ເສັ້ນທາງເປ່ເພໜັກ ພົບການຂົນໄມ້ນໍ້າໜັກເກີນຈາກຄໍາມ່ວນ ໄປ ອັດຕະປື

ເສັ້ນທາງເປ່ເພໜັກ ໃນຍາມຝົນ ຍ້ອນລົດບັນທຸກນໍ້າໜັກເກີນ

ປັດຈຸບັນເສັ້ນທາງໃນລາວຍັງເປ່ເພໜັກ ຍ້ອນລົດບັນທຸກນ້ຳໜັກເກີນຢູ່ ເຊິ່ງໄດ້ກາຍເປັນບັນຫາທີ່ຍັງບໍ່ໄດ້ຮັບການເເກ້ໄຂໄດ້ເທື່ອ.

ເສັ້ນທາງເປ່ເພໜັກ ພົບການຂົນໄມ້ນໍ້າໜັກເກີນຈາກຄໍາມ່ວນ ໄປ ອັດຕະປື ປັດຈຸບັນເສັ້ນທາງໃນລາວຍັງເປ່ເພໜັກ ຍ້ອນລົດບັນທຸກນ້ຳໜັກເກີນຢູ່ ເຊິ່ງໄດ້ກາຍເປັນບັນຫາທີ່ຍັງບໍ່ໄດ້ຮັບການເເກ້ໄຂໄດ້ເທື່ອ.

ປັດຈຸບັນ ມີຄົນພົບວ່າ ລົດບັນທຸກຂະໜາດ 22 ລໍ້ ແກ່ໄມ້ວິກຈາກແຂວງຄໍາມ່ວນລົງໄປແຂວງອັດຕະປື ມີການບັນທຸກນໍ້າໜັກເກີດ - ຕາມມາດຕະຖານແລ້ວ ລົດບັນທຸກ 22 ລໍ້ ເຂົາໃຫ້ຮັບນໍ້າໜັກສິນຄ້າໄດ້ 30 ໂຕນ, ແຕ່ ໃນໂຕຈິງເຂົາເຈົ້າຈະບັນທຸກໄມ້ເຖິງ 50 ໂຕນ ອັນເປັນສາເຫດ ເຮັດໃຫ້ເສັ້ນທາງເປ່ເພ.

ແຫຼ່ງຂ່າວຢູ່ແຂວງພາກໃຕ້ ໄດ້ກ່າວຕໍ່ເອເຊຍເສລີວ່າ: ໃນການແກ່ໄມ້ວິກໄປແຂວງອັດຕະປື, ຄົນຂັບລົດຈະໃຊ້ທາງເວັ້ນຜ່ານແຂວງສາລະວັນ ແລະ ມີການຈ່າຍເງິນໃຕ້ໂຕະໃຫ້ເຈົ້າ ໜ້າທີ່ປະຈໍາດ່ານ.

ຢູ່ເຂດພູເກືອເມືອງພູວົງແຂວງອັດຕະຂຶ້ນໄປຮອດຊາຍແດນລາວ-ຫວຽດນາມ ເສັ້ນທາງກໍເປ່ເພໜັກ ຍ້ອນວ່່າ ມີລົດຂົນແຮ່ດິບນໍ້າໜັກເກີນແລ່ນຜ່ານຫຼາຍ.

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືໃນ 6 ເດືອນຕົ້ນປີ 2026 ໄດ້ກວດ ພົບລົດນ້ຳໜັກເກີນ 68 ຄັນ ລວມນ້ຳໜັກເກີນກວ່າ 216 ໂຕນ.

ນອກຈາກນີ້ ເສັ້ນທາງເລກທີ 13 ເໜືອ ກາສີ-ວັງວຽງ ຂຶ້ນໄປແຂວງຫລວງພະບາງ ກໍປ່າເພໜັກ ຍ້ອນລົດບັນທຸກນໍ້າໜັກເກີນ ແລະ ປະກອບກັບຝົນຕົກນັກ.

ປະຊາຊົນ ທ່ານນຶ່ງ ກ່າວວ່າ: “ການບັນທຸກນ່າ ມັນຄວບຄຸມກັນບໍ່ໄດ້ເນາະ ມັນມີເຈົ້າໜ້າທີ່ຄວບຄຸມເດ້ ເນາະ ເວົ້າເລື່ອງຕາຊັ່ງເກີນນໍ້າໜັກ ແລ້ວ ກໍເອົາເງິນ ເອົາທອງໃຫ້ກັນ ລະກະແລ້ວລະ ກໍແລ້ວໄປ ອັນນີ້ ເວົ້າຄວາມເປັນຈິງ."

ກົດຫມາຍໃນລາວກໍ່ມີ ຕາມຂໍ້ຕົກລົງ ເລກທີ 9393/ຍທຂ ລົງວັນທີ 13 ເມສາ 2023 ກຳນົດໃຫ້ລົດບັນທຸກບັນທຸກບໍ່ເກີນນ້ຳໜັກກຳນົດ.

ລະດູຝົນ ລົດທີ່ແລ່ນທາງດິນແດງ ແລະ ທາງລູກຮັງ ຕ້ອງຫຼຸດນ້ຳໜັກ 20%, ຕ້ອງຜ່ານການຊັ່ງ ແລະ ມີໃບຢັ້ງຢືນ, ຜູ້ຝ່າຝືນຖືກປັບໃໝ, ໂຈະ/ຖອນໃບອະນຸຍາດ ຫຼື ຢຶດພາຫະນະ.