ຄົນງານວ່າ ຣັຖ ສົ່ງເສີມວຽກເຮັດ ພາຍໃນປະເທດ ບໍ່ຫຼາຍ ເທົ່າທີ່ຄວນ

ພູວົງສ໌
2024.03.20
ຄົນງານວ່າ ຣັຖ ສົ່ງເສີມວຽກເຮັດ ພາຍໃນປະເທດ ບໍ່ຫຼາຍ ເທົ່າທີ່ຄວນ ຄົນງານ ກຳລັງເຮັດວຽກ ຕາມແຄມທາງ ໃນນະຄອນຫຼວງວຽງຈັນ, ເດືອນມີນາ ປີ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນນີ້, ການສົ່ງເສີມ ແລະ ສ້າງວຽກເຮັດງານທຳ ພາຍໃນປະເທດລາວ ຈາກພາກຣັຖ ແມ່ນຍັງບໍ່ມີມາຕການ ທີ່ດີຂຶ້ນ ເທົ່າທີ່ຄວນເທື່ອ. ໃນທາງກັບກັນ ການສົ່ງເສີມ ໃຫ້ຄົນງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ, ໂດຍສະເພາະ ໃນປະເທດເກົາຫຼີໃຕ້ ທີ່ເປີດຮັບສມັກ ຄົນງານລາວ ຢ່າງຕໍ່ເນື່ອງ ພັດຖືກເອົາໃຈໃສ່ເພີ່ມຂຶ້ນ, ອີງຕາມຄວາມເວົ້າ ຂອງຄົນງານລາວ ຈຳນວນນຶ່ງ.

ໃນເດືອນກຸມພາ ທີ່ຜ່ານມາ, ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ກໍໄດ້ເປີດຮັບຊາວບ້ານ ຜູ້ທີ່ຢາກສມັກເຮັດວຽກ ເປັນຄົນງານ ສະເພາະໃນເມືອງບໍຣິຄັນ ແລະ ເມືອງປາກຊັນ ເພື່ອໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ທີ່ເມືອງຍັງຮວາ ເພື່ອເຮັດວຽກ ດ້ານການກະເສດ ຕາມລະດູການ ໃນໄລຍະ 5 ເດືອນ ແລະ 8 ເດືອນ, ເຊິ່ງຕ້ອງການທັງໝົດ 250 ຄົນ ເພື່ອຈະໄປເຮັດວຽກ ໃນໄລຍະເດືອນເມສາ ແລະ ເດືອນມິຖຸນາ 2024 ທີ່ຈະມາເຖິງນີ້.

ເຊິ່ງການເປີດຮັບ ສມັກຄົນງານລາວ ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ນີ້, ຣັຖບານລາວ ໄດ້ສົ່ງເສີມ ໃຫ້ຄົນງານລາວ ທີ່ຫວ່າງງານ ໄດ້ມີວຽກເຮັດງານທຳ ໃນປະເທດເກົາຫຼີໃຕ້ ແບບຖືກຕ້ອງ ຕາມກົດໝາຍ ແລະ ເພື່ອໃຫ້ເຂົາເຈົ້າ ມີປະສົບການ ກ່ຽວກັບການກະເສດ ແລ້ວເມື່ອກັບມາ ປະເທດລາວ ກໍຈະສາມາດ ຊອກຫາຊ່ອງທາງ ໃນການຜລິຕ ດ້ານການກະເສດ ພາຍໃນປະເທດລາວໄດ້. ດັ່ງເຈົ້າໜ້າທີ່ ດ້ານແຮງງານ ທ່ານນຶ່ງ ຢູ່ເມືອງບໍຣິຄັນ ແຂວງບໍຣິຄຳໄຊ, ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ກຸມພາ ທີ່ຜ່ານມານັ້ນວ່າ:

