ການຜລິດສິນຄ້າພາຍໃນລາວ ຍັງພົບພໍ້ກັບສິ່ງທ້າທາຍ ຍ້ອນພາວະເງິນເຟີ້, ຊຶ່ງເຮັດໃຫ້ຕົ້ນທຶນໃນການຊື້ ແລະ ນຳເຂົ້າ ສິນຄ້າ ແລະ ວັດຖຸດິບ ຈາກຕ່າງປະເທດ ແພງຂຶ້ນຫຼາຍ. ນອກຈາກນີ້, ຣັຖບານຍັງເກັບພາສີນໍາເຂົ້າ ແລະ ອາກອນ ໃນອັດຕຣາ 5-7% ຕື່ມອີກ, ສົ່ງຜົລກະທົບຫຼາຍຂຶ້ນຕື່ມ ຕໍ່ພາກການຜລິດ ພາຍໃນລາວ.
ທ່ານ ນັນຕາ ສານຸວົງ ຮອງຫົວໜ້າຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ ກ່າວສເນີຕໍ່ ກອງປະຊຸມ ວ່າດ້ວຍ “ການແກ້ໄຂບັນຫາເສຖກິຈ-ການເງິນ ຂອງນະຄອນຫຼວງວຽງຈັນ” ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 17 ຕຸລາ ທີ່ຜ່ານມາ ຕອນນຶ່ງ ວ່າ:
“ບັນຫາເຫຼົ່ານີ້ ໄດ້ສົ່ງຜົລໃຫ້ ຕົ້ນທຶນການຜລິດເພີ່ມຂຶ້ນ ແລະ ຜລິຕພັນລາວ ບໍ່ສາມາດແຂ່ງຂັນ ກັບສິນຄ້ານຳເຂົ້າ ຈາກປະເທດບ້ານໃກ້ເຮືອນຄຽງ ທີ່ລາຄາເທົ່າກັນ ຫຼື ຕ່ຳກວ່າ.”
ປັດຈຸບັນ ຊາວຄ້າຂາຍ ຍັງຕ້ອງນຳໃຊ້ວັດຖຸດິບ ທີ່ມີການນຳເຂົ້າມາຈາກປະເທດໄທຍ ຈຳນວນນຶ່ງ ເປັນຕົ້ນ ແປ້ງນົວ ແລະ ນ້ຳຕານ ຊຶ່ງກໍເຮັດໃຫ້ຕ້ອງແບກຮັບຕົ້ນທຶນ ພາສີນໍາເຂົ້າ ແລະ ອາກອນ ທີ່ແຝງມາໃນລາຄາວັດຖຸດິບ.
ຜູ້ປະກອບການ ຂາຍເຄື່ອງປຸງແຕ່ງອາຫານ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ບໍ່ປະສົງອອກຊື່ ໄດ້ກ່າວ ໃນວັນທີ 24 ຕຸລາ 2023 ວ່າ:
“ນະຕອນນີ້ກະສູງຂຶ້ນເລື້ອຍໆ. ໂດຍ, (ຍ້ອນ) ເຣດເງິນເຈົ້າ. ເຮົາກໍໃຊ້ ຜົງແປ້ງນົວໄທຍ ທົ່ວໄປ ແປ້ງນົວ ນ້ຳຕານ ທົ່ວໄປ. ໂດຍ, ຖ້າໃນອະນາຄົດເນາະ ເພາະວ່າຕອນນີ້ເຮົາກຳລັງສຶກສາຢູ່ ຖ້າຈະສົ່ງອອກ ເພາະວ່າ ຖ້າເປັນຜລິຕພັນລາວ ທີ່ສົ່ງອອກ ບາງເທື່ອອາດຂໍຍົກເວັ້ນພາສີໄດ້ໜ້ອຍນຶ່ງ.”
ຄົນລາວ ນິຍົມເຄື່ອງປຸງແຕ່ງອາຫານ ທີ່ນຳເຂົ້າຈາກປະເທດໄທຍ ຫຼາຍກວ່າສິນຄ້າ ປະເພດດຽວກັນ ທີ່ຜລິດຢູ່ລາວ ຍ້ອນມີຄຸນນະພາບດີກວ່າ ໃນຂະນະທີ່ ລາຄາບໍ່ຕ່າງກັນ.
ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:
“ສິນຄ້າລາວນີ້ ທີ່ວ່າມີຄຸນນະພາບດີ ກະມີຫຼາຍ, ແຕ່ວ່າ ພວກຊ໋ອສຕ່າງໆ ຫັ໊ນນ່າ ກໍຍັງຕ້ອງເປັນນຳເຂົ້າຢູ່. ແປ້ງນົວກໍຍັງນຳເຂົ້າ ເພາະວ່າຣົດຊາຕນີ້ຖືວ່າດີກວ່າ ຄຸນນະພາບອີ່ຫຍັງກະດີກວ່າຫັ້ນນ່າ ແລະກະລາຄາ ລາຄາເພິ່ນກະສົມພໍ ກັບສິນຄ້າລາວ ແຕ່ວ່າຄຸນນະພາບ ເພິ່ນດີກວ່າຫັ້ນນ່າ.”
