ບັນຫາຍາດແຍ່ງທີ່ດິນ ຢູ່ລາວ

ສິດນີ
2017.06.30
f-land ພື້ນທີ່ດິນ ທີ່ຊາວບ້ານ ຢູ່ເມືອງຫາດຊາຍຟອງ ເຄີຍໃຊ້ປູກຝັງ ລ້ຽງຄອບຄົວ ທີ່ຖືກຍຶດໄປ
RFA/TP

ບັນຫາຄວາມຂັດແຍ່ງ ທາງດ້ານທີ່ດິນຣະຫວ່າງ ເຈົ້າຫນ້າທີ່ີ່ຣັດ ກັບ ປະຊາຊົນ ທ້ອງຖິ່ນ ຍັງເກີດຂຶ້ນ ໃນຫລາຍແຫ່ງໃນລາວ ເປັນຕົ້ນ ຊາວບ້ານ ຢູ່ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ຖືກອຳນາດ ການປົກຄອງບ້ານ ແລະ ພະນັກງານຣັດ ເຂົ້າມາຍຶດ ແລະ ລ້ອມຮົ້ວເອົາດິນນາ ແລະສວນ ຂອງພວກຂະເຈົ້າ ຊຶ່ງທາງ ເຈົ້າຫນ້າທີ່ເມືອງ ກໍບໍ່ສາມາດ ຊ່ອຍຫຍັງໄດ້ ເຖິງແມ່ນວ່າ ຊາວບ້ານ ມີ ຫລັກຖານ ການເສັຽພາສີ ທີ່ຖືກຕ້ອງກໍຕາມ. ດັ່ງເຈົ້າຂອງດິນ ກ່າວໃນວັນທີ 29 ມິຖຸນາ ວ່າ:

"ເຈົ້າຫນ້າທີ່ຣັດ ນາຍບ້ານນາຊ່ອງ ຕຳຣວດທະຫານ ກໍມີຫມົດທຸກຄົນນີ້ນະ ມາແຕ່ໃສບໍ່ຮູ້ ຢູ່ໆກໍຫອບຫລັກ ຫອບຣົດ ມາດຸດມາຖາງ ປັນກັນມີແຕ່ເບີ່ງເຂົາ ຮອບຮົ້ວປັນກັນ ຢູ່ນີ້ເດ ບໍ່ມີບ່ອນ ໄປເພິ່ງໄປຫາໃສ ໄປຫາເມືອງ ເຂົາກໍວ່າ ໄປຫາບ້ານ ໄຫຫາບ້ານ ກໍເລີຍວ່າ ເມືອງ,ກໍແລ້ວໄປ, ຫນັງສືຫນັງຫາ ກໍມີຢູ່ຫນັງສືນາ ເອົາໄປຫ້ອງການ ອັນນັ້ນອັນນີ້ ເຂົາກໍເອົາໄວ້ຢູ່ ເຂົາກໍບໍ່ວ່າຈັ່ງໃດ ມິດເລີຍບໍ່ມີຫຍັງ ມັນຈັ່ງໃດ ມັນກໍຈະເອົາ ດິນດອນ ກໍມັນວາງແຜນໄວ້ ແຕ່ດົນ".

ຊາວບ້ານຄົນນີ້ ກ່າວຕໍ່ໄປ ດິນຕອນນຶ່ງ ມີເນື້ອທີ່ປະມານ 3 ເຮັກຕາ ຫລືປະມານ 18 ໄຮ່ ຄັ້ງທຳອິດ ເປັນດິນຣັດ ແຕ່ລາວ ໄດ້ເຮັດນາ ໃນດິນຝຶນ ດັ່ງກ່າວ ມາເປັນເວລາ 20 ປີແລ້ວ ແລະທຸກໆປີ ກໍໄດ້ເສັຽພາສີ ທີ່ດິນມາຕຣອດ. ແຕ່ມາຮອດ ສອງປີກ່ອນ ເຈົ້າຫນ້າທີ່ຣັດ ກໍຍຶດໄປ ປະໄວ້ແຕ່ 2 ໄຮ່ ເພື່ອໃຫ້ ທຳມາຫາກິນ ທັ້ງໆທີ່ ດິນທີ່ຖືກຍຶດ ໄປນັ້ນ ກໍມີຜົລປູກ ຢ່າງຫລວງຫລາຍ ປາສຈາກ ຄ່າຊົດເຊີຍ.

