ການສໍ້ຣາສຢູ່ລາວ ແກ້ບໍ່ໄດ້


2013.06.06
f-corruption ພາບທີ່ທ່ານ ເຫັນນີ້ຫລະ ຄືໂຣຄຊໍ່າເຮື້ອ ທີ່ສາມາດ ປິ່ນປົວ ໃຫ້ທຸເລົາ ລົງໄດ້ ແຕ່ມັນຂື້ນ ຢູ່ກັບວ່າ ຜູ້ກະທໍາ ຈະຍອມ ກິນຢາສັ່ງ ແກ້ຄວາມໂລບ ໄດ້ຫຼືບໍ່?
friends/fb

 

ການ ສໍ້​ຣາ​ສ ​ບັງ​ຫລວງ ຢູ່​ລາວ ບໍ່​ສາ​ມາດ ແກ້​ໄຂ​ໄດ້ ຢ່າງ​ ເຕັມ​ທີ່. ກົມກວດກາ ຍອມຮັບວ່າ ການສໍ້ຣາສ ບັງຫລວງ ຢູ່ ສປປລາວ ບໍ່ສາມາດ ແກ້ໄຂ ໄດ້ ຢ່າງເຕັມທີ່ ເນື່ອງຈາກວ່າ ມີການ ຣະເມີດ ແລະ ເມີນເສີຍ ຂອງ ເຈົ້າໜ້າທີ່ ຈຳນວນນຶ່ງ, ທີ່ເຮັດໃຫ້ ບັນຫາ ດັ່ງກ່າວ ແຜ່ລາມ ອອກໄປ ແລະ ເຮັດໃຫ້ ປະຊາຊົນ ລາວ ຂາດຄວາມເຊື່ອໝັ້ນ ຕໍ່ ການນຳພາ ຂອງພັກ ຫລາຍຂຶ້ນ ເລື້ອຍໆ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກຄະນະ ກັມມະການ ກວດກາ ສູນກາງ ທີ່ ນະຄອນຫຼວງ ວຽງຈັນ ກ່າວວ່າ:

“ດຽວນີ້ ການແກ້ໄຂ ນີ້ກໍ ມັນກໍຈະ ໃຫ້ເຕັມ ຮ້ອຍສ່ວນນ້ອຍ ມັນກໍຍັງ ບໍ່ທັນເຕັມທີ່ ພຍາຍາມ ຈະສຸມໃສ່ ຄວາມພຍາຍາມ ທີ່ສຸດ ເພື່ອແກ້ໄຂ ໃຫ້ມັນໄດ້ດີ ເທົ່າທີ່ຄວນ ຄຶດວ່າ ຈະດີຂຶ້ນ ກໍອີງໃສ່ ກົດໝາຍ ອີງໃສ່ ຣະບຽບ ການຕ່າງໆ ເພື່ອ ປະຕິບັດ ຕໍ່ບັນຫາ ນີ້ ໃຫ້ເຂັ້ມງວດ.”

ທ່ານກ່າວ ຕື່ມວ່າ ອຸປສັກ ຂອງ ການແກ້ໄຂ ບັນຫາ ດັ່ງກ່າວ ແມ່ນການ ປະຕິບັດ ກົດໝາຍ ວ່າດ້ວຍ ການຕໍ່ຕ້ານ ການສໍ້ຣາສ ບັງຫລວງ ຂອງ ພະນັກງານ ເຖິງແມ່ນວ່າ ທາງ ກົມກວດກາ ໄດ້ເອົາໃຈໃສ່ ກວ່າເກົ່າ ແລ້ວກໍຕາມ ແຕ່ກໍຍັງ ບໍ່ທັນ ສາມາດ ແກ້ໄຂໄດ້ ເນື່ອງຈາກວ່າ ມີຫລາຍປັດໃຈ ທີ່ສົ່ງຜົລ ໃຫ້ບັນຫານີ້ ຍັງແຜ່ລາມ ຢູ່ໃນ ສັງຄົມ ລາວ. ຕໍ່ບັນຫາ ດັ່ງກ່າວ, ເຈົ້າໜ້າທີ່ ກົມກວດກາ ຄະດີອາຍາ, ອົງການ ໄອຍະການ ປະຊາຊົນ ສູງສຸດ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ ຍັງບໍ່ມີການ ຮວບຮວມ ສະຖິຕິ ແນ່ນອນ ກ່ຽວກັບ ການສັ່ງຟ້ອງ ຂອງ ໄອຍະການ ກໍຣະນີ ສໍ້ຣາສບັງຫລວງ ນີ້:

“ກຳບໍ່ໄດ້ ແຕ່ວ່າ ກໍຈັດຢູ່ ແຕວ່າມັນ ເປັນເຣື້ອງ ຄະດີ ມັນກ່ຽວກັບ ການສັ່ງຟ້ອງ ຂອງ ໄອຍະການ ຂຶ້ນສານ ມັນຕ້ອງເປັນ ສະຖິຕິ ແນວນັ້ນ, ແຕ່ທາງເ ຍັງບໍ່ມີ ສະຖິຕິ ວ່າ ຄະດີ ການສໍ້ຣາສ ບັງຫລວງ ຈັກເຣື້ອງ ເຮົາຍັງ ບໍ່ມີຢູ່ນີ້.”

ຕາມນະໂຍບາຍ ຂອງ ຣັຖບານລາວ ນັ້ນວ່າ ຈະປັບປຸງ ໂຄງສ້າງ ກົນໄກ ການ ປະຕິບັດ ງານ ປາບປາມ ການສໍ້ຣາສ ບັງຫລວງ ໃຫ້ມີ ປະສິທທິພາບ ຫລາຍຂຶ້ນ ແຕ່ ກໍປະສົບກັບ ອຸປສັກ ຫລາຍດ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.