ລາວ-ຈີນ ໃຊ້ເງິນຢວນ ແທນເງິນໂດລ້າຣ໌ ໃນການຊື້-ຂາຍ ລະຫວ່າງປະເທດ
2023.06.08
ທະນາຄານອຸດສາຫະກັມ ແລະການຄ້າ ຂອງຈີນ ຫຼື Industrial and Commercial Bank of China (ICBC) ສາຂານະຄອນຫຼວງວຽງຈັນ ຈະເປີດສູນໃຫ້ບໍຣິການ ຊໍາລະສະສາງດ້ວຍເງິນຢວນ ໃນລາວ (Laos RMB Clearing Bank) ພາຍໃນເດືອນມິຖຸນານີ້ ຕາມການອະນຸຍາດ ຂອງທະນາຄານແຫ່ງ ສປປ ລາວ ເພື່ອສົ່ງເສີມການໃຊ້ເງິນກີບ ແລະເງິນຢວນ ໃຫ້ຫຼາຍຂຶ້ນ ໃນການຊໍາລະການຄ້າ ແລະການລົງທຶນ ລະຫວ່າງ ລາວ-ຈີນ ແທນເງິນໂດລ້າຣ໌ ສະຫະຣັຖ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ມິຖຸນານີ້.
“ໂຕນີ້ ຕັ້ງສູນສໍາລະສະສາງ, ຜ່ານມາເຮົາເຄີຍເຊັນສັນຍາຫັ້ນ ຄ້າຍໆກັບ Local Currency ລະຫວ່າງລາວກັບ ອ່າ ລະຫວ່າງກີບກັບຢວນເນາະ ກັບປະເທດຈີນ ໃນທີ່ນີ້ກໍຈະເປັນການສະສາງ ກັນລະຫວ່າງປະເທດ ທະນາຄານທຸຣະກິຈ ຢູ່ລາວນີ້ ກໍສາມາດເປີດບັນຊີ ເປັນສະກຸນເງິນຢວນໄດ້ ຜູ້ສົ່ງອອກຈາກລາວສົ່ງອອກໄປປະເທດຈີນ ເນາະ ເງີນກີບກໍສາມາດໂອນເປັນເງີນຢວນ ເຂົ້າມາບັນຊີຜູ້ສົ່ງອອກລາວ ໄດ້.”
ທ່ານກ່າວຕື່ມວ່າ ສູນດັ່ງກ່າວ ມີເປົ້າໝາຍບໍຣິການ ຊຳລະສະສາງເງິນຢວນ ແລະການແລກປ່ຽນ ລະຫວ່າງເງິນກີບ ແລະເງິນຢວນ ເພື່ອສົ່ງເສີມໃຫ້ທຸຣະກິຈ ໃນລາວມີປະສິດທິພາບ ໃນການຊໍາລະສະສາງ ດ້ວຍເງິນຢວນດີຂຶ້ນ ແລະທັງເປັນສ່ວນນຶ່ງ ທີ່ຈະຊ່ອຍຫລຸດຜ່ອນ ບັນຫາເງິນກີບອ່ອນຄ່າ ແລະສົ່ງເສີມການຄ້າ.
“ມາສົ່ງເສີມເຣື່ອງການຄ້າ ຫຼາຍກວ່າ ສົມມຸດມີການຄ້າເພີ່ມຂຶ້ນ ມີເງິນຕຣາຕ່າງປະເທດເພີ່ມຂຶ້ນ ກໍຈະຊ່ວຍຫລຸດແຮງກົດດັນ ຄ່າເງິນຫັ້ນ ມັນຈະເປັນຜົນຊ່ວຍໃຫ້ເງິນເຟີ້ ເປັນສ່ວນນຶ່ງທີ່ຈະຊ່ວຍໃຫ້ເງິນເຟີ້ຫັ້ນນ່າ ແຕ່ບໍ່ໄດ້ໝາຍຄວາມວ່າ ໃຫ້ຄົນຈີນເອົາເງິນ ເປັນເງິນສົດ ເງິນຫຍັງ ເຂົ້າມາຈ່າຍ ຊື້ເຄື່ອງຊື້ຂອງຢູ່ປະເທດລາວ ແຕ່ເປັນການຊໍາລະ ລະຫວ່າງປະເທດ.”