“ແມ່ນແຫຼະ, ຕ້ອງການແຮງງານ ຈາກເມືອງບໍຣິຄັນ ກັບເມືອງປາກຊັນ ຕາມລະດູການ, ເປັນວຽກະສິກັມ 5 ເດືອນ ກັບ 8 ເດືອນ. ສົ່ງເສີມຄົນທີ່ຫວ່າງງານບໍ່ ໄປເກົາຫຼີ ຄັນເຮົາໄປຫຼາຍ ທີ່ເຮົາມີປະສົບການແລ້ວ ເຂົາກໍຂຍາຍມາທາງລາວແດ່, ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ເງື່ອນໄຂ ຂອງຄົນງານລາວ ທີ່ຈະໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ຕາມລະດູການ ສ່ວນໃຫຍ່ ທາງການເກົາຫຼີໃຕ້ ເຂົາເຈົ້າຈະເປັນຜູ້ສເນີ ມາຍັງທາງການລາວເອງ ແລະ ທາງການລາວ ກໍຈະເລືອກເອົາເມືອງ ທີ່ຢູ່ເຂດນອກ ເພາະສ່ວນໃຫຍ່ ຕ້ອງການຄົນງານລາວ ໄປເຮັດວຽກ ດ້ານການກະເສດ ເຮັດສວນ ແລະ ເກັບໝາກໄມ້.

ເຊິ່ງໃນຂັ້ນຕົ້ນ, ມີຄ່າໃຊ້ຈ່າຍທັງໝົດ ປະມານ 2,200 ໂດລ້າຣ໌ສະຫະຣັຖ ແລະ ຖ້າຫາກຜູ້ໃດ ບໍ່ມີເງິນອອກຄ່າໃຊ້ຈ່າຍ ໃນການເດີນທາງ ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ທາງບໍຣິສັດຈັດຫາງານ ຂອງກົມການຈັດຫາງານ ໃນລາວ ກໍຈະໃຫ້ກູ້ຢືມກ່ອນ. ຈາກນັ້ນ, ກໍຈະຫັກເອົາ ແຕ່ລະເດືອນ ປະມານ 20% ຂອງເງິນເດືອນ.

ຂະນະທີ່ຊາວບ້ານ ທ່ານນຶ່ງ ໃນເມືອງປາກຊັນ ກໍກ່າວວ່າ ກໍເຫັນແຕ່ທາງການ ສົ່ງເສີມໃຫ້ຄົນລາວ ໄປຊອກວຽກເຮັດງານທຳ ຢູ່ປະເທດເກົາຫຼີໃຕ້ ແບບຖືກຕ້ອງ ຕາມກົດໝາຍ ຫຼາຍຂຶ້ນ. ແນ່ນອນວ່າ ຄົນງານລາວ ເຂົາເຈົ້າກໍຕ້ອງການໄປ ເມື່ອທາງການ ເປີດຮັບສມັກ ແລະ ອີງຢ່າງນຶ່ງ ປະເທດລາວ ກໍເງິນເດືອນໜ້ອຍ ບໍ່ກຸ້ມຢູ່ກຸ້ມກິນ ແລະ ຖ້າໄປຫາເງິນ ຢູ່ຕ່າງປະເທດແລ້ວ ໄດ້ກັບມາໃຊ້ຈ່າຍໃນລາວ ກໍກຸ້ມຄ່າກວ່າ ແລະ ອີກຢ່າງນຶ່ງ ທາງການ ກໍຍັງບໍ່ມີການສົ່ງເສີມ ໃຫ້ຄົນລາວ ມີວຽກເຮັດງານທຳ ພາຍໃນປະເທດ ຂອງຕົນເອງ ໃຫ້ດີຂຶ້ນ ເທົ່າທີ່ຄວນເທື່ອ. ດັ່ງນັ້ນ, ເມື່ອຫຼາຍຄົນ ມີໂອກາດ ກໍຕ້ອງການໄປຫາເງິນ ຢູ່ຕ່າງປະເທດ ທີ່ໄດ້ເງິນສູງກວ່າ ເມື່ອເຮັດວຽກ ແບບດຽວກັນ ໃນປະເທດລາວ.

