ຣັຖບານສ້າງໜີ້ 17 ຕື້ ໂດລາຣ໌ ຍາກທີ່ຈະໃຊ້ຄືນໄດ້

0:00 / 0:00

ໃນຕົ້ນເດືອນຕຸລາ ທີ່ຜ່ານມາ, ທາງການລາວ ໄດ້ອອກມາລາຍງານວ່າ ໜີ້ສິນຂອງປະເທດລາວ ສູງຂຶນເຖິງ 17 ລ້ານ ໂດລ້າຣ໌ ເຊິ່ງເປັນຈໍານວນທີ່ສູງເກີນ ທີ່ຣັຖບານລາວ ຈະສາມາດໃຊ້ແທນໄດ້. ນັກທຸຣະກິຈ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

" ຍາກໆ 17 ຕື້ໂດລາຣ໌ ຊິເອົາມາແຕ່ໃສ ແຕ່ປະຄັບປະຄອງເງິນເດືອນນີ້ ກະຍັງບໍ່ໄດ້ ຄູ່ມື້ນີ້ ບໍ່ໄດ້ດອກ ເປັນໄປບໍ່ໄດ້ດອກ. "

ນັກທຸຣະກິຈ ທ່ານນີ້ ຍັງໃຫ້ເຫດຜົລ ທີ່ຣັຖບານລາວ ບໍ່ສາມາດໃຊ້ໜີ້ໄດ້ ຍ້ອນວ່າ:

“ເງິນມັນບໍ່ແມ່ນມີຮ່ວງເຂົ້ານີ້ແຫຼະ ຊິເອົາຮ່ວງໃດມາ ຄືກັບໄຟຟ້າ ຊິເອົາມາໃຊ້ຈ່າຍ ມັນກະຍັງບໍ່ພໍ ຄືໄມ້ ຕັດໄມ້ແທ້ຈິງກະບໍ່ມີລາຍຮັບຫຍັງ, ຄືສວນກ້ວຍກະບໍ່ໄດ້ຫຍັງ ພາສີອາກອນຫຍັງກະບໍ່ໄດ້ ຍົກເວັ້ນໝົດໄດ໋ ກ້ວຍນີ້ກະເປັນບູຣິມະສິດ ຂອງຈີນ ບໍ່ໄດ້ເສັຽຫຍັງໄດ໋.”

ປະເທດລາວ ບໍ່ມີລາຍຮັບພຽງພໍ ທີ່ຈະເອົາເງິນມາໃຊ້ໜີ້ປະມານ 1 ຕື້ໂດລ້າຣ໌​ ຕໍ່ປີ ເພາະວ່າ ມັນເປັນເງິນຈໍານວນຫຼາຍ. ນັກທຸຣະກິຈ ທ່ານນີ້ ກ່າວຕື່ມອີກວ່າ:

" ໂຕໄມ້ນີ້ ກະບໍ່ທໍ່ໃດນ່າ ລາຍຮັບຂອງເຮົາບໍ່ມີເດ້ ລະຊິເອົາເງິນມາແຕ່ໃສ 1 ຕື້ ໂດລ້າຣ໌ ມາໃຊ້ໜີ້ ຕໍ່ປີ. "

ເມື່ອ ຣັຖບານລາວ ບໍ່ສາມາດໃຊ້ໜີ້ຕ່າງປະເທດໄດ້ ຈໍາເປັນຕ້ອງໄດ້ເອົາຊັບສິນໃດນຶ່ງ ໃຊ້ໜີ້ ຫຼື ແບບເອົາຊັບສິນຕຸບກັບໜີ້ ເຊິ່ງໝາຍເຖິງຣັຖວິສາຫະກິຈໃດນຶ່ງ ຫຼື ເອົາສະຖານທີ່ ທີ່ເປັນຊັບສິນຂອງຣັຖ ໃຫ້ເຈົ້າໜີ້. ນັກທຸຣະກິຈ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ພຽງສັ້ນໆ ວ່າ:

“ເຂົາມີການຕຸບກັນເດ້.”

