ຊາວບ້ານນາເລືອງຮຽກຮ້ອງ ໃຫ້ແກ້ໄຂ ຣາຄາທີ່ດິນ

ໄຊຍາ
2020.02.28
F-Land ບໍຣິສັດໂຮງງານ ຂົບຫິນຂອງຈີນ ໃນເຂດບ້ານນາລອງ ເມືອງຫິນເຫີບ ທີ່ ຊາວບ້ານຮຽກຮ້ອງ ເຣື້ອງຣາຄາທີ່ດິນ ທີ່ຈະຈ່າຍໃຫ້ ຂະເຈົ້ານັ້ນ ບໍ່ເປັນທັມ
ຮູບຈາກ : ນັກຂ່າວພົລເມືອງ

ຊາວບ້ານນາເລືອງ ເມືອງຫິນເຫີບ ແຂວງວຽງຈັນ ຮຽກຮ້ອງ ຂໍຄວາມເປັນທັມ ແກ້ໄຂບັນຫາຣາຄາ ທີ່ິດິນ. ຕາມການໄກ່ເກັ່ຽເບື້ອງຕົ້ນນັ້ນ ທາງຂັ້ນບ້ານນັ້ນ ໃຫ້ຣາຄາຕໍ່າເກີນຄວາມເປັນຈີງ ຊາວບ້ານ ທີ່ໄດ້ຮັບຜົລກະທົບຮຽກຮ້ອງວ່າ ຢ່າງນ້ອຍກໍໄດ້ 80% ຂອງມູນຄ່າທີ່ດິນ ທີ່ ຖືກຍົກຍ້າຍ.

ເຊີນທ່ານຕິດຕາມ ການສຳພາດ ຂອງຊາວບ້ານທີ່ຮຽກຮ້ອງ ໃຫ້ທາງການລົງມາຊ່ອຍແກ້ໄຂເຣື່ອງດັ່ງກ່າວ.

ໃນຂນະທີ່ ຄນະໄກ່ເກັ່ຽຂັ້ນບ້ານ ກໍໄດ້ໃຫ້ຄວາມເຫັນວ່າ ເຣື່ອງຄ່າຊົດເຊີຍທີ່ດິນຂອງບໍຣິສັດຂົບຫິນຂອງຈີນ ໄດ້ຈ່າຍມາເຕັມລາຄາແຕ່ມາ ຂ້ອງຄາຢູ່ຂັ້ນບ້ານ. ຊາວບ້ານຕ້ອງການເຮັກຕ້ານຶ່ງ 250 ລ້ານກີບ ແຕ່ຄນະໄກ່ເກັ່ຽຂັ້ນບ້ານສເນີໃຫ້ພຽງແຕ່ 100 ລ້ານກີບ, ເຖິງແມ່ນວ່າ ເຣື່ອງດັ່ງກ່າວ ຈະສເນີເຖິງຂັ້ນເມືອງ ແຕ່ກໍຍັງບໍ່ມີການແກ້ໄຂ.

ເຖິງຢ່າງໃດກໍຕາມ ໃນຄນະໄກ່ເກັ່ຽຂັ້ນບ້ານ ກໍຢືນຢັນວ່າຈະແກ້ໄຂ ຕາມເອກກະສານ ທີ່ມີຢູ່ ແລະ ຈະໃຫ້ໄດ້ໃນຣາຄາ 200 ລ້ານຕໍ່ເຮັກຕ້າ ນີ້ເປັນໄປໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.