ເຖິງວ່າທາງການລາວ ຈະສົ່ງເສີມ ໃຫ້ຊາວລາວ ແລະ ຊາວຕ່າງປະເທດ ທີ່ດຳເນີນທຸລະກິດ ແລະ ຄ້າຂາຍ ໃນລາວ ໃຊ້ແຕ່ເງິນກີບລາວ ມາໄດ້ຫຼາຍປີແລ້ວກໍຕາມ, ແຕ່ໃນໂຕຈິງແລ້ວ ການຄ້າຂາຍຫງາຍມື ໃນປະເທດລາວ ກໍຍັງປະຕິເສດ ເງິນຕາຕ່າງປະເທດ ບໍ່ໄດ້ຢ່າງກວ້າງຂວາງເທື່ອ.
ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ສອບຖາມ ບັນດາຜູ້ປະກອບການທຸລະກິດ ໃນລາວ ຈຳນວນໜຶ່ງ, ເຊິ່ງຫຼາຍຄົນ ກໍເວົ້າເປັນສຽງດຽວກັນວ່າ ຍັງມີຄວາມຈຳເປັນ ທີ່ຕ້ອງຕັ້ງລາຄາສິນຄ້າ ແລະ ຄ້າຂາຍ ເປັນເງິນຕາຕ່າງປະເທດ, ໂດຍສະເພາະແມ່ນ ເງິນບາດໄທ ແລະ ເງິນໂດລ້າຣ໌ ສະຫະລັດອາເມຣິກາ ເນື່ອງຈາກວ່າ ຈະໃຊ້ແຕ່ເງິນກີບລາວ ໃນການຄ້າຂາຍ ສິນຄ້າໝົດທຸກຢ່າງ ຄົງຈະເປັນຄວາມສ່ຽງ ຈົນເກີນໄປ.
ພໍ່ຄ້າຂາຍລົດໃຫຍ່ ໃນແຂວງສະຫວັນນະເຂດ ທ່ານໜຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 16 ເດືອນ 8 ນີ້ວ່າ ສາເຫດທີ່ຕ້ອງຕັ້ງລາຄາ ແລະ ຊື້-ຂາຍສິນຄ້າ ເປັນເງິນຕາຕ່າງປະເທດ ກໍຍ້ອນວ່າ ຕົ້ນທຶນໃນການຊື້ສິນຄ້າ ແມ່ນເປັນເງິນຕາຕ່າງປະເທດ ຂະນະດຽວກັນ ຄ່າເງິນກີບ ຊ້ຳພັດບໍ່ມີຄວາມແນ່ນອນແດ່. ດັ່ງນັ້ນ, ຖ້າຈະໃຫ້ຊື້-ຂາຍ ເປັນເງິນກີບທັງໝົດ ກໍຍັງຕ້ອງອີງໃສ່ ອັດຕາແລກປ່ຽນ ຫຼືເຣທແລກປ່ຽນ ເງິນບາດ ແລະ ເງິນໂດລ້າຣ໌ ປະຈຳມື້ນັ້ນໂລດ.
ສຽງສຳພາດທີ 1: ພໍ່ຄ້າຂາຍລົດໃຫຍ່ ໃນແຂວງສະຫວັນນະເຂດ.
ພໍ່ຄ້າຂາຍລົດໃຫຍ່ ໃນແຂວງໄຊຍະບູລີ ທ່ານໜຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 18 ເດືອນ 8 ນີ້ ໃນທຳນອງດຽວກັນວ່າ ຖ້າຫາກສິນຄ້າປະເພດໃດ ຊື້ມາໃນສະກຸນເງິນໃດ ກໍຈຳເປັນ ຕ້ອງຕັ້ງລາຄາສິນຄ້າ ເປັນສະກຸນເງິນນັ້ນ, ແຕ່ຖ້າລູກຄ້າ ປະສົງຊື້ເປັນເງິນກີບ ກໍສາມາດຊື້ໄດ້, ແຕ່ກໍຍັງຕ້ອງອີງໃສ່ ອັດຕາແລກປ່ຽນ ເງິນບາດ ແລະ ເງິນໂດລ້າຣ໌ ປະຈຳມື້ນັ້ນ ເປັນຫຼັກ.
ສຽງສຳພາດທີ 2: ພໍ່ຄ້າຂາຍລົດໃຫຍ່ ໃນແຂວງໄຊຍະບູລີ.
ເມື່ອເວົ້າເຖິງວ່າ ເງິນກີບລາວ ສາມາດເອົາໄປແລກປ່ຽນ, ຊື້-ຂາຍ, ຊຳລະຄ່າສິນຄ້າ ແລະ ຄ່າບໍລິການ ໃນຕ່າງປະເທດໄດ້ບໍ່? ຄຳຕອບທີ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ ຈາກການສອບຖາມ ພໍ່ຄ້າ-ແມ່ຄ້າຊາວລາວ ແລະ ຊາວໄທ ພວກເພິ່ນກໍຕອບ ເປັນສຽງດຽວກັນວ່າ ຖ້າຢາກໄດ້ເງິນບາດໄທ ແມ່ນບໍ່ຈຳເປັນ ຫອບເງິນກີບ ໄປແລກເອົາເງິນບາດ ຢູ່ປະເທດໄທ ເພາະຕາມຮ້ານແລກປ່ຽນ ໃນລາວ ກໍຍັງພໍຊອກແລກເງິນບາດ ໄດ້ຢູ່ ແລະ ການທີ່ຈະເອົາເງິນກີບ ໄປຊື້ສິນຄ້າ ແລະ ຊຳລະຄ່າບໍລິການ ຢູ່ປະເທດໄທ ແມ່ນຜູ້ປະກອບການໄທ ຈະບໍ່ຮັບເອົາ.
