊີຍ ທີ່ຫຼ້າຊ້າ ແລະ ເລື່ອງພື້ນທີ່ ທໍາມາຫາກິນ ໃນອະນາຄົດ.

ສະເພາະຢູ່ບ້ານລາດຫານ ເມືອງງາ ແຂວງອຸດົມໄຊ ມີຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການນີ້ ປະມານ 200 ປາຍຄອບຄົວ. ໃນນັ້ນ ປະມານ 140 ປາຍຄອບຄົວ ໄດ້ຮັບເງິນຊົດເຊີຍຄົບແລ້ວ ເມື່ອປີ 2023. ແຕ່ຢ່າງໃດກໍຕາມ ຍັງມີຊາວບ້ານ ອີກປະມານ 60 ປາຍຄອບຄົວ ທີ່ຍັງບໍ່ເຊັນຮັບ ເອົາເງິນຊົດເຊີຍ ຈາກໂຄງການເທື່ອ ຍ້ອນຊາວບ້ານ ເຫັນວ່າ ມູນຄ່າເງິນຊົດເຊີຍ ທີ່ໂຄງການຄິດໄລ່ໃຫ້ນັ້ນ ເປັນເລດເງິນໂດລ້າສະຫະລັດ ທີ່ຄິດໄລ່ໃນປີ 2023 ເຊິ່ງຢູ່ທີ່ 17,360 ກີບ ຕໍ່ 1 ໂດລ້າສະຫະລັດ, ແຕ່ປັດຈຸບັນ ເລດເງິນ ຢູ່ທີ່ 22,250 ກີບ ຕໍ່ໂດລ້າສະຫະລັດ ຈຶ່ງຕ້ອງການໃຫ້ຄິດໄລ່ ຕາມເລດເງິນ ຕາມປັດຈຸບັນ.

ກ່ຽວກັບເລື່ອງນີ້ ຊາວບ້ານ ທີ່ໄດ້ສົ່ງໜັງສື ໄປທາງຂັ້ນແຂວງ ແລະ ກອງປະຊຸມຂັ້ນແຂວງ ກໍເຫັນດີ ໃຫ້ໂຄງການປັບຄ່າຊົດເຊີຍໃໝ່ ໃຫ້ເປັນເລດເງິນ ໃນປັດຈຸບັນ ແຕ່ທາງຜູ້ພັດທະນາໂຄງການ ຍັງບໍ່ໄດ້ຈ່າຍເງິນຄ່າຊົດເຊີຍເທື່ອ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານລາດຫານ ເມືອງງາ ແຂວງອຸດົມໄຊ ທ່ານໜຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກຸມພາ 2025 ວ່າ:

“ການຊົດເຊີຍ 100 ກໍບໍ່ໄດ້ 100 ເທື່ອ ເພາະວ່າ ສິ່ງປຸກສ້າງນີ້ ຍັງໆບໍ່ທັນລົງຮອຍເທື່ອ ຜູ້ທີ່ບໍ່ໄປນໍາໂຄງການຫັ້ນນ່າ ບາດນີ້ ເຂົາເຈົ້າ ຈ່າຍເງິນເປັນເລດເງິນກີບ ທຽບໃສ່ໂດລ້າເນາະ ເອົາເລດເງິນປີ 2023 ເຂົາເຈົ້າມາໄລ່ເດືອນ 9 ປີ 2024. ດຽວນີ້ ປະຊາຊົນ ບໍ່ພໍໃຈເນາະ ໄດ້ສະເໜີໄປທາງເຈົ້າແຂວງແລ້ວ. ດຽວນີ້ ທາງໂຄງການ ຍັງບໍ່ໄດ້ມາຊີ້ແຈງຕື່ມ ວ່າຊິໄລ່ໃຫ້ ຫຼື ບໍ່ໄລ່ໃຫ້ ກໍຍັງບໍ່ທັນຮູ້.”

