ຍິງສາວລາວຍັງຖືກຫຼອກ ໄປຈີນ

ມະນີຈັນ
2018.04.11
F-Luangnamtha ບ້ານເຮືອນໃນເຂດຫ່າງໄກ ຊົນນະບົດ ແຂວງຫຼວງນໍ້າທາ
RFA

ແມ່ຍິງລາວຫລາຍຄົນຈາກແຂວງຕ່າງໆ ຮວມທັງແຂວງຫລວງນໍ້າທາ ຍັງຖືກຕົວະຍົວະ ຫລອກລວງໃຫ້ແຕ່ງດອງ ກັບຜູ້ຊາຍຈີນ ຢູ່ຕໍ່ໄປ ເຖິງຈະມີຂ່າວກ່ຽວກັບ ການຖືກຂົ່ມເຫັງທັງທາງຈິດໃຈ ແລະຮ່າງກາຍ ຖືກກັກຂັງໄວ້ໃນເຮືອນ ຖືກບັງຄັບໃຫ້ເຮັດວຽກ ໜັກ ຮັບໃຊ້ຄອບຄົວ ຂອງສາມີ ຢູ່ຈີນກໍຕາມ.

ຍິ່ງໄປກວ່ານັ້ນ ກໍມີຂ່າວວ່າ ແມ່ຍິງລາວບາງຄົນ ຖືກບັງຄັບໃຫ້ຂາຍບໍຣິການທາງເພດ ຖືກຂາຍຕໍ່ເຂົ້າຊ່ອງໂສເພນີ ແລະ ພຍາຍາມຕິດຕໍ່ຫາ ທາງຄອບຄົວ ແລະຍາດພີ່ນ້ອງ ຮວມເຖິງເຈົ້າໜ້າທີ່ທາງການ ເພື່ອຂໍຄວາມຊ່ວຍເຫລືອ ໃຫ້ໄດ້ກັບຄືນມາລາວ. ໃນນັ້ນກໍມີບາງຄົນ ສາມາດ ໜີອອກຈາກ ເຮືອນຂອງສາມີ ໄປຢູ່ບ່ອນອື່ນ ແລະຄອຍຖ້າການຊ່ວຍເຫລືອ ໃຫ້ໄດ້ກັບປະເທດລາວ.

ສຳລັບພວກນາງທີ່ຕົກຢູ່ໃນສະພາບນັ້ນ ແຕ່ລະວິນາທີ ແມ່ນມີຄ່າຫລາຍ ເພາະຫາກແກ່ຍາວໄປ ພວກນາງກໍອາດຖືກຈັບ ສົ່ງກັບໄປຫາ ຄອບຄົວ ຜູ້ເປັນສາມີກໍໄດ້; ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຕ້ານການຄ້າມະນຸດ ຂອງລາວ ທີ່ຂໍສງວນຊື່ແລະສຽງ.

ແຕ່ເຖິງຢ່າງໃດກໍຕາມ ກໍມີຫລາຍຄົນຢູ່ທີ່ໂຊກດີ ຖືກຊ່ວຍໃຫ້ກັບຄືນມາລາວໄດ້. ໃນຈໍານວນຜູ້ໂຊກດີນັ້ນ ກໍມີທັງແມ່ຍິງ ເມືອງນາແລ ແຂວງຫລວງນໍ້າທາ ອາຍຸ 22 ປີ ທີ່ຖືກນາຍໜ້າຄົນຈີນ ຫລອກລວງໃຫ້ໄປແຕ່ງດອງ ກັບຄົນຈີນ ຢູ່ແຂວງ ຍຸນນ່ານ ເມື່ອວັນທີ 17 ກໍຣະກະດາ 2017 ຮ່ວມຢູ່ດ້ວຍ. ດັ່ງເຈົ້າໜ້າທີ່ ແຂວງຫລວງນໍ້າທາ ທ່ານນຶ່ງກ່າວຕໍ່ RFA ວ່າ ນາງກັບມາແລ້ວ ໂດຍໄດ້ຮັບການ ຊ່ວຍເຫລືອ ຈາກກົງສູນລາວ ທີ່ເມືອງຊາງຊາ ແຂວງຍຸນນ່ານ ທີ່ຕິດຕໍ່ມາຍັງທາງການແຂວງ ຫລວງນໍ້າທາ ໃຫ້ຕາມຫາຄອບຄົວ ພໍ່ແມ່ມາຢືນຢັນວ່າ ນາງເປັນລູກຂອງເຂົາເຈົ້າແທ້ ແລະກໍມີຜູ້ປົກຄອງ ໄປຮັບເອົາຢູ່ດ່ານບໍ່ເຕັນ ເມື່ອວັນທີ 25 ມີນາ 2018; ດັ່ງທີ່ ທ່ານກ່າວວ່າ:

"ໄປຮັບເອົາຢູ່ດ່ານບໍ່ເຕັນ ກັບມາຮອດບ້ານແລ້ວ ປອດພັຍດີແລ້ວ ເນາະ ຕໍາຣວດລົງໄປເອົາຂໍ້ມູນ ນໍາບ້ານຫັ້ນ ແລ້ວກໍເອົາພໍ່ແມ່ຫັ້ນ ໄປຮັບເອົານາງ ຮັບເອົາລູກຫັ້ນ ຄືນມາແລ້ວ."

ສໍາລັບນາຍໜ້າຈີນ ທີ່ຫລອກລວງນາງໄປນັ້ນ ເຈົ້າໜ້າທີ່ບອກວ່າ ທາງຕໍາຣວດໄດ້ສົ່ງຂໍ້ມູນ ທີ່ໄດ້ຈາກການສອບປາກຄໍານາງ ໄປໃຫ້ ກົງສູນລາວ ປະຈໍາແຂວງຍຸນນ່ານ ເພື່ອສົ່ງຕໍ່ໃຫ້ຕໍາຣວດຈີນ ຕາມຫາຕົວ ມາລົງໂທດຕໍ່ໄປ. ແລະອີກນາງນຶ່ງ ທີ່ໂຊກດີ ຄືແມ່ຍິງເມືອງສິງ ທີ່ຕົກລົງປົງໃຈ ແຕ່ງດອງກັບຄົນຈີນ ແລ້ວສາມີພາໄປຢູ່ຈີນນໍາ ເມື່ອ 3 ປີກ່ອນ ໂດຍບໍ່ຄຶດເລີຍວ່າຈະໂຊກຮ້າຍ ເພາະຕອນແຕ່ງດອງ ກັນນັ້ນ ສາມີໄດ້ໃຫ້ສັນຍາ ຕໍ່ພໍ່ແມ່ຂອງນາງ ວ່າຈະເປັນສາມີທີ່ດີ. ແຕ່ເມື່ອໄປແລ້ວ ກໍບໍ່ເປັນຄືເວົ້າ. ດັ່ງນາງກ່າວວ່າ:

"ໄປຢູ່ນໍາເຂົາໄດ້ 3 ປີນີ້ລະ ເຂົາບໍ່ໃຫ້ອອກໄປໃສເລີຍ ໃຫ້ຢູ່ແຕ່ໃນເຮືອນ ຄັນຖ້າວ່າເຮົາເຮັດບໍ່ຖືກໃຈເຂົາ ເຂົາກະຕີລະກະຂັງໄວ້ໃນຫ້ອງ."

ນາງເວົ້າວ່າຕລອດຣະຍະ 3 ປີນັ້ນ ນາງມີຊີວິດຢູ່ຢ່າງລໍາບາກຫລາຍ, ຖືກໃຊ້ຄືກັບເປັນຂ້າທາດ, ນາງຄິດຫາທາງຫລົບໜີ ຢູ່ຕລອດເວລາ ແລະໃນທີ່ສຸດໂອກາດ ນັ້ນກໍມາເຖິງ ເມື່ອສາມີອະນຸຍາດໃຫ້ ນາງໄປຕລາດນໍາ ເປັນເທື່ອທໍາອິດ ເມື່ອເດືອນ ກໍຣະກະດາ ປີ 2017 ຊຶ່ງນາງໄດ້ມີໂອກາດ ຫລົບໜີໄປຂໍຄວາມຊ່ວຍເຫລືອ ຈາກເຈົ້າໜ້າທີ່ຈີນ ຂໍໃຫ້ຊ່ວຍໄດ້ກັບຄືນບ້ານ ທີ່ຫລວງນໍ້າທາ. ແລະມາໃນຕົ້ນປີ 2018 ນີ້ ທາງເຈົ້າໜ້າທີ່ ຈີນ ກໍພານາງມາສົ່ງເຖິງມື ຂອງເຈົ້າໜ້າທີ່ລາວ ທີ່ດ່ານຊາຍແດນ ປາງໄຮ ແຂວງຫລວງນ້ຳທາ.

