ລັດຖະບານຫລຼົ້ມແຫຼວ ແກ້ໄຂເງິນກີບອ່ອນຄ່າ ພາຍໃນ 1 ເດືອນ

ອຸ່ນແກ້ວ
2024.08.21
ລັດຖະບານຫລຼົ້ມແຫຼວ ແກ້ໄຂເງິນກີບອ່ອນຄ່າ ພາຍໃນ 1 ເດືອນ ການຊື້-ຂາຍສິນຄ້າ ທີ່ຕະຫລາດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ທີ່ສ່ວນຫຼາຍແມ່ນສິນຄ້ານຳເຂົ້າຈາກຕ່າງປະເທດ (TS), ເດືອນກໍລະກົດ 2024.
RFA

ນັກທຸລະກິດ ແລະ ປະຊາຊົນ ຍັງບໍ່ເຫັນວ່າ ລັດຖະບານສາມາດແກ້ໄຂບັນຫາເງິນກີບເຟີ້ ແລະ ເງິນກີບອ່ອນຄ່າ ໄດ້ພາຍໃນ ນຶ່ງເດືອນ ຕາມການສະເໜີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ.

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສະເໜີໃຫ້ລັດຖະບານ ແກ້ໄຂບັນຫາເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ ຄຽງຄູ່ໄປກັບບັນຫາອື່ນໆ ນັບແຕ່ວັນທີ 15 ກໍລະກົດ 2024 ນີ້ເປັນຕົ້ນໄປ, ບໍ່ໃຫ້ມີຄໍາວ່າ ເຮັດບໍ່ໄດ້ ເພາະໄລຍະທີ່ຜ່ານມາ ກໍໄດ້ມີການປັບປຸງ ບັນດາກົນໄກດ້ານຕ່າງໆ ແຕ່ກໍບໍ່ມີແນວໂນ້ມດີຂຶ້ນ.

ມາຮອດປັດຈຸບັນເວລາ ກໍຜ່ານມາປະມານ 1 ເດືອນແລ້ວ, ເງິນກີບ ກໍແຂງຄ່າພຽງແຕ່ໄລຍະເວລາສັ້ນໆ.

ອັດຕາແລກປ່ຽນ ຢູ່ຮ້ານແລກປ່ຽນເງິນນອກລະບົບ ໄດ້ສະແດງໃຫ້ເຫັນວ່າ ຕອນທີ່ ທ່ານ ທອງລຸນ ສີສຸລິດ ໄດ້ສະເໜີລັດຖະບານນັ້ນ  ອັດຕາແລກປ່ຽນຢູ່ທີ່ 720-723 ກີບ ຕໍ່ 1 ບາດ ສ່ວນວ່າ ເງິນໂດລ້າປະມານ 26,500 -27,000 ກີບ ຕໍ່ 1 ໂດລ້າ.

ຫຼັງຈາກວັນທີ 15 ກໍລະກົດ, ເງິນກິີບ ກໍເລີ່ມແຂງຄ່າຂຶ້ນມາໜ້ອຍ ຢູ່ທີ່ປະມານ 670 ກີບຕໍ່ 1 ບາດ ສ່ວນວ່າ ເງິນໂດລ້າ ປະມານ 24,000- 25,000 ກີບ ຕໍ່ 1 ໂດລ້າ, ໝາຍຄວາມວ່າ ເງິນກີບແຂງຄ່າຂຶ້ນມາໜ້ອຍນຶ່ງຫຼັງຈາກທີ່ ທ່ານ ລອງລຸນ ສີສຸລິດ ປະທານປະເທດ ໄດ້ສະເໜີໃຫ້ລັດບານແກ້ໄຂ.

ຫຼ້າສຸດໃນວັນທີ ວັນຈັນທີ 21 ສິງຫາ ທີ່ຜ່ານມາ, ຢູ່ຮ້ານແລກປ່ຽນນອກລະບົບ ເງິນກີບກໍເລີ່ມອ່ອນຄ່າລົງຢູ່ທີ່ 715 ກີບ ຕໍ່ 1 ບາດ ສ່ວນວ່າ ເງິນໂດລ້າ ຢູ່ທີ່ 25,800 ກີບ ຕໍ່ 1 ໂດລ້າ.

