ປະຊາຊົນ, ລັດຖະກອນຊັ້ນຜູ້ນ້ອຍ ຍັງລໍາບາກ ຍ້ອນສະພາບເສດຖະກິດຕົກຕໍ່າ

ອຸ່ນແກ້ວ
2024.07.29
ປະຊາຊົນ, ລັດຖະກອນຊັ້ນຜູ້ນ້ອຍ ຍັງລໍາບາກ ຍ້ອນສະພາບເສດຖະກິດຕົກຕໍ່າ ພະນັກງານສອງຄົນ ກຳລັງຂີ່ລົດຈັກໄປ ປະຕິບັດໜ້າທີ່. ເດືອນພະຈິກ ປີ 2023.
Photo: RFA

ສະພາບເສດຖະກິດ-ການເງິນ ຢູ່ປະເທດລາວ ຍັງບໍ່ມີທ່າທີ່ວ່າ ຈະດີຂຶ້ນ ນັ້ນ ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ພະນັກງານລັດຖະກອນຜູ້ທີ່ມີລາຍໄດ້ໜ້ອຍ ປະສົບກັບຄວາມຫຍຸ້ງຍາກຂຶ້ນ ເພາະລາຍຮັບ ທີ່ໄດ້ຈາກເງິນເດືອນ ບໍ່ສອດຄ່ອງກັບລາຍຈ່າຍ.

ພະນັກງານລັດຖະກອນ ຢູ່ແຂວງບໍລິຄໍາໄຊ ທ່ານນຶ່ງ ໄດ້ກ່າວວ່າ:

ຕ້ອງໄດ້ສູ້ກັນໄປ ເຮັດຈ່ັງໃດ ເຮົາກະຊິບໍໄຫວກັນແຫຼະພົບຄວາມຫຍຸ້ງຍາກຫຼາຍແລ້ວ ຜູ້ໃດກະຫໍ່ອັນນັ້ນນີ້ມາ ປັນກັນກິນຢູ່ຫ້ອງການນີ້ ແຫຼະ ເງິນລ້ານ-ລ້ານປາຍ ໄດ້ສອງ ສາມມື້ ເນາະ ເພື່ອຊິຖ້າເງິນເດືອນອອກຫັ້ນນ່າ.

ສະພາບເສດຖະກິດ-ການເງິນ ຕົກຕໍ່າ ສົ່ງຜົນຕໍ່ປະຊາຊົນ ແລະ ພະນັກງານລັດຖະກອນຊັ້ນຜູ້ນ້ອຍ ຍ້ອນວ່າຄ່າຄອງຊີບແພງຂຶ້ນ.

ຊາວລາວແຂວງຊຽງຂວາງ ທ່ານນຶ່ງ ໄດ້ກ່າວວ່າ:

ບໍ່ສູ້ພັດບໍ່ມີອັນຈະກິນເນາະ ສູ້ຊົນໄປຊີ້ແຫຼະ ອີ່ີຕົນຫຼາຍແມ່ນພະນັກງານທະຫານນັ້ນ ຖາມຜຸູ້ເງິນເດືອນໜ້ອຍ. ໂອ້ຍ...ຂະເຈົ້າບໍ່ມີອັນຈະກິນ ແທ້ໆ ສ່ວນຫຼາຍແລ້ວຂະເຈົ້າອອກຳໄປ ອອກໄປ ເຮັດອັນອື່ນເນາະ ຢູ່ລຽງຝັ່ງ ຂະເຈົ້າກະໄປຫາເງິນຢູ່ໄທ ຢູ່ເກົາຫຼີພຸ້ນ.

ເຖິງຢ່າງໃດກໍຕາມ, ລັດຖະບານຍັງຄົ້ນຄວ້າ ເພື່ອຊອກຫາແນວທາງ ແກ້ໄຂສະພາບເສດຖະກິດ ການເງິນທີ່ຕົກຕໍ່າ ໂດຍສະເພາະບັນຫາເລື່ອງອັດຕາເງິນເຟີ້, ເງິນກີບອ່ອນຄ່າ ແລະ ລາຄາສິນຄ້າແພງ.

ປັດຈຸບັນ ທະນາຄານແຫ່ງ ສປປ ລາວ ແລະ ຄະນະສະເພາະກິດ ທີ່ນາຍົກລັດ ຖະມົນຕີແຕ່ງຕັ້ງຂຶ້ນມາ ກໍພະຍາຍາມແກ້ໄຂ ເພື່ອຮັບປະກັນບໍ່ໃຫ້ປະເທດຊາດເຂົ້າສູ່ຄວາມຫຍຸ້ງຍາກຫຼາຍກວ່ານີ້.

ເຈົ້າໜ້າທີ່ຜູ້ທີ່ ຮູ້ເລື່ອງເສດຖະກິດ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ກໍລະກົດ ວ່າ: ທະນາຄານກາງ ເພີ່ນກະຄົ້ນຄວ້າ ກະຕ້ອງໄດ້ຖ້າໄລຍະເວລາໜ້ອຍນຶ່ງ ຄົ້ນຄວ້າຍາກຢູ່ ການຜະລິດພາຍໃນ ຄືຕົວຢ່າງວ່າ ການຜະລິດກະສິກໍາ ສາເນາະ ມັນກະມີຜົນຕອບແທນດີເນາະ ແຕ່ວ່າ ຄວາມປິ່ນອ້ອມ ມັນກໍຈະຫຼາຍແດ່ ເລື່ອງລາຄາຫົວອາຫານ ຫຼືວ່າ ສະພາບແວດລ້ອມ ອີ່ຫຍັງຕ່າງໆ ມັນກະມີຄວາມສ່ຽງ ຕົວນີ້ກະຕ້ອງໄດ້ພິຈາລະນາເປັນພິເສດ ມັນກະຄວາມສ່ຽງຫຼາຍ.