“ມັນກໍເວົ້າໃສ່ບ້ານເຮົາ ຫັ້ນແຫຼະເນາະ ກະວຽກເຮັດງານທຳ ມັນກໍໜ້ອຍເນາະ, ໂດຍສະເພາະ ໂຮງຈັກໂຮງງານ ມັນກໍບໍ່ມີ. ຜ່ານມານີ້, ທາງການ ກໍບໍ່ໄດ້ສົ່ງເສີມ ໂຕນີ້ບໍ່ສູ້ມີເນາະ. ຄືເຮົາຮູ້ນຳກັນຫັ້ນແຫຼະ ມັນກະເງິນເດືອນໜ້ອຍເນາະ ກະບໍ່ຢາກກຸ້ມຢູ່ກຸ້ມກິນແຫຼະ. ຫາຢູ່ລາວ ກໍຈ່າຍຢູ່ລາວ, ຄັນທຽບໃສ່ ໄປຫາຢູ່ຕ່າງປະເທດ ແລ້ວເກັບມາຈ່າຍຢູ່ລາວ ກໍດີກ່ອນ ກໍຢາກໄປ, ຫັ້ນນ່າ.”

ໃນຂະນະດຽວກັນ, ຊາວບ້ານ ນາງນຶ່ງ ໃນເມືອງບໍຣິຄັນ ກໍກ່າວວ່າ ປັດຈຸບັນ ຄົນງານລາວ ຖ້າຢາກໄດ້ວຽກເຮັດ ກໍຕ້ອງໄປຊອກຫາເອງ ບໍ່ໄດ້ມີໜ່ວຍງານ ເຂົ້າມາສົ່ງເສີມ ໃນການຊອກວຽກ ໃຫ້ຄົນງານລາວເຮັດ ແລະ ເມື່ອຄົນຕ່າງເມືອງ ໃນເຂດຊົນນະບົດ ໄປຊອກວຽກເອງ ກໍຫາວຽກໄດ້ຍາກ ຫຼືຊອກໄດ້ ກໍຕ້ອງເຣີ່ມຕົ້ນ ດ້ວຍເງິນເດືອນທີ່ຕ່ຳຫຼາຍ. ບວກໃສ່ຄ່າເງິນກີບ ກໍຍິ່ງອ່ອນຄ່າ ຈຶ່ງເຮັດໃຫ້ຫຼາຍຄົນ ຮູ້ສຶກວ່າ ບໍ່ກຸ້ມຄ່າ ກັບຄ່າຄອງຊີບ ໃນປັດຈຸບັນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຫຼາຍຄົນ ຢາກໄປເຮັດວຽກ ຢູ່ຕ່າງປະເທດ ທີ່ໄດ້ເງິນເດືອນສູງກວ່າ ແລະ ຮູ້ສຶກວ່າ ຄຸ້ມຄ່າກັບເຫື່ອແຮງ ແລະ ເວລາ ທີ່ຕົນເອງ ໄດ້ທຸ້ມເທ ເຮັດວຽກໄປ.

“ໃນລາວ ກໍຊອກຫາເອງ, ຫາຍາກ ເງິນເດືອນຕ່ຳ ເກືອບທຸກຂແນງການເລີຍຕິບໍ. ກະຄືວ່າແຫຼະເນາະ ໄລຍະນີ້ ເງິນລາວມັນອ່ອນຄ່າ ແລ້ວເງິນຕ່າງປະເທດ ມັນມີລາຄາ, ຊັ້ນນ່າ. ເຂົາກໍຢາກໄປເຮັດວຽກ ຢູ່ຕ່າງປະເທດພຸ້ນແຫຼະ ມັນໄດ້ເງິນຫຼາຍເນາະ ເງິນເດືອນສູງ ຢູ່ຕ່າງປະເທດນ່າ.”

