ຊ່າງພາບອິດສະຫຼະ ຕ້ອງໄດ້ມີໃບອະນຸຍາດ ແລະ ເສຍຄ່າທຳນຽມໃຫ້ທາງການ

ພອນ ພູມມີທອນ
2025.02.12
ຊ່າງພາບອິດສະຫຼະ ຕ້ອງໄດ້ມີໃບອະນຸຍາດ ແລະ ເສຍຄ່າທຳນຽມໃຫ້ທາງການ ຮູບພາບປະກອບ: ນັກທ່ອງທ່ຽວ ຖ່າຍຮູບ ຊົມນະຄອນຫຼວງພຣະບາງ. ເດືອນທັນວາ ປີ 2024.
RFA

ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ອອກແຈ້ງການໃຫ້ຜູ້ປະກອບການຖ່າຍຮູບເຄື່ອນທີ່, ຊ່າງພາບອິດສະຫຼະ ທີ່ຖ່າຍຮູບກະກຽມແຕ່ງດອງ ແລະ ຖ່າຍຮູບທົ່ວໄປ ທີ່ຢູ່ຕາມແຫຼ່ງທ່ອງທ່ຽວ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ, ເປັນຕົ້ນ ວັດຊຽງທອງ, ວັດວິຊຸນ, ວັດໃໝ່, ຫໍພິພິດທະພັນ ແລະ ອື່ນໆ, ຕ້ອງມີໃບອະນຸຍາດດໍາເນີນທຸລະກິດ ແລະ ເຄື່ອນໄຫວຖ່າຍຮູບ ດັ່ງກ່າວ:

ມາດຕະການດັ່ງກ່າວ ຈະນຳໃຊ້ກັບຊ່າງພາບອິດສະຫຼະ ຄົນລາວ ແລະ ຊ່າງພາບຊາວຕ່າງຊາດ ໂດຍຄ່າທຳນຽມສຳລັບຊ່າງພາບລາວ ຈະຢູ່ທີ່ປະມານ 1.2 ລ້ານກີບ ບໍ່ກາຍ 2 ລ້ານກີບ ຂຶ້ນຢູ່ກັບລັກສະນະທຸລະກິດ ທີ່ດຳເນີນການ ໂດຍໃບອະນຸຍາດ ຈະມີອາຍຸໃຊ້ງານ 1 ປີ.
ອີງຕາມຄຳເວົ້າ ຂອງພະນັກງານ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ທ່ານໜຶ່ງ ທີ່ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າ:

“ແມ່ນແລ້ວໆ ຖ່າຍຮູບເປັນເຄື່ອນທີ່ລົງເພດ ຫລືວ່າລົງອອນລາຍຕ່າງໆ ກໍຕ້ອງໄດ້ມີໃບອະນຸຍາດ ຄັນວ່າເຄື່ອນທີ່ເນາະ ຖ່າຍຮູບສາລະຄະດີ ເປັນພາບຕ່າງໆ ແນວນັ້ນ ຖືວ່າ ຄ່າທຳນຽມຕ່າງໆ ບວກສິ່ງພິມຕ່າງໆ ປະກອບເອກກະສານຕ່າງໆ ຖືວ່າປະມານລ້ານກວ່າ ໜ້ອຍໜຶ່ງ ບໍ່ກາຍ 2 ລ້ານ ຈະລ້ານປາຍ 2-3 ແສນ ຫລືວ່າ ແສນໜຶ່ງ, ຂຶ້ນຢູ່ກັບກິດຈະກໍາເນາະ."