ທ່ານ ກ່າວຕື່ມອີກວ່າ ນອກຈາກມາຕະການ ໃນການດຶງດູດການລົງທຶນ ຈາກຕ່າງປະເທດແລ້ວ ນະໂຍາບສົ່ງເສີມການຜະລິດ ຢູ່ພາຍໃນປະເທດ ກະຍັງມີຄວາມສ່ຽງສູງ ທີ່ຈະຂາດທຶນ ເພາະວ່າ ວັດຖຸດິບ ແນວພັນ ສ່ວນຫຼາຍແມ່ນຕ້ອງນໍາເຂົ້າມາ ຈາກຕ່າງປະເທດ ຊຶ່ງມີລາຄາແພງພໍສົມຄວນ ສົ່ງຜົນໃຫ້ການຜະລິດຢູ່ພາຍໃນ ແພງຂຶ້ນ ເປັນຕົ້ນ ນໍ້າເຊື້ອໄຟ, ລາຄາໄຟຟ້າ, ຫົວອາຫານສັດ, ແນວພັນພືດ-ຜັກຕ່າງໆ ນີ້ ເຮັດໃຫ້ປະຊາຊົນ ທໍາການຜະລິດຫຼຸດລົງ.

ນອກຈາກນີ້ ການຜະລິດຢູ່ປະເທດລາວ ຍັງຕ້ອງມີຄວາມສ່ຽງ ເລື່ອງສະພາບແວດລ້ອມ ຈາກການປ່ຽນແປງດິນຟ້າອາກາດ ເຊັ່ນ ບັນຫາໄພແຫ່ງແລ້ງ ໄພນໍ້າຖ້ວມ ທີ່ສົ່ງຜົນຕໍ່ການຜະລິດຢູ່ພາຍໃນ.

ລັດຖະບານ ພະຍາຍາມສົ່ງເສີມ ໃຫ້ທຸກຂະແໜງການເກີດການຂະຫຍາຍໂຕ ທາງດ້ານເສດຖະກິດ-ການເງິນ ແຕ່ສະພາບເງື່ອນໄຂ ຢູ່ພາບໃນປະເທດ ບໍ່ເອື້ອອໍານວຍ ຈຶ່ງເຮັດໃຫ້ຫຼາຍຂະແໜງການ ເຕີບໂຕໄປຢ່າງຊັກຊ້າ.

ເຈົ້າໜ້າທີ່ຜູ້ທີ່ຮັບຜິດຊອບ ການລົງທຶນ ກ່າວຕໍ່ເອເຊັຽເສຣີ ວ່າ:

ກະພະຍາຍາມທີ່ຈະສົ່ງເສີມ ທຸກໆຂະແໜງການຫັ້ນແຫຼະ ໃຫ້ມັນຟື້ນຟູໄວໆ ເນາະ ຟາກໃຫ້ມັນໄປໄດ້ດີ ແຕ່ວ່າ ມັນກະເບິ່ງຕາມເງື່ອນໄຂສະພາບຕົວຈິງຄືກັນ.

ໃນການແກ້ໄຂບັນຫາ ເຈົ້າໜ້າທີ່ສະຖາບັນການເງິນຕ່າງປະເທດແນະນໍາວ່າ ຕ້ອງລະດົມໃຫ້ທົ່ວສັງຄົມໃຊ້ລົດໜ້ອຍລົງ ເພື່ອຫຼຸດຜ່ອນການໃຊ້ນໍ້າມັນເຊື້ອໄຟ ແລະ ຫາທາງກຸ້ມໂຕເອງ.

ເຈົ້າໜ້າທີ່ ທະນາຄານພັດທະນາເອເອເຊັຍ ຫຼື ADB ໄດ້ກ່າວວ່າ:

ຕ້ອງປ່ຽນພືດຕິກໍາການຊົມໃຊ້ນີ້ແຫຼະ ເຮົາເຄີຍຂີ່ລົດ ມື້ລະ 3 ຊົ່ວໂມງກະຕ້ອງໄດ້ຫຼຸດລົງເປັນ 2 ຊົ່ວໂມງ ເພື່ອປະຢັດນໍ້າມັນ ຜ່ອນຜັນ ການນໍາເຂົາເຂົ້າ ທຸກຄົນກະຫັນໄປເຮັດກະສິກໍາ ແບບປູກາກກ້ວຍເອງ ລ້ຽງປາເອງ ກິນໜໍ່ໄມ້ໄປກ່ອນ ຢ່າກໃຫ້ສັງຄົມຫັ້ນປະຢັດ ມັດທະຍັດຕື່ມ ເພື່ອບໍ່ໃຫ້ເປັນພາລະເພີີ່ມ ກະຈໍາເປັນ.

ໃນກອງປະຊຸມ ລັດຖະບານ ສະໄໝສາມັນ ໃນວັນທີ 26 ກໍລະກົດ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສຸມໃສ່ແຜນການຕ່າງໆ ຕາມທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ເປັນຕົ້ນ ການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້ ທີ່ຈະຕ້ອງຄວບຄຸມບໍ່ໃຫ້ເກີນ 9% ໃນປີ 2024, ຄວບຄຸມເງິນກີບອ່ອນຄ່າ ແລະ ຄາລາສິນຄ້າ ເພື່ອຫຼຸດຜ່ອນພາລະ ຂອງປະຊາຊົນລາວ ແລະ ພະນັກງານ-ລັດຖະກອນ ຜູ້ມີລາຍຮັບໜ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.