ທ່ານ ສັນຕິພາບ ພົມວິຫານ, ຣັຖມົນຕຣີກະຊວງການເງິນ ພ້ອມດ້ວຍ ຜູ້ວ່າການ ADB ປະຈຳລາວ ເປີດເຜີຍຢູ່ໃນກອງປະຊຸມ ພາຍໃຕ້ຫົວຂໍ້ເຣື່ອງ “ການປຶກສາຫາລືລະດັບສູງ ກ່ຽວກັບການສ້າງຄວາມເຂັ້ມແຂງ ທາງດ້ານການຄຸ້ມຄອງໜີ້ສິນ ສາທາຣະນະ ຢູ່ ສປປ ລາວ” ໃນວັນທີ 4 ຕຸລາ 2023 ວ່າ: ຈຳນວນໜີ້ສິນສາທາຣະນະ ແລະການຄ້ຳປະກັນຂອງຣັຖ ໃນທົ່ວປະເທດ, ຊຶ່ງບັນລຸ 112% ຂອງລວມຍອດຜລິຕພັນ ມວນລວມພາຍໃນ (GDP) ໃນປີ 2022 (ຄິດໄລ່ເປັນ ປະມານ 17.6 ຕື້ໂດລ້າຣ໌ສະຫະຣັຖ), ໄດ້ຊ້ຳຕື່ມປະເທດ ຫຼັງໄດ້ຮັບຜົລກະທົບ ຈາກສະພາບການແຜ່ຣະບາດ ຂອງໂຄວິດ-19 ແລະອັດຕຣາເງິນເຟີ້ ທົ່ວໂລກ ທີ່ເພີ່ມສູງຂຶ້ນ.

ອາຈານສອນຄະນະນິດສາດ ທ່ານນຶ່ງ ໄດ້ອະທິບາຍໃຫ້ການສົມທຽບວ່າ:

" ເມື່ອປຽບທຽບຈໍານວນໜີ້ສິນ ກັບລາຍຮັບຂອງຄົນ ກໍຄື ຖ້າຄົນຜູ້ນຶ່ງ ມີລາຍຮັບ 1,000,000​ ກີບ, ແຕ່ ມີໜີ້ສິນ 1,120,000​ ກີບ ນັ້ນສະແດງວ່າ ບຸກຄົນນັ້ນ ຕ້ອງ , ຕ້ອງໃຊ້ໜີ້ ແລະ ຍັງຕິດລົບອອກ 120,000 ກີບ ໂດຍ ທີ່ບຸກຄົນນັ້ນ ບໍ່ໄດ້ກິນຫຍັງເລີຍ ຄື ຫາເງິນມາໄດ້ ຕ້ອງເອົາໄປໃຊ້ໜີ້ໝົດ.​"

ວິກິດເສຖກິຈຂອງລາວ ເກີດຍ້ອນບັນຫາເງິນເຟີ້ ແລະໜີ້ສິນສາທາຣະນະ, ສົ່ງຜົລໃຫ້ ການລົງທຶນ ຢູ່ຕລາດຮຸ້ນລາວ ບໍ່ໄດ້ຮັບຜົລຕອບແທນ ທີ່ໜ້າເພິ່ງພໍໃຈ ປານໃດ.

ໃນເດືອນກັນຍາ 2023​ ອັດຕຣາເງິນບາທ ຢູ່ຕລາດນອກລະບົບ ບາງແຫ່ງໃນອາທິດທີ່ຜ່ານມາ ຂຶ້ນຮອດ 680,000 ​ກີບ ຕໍ່ 1,000 ບາທ ສ່ວນອັດຕຣາເງິນໂດລ້າຣ໌ ຢູ່ທີ່ 2,200,000 ກີບ ຕໍ່ 100 ໂດລ້າຣ໌.

ສ່ວນວ່າ ປີ 2022​ ທີ່ຜ່ານມາ ອັ​ດຕ​ຣາ ​ແລກ​ປ່ຽນ​ເງິນ ​ຢູ່​ຮ້າ​ນແລກ​ປ່ຽນນອກລະ​ບົບ, ເງິນ​ບາທ 500,000 ປາຍ​ກີບ ຕໍ່ 1,000 ບາທ, ສ່ວນ​ວ່າ ເງິນ​ໂດ​ລ້າ​ຣ໌ ປະ​ມານ 1,500,000 ກີບຕໍ່ 100 ໂດ​ລ້າ​ຣ໌.​

ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປ ລາວ, ອັດຕຣາເງິນເຟີ້ ໃນເດືອນ ມິຖຸນາ ຢູ່ທີ 28.64%, ເດືອນກໍຣະກະດາ ຢູ່ທີ່ 27.80% ແລະ ເດືອນສິງຫາ ອັດຕຣາເງິນເຟີຢູ່ທີ່ 25.88%.

ໃນການແກ້ໄຂ ບັນຫາເສຖກິຈ ແລະ ບັນຫາເງິນເຟີ້ ຣັຖບານໄດ້ປະກາດຂາຍພັນທະບັດ ເປັນງວດທີ 3.