ມາດຕະການດັ່ງກ່າວ ຈະເລີ່ມນຳໃຊ້ຕັ້ງແຕ່ວັນທີ 1 ມີນາ 2025 ນີ້. ເຖິງຢ່າງໃດກໍຕາມ, ຊ່າງພາບອິດສະຫຼະ ທີ່ຮັບຖ່າຍຮູບແຕ່ງດອງ ຢູ່ໃນນະຄອນຫລວງພຣະບາງ ຫລາຍຄົນ ກໍຍັງບໍ່ໄດ້ເຂົ້າໄປພົວພັນ ເພື່ອຂໍໃບອະນຸຍາດນັ້ນ ເທື່ອ ຍ້ອນຍັງບໍ່ເຂົ້າໃຈ ເຖິງສາເຫດການອອກແຈ້ງການ. ດັ່ງ ຊ່າງພາບອິດສະຫຼະ ຢູ່ນະຄອນຫລວງພຣະບາງ ທ່ານໜຶ່ງ, ກ່າວວ່າ:

"ແມ່ນແລ້ວ, ເລີ່ມເດືອນໜ້າໄປ, ເລີ່ມວັນທີ 1 ເດືອນ 3 ໄປ, ເຂົາເຈົ້າເລີ່ມໃຫ້ເສຍໃບນັ້ນ ໄປ. ພວກເຮົາກໍເປັນຟຣີແລນ, ເພາະວ່າເຂົາເຈົ້າກໍໃຫ້ເຮັດແດ່. ພວກເຮົາ ກໍຍັງບໍ່ທັນໄດ້ໄປເຮັດເທື່ອ, ເພາະວ່າຊ່າງພາບທົ່ວຫລວງພຣະບາງ, ພວກທີ່ເປັນຟຣີແລນ ຍັງບໍ່ໄດ້ໄປເຮັດເທື່ອ, ເພາະວ່າເຂົາເຈົ້າ ຍັງຂັດແຍ້ງກັນຢູ່ຕອນນີ້ ຫັ້ນນ່າ."

ດ້ານຊ່າງພາບອິດສະຫຼະ ຢູ່ນະຄອນຫຼວງພຣະບາງ ອີກທ່ານໜຶ່ງ ກ່າວວ່າ ເຖິງແມ່ນວ່າ ຈະຍັງບໍ່ເຂົ້າໃຈ ມາດຕະການນີ້ ເທົ່າໃດ ແຕ່ກໍຈະໄປເຮັດໃບອະນຸຍາດດັ່ງກ່າວ ໃຫ້ຖືກຕ້ອງ ເພື່ອການດໍາເນີນທຸລະກິດ ໃຫ້ຖືກຕ້ອງຕາມລະບຽບ. ດັ່ງທ່ານກ່າວວ່າ:

“ໂຕໃບອະນຸຍາດ ໂຕຂ້ອຍ ຈະໄປຂຶ້ນທະບຽນກ່ອນແລ້ວ ເພາະວ່າໂຕນີ້ ມັນກ່ຽວກັບພວກຂ້ອຍດອກ ເວລາທີ່ຂ້ອຍໄປ ຕ້ອງໄດ້ເອົາໃບອະນຸຍາດ ໄປແຈ້ງເຂົາເຈົ້າ. ອັນນີ້ ກໍບໍ່ເຂົ້າໃຈຄືກັນ. ຕາມທີ່ຖາມເຂົາເຈົ້າ, ເຂົາເຈົ້າວ່າ ຢາກໃຫ້ເປັນລະບຽບ ໃຫ້ມັນຖືກ. ແຕ່ທີ່ຈິງ ມັນຈະຂັດຈາກຊ່າງພາບນອກ ຕ່າງປະເທດເນາະ. ສົມມຸດຕ່າງປະເທດ, ເຂົາເຈົ້າມາ ມັນຈະຫຍຸ້ງຍາກເນາະ.”