ທາງດ້ານຊາວລາວ ທ່ານນຶ່ງ ໃນເມືອງບໍຣິຄັນ ກໍກ່າວວ່າ ສຳລັບເຣື່ອງຄົນງານລາວ ທີ່ຢາກໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ນັບມື້ນັບຫຼາຍຂຶ້ນນີ້ ກໍຍ້ອນວ່າ ຣັຖບານລາວ ກໍພະຍາຍາມສົ່ງເສີມ ມາຕລອດເວລາ ແລະ ໃນລາວ ເງິນເດືອນພື້ນຖານ ຫຼືເງິນເດືອນຂັ້ນຕ່ຳ ແມ່ນໜ້ອຍຫຼາຍ ບໍ່ກຸ້ມກັບຄ່າຄອງຊີບ ແລະ ທ່ານສັງເກດວ່າ ການສົ່ງເສີມ ໃຫ້ຄົນງານລາວ ມີວຽກເຮັດງານທຳ ພາຍໃນປະເທດລາວ ກໍເຫັນມີພຽງແຕ່ ໂພສຕຳແໜ່ງງານ ຜ່ານສື່ສັງຄົມອອນລາຍນ໌ ເທົ່ານັ້ນ ແລ້ວວຽກທີ່ເປີດຮັບ ກໍເອົາແຕ່ຄົນ ມີສີມືແຮງງານ, ມີຄວາມຮູ້, ຄວາມສາມາດ ຂ້ອນຂ້າງຢູ່ໃນລະດັບ ທີ່ແນ່ນອນ.

ຕ່າງຈາກ ຄົນງານລາວທົ່ວໄປ ທີ່ສ່ວນໃຫຍ່ ກໍບໍ່ໄດ້ມີຄວາມຮູ້ ແລະ ກໍເປັນໄດ້ພຽງແຕ່ ກັມມະກອນ ຫຼືຄົນງານພື້ນຖານ ບວກກັບສະພາບເງິນເດືອນ ກໍໄດ້ໜ້ອຍ ເຮັດໃຫ້ເຂົາເຈົ້າ ມັກຕັດສິນໃຈ ຫາທຸກຊ່ອງທາງ ເພື່ອດີ້ນຮົນ ໄປຊອກເຮັດວຽກ ຢູ່ຕ່າງປະເທດ ເປັນສ່ວນໃຫຍ່ ທີ່ຢ່າງໜ້ອຍ ກໍໄດ້ຄ່າຕອບແທນສູງ ເມື່ອນຳມາແລກປ່ຽນ ເປັນເງິນກີບ.

“ວຽກເຮັດງານທຳຫັ້ນແຫຼະ ກໍເຫັນເພິ່ນລົງໃນເຟສ ກໍເຫັນຫຼາຍ ແລ້ວແຕ່ຄວາມຮູ້ ຄວາມສາມາດຫັ້ນແຫຼະ, ຜູ້ເປັນກັມມະກອນ ກໍຊິໄດ້ໜ້ອຍຫັ້ນແຫຼະ. ກະຄ່າຄອງຊີບ ມັນສູງຫັ້ນແຫຼະ ກະຢາກສ້າງຣາຍຮັບ ໃຫ້ຄອບຄົວ, ຜູ້ຢາກໄປ ກໍຄຶດວ່າ ມີຣາຍຮັບສູງຫັ້ນແຫຼະ. ອັດຕຣາການແລກເງິນ ມັນສູງຫັ້ນແຫຼະ.”

ໄລຍະຜ່ານມາ, ກະຊວງແຮງງານ ແລະ ສວັດດີການສັງຄົມ ຍັງບໍ່ໄດ້ມີມາຕການ ໃນການຊ່ອຍເຫຼືອ ຫຼືສົ່ງເສີມ ໃຫ້ຄົນງານລາວ ພາຍໃນປະເທດ ສົນໃຈເຮັດວຽກ ໃນປະເທດຕົນເອງ ຢ່າງຈິງຈັງ. ເຖິງວ່າມີບາງກິຈກັມ ໃນການສົ່ງເສີມ ກໍມີພຽງແຕ່ ການຈັດງານ ຕລາດນັດແຮງງານ ໃນບາງແຂວງເທົ່ານັ້ນ ແລະ ສ່ວນໃຫຍ່ ມັກຈະເປັນການຈັດ ໃນນະຄອນຫຼວງວຽງຈັນ ແລະ ບໍ່ໄດ້ຈັດ ຢ່າງຕໍ່ເນື່ອງ ພ້ອມທັງບໍ່ມີ ສິ່ງດຶງດູດໃຈ ພໍເທົ່າໃດ ເຮັດໃຫ້ຄົນງານລາວ ຫຼືຊາວໜຸ່ມລາວ ບໍ່ສົນໃຈເຮັດວຽກ ພາຍໃນປະເທດລາວ ແລະ ມັກພາກັນໄປເຮັດວຽກ ຢູ່ຕ່າງປະເທດ, ໂດຍສະເພາະ ປະເທດໄທຍ ນັບມື້ນັບຫຼາຍຂຶ້ນ.