ພໍ່ຄ້າລາຍຍ່ອຍຜູ້ນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ນໍາສິນຄ້າຈາກຈີນ ເຂົ້າມາຂາຍຢູ່ລາວ ເວົ້າວ່າ ທີ່ຜ່ານມາ ນັກທຸຣະກິຈ ທີ່ນໍາເຂົ້າ ແລະສົ່ງອອກສິນຄ້າ ລະຫວ່າງລາວ ແລະຈີນ ຊຳລະເປັນເງິນຢວນຜ່ານລະບົບ ອອນລາຍນ໌ ຂອງທະນາຄານ ການຄ້າ ລະຫວ່າງປະເທດ (BCEL One) ທີ່ຢູ່ໃນການຄຸ້ມຄອງຂອງຣັຖໃນລາວ ໂດຍບໍ່ຕ້ອງໄດ້ແລກປ່ຽນ ເປັນເງິນກີບ ມາໄດ້ປະມານ 3 ປີປາຍແລ້ວ.
“ຂາຍເຄື່ອງຫວາ ເຂົາຈະຈ່າຍເງິນກັນທາງ WeChat ນ່າ. ທາງຈີນຫັ້ນນ່າ ເປັນຢວນໆ ດຽວນີ້ແຫຼະ ປົກກະຕິ ເຂົາກໍໃຊ້ກັນໂຕນີ້ແຫຼະ, ແຕ່ວ່າຂ້ອຍນີ້ກໍບໍ່ຄ່ອຍສັ່ງດອກ ເຄື່ອງຢູ່ຈີນ ແຕ່ວ່າສັ່ງແຕ່ໃຫ້ຄົນອື່ນເຂົາສັ່ງໃຫ້ ອິຫຍັງຫັ້ນນ່າ ຜູ້ທີ່ຂະເຈົ້າຮັບສັ່ງ ມັນຈະມີຄົນຮັບສັ່ງຕ່າງຫາກ ເຄື່ອງຢູ່ຈີນຫັ້ນນ່າ. ອ່າ ໂອນເປັນເງິນຢັວນ.”
ເຖິງແມ່ນວ່າ ຫຼາຍເມືອງ ຫຼາຍແຂວງໃນທົ່ວປະເທດ ຍັງບໍ່ທັນໄດ້ອະນຸຍາດໃຫ້ຊາວຕ່າງປະເທດ ໃຊ້ເງິນຕຣາຕ່າງປະເທດ ຢູ່ລາວ ແລະໃຫ້ໃຊ້ເງິນກີບ ແຕ່ນັກທ່ອງທ່ຽວຈີນບາງກຸ່ມກໍຍັງໃຊ້ເງິນຢວນຢູ່ ໂດຍສະເພາະ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະເຂດເສຖກິຈ ພິເສດ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຊຶ່ງທາງການລາວ ບໍ່ສາມາດແກ້ໄຂໄດ້ ຍ້ອນເປັນພື້ນທີ່ຂອງນັກທຸຣະກິຈຈີນຄຸ້ມຄອງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງເວົ້າວ່າ:
“ມີແຕ່ເຂົ້າທະນາຄານ ປ່ຽນຫັ້ນນ່າເນາະ ເຂົ້າທະນາຄານກະຄືເກົ່າຫັ້ນແຫຼະ ຄ່າໃຊ້ຈ່າຍຕ້ອງເປັນເງິນກີບນ່າ ຄ່າງໃຊ້ຈ່າຍອິຫຍັງເນາະ ກ່ອນຊິຂ້າມມາ ກໍປ່ຽນຢູ່ດ່ານ ໜ້າດ່ານກໍມີຕິ໋ ຢູ່ຮ້ານແລກປ່ຽນ ບໍ່ໄດ້ແລ້ວໆ ໂອ ບໍ່ຮູ້ຄືກັນເດີ ບໍ່ຮູ້ຄືກັນເນາະໂຕນັ້ນນ່າ ແມ່ນແຫຼະ ມັນບໍ່ແມ່ນແຫຼະ ເຂດສັມປະທານເນາະ ໂຕນັ້ນເນາະ ເຂດສັມປະທານຕິ໋ ເຂດສັມປະທານ ມັນຢູ່ນອກຂອງອັນນັ້ນແລ້ວ ຄະນະຄຸ້ມຄອງ ຂອງຂະເຈົ້າ.”