ເຖິງຢ່າງໃດກໍຕາມ, ສໍາລັບຊ່າງພາບ ທີ່ຂຶ້ນທະບຽນທຸລະກິດ ຢູ່ນະຄອນຫຼວງພຣະບາງ ແລ້ວ ກໍບໍ່ຕ້ອງດໍາເນີນການ ຂໍໃບອະນຸຍາດ ດັ່ງກ່າວ, ເນື່ອງຈາກໄດ້ຈ່າຍອາກອນຜ່ານທຸລະກິດ ຢູ່ແລ້ວ. ແຕ່ຊ່າງພາບຈາກຕ່າງປະເທດ, ບໍ່ວ່າຈະເປັນ ໄທ, ຫວຽດນາມ, ຈີນ ຫຼືປະເທດອື່ນໆ, ຫາກຕ້ອງການຖ່າຍຮູບ ໃນລັກສະນະທຸລະກິດ, ກໍຕ້ອງໄດ້ຂໍອະນຸຍາດ ນໍາຜະແນກຖະແຫລງຂ່າວ, ວັດທະນະທໍາ ແລະການທ່ອງທ່ຽວ ຂອງແຂວງຫຼວງພຣະບາງ, ດັ່ງຊ່າງພາບ ຢູ່ນະຄອນຫຼວງພຣະບາງ, ທ່ານໜຶ່ງ ກ່າວວ່າ:

“ຄົນຕ່າງຖິ່ນເນາະ, ມາກໍຕ້ອງໄປແຈ້ງຖະແຫລງຂ່າວ ແລະວັດທະນະທໍາ. ໄປແຈ້ງຊື່ໆ ດອກ, ເຂົາເຈົ້າ ຈະມີຄ່າທໍານຽມເລັກໆ ໜ້ອຍໆ. ອ້າຍເປີດປະຕັງ, ເສຍອາກອນໃຫ້ລັດແລ້ວເດ້, ໄດ້ຢູ່. ອ້າຍ ກໍບໍ່ຕ້ອງໄປຜ່ານ. ແມ່ນ, ເຂົາເຈົ້າຈະເວົ້າສະເພາະຟຣີແລນ. ຄົນທີ່ມາຖ່າຍຮູບຟຣີແລນ.” 

ທີ່ຜ່ານມາ, ນະຄອນຫຼວງພຣະບາງ ຍັງໄດ້ອອກກົດລະບຽບ ເພື່ອຄຸ້ມຄອງການທ່ອງທ່ຽວ ໃນນະຄອນຫຼວງພຣະບາງ ໃຫ້ລະບຽບຫລາຍຂຶ້ນ. ໃນເດືອນທັນວາ ປີ 2024 ທີ່ຜ່ານມາ, ຫ້ອງການປົກຄອງ ນະຄອນຫຼວງພຣະບາງ ໄດ້ອອກແຈ້ງການ ການຕິດຕັ້ງ ກ້ອງວົງຈອນປິດ ຕາມສະຖານທີ່ ທ່ອງທ່ຽວຕ່າງໆ ລວມເຖິງ ບ່ອນທີ່ມີຂີ້ເຫຍື້ອ ຊະຊາຍ ເພື່ອກວດກາ ວ່າ ຜູ້ໃດ ເປັນຄົນຖິ້ມຂີ້ເຫຍື້ອ. ຫາກເປັນນັກທ່ອງທ່ຽວ ກໍຈະໃຫ້ເຈົ້າຂອງ ລົດນຳທ່ຽວ ຫຼື ບໍລິສັດ ດຳເນີນທຸລະກິດ ດ້ານທ່ອງທ່ຽວ ເປັນຜູ້ຮັບຜິດຊອບ ແທນນັກທ່ອງທ່ຽວ, ຍ້ອນຍັງພົບເຫັນ ປະຊາຊົນ ແລະ ນັກທ່ອງທ່ຽວ, ໂດຍສະເພາະ ນັກທ່ອງທ່ຽວຈີນ ທີ່ຖິ້ມຂີ້ເຫຍື້ອ ຊະຊາຍ ຢູ່ແຄມນ້ຳຄານ, ນ້ຳຂອງ ແລະ ຕາມສະຖານທີ່ ທ່ອງທ່ຽວຕ່າງໆ ເຮັດໃຫ້ການອະນາໄມ ສະຖານທີ່ຕ່າງໆ ມີຄວາມຫຍຸ້ງຍາກຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.