ປັດຈຸບັນ ການປະຕິບັດວຽກງານ ໃນຂແນງແຮງງານ ແລະ ສວັດດີການສັງຄົມໃນຫລາຍແຂວງ ເຈົ້າໜ້າທີ່ໜ່ວຍງານທີ່ກ່ຽວຂ້ອງ ຍັງມີຄວາມຫຍຸ້ງຍາກ ແລະ ພົບບັນຫາທ້າທາຍຫລາຍດ້ານ ທີ່ຈະຕ້ອງແກ້ໄຂ ເຊັ່ນ ເຣຶ່ອງການຊ່ວຍເຫລືອ ດ້ານພັຍພິບັດຕ່າງໆ ກໍ່ຍັງມີຄວາມຊັກຊ້າ ຫລາຍຢ່າງ, ການຊ່ວຍພັທນາສີມືແຮງງານ ແລະ ຝຶຶກອົບຮົມວິຊາຊີບໃຫ້ຄົນຫວ່າງງານ ໃຫ້ໄດ້ມີວຽກເຮັດງານທຳນັ້ນ ກໍຍັງບໍ່ເຂົ້າເຖິງປະຊາຊົນ ເຮັດໃຫ້ຫລາຍຄົນທີ່ຫວ່າງງານ ຍິ່ງກາຍເປັນຄົນ ທີ່ບໍ່ມີຣາຍຮັບໃດໆ ຮວມໄປເຖິງ ບໍ່ສາມາດ ເຂົ້າປະກັນສັງຄົມໄດ້ ແລະ ບັນຫາອື່ນໆ ເຊິ່ງສາເຫດຫລັກ ກໍ່ຍ້ອນວ່າ ງົບປະມານຈາກຮັຖບານ ເພື່ອປະຕິບັດວຽກງານທີ່ວ່ານັ້ນ ມີບໍ່ພຽງພໍ ຈຶ່ງຍັງເປັນເຣຶ່ອງທີ່ຍາກ ທີ່ຈະແກ້ໄຂໃຫ້ດີຂຶ້ນໄດ້.
ເຈົ້າໜ້າທີ່ແຮງງານ ແລະ ສວັດດີການ ຂັ້ນເມືອງ ໃນແຂວງໄຊຍະບຸຣີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ່ 22 ກຸມພາທີ່ຜ່ານມານີ້ວ່າ:
" ການ ຕິ ດ ຕາມ ສະ ພາ ບ ຕ່າງໆ ເນາະ ພັຍ ພິ ບັດ ທີ່ ເກີດ ຂຶ້ນ ຈາກ ທັມ ມະ ຊາດ ໄຟ ໄໝ້ ນ້ຳ ຖ້ວມ ນ້ຳ ປ່າ ໄຫ ລ ຫລ າກ ຈະ ເປັນ ແຜ່ນ ດິນ ໄຫວ ເນາະ ພາ ຍຸ ພັດ ນີ້ ງົບ ປະ ມານນິີ້ ບໍ່ ພໍ ພຽງ ພໍ ດອກ . ສ່ວນ ຫລ າຍ ເຮົາ ກໍ່ ໄດ້ ສ ເນີ ທາ ງ ແຂວງ ທາ ງ ກະ ຊວງ ເຮາ ຫັ້ນ ແຫລະ , ພ ວກ ປະ ກັນ ສັງ ຄົມ ນີ້ ປະ ຊາ ຊົນ ສ່ວນ ຫລາຍ ກໍ່ ບໍ່ ເຂົ້ າ ເຖິງ ເທື່ອ ເຂົ້າ ປະ ກັນ ສັງ ຄົ ມນີ້ ມີ ແຕ່ ພວກ ທີ່ ເຮັດ ວຽກ ໃນ ບໍ ຣິ ສັດ ຢູ່ ໃນ ອົງ ການ ຂ້າ ຣາ ຊ ການ ພະ ນັກ ງານ ເນາະ ."
