ໂຄງການຊ່ວຍເຫຼືອ ຄົນງານລາວ ທີ່ກັບຄືນປະເທດ

ອົງການສາກົລ ILO ແລະ ປະເທດຍີ່ປຸ່ນ ຊ່ອຍເຫຼືອຣັຖບານລາວ ໃນການຈັດຕັ້ງປະຕິບັດ ໂຄງການສ້າງໂອກາດ ພັທນາສີມືແຮງງານ ໃຫ້ຄົນງານລາວທີ່ກັບຄືນປະເທດ ແລະຍັງວ່າງງານໃຫ້ມີວຽກເຮັດງານທໍາ, ແຕ່ເນື່ອງຈາກ ການເຮັດວຽກຢູ່ລາວ ໄດ້ເງິນເດືອນຕ່ຳ ຫຼາຍຄົນຈຶ່ງບໍ່ຢາກເຮັດວຽກ ຢູ່ໃນປະເທດ.
ສຸພັດຕາ
2023.06.01
ໂຄງການຊ່ວຍເຫຼືອ ຄົນງານລາວ ທີ່ກັບຄືນປະເທດ ຄົນງານລາວ ກຳລັງເຂົ້າແຖວ ຕໍ່ເວີຣ໌ກເພີມິທ (ຕໍ່ອາຍຸ ໃບອະນຸຍາດ ເຮັດວຽກ) ທີ່ດ່ານໜອງຄາຍ ແຂວງໜອງຄາຍ ປະເທດໄທຍ. ເດືອນ ເມສາ ປີ 2022.
RFA

ຕັ້ງແຕ່ເດືອນເມສາ ປີ 2022 ຫາເດືອນມີນາ ປີ 2023 ອົງການສາກົລ ILO ແລະ ປະເທດຍີ່ປຸ່ນ ເປັນຜູ້ໃຫ້ການຊ່ອຍເຫຼືອ ຣັຖບານລາວ ໃນການຈັດຕັ້ງປະຕິບັດ ໂຄງການສ້າງໂອກາດມີວຽກເຮັດງານທໍາ ໃຫ້ແກ່ຄົນງານລາວທີ່ກັບຄືນປະເທດ ແລະເຊື່ອມເຂົ້າໃນການພັທເສຖກິຈຂອງທ້ອງຖິ່ນ ເພື່ອຕອບໂຕ້ ຕໍ່ຜົລກະທົບຂອງເຊື້ອໂຄວິດ-19.

ຕລອດໄລຍະ 14 ເດືອນ ໂຄງການດັ່ງກ່າວ ໄດ້ຮ່ວມມືກັບພາກຣັຖ ແລະເອກກະຊົນຕ່່າງໆ ເພື່ອເນັ້ນໃສ່ກຸ່ມເປົ້າໝາຍ ໃຫ້ມີການຝຶກອົບຮົມ ແລະໂອກາດໃນການຈ້າງງານ ໃຫ້ແກ່ກຸ່ມຄົນງານລາວທີ່ກັບຄືນປະເທດ ແລະຄົນງານລາວທີ່ວ່າງງານ ຮວມທັງໃຫ້ການຊ່ອຍເຫຼືອຫົວໜ່ວຍທຸຣະກິຈ ກຸ່ມຜລິດຕ່າງໆ ສ້າງໂອກາດໃຫ້ມີວຽກເຮັດງານທໍາ.

ເຊິ່ງໂຄງການດັ່ງກ່າວນີ້ ເປັນໄລຍະທົດລອງ 3 ແຂວງເປົ້າໝາຍ ຄື: ແຂວງສວັນນະເຂດ, ແຂວງຈໍາປາສັກ ແລະນະຄອນຫຼວງວຽງຈັນ ໃນນັ້ນ ມີຄົນງານລາວປະມານ 300 ປາຍຄົນ ໄດ້ຮັບການສນັບສນູນໃນການພັທາສີມືແຮງງານ ໃຫ້ເໝາະສົມກັບວຽກທີ່ຈະເຂົ້າໄປເຮັດໃນບໍຣິສັດ ແລະຫົວໜ່ວຍທຸຣະກິຈຕ່າງໆ ທີ່ຕ້ອງການແຮງງານ ແຕ່ການເຂົ້າສູ່ແຮງງານ ຂອງຄົນງານລາວ ກໍຍັງບໍ່ໄດ້ເຕັມເມັດເຕັມໜ່ວຍເທົ່າທີ່ຄວນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງດ້ານແຮງງານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 1 ມິຖຸນາ ນີ້ວ່າ:

“ເຂົາເອີ້ນວ່າ ເປັນການສ້າງສີມືແຮງງານເນາະ ໃຫ້ກັບຜູ້ທີ່ກັບຄືນປະເທດ ເຂົ້າສູ່ແຮງງານຫັ້ນນ່າ ໂດຍພວກເຮົາ ກໍານົດສາຂາ ທີ່ຈະຝຶກໃຫ້ ແລ້ວຕອບສນອງໃຫ້ກັບ ຫົວໜ່ວຍແຮງງານ ຜູ້ໄດ້ຮັບການຝຶກ ກໍໄດ້ເຂົ້າສູ່ວຽກເຮັດກໍໄດ້ເນາະ ສ່ວນນຶ່ງກໍຄື ຝຶກແລ້ວ ຫົວໜ່ວຍແຮງງານ ກະຍັງບໍ່ໄດ້ເຕັມເມັດເຕັມໜ່ວຍຫັ້ນນ່າ.”