ກໍຣະນີແມ່ຍິງແຂວງຫລວງນໍ້າທາ ຖືກຕົວະຍົວະ ໄປແຕ່ງດອງກັບຜູ້ຊາຍຈີນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຂວງຫລວງນໍ້າທາ ອີກທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ແລ້ວແມ່ນວ່າສ່ວນໃຫຍ່ ເປັນແມ່ຍິງຊົນເຜົ່າອາຄາ ຂະມຸ ແລະເຜົ່າມົ້ງ ຈາກຄອບຄົວ ທຸກຍາກເຮັດໄຮ່, ອາຍຸ ຣະຫວ່າງ 20 ຫາ 30 ປີ. ຄົນທີ່ມາຕົວະແຕ່ງດອງ ນໍາກໍມັກເອົາເງິນເປັນຄ່າດອງ ໃຫ້ພໍ່ແມ່ຝ່າຍເຈົ້າສາວຫລາຍຄື 3 ໝື່ນ 4 ໝື່ນຢວນ ຖ້າຄິດໄລ່ເປັນເງິນກີບກໍເປັນ 40-50 ລ້ານກີບ.

ແມ່ຍິງລາວບາງຄົນ ກໍວ່າຈະໄປແຕ່ງດອງກັບຄົນຈີນ ໂດຍຂີ່ຣົດເມ ຜ່ານດ່ານສາກົລບໍ່ເຕັນ ຫາກຖືແພັສພັອດ ຫລືຜ່ານດ່ານທ້ອງຖິ່ນ ປາງໄຮ ຫລືດ່ານມັອມ ຫາກຖືປຶ້ມຜ່ານແດນ. ຄັນເມື່ອໄປເຖິງຈີນແລ້ວ ກໍຖືກກັກຂັງ ບໍ່ໃຫ້ອອກໄປໃສ ຖືກຍຶດໜັງສື ເດີນທາງ ອັນເຮັດໃຫ້ ແມ່ຍິງລາວ ຮູ້ສຶກໄດ້ວ່າ ຕົນຖືກຫລອກລວງ ແລ້ວກໍພຍາຍາມຫາທາງລັກໜີ ກັບຄືນມາບ້ານ ເຊັ່ນດຽວກັນກັບກໍຣະນີ ຂອງນາງຜູ້ເຄາະຮ້າຍ ທີ່ຄອຍຖ້າການຊ່ວຍ ໃຫ້ໄດ້ກັບມາບ້ານເກີດ ຢູ່ເມືອງນາແລ ນີ້, ບາງຄົນພາຍຫຼັງແຕ່ງດອງ ກັນແລ້ວ ກໍຕ້ອງໄດ້ຫລັບນອນກັບ ຜູ້ເປັນອ້າຍ ເປັນນ້ອງ ຂອງສາມີ ນໍາອີກກໍມີ. ຫາກບໍ່ຍອມ ກໍຈະຖືກຕົບຕີ.

ເວົ້າສະເພາະກໍຣະນີນາງ ຜູ້ເຄາະຮ້າຍ ຈາກເມືອງສິງນັ້ນ ນາງເອງເວົ້າວ່າ ການຕົກລົງປົງໃຈ ແຕ່ງດອງກັບຄົນຈີນນັ້ນ ກໍຍ້ອນຢາກໃຫ້ ພໍ່ແມ່ຄອບຄົວ ມີຊີວິດການເປັນຢູ່ດີຂຶ້ນ:

"ທີ່ແຕ່ງງານກັບຄົນຈີນນັ້ນ ກະຍ້ອນວ່າຢາກໃຫ້ຖານະຄອບຄົວ ມີຢູ່ມີກິນ ເງິນຄ່າສິນສອດທີ່ເຂົາມາແຕ່ງກະປະມານ 3 ໝື່ນຢັວນ ທຽບໃສ່ ເງິນເຮົາກະປະມານ 40 ກວ່າລ້ານນີ້ລະ."

ນັ້ນກໍເປັນຈໍານວນເງິນບໍ່ໜ້ອຍ ສໍາລັບຊາວລາວ ໃນເຂດຊົນນະບົດ ແຕ່ຫາກທຽບໃສ່ກັບສິ່ງທີ່ເກີດຂຶ້ນ ກັບນາງນັ້ນແມ່ນບໍ່ຄຸ້ມຄ່າ.

