ລະບົບຈອງປີ້ ຣົຖໄຟ ລາວ-ຈີນ ອ໋ອນລາຍນ໌ ຍັງໃຊ້ບໍ່ໄດ້ເທື່ອ

0:00 / 0:00

ປັດຈຸບັນ ການເດີນທາງ ດ້ວຍເສັ້ນທາງຣົຖໄຟລາວ-ຈີນ ກາຍເປັນທີ່ນິຍົມຊົມຊອບ ຂອງກຸ່ມນັກທ່ອງທ່ຽວ ທັງຈາກພາຍໃນ ແລະຕ່າງປະເທດ ໂດຍນັບຕັ້ງແຕ່ ເດືອນມົກກະຣາ ຫາ ເດືອນກຸມພາ ປີ 2023 ນີ້ ເສັ້ນທາງຣົຖໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ ທັງໝົດ 417,400 ຄົນ ເພີ່ມຂຶ້ນ 256.2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີທີ່ຜ່ານມາ. ແນວໃດກໍຕາມ ເຖິງວ່າຈະມີນັກທ່ອງທ່ຽວ ທັງຈາກພາຍໃນແລະຕ່າງປະເທດ ໃຊ້ບໍຣິການເສັ້ນທາງຣົຖໄຟ ລາວ-ຈີນ ເພີ່ມຂຶ້ນຫຼາຍ ແຕ່ລະບົບການໃຫ້ບໍຣິການ ແລະລະບົບການຈອງປີ້ຣົຖໄຟ ລາວ-ຈີນ ກໍຍັງມີຄວາມຫຍຸ້ງຍາກ ແລະບໍ່ໄດ້ມີການປັບປຸງ ໃຫ້ດີຂຶ້ນກວ່າເກົ່າເທື່ອ.

ດັ່ງເຈົ້າຂອງ ບໍຣິສັດທ່ອງທ່ຽວ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມິນາ ນີ້ວ່າ:

“ແຂກຈີນກັບເກົາຫຼີໃຕ້ ມາຫຼາຍເດ້ ໄທຍກະຫຼາຍ ສ່ວນຫຼາຍມັນເຕັມເກືອບທຸກມື້ນ່າ ວັນເສົາ-ອາທິດ ແຮງເຕັມເລີຍ ຕອນນີ້ຫັ້ນ ຂະເຈົ້າຍັງ ຂາຍແບບອ໋ອນລາຍນ໌ ຍັງບໍ່ມີເທື່ອຕອນນີ້ ຄັນຖ້າວ່າຊິໄປຊື້ເອງນີ້ ຄວາມສ່ຽງ ກະບໍ່ໄດ້ຫຼາຍ.”

ເຈົ້າຂອງບໍຣິສັດທ່ອງທ່ຽວຜູ້ນີ້ ຍັງກ່າວຕື່ມອີກວ່າ ພາຍຫຼັງທີ່ນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ອງທ່ຽວ ຢູ່ປະເທດລາວ ຈະໃຊ້ບໍຣິການເສັ້ນທາງຣົຖໄຟ ລາວ-ຈີນ ແຕ່ບໍ່ສາມາດຊື້ປີ້ຣົຖໄຟໄດ້ ໃນທັນທີ ກໍສ້າງຄວາມຫຍຸ້ງຍາກ ໃຫ້ນັກທ່ອງທ່ຽວຫຼາຍສົມຄວນ ເຊິ່ງບັນຫາເຫຼົ່ານີ້ ຈະສ້າງຄວາມບໍ່ປະທັບໃຈ ໃຫ້ກັບນັກທ່ອງທ່ຽວຢ່າງແນ່ນອນ, ສະນັ້ນແລ້ວ ບໍຣິສັດຜູ້ພັທນາໂຄງການ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນຈະເລັ່ງດໍາເນີນການປັບປຸງ ລະບົບການໃຫ້ບໍຣິການ ແລະລະບົບການຈອງປີ້ອ໋ອນລາຍນ໌ ຜ່ານເວັບໄຊຕ໌ ແລະແອັບພລິເຄຊັ້ນ ໃຫ້ໄວທີ່ສຸດ ເພື່ອອໍານວຍຄວາມສະດວກ ໃຫ້ກັບນັກທ່ອງທ່ຽວ ແລະສ້າງມາຕຖານການທ່ອງທ່ຽວ ຂອງປະເທດລາວ ໃຫ້ທຽບເທົ່າສາກົລ.

