ມາເຖິງປັດຈຸບັນ ສາຍການບິນຕ່າງໆໃນລາວ ເປັນຕົ້ນສາຍການບິນລາວ ຍັງບໍ່ມີແຜນທີ່ຈະເປີດຖ້ຽວບິນໄປສນາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ. ສນາມບິນແຫ່ງດັ່ງກ່າວ ໄດ້ເຣີ່ມທົດລອງເອົາເຮືອບິນແລ່ນຂຶ້ນ-ລົງ ແລະຈະມີພິທີມອບ-ຮັບສນາມບິນນັ້ນຢ່າງເປັນທາງການ ໃນທ້າຍເດືອນເມສາ 2023 ນີ້, ອີງຕາມຄໍາເວົ້າຂອງພະນັກງານ ສາຍການບິນລາວນາງນຶ່ງ ຕໍ່ວິທຍຸເອເຊັ່ຽເສຣີ ໃນມື້ວັນທີ 21 ເມສານີ້.
“ໂຕນີ້ຍັງບໍ່ມີແຜນເທື່ອເດີ ເຈົ້າ ໂຕນີ້ຄັນຖ້າເພິ່ນເປດເດີ່ນແທ້ເນາະ ພວກເຮົາຕ້ອງໄດ້ໄປສໍາຣວດກ່ອນ ແຕ່ວ່າດຽວນີ້ຍັງບໍ່ມີແຜນວ່າ ສິບິນເທື່ອອີ່ຫຍັງຫັ້ນ ນ່າ.”
ພະນັກງານສາຍການ ບິນລາວສະກາຍເວຜູ້ນຶ່ງ ກໍກ່າວໃນມຶ້ດຽວກັນນີ້ວ່າ ທາງສາຍການບິນລາວສະກາຍເວ ກໍຍັງບໍ່ທັນມີແຜນທີ່ຈະເປີດຖ້ຽວບິນໄປ ສນາມບິນໜອງຄ້າງເທື່ອ, ຕ້ອງໄດ້ລໍຖ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ອອກແຈ້ງການຕື່ມອີກເທື່ອນຶ່ງກ່ອນ ຊຶ່ງໃນອະນາຄົດກໍໜ້າຈະມີການເປີດຖ້ຽວບິນ ໄປສນາມບິນແຫ່ງນັ້ນ ແຕ່ກໍຍັງຄາດບໍ່ໄດ້ເທື່ອວ່າ ຈະແມ່ນຍາມໃດ.
“ໂຕນົ້ນເພິ່ນ ຈະເປັນການບິນທົດລອງນ່າ ເຈົ້າ ໂຕເປີດໃຊ້ງານແບບເປັນທາງການ ພວກເຮົາຍັງບໍ່ໄດ້ຮັບແຈ້ງຈາກເພິ່ນເທື່ອເນາະ ໃນເບື້ອງຕົ້ນເຮົາກະມີແຜນວ່າ ຈະໄປບິນຢູ່ເສັ້ນນັ້ນ.”
ແຕ່ເຖິງຢ່າງໃດກໍຕາມ ກໍມີປະຊາຊົນລາວຈໍານວນນຶ່ງ ບໍ່ສົນໃຈ ທີ່ຈະຂີ່ເຮືອບິນໄປລົງສນາມບິນໜອງ ຄ້າງນັ້ນ ໂດຍໃຫ້ເຫດຜົລວ່າ ຕາມປົກກະຕິແລ້ວ ກໍບໍ່ກ້າຂີ່ເຮືອບິນໄປລົງແຂວງຫົວພັນ ຍ້ອນສະພາບອາກາດຢູ່ແຂວງນີ້ບໍ່ອໍານວຍ, ມັນຂ້ອນຂ້າງມີລົມແຮງ, ບໍ່ເຊື່ອໝັ້ນໃນຄວາມປອດພັຍ ທີ່ຈະເດີນທາງໄປທາງເຮືອ ບິນ, ມີແຕ່ໄປທາງຣົຖເອົາ.
ດັ່ງປະຊາຊົນຜູ້ນຶ່ງເວົ້າວ່າ:
“ເພາະວ່າມັນລົມແຮງນະ ຊໍາເໜືອ ຊໍາເໜືອກັບຜົ້ງສາລີ ຢ້ານທີ່ສຸດ ມັນລົມແຮງ ແລ້ວກະບິນໄດ້ແຕ່ຍົນນ້ອຍ ຄັນລົມມາກະທັນຫັ້ນມາກະແທກນະ ເຮົາກະບໍ່ຢາກສ່ຽງວ່າຊັ້ນສາ ມີແຕ່ໄປທາງຣົຖເອົາ.”
