ຍີ່ປຸ່ນຈະຊ່ອຍລາວອີກ 24 ລ້ານ ໂດລາ

0:00 / 0:00

ຍີ່ປຸ່ນ ໃຫ້ ສັນຍາ ວ່າຈະໃຫ້ ການ ຊ່ອຍເຫລືອ ລາວ ເປັນເງິນ ປະມານ 2 ພັນ 450 ລ້ານເຢັນ ເທົ່າກັບ ປະມານ 24 ລ້ານ ໂດລາ ສະຫະຣັຖ ເພື່ອໃຊ້ ໃນການ ກໍ່ສ້າງ ຂົວ ແລະ ໂຄງການ ການສຶກສາ. ຕາມຣາຍງານ ຂ່າວ Japan Economic Newswire ຈາກ ກຸງປາຣີ ໃນ ວັນທີ 7 ພຶສພາ ນີ້.

ຣັຖມົນຕຣີ ກະຊວງ ການ ຕ່າງ ປະເທດ ຍີ່ປຸ່ນ Fumio Kishida ໄດ້ສເນີ ການໃຫ້ ຄວາມ ຊ່ວຍເຫລືອ ແກ່ລາວ ດັ່ງກ່າວ ຕໍ່ ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ລາວ ທອງລຸນ ສີສຸລິດ ຢູ່ ກອງ ປະຊຸມ ທີ່ ກຸງປາຣີ ປະເທດ ຝຣັ່ງເສດ. ຊຶ່ງຈະເປັນ ງົບປະມານ ທີ່ ຈະຖືກ ນໍາໃຊ້ ສໍາລັບ ກໍ່ສ້າງ ຂົວ ໃນພາກໃຕ້ ຂອງລາວ ເພື່ອ ປັບປຸງ ການ ຄົມນາຄົມ ຂົນສົ່ງ ໃຫ້ດີຂຶ້ນ ຣະຫວ່າງ ລາວ ວຽດນາມ ແລະ ໄທ.

ສໍາລັບ ໃນ ໂຄງການ ການ ສຶກສາ ນັ້ນ ຈະມີ ຜູ້ຕາງ ໜ້າ 20 ຄົນ ຈາກລາວ ຮວມທັງ ເຈົ້າໜ້າທີ່ ຝ່າຍ ບໍຣິຫານ ເດີນທາງໄປ ຍີ່ປຸ່ນ ຊຶ່ງ ຈະໄປ ເມື່ອໃດ ນັ້ນ ຣາຍງານ ບໍ່ໄດ້ ເວົ້າເຖິງ ແຕ່ຢ່າງໃດ.

ແລະ ຕາມ ຣາຍງານ ຂ່າວ GlobalPost ເດືອນ ທັນວາ 2013 ແຈ້ງວ່າ ຍີ່ປຸ່ນ ໄດ້ປະກາດ ທີ່ ຈະໃຫ້ ການ ຊ່ວຍເຫລືອ ລາວ ມູລຄ່າ 10 ພັນ 460 ລ້ານ ເຢັນ ໃນໂຄງ ການ ກໍ່ສ້າງ ໂຄ່ງຮ່າງ ພື້ນຖານ. ໃນນັ້ນ ນາຍົກ ຣັຖມົນຕຣີ ຍີ່ປຸ່ນ Shinzo Abe ໄດ້ກ່າວ ຕໍ່ ກອງປະຊຸມ ຖແລງຂ່າວ ຮ່ວມກັບ ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ຢູ່ທີ່ ຫ້ອງການ ຂອງ ທ່ານ ອາເບ໋ ໂດຍ ຫວັງວ່າ ການ ຊ່ວຍເຫລືອ ຂອງ ຍີ່ປຸ່ນ ຈະປະກອບ ສ່ວນຊ່ວຍ ເຂົ້າໃນ ການພັທນາ ເສຖກິດ ຂອງລາວ.