ເງິນບາດ ແລະ ເງິນໂດລ້າ ນັ້ນຍັງຈະແຂງຄ່າຂຶ້ນຄືເກົ່າ. ນັກທຸລະກິດ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ທາງນອກຫັ້ນ 715,000 ກີບ ເງິນບາດ ເອົາກີບແລກບາດ 715,000 ກີບ ວ່າງກີ້ນີ້ ວ່າງ 2-3 ມື້ ນີ້ກະ 700,000​ ກີບ ມາວຸ້ນກັນອີກມື້ເຊົ້ານີ້. ເອີ ມື້ກ່ອນ 690,000 – 700,000 ກີບ ມືື້ວັນຈັນນີ້ ວຸ້ນກັນອີກ.

ເງິນກີບຍັງຈະສືບຕໍ່ເຟີິ້ ແລະ ອ່ອນຄ່າລົງອີກຫຼາຍກວ່າ ຕອນທີ່ ທ່ານ ທອງ ລຸນປະທານປະເທດ ໄດ້ປະກາດ, ນັກທຸລະກິດ ທ່ານນີ້ ຍັງກ່າວຕື່ມອີກວ່າ:

ມາທຽບກັບທອງລຸນຫັ້ນ ມັນຍັງຫຼຸດລົງ ໂອກາດມັນຊິແລ່ນຂຶ້ນສູງດຽວນີ້ຫັ້ນ ຈະຂຶ້ນກ່ອນເກົ່າ ກ່ອນທອງລຸນປະກາດອີກ ຊິຂຶ້ນກວ່າ ຊິຂຶ້ນກວ່າ ເພາະວ່າ ເຮົາມາສັງເກດຕອນນີ້ນິ ເຮົາຢາກໄດ້ເງິນບາດ ລະເຮົາບໍ່ສາມາດແລກໄດ້ ມັນບໍ່ຢາກມີລະ.

ນອກຈາກນີ້ ນັກທຸລະກິດອີກທ່ານນຶ່ງ ຍັງໃຫ້ສໍພາດຕໍ່ເອເຊັຽເສຣີ ວ່າ ມັນເປັນໄປໄດ້ຍາກທີ່ຈະເຮັດໃຫ້ເງິນກີບກັບຄືນມາແຂງຄ່າຄືເກົ່າ.

ມັນຊິໄດ້ຈັ່ງໃດ ເປັນໄປບໍ່ໄດ້ ເປັນໄປບໍ່ໄດ້ ຕາຍອີກ 800 ຊາດ ກະຍັງເປັນໄປບໍ່ໄດ້ ເພາະເຈົ້າບໍ່ມີເງິນຕາຕ່າງປະເທດ ຢູ່ໃນຄັງເງິນສໍາຮອງ ສະຫຼຸບຄື ເງິນໃນຖົງຫັ້ນ ຕໍ່າກວ່າມາດຕະຖານ ແລ້ວ ຊິເອົາຫຍັງໄປໃຫ້ເຂົາ ເຊື່ອໝັ້ນຊື້ເງິນຕາເຂົ້າມາໄດ້ ຄໍາກະບໍ່ມີ ມັນເປັນຂອງນາຍທຶນ ບໍ່ໄດ້ ຖ້າເບິ່ງນິ ປີໜ້າ ມັນຊິຂຶ້ນ.

ປະຊາຊົນທ່ານນຶ່ງ ກໍບໍ່ເຊື່ອໝັ້ນວ່າ ລັດຖະບານຈະສາມາດແກ້ໄຂບັນຫານີ້ໄດ້:

ໄປຖາມເດັກນ້ອຍເຂົາກະຊິຕອບໄດ້ຢູ່ ມີແຕ່ຂີ້ຕົວະຫັ້ນແຫຼະ ມັນກະໝາຍເຖິງພື້ນຖານເສດຖະກິດເຈົ້າຫັ້ນແຫຼະ ຄືເຂົາເວົ້າຫັ້ນແຫຼະ ໄມ້ຈີ້ມແຂ້ວ ເຈົ້າຍັງເຮັດບໍ່ເປັນລະ ມັນມີຫຍັງໄປຄໍ້າຈຸນວ່າ ເຈົ້າຊິເຮັດໄດ້ຫັ້ນນ່າ ເວົ້າລະກະແລ້ວໄປຫັ້ນນ່າ.

ລາຄາສິນຄ້າ ກໍຍັງແພງຄືເກົ່າ, ໂຕຢ່າງ ລາຄາເຂົ້າສານ 1 ກິໂລກຼາມ ເກືອບ 30,000 ກີບ ຈາກແຕ່ກ່ອນ 1 ກິໂລກຼາມ ມີລາຄາ 15,000 ກີບ.