ແມ່ຄ້ານາງໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 18 ເດືອນ 8 ນີ້ວ່າ ເທົ່າທີ່ຍານາງ ມີປະສົບການ ໃນການຄ້າຂາຍ ຖ້າຢາກໄດ້ເງິນບາດໄທ ແມ່ນສາມາດຊອກແລກປ່ຽນເອົາ ຕາມຮ້ານແລກປ່ຽນ ໃນລາວ ໄດ້ຢູ່ ແລະ ຖ້າຈະຫອບເອົາເງິນກີບ ໄປແລກເອົາເງິນບາດ ຢູ່ປະເທດໄທ ແມ່ນບໍ່ເຄີຍເຫັນຜູ້ໃດ ເຮັດແບບນັ້ນຈັກເທື່ອ.
ສຽງສຳພາດທີ 3: ແມ່ຄ້າຂາຍເຄື່ອງຍົກ ແລະ ຍ່ອຍ ໃນນະຄອນຫຼວງວຽງຈັນ.
ຢູ່ໃນລາວ ຖ້າຫາກຈະເອົາເງິນບາດ ຊຳລະຄ່າສິນຄ້າ ແລະ ຄ່າບໍລິການ ແມ່ນສາມາດເຮັດໄດ້ ເພາະຮ້ານຄ້າສ່ວນຫຼາຍ ກໍຮັບເງິນບາດຢູ່, ໂດຍຈະອີງໃສ່ ອັດຕາແລກປ່ຽນ ປະຈຳມື້ນັ້ນເລີຍ, ແຕ່ຢູ່ໃນປະເທດໄທຍ ຜູ້ປະກອບການໄທ ຈະບໍ່ຮັບເອົາເງິນກີບເລີຍ. ດັ່ງຜູ້ປະກອບການ ຮ້ານອາຫານ ແຫ່ງໜຶ່ງ ໃນເມືອງໜອງຄາຍ, ແຂວງໜອງຄາຍ ທ່ານໜຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 13 ເດືອນ 8 ນັ້ນວ່າ:
ສຽງສຳພາດທີ 4: ຜູ້ປະກອບການ ຮ້ານອາຫານ ໃນແຂວງໜອງຄາຍ, ປະເທດໄທຍ.
ບໍ່ພຽງແຕ່ເທົ່ານັ້ນ, ຜູ້ປະກອບການ ຮ້ານແລກປ່ຽນເງິນຕາ ຊື່ຮ້ານ ຊຸປເປີ້ຣິຊ ຢູ່ແຂວງອຸດອນທານີ, ປະເທດໄທ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 13 ເດືອນ 8 ນີ້ວ່າ ທາງຮ້ານ ບໍ່ມີນະໂຍບາຍ ຮັບແລກເງິນກີບລາວ ເປັນເງິນບາດ ໃຫ້ລູກຄ້າເລີຍ ເພາະວ່າ ບໍ່ມີຄົນລາວຈັກຄົນເລີຍ ທີ່ມາສອບຖາມ ເອົາເງິນກີບ ແລກເອົາເງິນບາດ ຢູ່ຮ້ານທ່ານ. ໃນເມື່ອກ່ອນ ແມ່ນເຄີຍຮັບແລກເງິນກີບຢູ່, ແຕ່ພາຍຫຼັງໄລຍະໂຄວິດ-19 ລະບາດ ເປັນຕົ້ນມາ ແມ່ນບໍ່ຮັບແລກແລ້ວ ຍ້ອນບໍ່ຄ່ອຍມີຄົນລາວ ຫອບເອົາເງິນກີບ ມາແລກເອົາເງິນບາດ ຢູ່ໄທ ແລ້ວ.
ສຽງສຳພາດທີ 5: ຜູ້ປະກອບການ ຮ້ານແລກປ່ຽນເງິນຕາ ໃນແຂວງອຸດອນທານີ, ປະເທດໄທຍ.
ທັງໝົດນັ້ນ, ກໍແມ່ນສະພາບການ ທີ່ຜູ້ປະກອບການ ແລະ ພໍ່ຄ້າ-ແມ່ຄ້າລາວ ຍັງມີຄວາມຈຳເປັນ ຕ້ອງຕັ້ງລາຄາສິນຄ້າ ເປັນເງິນຕາຕ່າງປະເທດຢູ່ ແທນທີ່ຈະຕັ້ງລາຄາສິນຄ້າ ເປັນແຕ່ເງິນກີບ ເນື່ອງຈາກຄ່າເງິນກີບ ບໍ່ມີຄວາມແນ່ນອນພໍເທົ່າໃດ. ພ້ອມດຽວກັນນີ້, ເງິນກີບລາວ ກໍບໍ່ເປັນທີ່ຕ້ອງການ ໃນຕະຫຼາດແລກປ່ຽນເງິນຕາ ຢູ່ຕ່າງປະເທດ, ໂດຍສະເພາະແມ່ນປະເທດໄທ. ສະບາຍດີ.