ຂະນະທີ່ເຈົ້າໜ້າທີ່ແຮງງານ ແລະ ສວັດດີການຂັ້ນເມືອງ ໃນນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະ ຕ່ຳແໜ່ງ ທ່ານນຶ່ງ ກໍ່ກ່າວກ່ຽວກັບເຣຶ່ອງດັ່ງກ່າວວ່າ ວຽກງານດ້ານແຮງງານ ແລະ ສວັດດີການສັງຄົມ ນີ້ ຍັງມີຄວາມທ້າທາຍຫລາຍຢ່າງ ທີ່ຈະຕ້ອງແກ້ໄຂ ເຊັ່ນ ການພັທນາສິມືແຮງງານ ໃຫ້ຄົນຫວ່າງງານນັ້ນ ໃນປີນີ້ ທາງການກໍ່ມີແຜນ ໃຫ້ຄົນຫວ່າງງານ ໄດ້ມີການຝຶຶກວິຊາຊີບ ໃຫ້ໄດ້ຕາມໂຕເລກຄາດໝາຍ ກໍ່ຖືວ່າ ເປັນເຣື່ອງທີ່ຫຍຸ້ງຍາກລະດັບນຶ່ງ ຂອງເຈົ້າໜ້າທີ່ ໃນແຕ່ລະແຂວງ ແຕ່ທຸກຢ່າງ ກໍ່ຕ້ອງຂຶ້ນຢູ່ກັບງົບປະມານ ຈາກຣັຖບານນຳດ້ວຍ. ຖ້າຫາກມີງົບປະມານພຽງພໍ ວຽກງານດັ່ງກ່າວ ກໍ່ສາມາດດຳເນີນການໄດ້ ຢ່າງແນ່ນອນ.
" ກະ ນີ້ ແຫລະ ທີ່ ວ່າ ເປັນ ສິ່ ງ ທ້າ ທາຍ ມີ ຫລ າຍ ຢ່າງ ກະ ຈະ ໄດ້ ມີ ໂຕ ເລກ ຄາດ ໝ າຍ ໃນ ການ ເຝິກ ໃນ ສູນ ເນາ ະ ແຕ່ ແຂວງ ໃດ ທີ່ ບໍ່ ມີ ສູນ ໂຕ ເລກ ກໍ່ ຈ ຕ່ຳ ລົງ ເນ າ ະ . ແຕ່ ຕິດ ພັນ ຈັ່ງ ໃດ ກໍ່ ເຣື່ອງ ງົບ ປະ ມານ ໃນ ກາ ນ ເຝິກນິີ້ ແຫລະ ."
ພ້ອມດຽວກັນນິີ້ ເຈົ້າໜ້າທີ່ແຮງງານ ແລະ ສວັດດີການສັງຄົມ ຂັ້ນເມືອງ ທີ່ ແຂວງຄຳມ່ວນ ກໍ່ຍັງກ່າວເຖີງບັນຫາດັ່ງກ່າວອີກວ່າ ເປັນໄປໄດ້ຍາກທີ່ຈະປະຕິບັດວຽກງານ ສວັດດີການສັງຄົມ ໃຫ້ໄດ້ຕາມເປົ້າໝາຍຂອງທາງການ ເພາະງົບປະມານທີ່ທາງການ ຈັດສັນມາໃຫ້ແຂວງ ແມ່ນມີບໍ່ພຽງພໍ ເປັນຕົ້ນ ເຣຶ່ອງການຊ່ວຍເຫລືອ ດ້ານພັຍພິບັດ ກໍ່ຫຍຸ້ງຍາກ ໃນການເຂົ້າຊ່ວຍເຫລືອ ຜູ້ທີ່ໄດ້ຮັບຜົລກະທົບ ແລະ ດ້ານການລົງໂຄສະນາໃຫ້ຜູ້ຫວ່າງງານ ໄປລົງທະບຽນ ເພຶ່ອຝຶກອົບຮົມວິຊາຊີບ ກໍ່ຍັງເຂົ້າບໍ່ເຖິງປະຊາຊົນ ຢ່າງກວ້າງຂວາງທົ່ວແຂວງ.