ປັດຈຸບັນ ຜູ້ຜລິຕສິນຄ້າຢູ່ລາວ ຍັງບໍ່ທັນມີ ການຜລິດ ແບບໃໝ່ ຫຼາຍປານໃດ ໂດຍສະເພາະ ສິນຄ້ານຶ່ງເມືອງ ນຶ່ງຜລິຕພັນ ຫຼື ສິນຄ້າໂອດ໋ອບ ທີ່ສ່ວນຫຼາຍຍັງເປັນແຕ່ຢາສມຸນໄພ ພື້ນເມືອງ ຊຶ່ງນຳໃຊ້ວັດຖຸດິບພາຍໃນປະເທດ.
ເຈົ້າໜ້າທີ່ ກ່ຽວຂ້ອງນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ເວົ້າວ່າ:
“ສິນຄ້າໃໝ່ເຮົາ ກະບໍ່ຄ່ອຍມີຫຼາຍດອກ ສ່ວນຫຼາຍທີ່ວ່າ ເພິ່ນມາຈົດ ເປັນສິນຄ້າໂອດ໋ອບເຮົາ ສ່ວນຫຼາຍກໍເປັນພວກສມຸນໄພ ແລະກະ ເປັນພວກອັ່ນ ຢາພື້ນເມືອງ ປະມານນີ້ແຫຼະ.”
ຍານາງກ່າວຕື່ມວ່າ ນອກຈາກນີ້ແລ້ວ, ສິນຄ້າອີກປະເພດນຶ່ງ ທີ່ມາຂຶ້ນທະບຽນເປັນສິນຄ້າໂອດ໋ອບ ກໍແມ່ນ ສິນຄ້າປະເພດຫັດຖະກັມ ເປັນຕົ້ນ ກະເປົາຫວາຍ, ໂອ ແລະ ຂັນ, ເຄື່ອງເງິນ ແລະ ແຜ່ນແພ, ຊຶ່ງກໍໄດ້ນຳໃຊ້ ວັດຖຸດິບ ພາຍໃນປະເທດ ເປັນສ່ວນຫຼາຍ ແຕ່ກໍອາດມີການນຳໃຊ້ອຸປະກອນ ບາງຊະນິດ ໃນຂບວນການຜລິດ ທີ່ຕ້ອງໄດ້ນຳເຂົ້າ ຈາກຕ່າງປະເທດ.
ສາສຕຣາຈານ ພູເພັດ ກ້ຽວພິລາວົງ ນັກເສຖສາດ ອາວຸໂສ ແລະ ທັງເປັນ ຄະນະບໍດີ ຄະນະເສຖສາດ ແລະ ບໍຣິຫານທຸຣະກິຈ, ມະຫາວິທຍາໄລ ແຫ່ງຊາຕລາວ ໄດ້ໃຫ້ຄຳເຫັນ ຕໍ່ສື່ມວນຊົນລາວວ່າ “ຣັຖບານລາວ ຕ້ອງເພີ່ມມູນຄ່າການສົ່ງອອກ, ການທ່ອງທ່ຽວ ແລະການລົງທຶນ ຈາກຕ່າງປະເທດ ຊຶ່ງຈະຊ່ອຍໃຫ້ ອັດຕຣາແລກປ່ຽນ ແລະມູນຄ່າຂອງເງິນກີບ ມີສະຖຽນຣະພາບ ຫຼາຍຂຶ້ນ.”
ສາສດາຈານ ພູເພັດ ກ້ຽວພິລາວົງ ກ່າວຕື່ມວ່າ “ຣັຖບານລາວ ຄວນຈະຍຸບເລີກ ສິ່ງກີດຂວາງ ແລະ ປັບປຸງ ກົນໄກການລົງທຶນ ແລະ ການທ່ອງທ່ຽວ ຈາກຕ່າງປະເທດ ເພື່ອດຶງດູດເອົານັກລົງທຶນ ແລະ ນັກທ່ອງທ່ຽວ ເຂົ້າມາລາວ ໃຫ້ຫຼາຍກວ່າເກົ່າ ເປັນຕົ້ນແມ່ນ ການເປີດໂອກາດໃຫ້ ນັກລົງທຶນຕ່າງຊາຕ ມີສິດໃນການຊື້-ຂາຍ ອະສັງຫາຣິມະຊັພ ພາຍໃຕ້ຣະບຽບການ ທີ່ຮັດກຸມ ແລະຊັດເຈນ, ລວມທັງ ການໃຫ້ວີຊາຟຣີ ແກ່ນັກທ່ອງທ່ຽວຕ່າງປະເທດ.”
ສະພາບເສຖກິຈ ລວມທັງ ກົດຣະບຽບ ທີ່ບໍ່ເອື້ອອຳນວຍ ຕໍ່ການລົງທຶນ ຈົນເປັນເຫດໃຫ້ ເກີດວິກິດການເງິນເຟີ້ມາແລ້ວຫຼາຍຄັ້ງ ເປັນຕົ້ນໃນໄລຍະປີ 1989-1991, 1995-2000 ແລະ 2022 ຈົນເຖິງປັດຈຸບັນ ອີງຕາມ ສາສຕຣາຈານ ພູເພັດ ກ້ຽວພິລາວົງ.