ການລັກຂຸດຄໍາ ຄວບຄຸມບໍ່ໄດ້

0:00 / 0:00

ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ວ່າ ການລັກ ຂຸດຄົ້ນ ແຮ່ທາດ ແບບ ຊະຊາຍ ຍາກທີ່ຈະ ຄວບຄຸມ ໄດ້, ເຖິງແມ່ນວ່າ ທາງໜ່ວຍງານ ທີ່ກ່ຽວຂ້ອງ ຈະມີການ ກວດກາ ຢ່າງເຂັ້ມງວດ ກໍຕາມ ແຕ່ການລັກ ຂຸດຄົ້ນ ແລະ ປ່ອຍສານເຄມີ ອອກມານັ້ນ ກໍຍັງ ເປັນບັນຫາ ທີ່ເກີດຂຶ້ນ ຢູ່ບາງບ່ອນ. ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ເວົ້າວ່າ:

"ຕົວເຣື່ອງ ລັກຂຸດນີ້ ມັນກໍຍາກ ເພາະວ່າ ເຮົາກໍ ຄຸ້ມຄອງຍາກ ຣັຖບານ ກໍກໍາລັງ ກວດກາເຂັ້ມຢູ່ ແຕ່ວ່າການ ລັກລອບ ກໍສິມີຢູ່ ປະຕິເສດ ບໍ່ໄດ້ ກໍສິມີ ແຕ່ຣັຖບານ ກໍກໍາລັງ ກວດກາ ດຽວນີ້ ລັກຂຸດ ມັນບໍ່ຖືກ ມັນຜິດກົດໝາຍ".

ທ່ານເວົ້າ ຕໍ່ໄປວ່າ ການລັກຂຸດຄົ້ນ ແຮ່ທາດ ໃນເຂດ ສັມປະທານ ການຂຸດຄົ້ນ ແຮ່ ນັ້ນ ເປັນບັນຫາ ຍາກ ທີ່ ຈະປາບປາມ ໃຫ້ໝົດ ໄປໄດ້ ຍ້ອນວ່າ ບາງພື້ນທີ່ ມີແຕ່ໜ່ວຍງານ ທີ່ກ່ຽວຂ້ອງ ສາມາດ ເຂົ້າໄປໄດ້. ຕໍ່ບັນຫາ ດັ່ງກ່າວ ທາງການ ກໍໄດ້ ພຍາຍາມ ກວດກາ ຢ່າງເຂັ້ມງວດ ແລະ ໄດ້ວາງ ມາຕການ ເຂັ້ມງວດ ໃນບົດລົງໂທດ ເພື່ອໃຫ້ຜູ້ທີ່ ເຂົ້າມາລັກ ຂຸດແຮ່ ນັ້ນ ຢ້ານກົວ.

ການຂຸດຄົ້ນແຮ່ ຕ່າງໆ ແບບຖືກ ກົດໝາຍ ໃນລາວ ກໍາລັງ ເປັນບັນຫາ ທີ່ສ້າງ ຄວາມກັງວົນ ໃຫ້ແກ່ ປະຊາຊົນລາວ ໃນເຂດຕ່າງໆ ໂດຍສະເພາະ ເຣື່ອງການ ຫລີກລ່ຽງ ບໍ່ໄດ້ ຕໍ່ການ ປະເຊີນກັບ ບັນຫາ ມົລພິດ.