ຊາວລາວຜູ້ນຶ່ງ ໃນແຂວງຫຼວງພຣະບາງ ທີ່ຮັບຈອງປີ້ຣົຖໄຟ ລາວ-ຈີນ ກ່າວວ່າ ມາຮອດປັດຈຸບັນ ກໍຍັງບໍ່ມີການພັທນາ ລະບົບການຈອງປີ້ອ໋ອນລາຍ໌ ຜ່ານເວັບໄຊຕ໌ ແລະແອັບພລິເຄຊັ້ນເທື່ອ ເຮັດໃຫ້ຜູ້ໂດຍສານ ໂດຍສະເພາະ ກຸ່ມນັກທ່ອງທ່ຽວ ຕ່າງປະເທດ ກໍຈະຕ້ອງໄດ້ຈ້າງນາຍໜ້າ ຫຼື ບໍຣິສັດທ່ອງທ່ຽວໄປຊື້ປີ້ລ່ວງໜ້າຄືເກົ່າ ເຊິ່ງການຈ້າງນາຍໜ້າ ຫຼືບໍຣິສັດທ່ອງທ່ຽວໄປຊື້ປີ້ລ່ວງໜ້ານັ້ນ ກໍຈະຕ້ອງຈ່າຍເງິນຄ່າປີ້ ຕາມລາຄາປີ້ໂຕຈິງ ແລະຄ່ານາຍໜ້າ ປະມານ 50,000-100,000 ກີບ ຕໍ່ປີ້ນຶ່ງໃບ ແລ້ວແຕ່ວ່າ ຜູ້ໂດຍສານ ກັບນາຍໜ້າຈະຕົກລົງກັນແນວໃດ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເພາະວ່າ ບໍ່ໄດ້ໃຊ້ນ່າແອັບນ່າ ຂ້ອຍຊິໃຫ້ຄົນໄປຕໍ່ຄິວຈອງ ແບບວ່າ ຂ້ອຍເອົາຄ່າຈອງຫັ້ນ ໄລ່ເປັນເງິນກີບ 50,000 ກີບ ເພາະວ່າ ບໍ່ເຄີຍຈັກເທື່ອນ່າແອັບນ່າ ເພາະມັນເຄີຍມີກໍຣະນີທີ່ຜ່ານມາ ແບບວ່າ ມັນຈອງໃຫ້ລູກຄ້າ ແລ້ວລູກຄ້າຈ່າຍເງິນຍາກຫັ້ນນ່າ ແບບຢ້ານເຮົາຕົວະຫັ້ນນ່າ ມັນກະເຄີຍມີກໍຣະນີ ທີ່ວ່າ ຄົນຈອງໃຫ້ແລ້ວ ບໍ່ໄດ້ປີ້ຊີ້ກະມີ.”

ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການຈອງປີ້ຣົຖໄຟ ລາວ-ຈີນ ຍັງຕ້ອງໃຊ້ບໍຣິການນາຍໜ້າ ແລະບໍຣິສັດທ່ອງທ່ຽວ ໃນການຈອງຊື້ປີ້ລ່ວງໜ້າ ເຊິ່ງມີຄວາມຫຍຸ້ງຍາກຄືເກົ່າ ສ່ວນລະບົບການຈອງປີ້ອ໋ອນລາຍ໌ ຜ່ານເວັບໄຊຕ໌ ແລະແອັບພລິເຄຊັ້ນ ກໍບໍ່ຮູ້ວ່າ ຈະໃຊ້ບໍຣິການໄດ້ໃນມື້ໃດແທ້.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“(ແອັບພລິເຄຊັ້ນ) ໃຊ້ງານບໍ່ໄດ້ເທື່ອເຈົ້າ ຍັງບໍ່ທັນຮອງຮັບ ລະບົບບໍ່ສົມບູນ ບໍ່ສາມາດຈອງໄດ້ເທື່ອ ດຽວນີ້ມັນສາມາດຈອງໄດ້ 7 ມື້ລ່ວງໜ້ານ່າ.”

ຊາວລາວ ອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການໃຊ້ບໍຣິການ ເສັ້ນທາງຣົຖໄຟ ລາວ-ຈີນ ຍັງມີຂໍ້ຫຍຸ້ງຍາກຫຼາຍໆຢ່າງ ເຊິ່ງບໍ່ຄ່ອຍປະທັບໃຈເທົ່າທີ່ຄວນ ເນື່ອງຈາກລະບົບການຈອງປີ້ ຍັງບໍ່ທັນມີມາຕຖານ ແລະມີການກວດກາ ໃນບາງເຣື່ອງທີ່ບໍ່ມີຄວາມຈໍາເປັນຫຍັງ ແທນທີ່ຈະປັບປຸງເຣື່ອງລະບົບການໃຫ້ບໍຣິການ ແລະລະບົບການຈອງປີ້ ໃຫ້ສະດວກສະບາຍແກ່ຜູ້ໂດຍສານ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