ພ້ອມດຽວກັນນັ້ນ ກໍມີຊາວລາວຈໍານວນນຶ່ງ ທີ່ມີແຜນຈະໃຊ້ບໍຣິການຖ້ຽວບິນ ຣະຫວ່າງສນາມບິນໜອງຄ້າງ ແລະສນາມບິນສາກົນວັດໄຕ ທີ່ນະຄອນຫລວງວຽງຈັນ ຖ້າຫາກຖ້ຽວບິນໄດ້ເປີດແບບເປັນທາງການແລ້ວ ຍ້ອນວ່າມັນໃຊ້ເວລາເດີນທາງໜ້ອຍແລະໄວ, ທັງຍັງເປັນທາງເລືອກໃໝ່ ນອກຈາກການຂີ່ເຮືອບິນຢູ່ສນາມບິນນາທອງ ເມືອງຊໍາເໜືອ ຊຶ່ງມີຜູ້ໂດຍສານເຕັມທຸກມື້.
ດັ່ງປະຊາຊົນນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ເມສານີ້ວ່າ:
“ຍັງລໍຖ້າຢູ່ ເອື້ອຍຫັ້ນມັກຂີ່ຍົນໄປວຽງ ກະດີກວ່າສນາມບິນເກົ່າຢູ່ ຊໍາເໜືອກໍຄົນເຕັມຕລອດ ໄປນໍາຍົນນະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການດ້ານການທ່ອງທ່ຽວ ຜູ້ນຶ່ງເຊື່ອວ່າ ຖ້າສນາມບິນໜອງຄ້າງ ເປີດໃຊ້ຢ່າງເປັນທາງການແລ້ວ ກໍໜ້າຈະເຮັດໃຫ້ນັກທ່ອງທ່ຽວພາຍໃນປະເທດ ພາກັນໄປທ່ຽວແຂວງຫົວພັນຫລາຍຂຶ້ນ ຍ້ອນບໍ່ຈໍາເປັນທີ່ຈະຕ້ອງໄດ້ໄປທາງຣົຖ, ແຕ່ສໍາລັບນັກທ່ອງທ່ຽວ ຕ່າງປະເທດ ກໍຄິດວ່າຈະມີໜ້ອຍ ທີ່ຈະສົນໃຈໄປທ່ຽວແຂວງຫົວພັນ ເພາະແຫລ່ງທ່ອງທ່ຽວບໍ່ທັນດຶງດູດ ພວກເຂົາເຈົ້າໃຫ້ໄປທ່ຽວໄດ້ພໍເທົ່າໃດ.
“ຖ້າວ່າທຽບນັກທ່ອງທ່ຽວຕ່າງ ປະເທດ ກະໜ້ອຍຢູ່ ແຕ່ນັກທ່ອງທ່ຽວພາຍໃນກະຫລາຍ ກະໜ້າຈະຫລາຍຂຶ້ນ ເພາະວ່າສ່ວນຫລາຍເພິ່ນ ໄປໃຊ້ເວລາຂີ່ຣົຖຂີ່ຫຍັງໄປ ໃຊ້ເວລາດົນເຕີບ ແຕ່ຍັງບໍ່ທັນໄດ້ຮັບຜູ້ໂດຍສານເທື່ອ ຍັງບໍ່ຮູ້ຣາຍລະອຽດປານໃດ.”
ຜູ້ປະກອບການຮັບຈອງປີ້ເຮືອບິນ ທ່ານນຶ່ງ ເວົ້າເຖິງການເດີນທາງດ້ວຍເຮືອບິນ ຈາກນະຄອນຫລວງວຽງຈັນ ໄປຫາແຂວງຫົວພັນໃນປັດຈຸບັນນີ້ວ່າ ມີຖ້ຽວບິນລະຫວ່າງສນາມບິນສາກົລວັດໄຕ ແລະ ສນາມບິນນາທອງ ມື້ລະຖ້ຽວໄປ-ກັບ, ເປັນຖ້ຽວບິນຂອງສາຍການບິນລາວ ສະກາຍເວ ທີ່ໃຊ້ເຮືອບິນຂນາດນ້ອຍ 11 ບ່ອນນັ່ງ ຊຶ່ງບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ໂດຍສານ.
