ລາວ-ຈີນ ຈະເປີດແລ່ນຣົຖໄຟ ໂດຍສານ ລະຫວ່າງປະເທດ ໄວໆນີ້
2023.02.08
ພາຍຫລັງທີ່ຣັຖບານຈີນ ໄດ້ເປີດປະເທດ ໃນວັນທີ 08 ມົກກະຣາ 2023 ທີ່ຜ່ານມານີ້ ຣັຖບານລາວ ແລະຣັຖບານຈີນ ມີການປຶກສາຫາລື ເພື່ອຕຣຽມຈະເປີດບໍຣິການ ຣົຖໄຟຂົນສົ່ງ ຜູ້ໂດຍສານ ຂ້າມຊາຍແດນ ດ່ານສາກົນບໍ່ເຕັນ-ບໍ່ຫານ ໄປຫາສະຖານີຄຸນໝິງ ຊຶ່ງເປັນເມືອງຫລວງ ຂອງມົນທົນຢຸນນານ ປະເທດຈີນ. ເບື້ອງຕົ້ນຈະມີຂະບວນຣົຖໄຟ ຈາກຈີນເດິນທາງເຂົ້າ-ອອກລາວ ແລະ ມີຂະບວນຣົຖໄຟຈາກລາວ ເດີນທາງເຂົ້າ-ອອກຈີນ ເຊັ່ນກັນ. ສ່ວນຈະມີຈັກຂະບວນນັ້ນ ຍັງປຶກສາຫາລືກັນຢູ່ ແລະຄາດວ່າຈະເປີດໃນເດືອນເມສາ ປີ 2023 ນີ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຣົຖໄຟລາວ-ຈີນ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 08 ກຸມພານີ້ວ່າ:
“ປະມານເດືອນສີ່ພຸ້ນເດີ້ ຍັງລົມກັນຢູ່ ຍັງປຶກສາຫາລືກັນຢູ່ ປີ້ນີ້ອີກປະມານ 2 ເດືອນຕຣຽມຄວາມພ້ອມ ລະບົບການຜ່ານດ່ານຜ່ານ ຕມ ຫຍັງເດ້. ຂີ່ຈາກລາວເຂົ້າໄປຈີນເລີຍ ສຸດທ້າຍແມ່ນຢູ່ຄຸນໝິງ ມັນແລ່ນເຂົ້າແລ່ນອອກ ມັນມີທັງຂອງລາວໄປ ແລະກໍຂອງຈີນກໍເຂົ້າມາ ຄືກັນ.”
ສ່ວນຣາຍລະອຽດຕ່າງໆ ໃນການເດີນທາງ ດ້ວຍຣົຖໄຟລາວ ໄປຈີນຈາກດ່ານສາກົນ ບໍ່ເຕັນ-ບໍ່ຫານນີ້ຕ້ອງລໍຖ້າທາງຣັຖບານ ທັງ 2 ຝ່າຍຕົກລົງຮ່ວມກັນກ່ອນ ເມື່ອເຫັນດີເຫັນພ້ອມກັນ ທາງຣັຖບານລາວ ຈະແຈ້ງການອອກ ໃຫ້ປະຊາຊົນຮັບຮູ້.
ປັດຈຸບັນສະຖານີຣົຖໄຟ ລາວ-ຈີນ ຢູ່ດ່ານສາກົນບໍ່ເຕັນ ແຂວງຫລວງນໍ້າທາ ມີຄວາມພ້ອມແລ້ວ ລວມເຖິງເຈົ້າໜ້າທີ່ ຕມ ກວດຄົນເຂົ້າ-ອອກເມືອງ ກໍມີຄວາມພ້ອມເຊັ່ນກັນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫລວງນໍ້າທາ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:
“ຕາມເພິ່ນແຈ້ງ ເພິ່ນກໍວ່າ ຈະເປີດປີນີ້ເນາະ ແຕ່ວ່າຣາຍລະອຽດແນວໃດຫັ້ນນ່າ ເພິ່ນຍັງບໍ່ທັນເປີດເທື່ອເພາະວ່າ ຕ້ອງໄດ້ຮັບຄວາມເຫັນດີ ຂອງທັງສອງຝ່າຍກ່ອນ ດຽວນີ້ທາງຝ່າຍລາວ ກໍກະຕຣຽມຢູ່ແຫລະ ລາງຣົຖໄຟ ຫຍັງພ້ອມຮຽບຮ້ອຍໝົດເນາະ ຕຳຣວດ ຕມ ທີ່ວ່າປະຈຳຢູ່ເສັ້ນທາງ ຣົຖໄຟ ແລະດ່ານພາສີແມ່ນຫຍັງຕ່າງໆ ພວກເຮົາກໍຕຣຽມໝົດແລ້ວ ຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ຊາວລາວຮູ້ສຶກດີໃຈ ທີ່ທາງການລາວຈະເປີດບໍຣິການ ແລ່ນຣົຖໄຟຂົນສົ່ງຜູ້ໂດຍສານຈາກລາວ ໄປຈີນ ແລະຈາກຈີນມາລາວ ຊຶ່ງກໍຈະເຮັດໃຫ້ນັກທ່ອງທ່ຽວ ເດີນທາງເຂົ້າມາທ່ຽວໃນລາວຫລາຍຂຶ້ນ ໂດຍສະເພາະນັກທ່ອງທ່ຽວຈາກຈີນ.