ບັນຫາແບບດຽວກັນນີ້ ຍັງເກີດຂຶ້ນ ທີ່ເມືອງຍົມມະຣາດ ແຂວງຄຳມ່ວນ ເຈົ້າຫນ້າທີ່ ທ້ອງຖິ່ນ ໄປຍຶດເອົາດິນ ຊາວບ້ານ ເມື່ອຊາວບ້ານ ຮວມຕົວກັນ ໄປສອບຖາມ ກໍຖືກ ຕຳຣວດຈັບ ແລະ ຜູ້ທີ່ນຳພາ ຊາວບ້ານ ໄປສອບຖາມນັ້ນ ກໍຖືກຄຸກ ຮອດສາມປີ.

ທີ່ແຂວງຊຽງຂວາງ ກໍມີເຫດການດັ່ງກ່າວເກີດຂຶ້ນ ກັບຊາວບ້ານຊົນເຜົ່າທ້ອງຖິ່ນ ເຊັ່ນກັນ, ດັ່ງເຈົ້າຫນ້າທີ່ ແຂວງຊຽງຂວາງ ເວົ້າວ່າ:

"ເວົ້າລວມໆຂອງຊົນເຜົ່ານີ້ ຄົນຊັນເຜົ່ານີ້ ຈະຖືກເອົາປຽບຫລາຍ ໂດຍສະເພາະ ເຣື້ອງທີ່ດິນ ຖ້າໄລ່ເປັນເປີເຊັນ ຄົນສູນເສັຽ ທີ່ດິນ ກໍຄືຊົນເຜົ່າ ກໍມີເປີເຊັນຫລາຍ ທີ່ວ່າເສັຽ ທີີ່ດິນ ໃຫ້ກັບນາຍທຶນ ແລ້ວກໍທາງຣັດ ເຮົາຮູ້ຄົນຊົນເຜົ່າ ຫລາຍຄົນ ຂະເຈົ້ານ້ອຍໃຈ".

ກ່ຽວກັບບັນຫາດັ່ງກ່າວ ເຈົ້າຫນ້າທີ່ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ອະທິບາຍວ່າ ຖ້າບໍ່ມີ ໃບຕາດີນ ຣັດສາມາດ ຍຶດໄດ້:

"ຄັນເຮົາບໍ່ມີໃບຕາດີນ ເຮົາກໍບໍມີສິດ ໃບຕາດິນນັ້ນໄປ ໃບເຮົາເປັນເຈົ້າຂອງທີ່ດິນໂຕນີ້ ເຮົາສາມາດເຮັດຫຍັງ ກັບມັນກໍໄດ້ ຖ້າຫາກບໍ່ມີ ແມ້ແຕ່ເປັນໃບນຳໃຊ້ ຖ້າເປັນໃບ ນຳໃຊ້ຣັດ ສາມາດເອົາດິນຄືນໄດ້ ທຸກເມື່ອ ໃນເວລາທີ່ຣັດ ມີຄວາມຕ້ອງການດິນ ຂະເຈົ້າກໍສາມາດ ເອົາຂອງເຮົາໄດ້ ເພາະເຮົາ ບໍ່ແມ່ນເຈົ້າຂອງ ແຕ່ມີສິດໃຊ້ມັນຊື່ໆ".

ວ່າງອາທິດຜ່ານມາ ກະຊວງຊັພຍາກອມທັມມະຊາດ ແລະສີ່ງແວດລ້ອມ ກໍໄດ້ອອກຄຳສັ່ງ ໃຫ້ຂັ້ນແຂວງ ຂັ້ນເມືອງ ແກ້ໄຂບັນຫາ ຄວາມຂັດແຍ່ງ ທາງດ້ານທີ່ດິນ ກັບຊາວບ້ານ ແບບເປັນທັມ ຍ້ອນບັນຫາ ດັ່ງກ່າວ ເປັນບັນຫາ ຫລໍ່ແຫລມ ທາງສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.