" ວຽກ ງາ ນເຮົາ ກະ ຍາກ ລະ ເນາະ ເປັ ນ ຕົ້ ນ ກ ານ ໂຄ ສະ ນາ ນີ້ ແຫລະ ເນາະ ກາ ນ ຊອກ ຫາ ວຽກ ເຮັດ ງານ ທຳ ມັນ ບໍ່ ມີ ຫັ້ນ ນ່າ . ເວົ້ າ ເຣື່ອງ ການ ປະ ຊາ ສັມ ພັນ ລົງ ຫາ ຮາກ ຖານ ທີ່ ວ່າ ໃຫ້ ມັນ ເຖິງ ວ່ າ ຊັ້ ນ ສາ ມັນ ບໍ່ ເຖິງ ເຂົາ ຫັ້ນ ນ່າ . ງົບ ປະ ມ ານ ຂອງ ເຮົ າ ທີ່ ຊິ ເຮັ ດ ຫາ ລົງ ບ້ານນີ້ ກໍ່ ບໍ່ ມີ ອີກ ບາດນີ້ . ເວົ້າ ເຣື່ອງ ພົຍ ພິ ບັດ ຫຍຸ້ງ ຍາກ ເຣື່ອ ງ ການ ເຮົາ ຊິ ໄປ ຊ່ວຍ ເຫລືອ ຍາກ ບ່ອນ ໃດ ເວົ້າ ເຣື່ອງ ທາງ ດ້ານ ງົບ ປະ ເນາະ ກະ ບໍ່ ມີ ຫັ້ນ ນ່ າ ."
ກ່ຽວກັບເຣື່ອງດັ່ງກ່າວນີ້ ຜູ້ຫວ່າງງານ ທ່ານນຶ່ງ ກໍ່ກ່າວວ່າ ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ ໃນໜ່ວຍງານແຮງງານ ແລະ ສວັດດີການສັງຄົມ ຄວນປັບປຸງແກ້ໄຂ ຢ່າງຈິງຈັງ ເຊັ່ນວ່າ ຫາທຸກວິທີ ສ້າງຊ່ອງທາງ ທີ່ອຳນວຍຄວາມສະດວກ ໃຫ້ຄົນຫວ່າງງານ ມີວຽກເຮັດງານທຳ ທີ່ໝັ້ນຄົງ ແລະ ຈະໄດ້ເຂົ້າຮ່ວມ ປະກັນສັງຄົມ ເຊິງທຸກຄົນ ຕ້ອງການເຂົ້າຮ່ວມໝົດ.
ແຕ່ສາເຫດ ທີ່ເຂົ້າຮ່ວມປະກັນສັງຄົມບໍ່ໄດ້ ກໍ່ຍ້ອນຫລາຍຄົນ ບໍ່ໄດ້ມີເງິນເດືອນ ທີ່ໝັ້ນຄົງ ເນື່ອງຈາກວ່າ ການເຂົ້າປະກັນສັງຄົມ ຕ້ອງໄດ້ຈ່າຍທຸກເດືອນ ມັນຈຶ່ງເປັນເຣຶ່ອງຍາກ ສຳລັບຄົນຫວ່າງງານ ທີ່ບໍ່ມີເງິນເດືອນ ເພາະໃນແຕ່ລະມື້ນີ້ ກໍ່ຍັງຫາເຊົ້າກິນຄ່ຳ ແລະ ບາງຄົນ ກໍ່ຫາເຄື່ອງປ່າ-ຂອງດົງ ໄປຂາຍ ພໍກຸ້ມກິນໃນຊີວິດໄປແຕ່ລະມື້ເທົ່ານັ້ນ. ດັ່ງຊາວລາວທ່ານນຶ່ງ ກ່າວວ່າ.