ຂະນະທີ່ ເຈົ້າໜ້າທີ່ແຮງງານ ໃນແຂວງສວັນນະເຂດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ທາງເຈົ້າໜ້າທີ່ແຂວງ ກໍມີການສົ່ງເສີມການຝຶກວິຊາຊີບ ໃຫ້ຄົນງານທີ່ວ່າງງານຢູ່ ສ່ວນຕລາດແຮງງານ ກໍຍັງບໍ່ຫຼາກຫຼາຍເທົ່າທີ່ຄວນ ແລະຄົນງານລາວ ເຂົາເຈົ້າບໍ່ຄ່ອຍໃຫ້ຄວາມສົນໃຈວຽກເຮັດງານທໍາ ພາຍໃນລາວເທົ່າທີ່ຄວນ ເພາະເຂົາເຈົ້າເຄີຍໄດ້ເງິນເດືອນຫຼາຍ ຈາກທີ່ໄປເຮັດວຽກທາງປະເທດໄທຍມາ ແລະພໍມາເຮັດວຽກໃນລາວ ພັດໄດ້ເງິນເດືອນຕໍ່າ ແລະພົບກັບບັນຫາເງິນອ່ອນຄ່າ ໃນປັດຈຸບັນອີກ ເຂົາເຈົ້າກໍບໍ່ຢາກເຮັດ ສ່ວນໃຫຍ່ ພາກັນຫຼັ່ງໄຫຼໄປເຮັດວຽກຢູ່ຝັ່ງໄທຍກັນຫຼາຍ.

ເພິ່ນກະສົ່ງເສີມໃນດ້ານການຮຽນວິຊາຊີບນີ້ແຫຼະ ຢູ່ລາວ ຄົນເຮັດວຽກກໍໍບໍ່ຄ່ອຍຫຼາກຫຼາຍເທົ່າທີ່ຄວນ ສ່ວນຫຼາຍກໍຢາກຂ້າມໄປເຮັດວຽກຢູ່ໄທຍ ເຮັດວຽກຢູ່ລາວ ກໍຈະໄດ້ 2,000-3,000 ບາທ ຕໍ່ເດືອນ ເພາະວ່າ ເງິນເຮົາອ່ອນຫຼາຍນ່າ ຖ້າທຽບໃສ່ເງິນບາທ ມັນກະຫຼຸດໜ້ອຍຫຼາຍຢູ່ແລ້ວລະ ຄ່າຄອງຊີບມັນກໍຢາກຂຶ້ນຫຼາຍ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຄົນງານລາວ ທ່ານນຶ່ງ ກໍກ່າວວ່າ ການສົ່ງເສີມຝຶກວິຊາຊີບ ຂອງພາກຣັຖ ກໍຍັງກະຈາຍຂ່າວບໍ່ທົ່ວເຖິງ ແລະການຫາວຽກເຮັດງານທໍາ ໃນລາວກໍຍາກ ບໍ່ມີຄວາມຫຼາກຫຼາຍ ສ່ວນໃຫຍ່ ຖ້າຄົນລາວມີໂອກາດທີ່ດີກວ່າ ກໍພາກັນໄປເຮັດວຽກຢູ່ໄທຍ ບໍ່ຢາກເຮັດວຽກພາຍໃນລາວປານໃດ ເພາະເງິນເດືອນໜ້ອຍ ບໍ່ກຸ່ມຢູ່ຄ່າກິນ ແລະຄ່າໃຊ້ຈ່າຍ.

“ຫາວຽກຍາກ ເງິນເດືອນກໍໜ້ອຍ ເງິນເດືອນກໍ 7-8 ແສນປະມານນີ້ ຢູ່ບໍ່ໄດ້ ມັນບໍ່ພໍກິນ ທາງບ້ານເຮົາມັນ ຄ່າຄອງຊີມັນກໍສູງ ມັນບໍ່ກຸ້ມ ຢູ່ໄທຍ ກະຂັ້ນຕໍ່າ ຖ້າປຽບທຽບເງິນລາວ ກໍ 5-6 ລ້ານແລ້ວ ຕໍ່ເດືອນ.”