ເຈົ້າໜ້າທີ່ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ຄືເຂົ້າສານນີ້ນ່າ ເຂົ້າສານເຈົ້າຈ້າວນີ້ນ່າ ປັຈຸບັນ ລາຄາເກືອບ 30,000​ ກີບ ຕໍ່ ກິໂລກຼາມ ແຕ່ກີ້ມາແຕ່ 15,000 ກີບ.

ສະມາຊິກສະພາແຫ່ງຊາດ ກໍສະແດງຄວາມເປັນຫ່ວງເລື່ອງອັດຕາແລກປ່ຽນເງິນຕາ ທີ່ຂຶ້ນລົງຜິດປົກກະຕິ ຍ້ອນມີ ຄົນຕັ້ງໃຈເຮັດໃຫ້ເງິນກີບອ່ອນຄ່າ ເພື່ອກິນກໍາໄລ.

ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດ ທີ 9 ໃນວັນທີ 11 ມິຖຸນາ 2024, ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫລວງວຽງຈັນ ໄດ້ອະພິປາຍຕອນນຶ່ງ ວ່າ:

ຄວາມຜັນຜວນຂອງອັດຕາແລກປ່ຽນມັນແຮງ ມັນແບບເຕັມບຶບບາດດຽວຫັ້ນນ່າ ຊຶ່ງຂ້າພະເຈົ້າຢາກຕັ້ງຄໍາຖາມໄປຫາທະນາຄານກາງວ່າ ດ້ວຍສາເຫດອັນໃດ ເພາະວ່າ ຜ່ານມານີ້ ກະຖືວ່າ ຄຸມມາຕະຫຼອດເນາະ ຄົນທໍາມະດາເຮັດບໍ່ໄດ້ແບບນີ້ ເພາະວ່າເງິນສ່ວນຫຼາຍ ກະບໍ່ໄດ້ໝາຍຄວາມວ່າ ທະນາຄານເປັນຜູ້ເຮັດຫຼືວ່າ ແມ່ນຫຍັງ ແຕ່ອັນນີ້ ຕັ້ງຂໍ້ສັງເກດນໍາກັນ ເພາະວ່າ ເງິນມັນກະຢູ່ທະນາຄານແຕ່ມັນແຮງຈັງຊີ້ນີ້ ມັນກະທົບລະມັນຍາກ.

ນອກຈາກນີ້, ທ່ານ ນາງ ຫົງຄໍາ ໄຊຍະວົງ ສະພາມຊິກສະພາແຫ່ງຊາດ ເຂດ 13 ແຂວງສະຫວັນນະເຂດ ກໍໄດ້ສະເໜີໃຫ້ ລັດຖະບານ ແກ້ໄຂບັນຫາເງິນກີບອ່ອນຄ່າ.

ຍ້ອນບັນດາສິນຄ້າປະເພດຕ່າງໆ ຢູ່ທ້ອງຕະຫຼາດ ແມ່ນມີລາຄາເພີ່ມຂຶ້ນທຸກໆມື້ ບໍ່ແມ່ນເພີ່ມຂຶ້ນທຸກໆເດືອນ ແຕ່ວ່າ ເພີີ່ມຂຶ້ນທຸກໆມື້ ສະນັ້ນຂ້າພະເຈົ້າໃນນາມຕົວແທນພໍ່ແມ່ປະຊາຊົນ ຂໍສະເໜີໃຫ້ລັດຖະບານຊຸດນີ້ ໄດ້ສຸມໃສ່ແກ້ໄຂບັນຫາ ເງິນກີບອ່ອນຄ່າ ໃຫ້ກັບມາແຂງຄ່າອີກ.

ອັດຕາແລກປ່ຽນເງິນໃນວັນທີ 21 ສິງຫາ ຂອງທະຫານຄານການຄ້າຕ່າງປະເທດ ມະຫາຊົນ ຊຶ່ງເປັນຮ້ານແລກປ່ຽນໃນລະບົບ: ແມ່ນ 22,139 ກີບ ຕໍ່ 1 ໂດລ້າ ແລະ ເງິນບາດ ຢູ່ທີ່ 683 ກີບຕໍ່ 1 ບາດ. ສ່ວນວ່າ ໃນວັນທີ 15 ກໍລະກົດ ທີ່ຜ່ານມາ ອັດຕາຢູ່ທີ່ 22,226 ກີບ ຕໍ່ 1 ໂດລ້າ  ແລະ ເງິນບາດ ຢູ່ທີ່ 695 ກີບ ຕໍ່ 1 ບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.