ແລະ ແຕ່ລະໄລຍະ ທາງການລາວ ມີແຕ່ໂພສ ຕຳແໜ່ງງານໃນລາວ ຜ່ານເຟສບຸກຄ໌ ເທົ່ານັ້ນ ທີ່ເປັນວຽກງານ ທີ່ຕ້ອງມີສີມືແຮງງານ ຄວາມຮູ້ທີ່ແນ່ນອນ, ແຕ່ເງິນເດືອນພັດຕ່ຳ ແລະ ເຂົາເຈົ້າ ກໍບໍ່ພາກັນສົນໃຈ ພໍເທົ່າໃດ.

ຍ້ອນສະພາບດັ່ງກ່າວ ທາງການລາວ ຈຶ່ງຫັນໄປສົ່ງເສີມ ໃຫ້ຄົນງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ, ໂດຍສະເພາະ ປະເທດເກົາຫຼີໃຕ້ ຫຼາຍຂຶ້ນ, ເຊິ່ງເນັ້ນໃນວຽກງານ ດ້ານການກະເສດ ແລະ ເນັ້ນໃນເຣື່ອງ ການສອບເສັງ ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ແບບໄລຍະຍາວ ຫຼື EPS ແລະ ສົ່ງເສີມການເປີດຮັບສມັກ ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ແບບຕາມລະດູການ ໃນແຕ່ລະເມືອງ, ເຊິ່ງສິ່ງດັ່ງກ່າວ ຖືເປັນມາຕການ ທີ່ບໍ່ໄດ້ແກ້ໄຂ ບັນຫາການຂາດແຄນ ຄົນງານໃນລາວເທື່ອ ຈຶ່ງເຮັດໃຫ້ປັດຈຸບັນ ຫຼາຍໂຮງງານ ແລະ ກິຈການຕ່າງໆ ໃນລາວ ພາກັນພົບພໍ້ ກັບສະພາວະ ຂາດແຄນຄົນງານລາວ ເຊັ່ນ ໂຮງງານຕັດຫຍິບ ໃນເຂດເສຖກິຈ ກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ຍັງຕ້ອງການ ຄົນງານລາວ ຫຼາຍພັນຄົນ.

ກ່ອນໜ້ານີ້, ເມື່ອວັນທີ 16 ມົກຣາ 2024 ທີ່ຜ່ານມານັ້ນ, ກົມການຈັດຫາງານລາວ ກໍໄດ້ສົ່ງຄົນງານລາວ ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ໃນລະບົບ EPS, ເຊິ່ງເປັນການເຮັດວຽກ ໃນໄລຍະຍາວ 3 ປີ ຈຳນວນ 50 ຄົນ ແລະ ຕໍ່ມາ ໃນວັນທີ 23 ເດືອນມົກຣາ 2024 ກໍມີການຈັດສົ່ງ ຄົນງານລາວ ໄປເຮັດວຽກ ໃນລະບົບ EPS ອີກຈຳນວນ 39 ຄົນ ແລະ ໃນວັນທີ 20 ກຸມພາ 2024 ກໍໄດ້ຈັດສົ່ງຄົນງານລາວ ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ເພີ່ມຕື່ມ ຜ່ານລະບົບ EPS ອີກຈຳນວນ 61 ຄົນ, ເຊິ່ງການໄປເຮັດວຽກ ຜ່ານລະບົບ EPS ຈະຕ້ອງໄດ້ ພາສາເກົາຫຼີ ໂດຍພື້ນຖານ ແລະ ເສັງຜ່ານ ຕາມເງື່ອນໄຂ ທີ່ທັງ 2 ປະເທດ ທັງລາວ ແລະ ເກົາຫຼີໃຕ້ ໄດ້ກຳນົດໄວ້.