ການເດີນທາງເຂົ້າ-ອອກ ທັງສອງປະເທດນີ້ໄດ້, ຫລາຍຄົນຄິດວ່າ ຈະຕ້ອງມີໜັງສືເດີນທາງ ຖືກຕ້ອງຄືກັບດ່ານສາກົນທົ່ວໄປ ທີ່ມີເຈົ້າໜ້າທີ່ ຕມ ກວດກາຕລອດ.
ດັ່ງຊາວລາວ ໃນແຂວງຫລວງນໍ້າທາ ກ່າວວ່າ:
“ນັກທ່ອງທ່ຽວຈີນ ກໍຈະເຂົ້າມາຫລາຍ ຍາມເຮົາຈະຂຶ້ນ ຈະຕ້ອງມີເອກກະສານ ຕ້ອງມີບັດປະຈຳໂຕ ຕ້ອງມີພາສປອຣ໌ຕ ຈັ່ງເຂົ້າໄດ້. ຄົນລາວກໍຄືກັນແຫລະ ເຂົາກໍເຊັກຢູ່ຄີວ ເຊັກຍາມເຮົາຈະຂຶ້ນຫັ້ນແຫລະ.”
ຊາວລາວອີກຍານາງກ່າວວ່າ ຖ້າທາງການລາວ ແລະທາງການຈີນ ເປີດບໍຣິການຣົຖໄຟ ແລ່ນຂ້າມຊາຍແດນໄປມາ ຫາສູ່ກັນ ຖືວ່າເປັນເຣື່ອງທີ່ດີຫລາຍ ເພາະການເດີນທາງ ງ່າຍ ແລະສະດວກ ວ່ອງໄວຂຶ້ນແຕ່ຫລາຍຄົນ ກໍຫວັງວ່າລາຄາປີ້ຣົຖ ຈະບໍ່ແພງເກີນໄປ.
“ກາຢາກໃຫ້ເປີດໄວໆຫັ້ນແຫລະ ກາສະດວກຂຶ້ນ ກາຢາກໃຫ້ ມັນທັມມະດາຫັ້ນແຫລະ, ບໍ່ແພງ ບໍ່ຖືກຫລາຍ.”
ຊາວລາວ ອີກທ່ານນຶ່ງກ່າວວ່າ ຖ້າຫາກທາງການ ທັງສອງປະເທດ ເປີດໃຫ້ຣົຖໄຟ ແລ່ນເຂົ້າ-ອອກໄດ້ເປັນທີ່ສະດວກຫລາຍ ໃນການເດີນທາງ ສ່ວນລາຄາກໍຄິດວ່າ ໜ້າຈະແພງຂຶ້ນຕາມໄລຍະທາງ ເພາະປັດຈຸບັນນີ້ ຖືວ່າລາຄາແພງຢູ່ແລ້ວ.
“ແຕ່ວ່າລາວໄປຈີນ ມັນກໍດີຫັ້ນແຫລະ ມັນກໍໃຫ້ຄວາມໄວ ມັນກໍໄວຂຶ້ນກໍໜ້າຈະແພງ ກໍບວກໄລຍະທາງອັນນີ້ ມັນກໍຍັງຫລາຍແລ້ວ ຊິຫລາຍຂຶ້ນໜ້ອຍນຶ່ງ.”
ການເປີດບໍຣິການ ແລ່ນຣົຖໄຟ ຈາກດ່ານບໍ່ເຕັນ-ບໍ່ຫານ ໄປຍັງສະຖານີຄຸນໝິງ ຂອງຈີນນີ້ ກໍຕ້ອງລໍຖ້າທາງຣັຖບາລາວ ແຈ້ງການຣາຍລະອຽດອີກເທື່ອ.
ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ຫາກໍໄດ້ເປີດໂຕນຳໃຊ້ ແອບພລິເຄຊັນ ສຳລັບຊື້ປີ້ຣົຖໄຟ ຜ່ານລະບົບອ໋ອນລາຍນ໌ ໃນເດືອນທັນວາປີ 2022 ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສານ ທີ່ໃຊ້ບໍຣິການຣົຖໄຟ ລາວ-ຈີນ ແຕ່ກໍຍັງມີບັນຫາ ສຳລັບຜູ້ໃຊ້ບໍຣິການຄືເກົ່າ ຍ້ອນວ່າຜູ້ທີ່ຈະສາມາດ ໃຊ້ແອບພລິເຄຊັນ ດັ່ງກ່າວໄດ້ນັ້ນ ຕ້ອງເປັນຜູ້ທີ່ລົງທະບຽນ ດ້ວຍເບີໂທຣະສັບ ຂອງລາວເທົ່ານັ້ນ ຊຶ່ງບໍ່ເອື້ອອຳນວຍ ແກ່ນັກທ່ອງທ່ຽວ ຊາວຕ່າງປະເທດ.