ແຂວງຫຼວງນໍ້າທາ ຊຶ່ງເປັນແຂວງນຶ່ງ ຢູ່ພາກເໜືອຂອງລາວ ແລະມີຊາຍແດນຕິດກັບຈີນ ເຈົ້າໜ້າທີ່ເວົ້າວ່າທີ່ຜ່ານມາ ມີແມ່ຍິງຫຼາຍຄົນ ທີ່ຖືກຕົວະຍົວະໄປແຕ່ງດອງ ຢູ່ຈີນ ແລະຖືກຄ້າມະນຸດ. ແຕ່ເມື່ອຖາມວ່າ ມີຈຳນວນເທົ່າໃດແທ້ນັ້ນ ທ່ານບໍ່ຮູ້, ຮູ້ແຕ່ວ່າມີຫລາຍ:

"ເປັນຫຍັງຈຶ່ງມີຫຼາຍ ເພາະວ່າແຂວງເຮົາ ຕິດກັບຊາຍແດນຈີນ ແລ້ວຄົນຈີນມາລົງທຶນ ຢູ່ນີ້ຫຼາຍ ແລ້ວບາງຄົນກໍຖືກຕົວະຍົວະໄປເປັນ ເມັຽບໍ່ໄປ ຄ້າມະນຸດບໍ່ ແຕ່ກໍຍັງສລຸບບໍ່ໄດ້ເທື່ອ ວ່າມັນມີຈັກກໍຣະນີນໍ໊ ຊ່ວຍບໍ່ໄດ້ຫັ້ນ ແຕ່ປີກາຍ 2 ກໍມີ 2-3 ກໍຣະນີນໍ໊ ທີ່ວ່າທາງຂະເຈົ້າ ສົ່ງກັບມາຫັ້ນນ໊າ."

ຫາກເວົ້າແຕ່ປີ 2016 ມາ ເຈົ້າໜ້າທີ່ແຂວງຫລວງນໍ້າທາ ບອກວ່າມີເກືອບ 20 ກໍຣະນີ ທີ່ຕົກເປັນຜູ້ເຄາະຮ້າຍຖືກປະຖິ້ມ, ມີບໍ່ພໍເທົ່າໃດ ຄົນທີ່ຖືກຊ່ວຍກັບຄືນມາລາວໄດ້.

ເຖິງຢ່າງໃດກໍຕາມ ຫາກເວົ້າເຖິງຄວາມພຍາຍາມ ຂອງທາງການແຂວງຫລວງນໍ້າທາ ໃນການສະກັດກັ້ນ ແລະແກ້ໄຂບັນຫາດັ່ງກ່າວ ຕາມຂ່າວ Raolaung ວັນທີ 15 ທັນວາ 2017, ປກສ ແຂວງຫລວງນໍ້າທາ ໄດ້ປະສານສົມທົບກັບຕໍາຣວດເມືອງຫລາ ແຂວງຍຸນນ່ານ ຂອງຈີນ ເພື່ອແລກປ່ຽນ ຂໍ້ມູນຂ່າວສານ ໃນການຊ່ອຍເຫລືອຜູ້ເຄາະຮ້າຍ, ຜ່ານການປະສານກັບເຈົ້າໜ້າທີ່ຈີນ 12 ຄັ້ງ ສາມາດຊ່ອຍ ແມ່ຍິງລາວ ຜູ້ເຄາະຮ້າຍໄດ້ 69 ຄົນ.

ທ່ານ ອໍາໄພ ສໍສະຫວັນ ຜູ້ຮັກສາການຫົວໜ້າຕໍາຣວດ ປກສ ແຂວງຫລວງນໍ້າທາ ເວົ້າວ່າຜູ້ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ເປັນ ຍິງສາວໜ້າຕາດີ ແຕ່ຮູ້ເທົ່າບໍ່ເຖິງການ. ແລະວ່າທີ່ຜ່ານມາ ກໍມີມາຕການສະກັດກັ້ນ ແລະແກ້ໄຂບັນຫານີ້ຢູ່ ໂດຍສຸມໃສ່ການໂຄສະນາ ເຜີຍແຜ່ຜົລຮ້າຍ ແລະພັຍອັນຕຣາຍ ທີ່ເກີດຈາກການຄ້າມະນຸດ ຢູ່ຕາມບ້ານ ລຽບຊາຍແດນ ແລະບ້ານ ທີ່ມີແລວຣົດໄຟຜ່ານ.

ພ້ອມດຽວກັນນັ້ນກໍຈັດຕັ້ງ ພະນັກງານລົງປະຈໍາການຢູ່ຕາມດ່ານຊາຍແດນ ເພື່ອກວດກາຕິດຕາມກຸ່ມເປົ້າໝາຍ ທີ່ອາດຕົກເປັນເຫຍື່ອ ຂອງການຄ້າມະນຸດນັ້ນ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.