ຊາວຄ້າຂາຍ ຢູ່ເມືອງຕົ້ນເຜິ້ງ ຜູ້ນຶ່ງ ກໍເວົ້າວ່າ ໃນໄລຍະທ້າຍປີ 2022 ທີ່ຜ່ານມາ ການແລກປ່ຽນເງິນຕຣາ, 1 ຢວນແລກໄດ້ປະມານ 2,300 – 2,450 ປາຍກີບ, ແຕ່ເມື່ອການຣະບາດ ຂອງໂຄວິດ-19 ຜ່ອນຄາຍລົງ, ທາງການຈີນ ປະກາດເປີດປະເທດ, ເງິນຢວນແຂງຄ່າຂຶ້ນ ຊຶ່ງປັດຈຸບັນ 1 ຢວນແລກໄດ້ປະມານ 2,560 ກີບ ຫລື ໄດ້ຫຼາຍກວ່ານີ້ ຖ້າແລກປ່ຽນຢູ່ນອກລະບົບ ການຄຸ້ມຄອງຂອງທາງການ.
“ຖ້າເຮົາເອົາເງິນກີບຊື້ຢວນ ລາຄາມັນສູງ ແຕ່ຖ້າເອົາເງິນຢວນແລກກີບ ລາຄາມັນຕ່າງກັນ ກີບເອົາຢວນ ເງິນລາວ 280,000 ແລ້ວເງິນຢັວນ 100 ຢວນ ຢູ່ລາວບໍ່. ຢູ່ລາວເງິນລາວເຮົາເຟີ້ ຫຼາຍ ເພາະວ່າເຂົາໃຊ້ແຕ່ເງິນໄທຍ ກັບເງິນຕ່າງປະເທດ ເງິນໂດລ້າຣ໌ ກັບເງິນຢວນ.”
ເມື່ອເດືອນມົກກະຣາ 2020 ທະນາຄານແຫ່ງ ສປປ ລາວ ແລະທະນາຄານ ປະຊາຊົນຈີນ ໄດ້ລົງນາມກ່ຽວກັບການນໍາໃຊ້ ສະກຸນເງິນທ້ອງຖິ່ນ ໃນລະບົບການຊໍາລະສະສາງ ເພື່ອເປີດທາງໃຫ້ຄູ່ຄ້າ ແລະຄູ່ລົງທຶນ ຂອງ 2 ປະເທດ ນໍາໃຊ້ສະກຸນເງິນທ້ອງຖິ່ນ ຂອງໂຕເອງໄດ້ ຄືເງິນກີບ ແລະເງິນຢວນ ເພື່ອຄວາມສະດວກ ໃນດ້ານການຄ້າ ແລະການລົງທຶນ, ບໍ່ຈໍາເປັນເພິ່ງ ສະກຸນເງິນອື່ນ ແລະເມື່ອວັນທີ 20 ກັນຍາ 2022 ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ປະຊາຊົນຈີນ ກໍໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ວ່າດ້ວຍການສ້າງຕັ້ງ ທະນາຄານຊໍາລະສະສາງ ດ້ວຍເງິນຢວນ ຢູ່ ສປປ ລາວ ແລະໃນມື້ວັນທີ 30 ກັນຍາ ປີດຽວກັນນີ້ ທະນາຄານ ປະຊາຊົນຈີນ ກໍໄດ້ມອບໝາຍໃຫ້ ທະນາຄານອຸດສາຫະກັມ ແລະການຄ້າ ຂອງຈີນ ຈໍາກັດ ສາຂາ ນະຄອນຫຼວວງວຽງຈັນ ເປັນສູນຊໍາລະສະສາງ ດ້ວຍເງິນຢວນ ຢູ່ລາວ.