ຫຼ້າສຸດນີ້, ໃນວັນທີ 27 ກຸມພາ ທີ່ຜ່ານມາ, ຕາງໜ້າຣັຖບານລາວ ຮວ່ມກັບ ອົງການສາກົລ ກໍໄດ້ຈັດກອງປະຊຸມ ປຶກສາຫາລືກັນ ກ່ຽວກັບເຣື່ອງ ການເຄື່ອນຍ້າຍ ຂອງຄົນງານລາວ ທີ່ໄປເຮັດວຽກ ຢູ່ຕ່າງປະເທດ ແບບຖືກຕ້ອງ ແລະ ປອດພັຍ ທີ່ໂຮງແຮມລາວພລາຊ້າ ໃນນະຄອນຫຼວງວຽງຈັນ, ເຊິ່ງຍານາງ ສ້ອຍສະຫວັນ ອຸທະພອນ, ຮອງຫົວໜ້າຜແນກຈັດຫາງານ ໄປຕ່າງປະເທດ, ກົມການຈັດຫາງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຣາຍງານ ໃນກອງປະຊຸມວ່າ ຣັຖບານລາວ ໄດ້ມີນະໂຍບາຍ ສົ່ງເສີມ ການມີວຽກເຮັດງານທຳ ໃຫ້ຄົນງານລາວ ເຂົ້າເຖິງການຈ້າງງານ ທັງຢູ່ພາຍໃນ ແລະ ໄປເຮັດວຽກ ຢູ່ຕ່າງປະເທດ. ປັດຈຸບັນ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ມີການຈັດສົ່ງ ຄົນງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ ໃນລະບົບ MOU ມີຢູ່ 4 ປະເທດ ຄື ປະເທດໄທຍ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ມາເລເຊັຽ (ທີ່ຍັງຢູ່ໃນຂັ້ນຕອນທົດລອງ) ແລະ ກໍຍັງມີຫຼາຍປະເທດ ທີ່ສເນີຄວາມຕ້ອງການ ຄົນງານລາວ, ເຊິ່ງເປັນເງື່ອນໄຂທີ່ດີ ອີກຊ່ອງທາງນຶ່ງ ເຮັດໃຫ້ຄົນງານລາວ ສາມາດນຳເອົາເງິນຕຣາ ຕ່າງປະເທດ ເຂົ້າມາໃນປະເທດ ແລະ ສາມາດແກ້ໄຂ ຊີວິຕການເປັນຢູ່ ຂອງເຂົາເຈົ້າ ໃນລະດັບນຶ່ງ.

ພ້ອມດຽວກັນນີ້, ສະຖິຕິການຈັດສົ່ງ ຄົນງານລາວ ນັບແຕ່ປີ 2016 ຫາ ຕົ້ນປີ 2024 ນີ້, ໄດ້ມີການຈັດສົ່ງ ຄົນງານລາວ ໄປຍັງ 4 ປະເທດດັ່ງນີ້: ປະເທດໄທຍ ມີຈຳນວນ 482,396 ຄົນ, ຍິງ 257,785; ປະເທດຍີ່ປຸ່ນ ຈຳນວນ 1,793 ຄົນ, ຍິງ 679 ຄົນ; ປະເທດເກົາຫຼີໃຕ້ ເຣີ່ມແຕ່ປີ (2018 ຫາຕົ້ນປີ 2024) ລວມທັງ ສອງລະບົບ EPS ແລະ ລະບົບລະດູການ ມີຈຳນວນ 4,304, ຍິງ 1,269 ຄົນ ແລະ ປະເທດມາເລເຊັຽ ເຣີ່ມແຕ່ປີ 2022 ຈຳນວນ 469 ຄົນ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.