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງອຸດົມໄຊ ທ່ານໜຶ່ງ ຍອມຮັບວ່າ ການຊົດເຊີຍຂອງໂຄງການນັ້ນ ຂ້ອນຂ້າງຫຼ້າຊ້າ. ຕາມລະບຽບນັ້ນ ເມື່ອແຈ້ງມູນຄ່າ ການຊົດເຊີຍແລ້ວ ຜູ້ພັດທະນາໂຄງການ ຕ້ອງຊົດເຊີຍໃຫ້ຊາວບ້ານ ພາຍໃນ 15-30 ມື້ ແຕ່ໃນສະພາບໂຕຈິງ ບໍລິສັດ ໃຫ້ການຊົດເຊີຍຫຼ້າຊ້າ ໄປເກືອບ 1 ປີ ຈຶ່ງເກີດບັນຫາດັ່ງກ່າວຂຶ້ນ, ດັ່ງທ່ານກ່າວວ່າ: 

“ວຽກການຊົດເຊີຍນີ້ ຄັນເວົ້າໄປແລ້ວ ກໍຂ້ອນຂ້າງຊັກຊ້າຫຼາຍຢູ່ ທີ່ຈິງວ່າ ການຈັດຕັ້ງປະຕິບັດໂຕຈິງ ແລ້ວແມ່ນ ຫຼັງຈາກມື້ທີ່ວ່າ ເຂົາມາປະຊາສໍາພັນ ແຈ້ງມູນຄ່າຊັບສິນຊົດເຊີຍ ທໍາມະດາຕ້ອງແມ່ນ ລະບຽບມັນກໍ 15 ວັນ 30 ວັນ ຕ້ອງມາຈ່າຍ ອັນນີ້ແລ້ວ ແມ່ນເກືອບເປັນປີພຸ້ນນ່າ ຂະເຈົ້າຈຶ່ງມາຈ່າຍຫັ້ນນ່າ.”

ຂະນະທີ່ ຊາວບ້ານ ຢູ່ບ້ານຫ້ວຍແຂ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ມີການຊົດເຊີຍ ໃຫ້ຊາວບ້ານບາງສ່ວນ ທີ່ຕ້ອງເສຍເນື້ອທີ່ ທໍາການຜະລິດ ເພື່ອນໍາໄປສ້າງບ້ານໃໝ່ແລ້ວ ແຕ່ໃສ່ສ່ວນອື່ນໆ ເປັນຕົ້ນ ເຮືອນ, ສິ່ງປຸກສ້າງ ລວມເຖິງຊັບສິນ ໃນບໍລິເວນບ້ານ ມີການປະເມີນແລ້ວ ແຕ່ຍັງບໍ່ຮູ້ຄັກແນ່ ວ່າ ຈະໄດ້ຄ່າຊົດເຊີຍເທົ່າໃດ ແລະ ຍັງບໍ່ໄດ້ກໍານົດ ໄລຍະເວລາ ການຊົດເຊີຍ:

“ໂຕດິນທີ່ເຂົາຈະຕັ້ງບ້ານ ໃຫ້ເຮົາຍ້າຍເມືອນ່າ ຊົດເຊີຍແນວນັ້ນຊື່ໆ ແຕ່ແນວອື່ນ ຍັງບໍ່ທັນໄດ້ຊົດເຊີຍເທື່ອ ເຮືອນເນາະ ສິ່ງທີ່ເຮົາປຸກສ້າງ, ກັບຕົ້ນໄມ້ຕົ້ນຕອກ ທີ່ວ່າປູກຢູ່ຫັ້ນ ລະດັບນໍ້າຖ້ວມ ຍັງບໍ່ໄດ້ຄ່າຊົດເຊີຍເທື່ອ ແຕ່ວ່າສໍາຫຼວດໄປແລ້ວ ແຕ່ເດືອນ 9 ພຸ້ນແຫຼະ ແຕ່ວ່າ ເຂົາເຈົ້າ ຍັງບໍ່ມີຄໍາຕອບ ວ່າຈະຊົດເຊີຍເທົ່າໃດ ແມ່ນມິດ ບໍ່ມີເລີຍ.”