“ມື້ນຶ່ງມີຖ້ຽວນຶ່ງ ຂອງສາຍການບິນລາວສະກາຍເວ ມັນເປັນຍົນນ້ອຍມີແຕ່ 11 ບ່ອນນັ່ງ ຍົນເຕັມໄວ ມີບາງມື້ທີ່ວ່າບິນຕອນສວຍບາງມື້ຕອນເຊົ້າ.”
ສໍາລັບເຮືອບິນ ທີ່ຈະລົງສນາມບິນໜອງຄ້າງນີ້ ແມ່ນເຮືອບິນໃບພັດ ປະເພດ ATR72 ຫລື ເຮືອບິນທຽບເທົ່າ, ເປັນເຮືອບິນຂນາດກາງ ທີ່ສາມາດຮັບຜູ້ໂດຍ ສານໄດ້ໃນຣະຫວ່າງ 70 ຫາ 100 ຄົນ, ຈະມີຖ້ຽວບິນໄປຍັງສນາມບິນຕ່າງໆພາຍໃນປະເທດ ເປັນຕົ້ນສນາມບິນສາກົນວັດໄຕ, ສນາມບິນສາກົລ ຫລວງພຣະບາງ, ສນາມບິນອຸດົມໄຊ, ສນາມບິນສາກົລ ຈໍາປາສັກ, ສນາມບິນສາກົລສວັນນະເຂດ ແລະສນາມບິນຫ້ວຍຊາຍ ແຂວງບໍ່ແກ້ວ.
ກຸ່ມບໍຣິສັດ ຮອງແອງຍາລາຍ ຂອງວຽດນາມ ໄດ້ເລີ່ມກໍ່ສ້າງສນາມບິນໜອງຄ້າງ ໃນເນື້ອທີ່ປະມານ 200 ປາຍເຮັກຕ້າຣ໌ ມາຕັ້ງແຕ່ທ້າຍປີ 2014, ມູນຄ່າການກໍ່ສ້າງ 74 ລ້ານໂດລ້າຣ໌ສະຫະຣັຖ ຫລື ປະມານ 616 ຕື້ກີບ, ແຕ່ມາເຖິງປີ 2015 ໂຄງການດັ່ງກ່າວ ໄດ້ຖືກໂຈະ ຍ້ອນບໍຣິສັດ ຮອງແອງຍາລາຍ ຂອງວຽດນາມ ປະສົບກັບບັນຫາໜີ້ສິນໜັກໜ່ວງ ຈົນມາຮອດປີ 2018 ຈຶ່ງໄດ້ກັບມາສືບຕໍ່ສ້າງ, ແຕ່ກໍໄດ້ໂຈະການກໍ່ສ້າງຕື່ມອີກເທື່ອນຶ່ງ ມາແຕ່ເດືອນ ມິນາ 2020 ຍ້ອນການແພ່ຣະບາດ ຂອງໂຄວິດ-19 ແລະກໍໄດ້ກັບມາສືບຕໍ່ກໍ່ ສ້າງ ແລະສໍາເຣັດໃນເດືອນເມສານີ້.
ກ່ອນໜ້ານັ້ນ ກຸ່ມບໍຣິສັດ ຮອງແອງຍາລາຍ ຂອງວຽດນາມ ກໍໄດ້ກໍ່ສ້າງສນາມບິນສາກົລ ແຂວງອັດຕະປື ໃນປີ 2013 ດ້ວຍງົບປະມານ 36.9 ລ້ານໂດລ້າຣ໌ສະຫະຣັຖ ແລະໄດ້ເປີດໃຊ້ໃນປີ 2015, ແຕ່ມາເຖິງປີ 2017 ກໍໄດ້ປິດການໃຫ້ບໍຣິການຖ້ຽວບິນ ຍ້ອນມີຈໍານວນຜູ້ໂດຍສານ ໃຊ້ການບໍຣິການໜ້ອຍຫລາຍ ບໍ່ເຖິງ 10 ຄົນຕໍ່ຖ້ຽວ ແລະສນາມບິນແຫ່ງນີ້ ໄດ້ຖືກມອບໃຫ້ກອງບັນຊາການ ທະຫານອາກາດ ເປັນຜູ້ຄຸ້ມຄອງ ຕັ້ງແຕ່ເດືອນກຸມພາ 2022 ເປັນຕົ້ນມາ.