“ຄົນຕ່າງປະເທດ ຂະເຈົ້າຊິກວດ ພາສປອດນໍາ ຄົນລາວເຮົາກະໄດ້ກວດຄືກັນ ກວດແບບປະເພດ ບັດປະຈໍາໂຕອິຫຍັງຫັ້ນນ່າ ເພາະວ່າ ຄັນແມ່ນຊື່ບໍ່ຕຣົງກັບ ໃນປີ້ຣົຖໄຟລະແມ່ນ ຂະເຈົ້າຊິບໍ່ໃຫ້ຂຶ້ນ ຂະເຈົ້າກັນແບບວ່າ ຄົນທີ່ຊິຊື້ປີ້ກັກໄວ້ ແລ້ວຂາຍຕໍ່ ກົດລາຄາກັນຫັ້ນນ່າ.”

ຊາວລາວຜູ້ນີ້ ກ່າວຕື່ມອີກວ່າ ສິ່ງທີ່ຄວນຈະເລັ່ງປັບປຸງ ເພື່ອສ້າງຄວາມປະທັບໃຈ ແລະອໍານວຍຄວາມສະດວກສະບາຍໃຫ້ກັບຜູ້ໂດຍສານ ກໍເປັນຕົ້ນວ່າ ເພີ່ມຖ້ຽວການເດີນທາງ ເພື່ອບໍ່ໃຫ້ຜູ້ໂດຍສານ ຕ້ອງລໍຖ້າຍາວນານ ຫຼືໜາແໜ້ນຈົນເກີນໄປ, ເພີ່ມບ່ອນນັ່ງໃຫ້ພຽງພໍ ສໍາລັບຜູ້ໂດຍສານ ແລະຜູ້ມາຮັບ-ສົ່ງຜູ້ໂດຍສານ ແລະເລັ່ງພັທນາ ລະບົບການຈອງປີ້ອ໋ອນລາຍ໌ ໃຫ້ສໍາເຣັດໄວທີ່ສຸດ.

ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ເມື່ອບໍຣິສັດພັທນາໂຄງການ ບໍ່ມີຄວາມພ້ອມເຣື່ອງການໃຫ້ບໍຣິການ ໂດຍສະເພາະ ເຣື່ອງການຈອງປີ້ອ໋ອນລາຍ໌ ກໍຈະເກີດຂໍ້ຫຍຸ້ງຍາກແບບນີ້ໄປເລື້ອຍໆ ຂະນະທີ່ ຜູ້ໂດຍສານທັງຈາກພາຍໃນ ແລະຕ່າງປະເທດ ນັບມື້ຈະເພີ່ມຂຶ້ນເລື້ອຍໆ ກໍຄວນຈະເລັ່ງດໍາເນີນການປັບປຸງ ລະບົບການໃຫ້ບໍຣິການ ໃຫ້ໄດ້ມາຕຖານນໍາດ້ວຍ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແອັບພລິເຄຊັ້ນ ຍັງຊື້ບໍ່ໄດ້ເຈົ້າ ມັນຕ້ອງໄດ້ມີຄົນ ໄປຕໍ່ແຖວຊື້ຄືເກົ່າ ແຕ່ວ່າຖ້າເປັນກຸ່ມທົວນ່າ ບໍຣິສັດຈະອອກເອກກະສານໃຫ້ ແຕ່ວ່າກະຕ້ອງໄດ້ໄປຕໍ່ແຖວຊື້ຢູ່ດີ.”

ຫຼ້າສຸດນີ້ ໃນມື້ວັນທີ 6 ມິນາ 2023 ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ກໍໄດ້ອອກມາເປີດເຜີຍຂໍ້ມູນ ວ່າ ໃນມື້ວັນທີ 4 ກຸມພາ 2023 ຜ່ານມານັ້ນ ເສັ້ນທາງຣົຖໄຟ ລາວ-ຈີນ ໄດ້ທຸບສະຖິຕິ ຂອງການຂົນສົ່ງຜູ້ດຽວສານ ໃນມື້ດຽວ ມີຜູ້ໂດຍສານ 10,000 ຄົນ ເປັນສະຖິຕິສູງສຸດ ນັບແຕ່ເສັ້ນທາງຣົຖໄຟລາວ-ຈີນ ໄດ້ເປີດບໍຣິການ.

ໂດຍນັບຕັ້ງແຕ່ ເດືອນມົກກະຣາ ຫາເດືອນກຸມພາ ປີ 2023 ນີ້ ເສັ້ນທາງຣົຖໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ ທັງໝົດ 417,400 ຄົນ ເພີ່ມຂຶ້ນ 256.2% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີທີ່ຜ່ານມາ ແລະການຂົນສົ່ງສິນຄ້າ ໄດ້ເຖິງ 647,700 ຕັ່ນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 320%.