ຂະນະທີ່ ຢູ່ບ້ານຄົກຫຼວງ ເມືອງຈອມເພັດ ແຂວງຫຼວງພຣະບາງ ເປັນອີກໜຶ່ງບ້ານ ທີ່ຈະໄດ້ຮັບຜົນກະທົບ ເຊິ່ງຕາມແຜນການແລ້ວ ຊາວບ້ານທັງໝົດ ຈະຖືກໂຍກຍ້າຍ ໄປຢູ່ບ້ານແກ້ງແຄນ ເຊິ່ງເປັນບ້ານໃກ້ຄຽງ. ຢ່າງໃດກໍຕາມ ຊາວບ້ານຫຼາຍຄົນ ຕັ້ງໃຈວ່າ ຍັງຈະຄົງມາເຮັດໄຮ່ເຮັດນາ ໃນເຂດພື້ນທີ່ບ້ານເດີມ ຍ້ອນພື້ນທີ່ບາງສ່ວນ ບໍ່ໄດ້ຖືກນໍ້າຖ້ວມ ຈຶ່ງຢາກຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຮັດເສັ້ນທາງ ຈາກເຂດບ້ານໃໝ່ ໄປຫາບ້ານເດີມ ເພື່ອອໍານວຍສະດວກ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຍ້ອນຫາກບໍ່ມີທາງລົດ ຕ້ອງໃຊ້ເວລາຍ່າງ ຫຼາຍກວ່າ 4 ຊົ່ວໂມງ, ດັ່ງຊາວບ້ານ ຢູ່ບ້ານຄົກຫຼວງ ທ່ານໜຶ່ງ ກ່າວວ່າ: 

“ບໍ່ຢາກໄປໂອ່ ດຽວນີ້ ຢາກຢູ່ບ້ານເກົ່າ ນາບ້ານຄົກຫຼວງບໍ່ຖ້ວມ ແນວໃດພໍ່ແມ່ປະຊາຊົນ ກໍມາເຮັດໄຮ່ເຮັດນາ ຢູ່ບ້ານເກົ່າພີ້ແຫຼະ ແຕ່ວ່າ ດຽວນີ້ ສະເໜີທາງໂຄງການ ທາງເມືອງ ໃຫ້ເຮັດທາງລົດມາ ຫາບ່ອນທໍາການຜະລິດ ເພິ່ນຍັງບໍ່ໃຫ້ຄໍາຕອບເທື່ອ ເພິ່ນຊິເຮັດໃຫ້ ບໍ່ເຮັດ ກະຍັງບໍ່ຊ່າງຊິວ່າ.”

ເມື່ອບໍ່ດົນມານີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ແລະການນຳ ແຂວງຫຼວງພຣະບາງ ໄດ້ເຄື່ອນໄຫວ ຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຂອງ ຫຼວງພຣະບາງ ເຊິ່ງຕັ້ງຢູ່ລະຫວ່າງ ເມືອງຈອມເພັດ ແລະ ເມືອງປາກອູ. ເຂື່ອນໄຟຟ້າ ມີກຳລັງຕິດຕັ້ງ 1,460 ເມກາວັດ ຕັ້ງຢູ່ບ້ານຫ້ວຍຢໍ ເມືອງຈອມເພັດ ແຂວງຫຼວງພຣະບາງ ແລະ ຫ່າງຈາກໂຕເມືອງມໍຣະດົກໂລກ ຫຼວງພຣະບາງ ປະມານ 25 ກິໂລແມັດ. ຄາດວ່າ ຈະເລີ່ມຜະລິດໄຟຟ້າ ພາຍໃນປີ 2027.

ມີຊາວບ້ານທັງໝົດ 23 ບ້ານ ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນ ປະກອບມີ ເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫຼວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູລີ ແລະ ເມືອງງາ ແຂວງອຸດົມໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.