" ບໍ່ ມີ ຜູ້ ມາລົງ ໂຄ ສະ ນາ ຫວ່າງ ງານ ມັນ ກໍ່ ບໍ່ ໄດ້ ເຮັດ ຫັ້ນ ແລ້ວ ຖ້າ ແຕ່ເຮັດນາ . ຕາມ ຊົນ ນະ ບົດ ບ້ານນອກ ພວກ ເຮົາ ເນາະ ເຣື່ອງ ປະ ກັນ ສັງ ຄົມ ຍັງ ບໍ່ ເຂົ້າ ຊາວ ບ້າ ນ ເຮົາ ມັນ ກະ ບໍ່ ມີ ເງິນ ເດືອນ ຈັ່ ງ ຊີ້ . ມັນ ກໍ່ ຕ້ອງ ໄດ້ ຈ່າຍ ຣ າຍ ເດືອນ ແມ່ນບໍ່ . ບາງ ຄົນ ກະ ຢ້ານ ຫາບໍ່ ທັນ ຕ້ອງ ມີ ວຽກ ເຮັດ ງານ ທຳ . ຖ້າ ຂາດ ໄປ ເດືອນ ນຶ່ງ ມັນ ກະ ຕັດ ໄປ ກະ ເງິນ ທີ່ ເສັຍ ໄປ ມັນ ກະ ສູນ ປ່າວ ຈັ່ງ ຊີ້ ."
ຊາວລາວນາງນຶ່ງ ກໍ່ກ່າວວ່າ ຫາກໃຫ້ເວົ້າເຖິງວຽກງານ ດ້ານແຮງງານ ແລະ ສວັດດີການສັງຄົມ ຂອງລາວ ອັນດັບທຳອິດ ຍານາງຢາກໃຫ້ ພາກຣັຖ ຕ້ອງສ້າງອາຊີບໃຫ້ປະຊາຊົນ ສາມາດມີຣາຍໄດ້ທີ່ດີຂຶ້ນ ມີເງິນໃຊ້ໃນແຕ່ລະເດືອນ ແລະ ເຮັດໃຫ້ປະຊາຊົນ ເຂົ້າເຖິງປະກັນສັງຄົມໄດ້ງ່າຍ ແລະ ເວລາເຈັບປ່ວຍ ກໍ່ສາມາດເຂົ້າເຖິງໂຮງໝໍໄດ້ທັນທີ.
" ໂຕນີ້ ໆ ປະ ກັ ນ ສັງ ຄົມ ມັນ ຕ້ອງ ໄດ້ ຈ່າຍ ແຕ່ ລະ ເດືອນ . ເງິນ ເດືອນ ມັນ ບໍ່ ພໍ ຈ່າຍ ສະ ໄປ ລະ ກະ ບໍ່ ເຂົ້າ ຈັ່ງ ຊີ້ ນາ ກະ ມີ ລາຍ ຈ່າຍ ພາ ຣະ ຫລາຍ ອັນ . ພວກ ທີ່ ວ່າ ເຝິກ ຮຽນ ວິ ຊາ ຊີບ . ມັນ ບໍ່ ຄ່ອຍ ໄດ້ ເຫັນ ໂຄ ສະ ນາ ຫັ້ນ ນ່າ ຕຶອງ ໄປ ສ ມັກ ເອງ ."
ອິງຕາມການຣາຍງານ ຂອງຍານາງ ໃບຄຳ ຂັດທິຍະ ຣັຖມົນຕຣີກະຊວງແຮງງານ ແລະ ສວັດດີການສັງຄົມ ໃນນະຄອນຫລວງວຽງຈັນ ເມື່ອວັນທີ່ 17 ກຸມພາ 2022 ທີ່ຜ່ານມາ ວ່າ ວຽກງານ ດ້ານແຮງງານ ແລະ ສວັດດີການສັງຄົມ ຍັງມີຄວາມຫຍຸ້ງຍາກ ແລະ ບັນຫາທ້າທາຍຫລາຍຢ່າງ ທີ່ຈະຕ້ອງແກ້ໄຂ ໃຫ້ດີຂຶ້ນຫລາຍດ້ານ ເປັນຕົ້ນແມ່ນ ການປັບປຸງພະນັກງານ ໃຫ້ມີປະສິດທິພາບ ດີຂຶ້ນ ອົບຮົມສ້າງຄວາມເຂົ້າໃຈ ສຶກສາການເມືອງ ນຳພາແນວຄິດໃຫ້ເປັນໄປຕາມນະໂຍບາຍ ແລະ ຫລີກລ້ຽງການຮັບເອົາພະນັກງານ ທີ່ເຮັດວຽກຕາມມີຕາມເກີດ ພໍແລ້ວມື້ແລ້ວວັນ.