ພ້ອມດຽວກັນ ຄົນງານລາວ ທີ່ເຮັດວຽກໃນໄທຍ ອີກທ່ານນຶ່ງ ກໍກ່າວວ່າ ໃນຄວາມເປັນຈິງ ຄົນລາວ ເຂົາເຈົ້າກໍຢາກເຮັດວຽກພາຍໃນປະເທດກັນຢູ່ ແຕ່ດ້ວຍຄວາມທີ່ວ່າ ວຽກພາຍໃນປະເທດຍັງຫາຍາກ ບໍ່ຫຼາກຫຼາຍ ແລະເມື່ອໄດ້ວຽກເຮັດງານທໍາ ເງິນເດືອນກໍໜ້ອຍເກີນໄປ ຫຼາຍຄົນກໍບໍ່ຢາກເຮັດ ເມື່ອມີໂອກາດ ກໍພາກັນເລືອກໄປເຮັດວຽກຢູ່ໄທຍ ເພາະໄດ້ເງິນຫຼາຍ ໃນສະພາວະເສຖກິຈແບບນີ້.

“ກະຫາຍາກຢູ່ຫັ້ນລະ ເງິນເດືອນມັນກໍຖືກເນາະ ບາງທີ່ ກໍບໍ່ຮອດລ້ານຊໍ້າ ຍາມໄຮ່ຍາມນາ ກະຄືວ່າເຮັດໄຮ່ ເຮັດນາໄປຊັ້ນລະ ຖ້າເປັນໄປໄດ້ ກໍຢາກເຮັດຢູ່ບ້ານເຈົ້າຂອງລະເນາະ ຖ້າປຽບທຽບວ່າ ເປັນເງິນສໍ່າກັນກັບຢູ່ໄທຍນີ້ ກະເຮັດຢູ່ບ້ານເຮົາມັນດີກວ່າເນາະ.”

ໃນໄລຍະທ້າຍເດືອນເມສາ ປີ 2023 ທີ່ຜ່ານມານີ້ ຍານາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນກັມມະບານ ແຂວງສວັນນະເຂດ ຣາຍງານວ່າ ເຂດເສຖກິຈພິເສດ ສວັນ-ເຊໂນ ໃນແຂວງສວັນນະເຂດ ກໍຍັງຕ້ອງການຄົນງານລາວຈໍານວນຫຼາຍ ໃນນັ້ນ ມີບໍຣິສັດມີຄວາມຕ້ອງການຄົນງານ ບໍ່ຕໍ່າກວ່າ 100 ຄົນ ແຕ່ກົງກັນຂ້າມ ຄົນງານລາວກັບພາກັນຫຼັ່ງໄຫຼໄປເຮັດວຽກຢູ່ໄທຍ ຍ້ອນວ່າ ເງິນເດືອນໜ້ອຍ, ຄ່າຄອງຊີບຢູ່ລາວເພີ່ມສູງຂຶ້ນ, ປະເທດລາວ ພົບບັນຫາເງິນເຟີ້ ເຮັດໃຫ້ເງິນກີບອ່ອນຄ່າລົງເລື້ອຍໆ ເຊິ່ງທາງແຂວງສວັນນະເຂດ ບໍ່ສາມາດຕອບສນອງແຮງງານ ໃຫ້ເຂດເສຖກິຈພິເສດດັ່ງກ່າວ ໄດ້ຕາມຕ້ອງການ.

ນອກຈາກນີ້ ໃນປີນີ້ ເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ກໍຍັງຂາດແຄນແຮງງານລາວຈໍານວນຫຼາຍ ເຊັ່ນ: ບໍຣິສັດ ໂຮຍາ ລາວຈໍາກັດ ທີ່ຜລິດເລນກ້ອງ, ເລນແວ່ນຕາ  ຈໍ LCD ຍັງຕ້ອງການແຮງງານບໍ່ຫຼຸດ 2,000 ຄົນ ແລະໂຮງງານຕັດຫຍິບ ກໍຕ້ອງການຄົນງານ ບໍ່ຫຼຸດ 1,000 ຄົນ.

ກ່ອນໜ້ານີ້ ໃນປີ 2021 ປະເທດລາວ ມີສະຖິຕິການວ່າງງານ 496,918 ຄົນ (ຫຼືຄິດເປັນ 21.8% ຂອງຈໍານວນຜູ້ວ່າງງານ ພາຍໃນປະເທດ) ສ່ວນໃນປີ 2022 ມີສະຖິຕິການວ່າງງານ 423,427 ຄົນ (ຫຼືຄິດເປັນ 18.5%) ເຊິ່ງຫຼຸດລົງ 73,491 ຄົນ ໂດຍໃນຈໍານວນທີ່ຫຼຸດລົງນີ້ ຄົນງານລາວປະມານ 52,611 ຄົນ ເດີນທາງໄປເຮັດວຽກຢູ່ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.