ນອກຈາກນີ້ ໃນວຽກງານ ດ້ານການພັທນາ ສີມືແຮງງານ ກໍ່ຈະຕ້ອງສ້າງລະບົບ ທົດສອບສີມືແຮງງານ ເພື່ອຕອບສນອງ ຄວາມຕ້ອງການ ຂອງຕລາດແຮງງານ ໃນຕຳແໜ່ງງານຫວ່າງ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະຕ້ອງພະຍາຍາມ ຈັດຫາງານ ເພື່ອໃຫ້ເປັນໄປຕາມ ແລະ ບັນລຸໂຕເລຂຄາດໝາຍ ແລະ ຕ້ອງຮິບໂຮມຂໍ້ມູນສະຖິຕິ ຄວາມຕ້ອງການ ກຳລັງແຮງງານຜູ້ຫວ່າງງານ ແລະ ຄວາມຕ້ອງການ ໃນການຝຶກສີມືແຮງງານ ໃຫ້ໄດ້ເປັນຢ່າງດີ.
ຂະນະດຽວກັນ ໃນວຽກຄຸ້ມຄອງແຮງງານ ກໍ່ຕ້ອງສາມາດກຳສະພາບ ຫົວໜ່ວຍແຮງງານ ທີ່ຖືກຜົລກະທົບ ຫລືຖືກຢຸດເຊົາ ກິຈການຊົ່ວຄາວ ເພື່ອສັງລວມຂໍ້ມູນ ໃຫ້ແກ່ທາງການກະຊວງ ຢ່າງກົງໄປກົງມາ.
ໃນດ້ານວຽກງານ ສວັດດີການສັງຄົມ ກໍ່ຕ້ອງປະຕິບັດໂຕເລກ ອັດຕຣາປົກຫຸ້ມໃນລະບົບປະກັນສັງຄົມ ໃຫ້ເພື່ມຂຶ້ນ ໂດຍການ ເພີ່ມຕື່ມການໂຄສະນາ ແລະ ປະຊາສັມພັນ ອຳນວຍຄວາມສດວກ ທີ່ທັນສມັຍ ໃນການປະຕິບັດ ຈ່າຍເງິນອຸດໜູນຕ່າງໆ ໃຫ້ໄດ້ຕາມແຜນການ ແລະວຽກງານດ້ານພັຍພິບັດ ວຽກງານກາແດງ ກໍ່ຕ້ອງຊ່ວຍເຫລືອສັງຄົມ ໃຫ້ທັນກັບເຫດການ ແລະສະພາບການຕ່າງໆ.
ຢ່າງໃດກໍ່ຕາມ ວຽກງານໃນດ້ານແຮງງານ ແລະ ສວັດດີການຕ່າງໆ ທີ່ຮັຖບານຈະແກ້ໄຂນັ້ນ ເຈົ້າໜ້າທີ່ແຮງງານ ຂັ້ນເມືອງຫລາຍຄົນ ເວົ້າເປັນສຽງດຽວກັນວ່າ ຖ້າຫາກບໍ່ມີງົບປະມານເຂົ້າທົ່ວເຖິງ ກໍ່ເປັນເຣຶ່ອງທີ່ຍາກທີ່ສຸດ ທີ່ຈະດຳເນີນການ ໃຫ້ບັນລຸຕາມທີ່ເປົ້າໝາຍທີ່ວາງໄວ້.