ທະນາຄານແຫ່ງ ສປປ ລາວ ໄດ້ປະກາດຂາຍພັນທະບັດ ສະກຸນເງິນກີບ ງວດທີ 03 ຈຳນວນ 3,000 ຕື້ກີບ ອັດຕາດອກເບັ້ຍ 15%/ປີ ເຊິ່ງອາຍຸພັນທະບັດ 06 ເດືອນ. ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງ ໃນລະຫວ່າງ ວັນທີ 06-08 ກັນຍາ 2023.

ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ອອກພັນທະບັດ ງວດທີ 2 ດອກເບ້ຍ 20% ຕໍ່ປີ (ອາຍຸ 6 ເດືອນ) ມູນຄ່າ 1,000 ຕື້ກີບ ເຊິ່ງອອກຈໍາໜ່າຍ ໃນວັນທີ 09 ມົກກະຣາ 2023.

ສ່ວນວ່າ ງວດທີ 1, ຣັຖບານ ໄດ້ອອກໃນວັນທີ 15 ມິຖຸນາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ອອກຈຳໜ່າຍພັນທະບັດ ສະກຸນເງິນກີບ ວົງ ເງິນ 5,000 ຕື້ກີບ ດອກເບ້ຍ 20% ຕໍ່ປີ ອາຍຸພັນທະບັດ 06 ເດືອນ.

ປະ​ເທ​ດ​ລາວ ​ຕິດ​ໜີ້​ຕ່າງ​ປະ​ເທດ​ ເພີ່ມ​ຂຶ້ນເປັນ​ລຳ​ດັບ ໂດຍ​ສະ​ເພາະນັບ​ແຕ່​ປີ 2010-2016 ເຊິ່ງ​ເປັນ​ປີ​ທີ່​ຣັ​ຖ​ບານ ມີ​ການ​ຢືມ​ຕ່າງ​ປະ​ເທດ​ຫຼາຍ. ອີງຕາມຂໍ້ມູນຈາກກະຊວງການເງິນ, ໃນ​ປີ 2010 ປະເທດລາວ ​ໃຊ້​ໜີ້​ຕ່າງ​ປະ​ເທດ ບໍ່​ເກີນ 160 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ແຕ່​ ​ປີ 2019 ປະເທດລາວ ຕ້ອງຈ່າຍໜີ້ 1,200 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ຕໍ່​ປີ ມາ​ຮອດ​ປີ 2022 ນີ້​ລະ​ແມ່ນ 1,400 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ​ຕໍ່​ປີ ສະ​ເພາະ​ໃຊ້​ໜີ້​ສິນ​ຕ່າງ​ປະ​ເທດ.”

ສະ​ຖາ​ບັນ Moody’s ທີ່​ເປັນ​ສະ​ຖານ​ບັນ ​ຈັດ​ອັນ​ດັບຄວາມ​ໜ້າ​ເຊື່ອ​ຖື ຂອງ​ການ​ຈ່າຍ​ໜີ້ ໄດ້ຈັດ​ອັນ​ດັບ​ປະ​ເທດ​ລາວ ເປັນ​ປະ​ເທດ ​ທີ່ບໍ່​ມີ​ຄວາມ​ສາ​ມາດ​ໃຊ້​ໜີ້ ໃຫ້​ຫຼຸ​ດ​ລົງ​ໄປ​ຕື່ມ​ອີກ ຍ້ອນ​ວ່າ ປະ​ເທດລາວ ມີ​ບັນ​ຫາຂາດ​ແຄນ​ເງິນ​ຕ​ຣາ ​ຕ່າງ​ປະ​ເທດ ແລະ ເງິນ​ຕ​ຣາ​ໃນ​ປະ​ເທດ ໃນ​ໄລ​ຍະ​ຍາວ.

ໃນ​ການ​ເດືອນ​ມິ​ຖຸ​ນາ 2022 ທີ່​ຜ່ານ​ມາ ຜ​ແນກ​ຝ່າຍ​ນັກ​ລົ​ງ​ທຶນ​ ຂອງສະ​ຖາ​ບັນ Moody’s ໄດ້​ຈັດ​ອັນ​ດັບ​ປະ​ເທດ​ລາວ ໃຫ້​ຢູ່​ໃນ​ອັນ​ດັບ Caa3 ຈາກ​ແຕ່​ກ່ອນຢູ່​ໃນ​ອັນ​ດັບ Caa2. ແຕ່​ກ່ອນ​ລາວ ຢູ່​ໃນ​ອັນ​ດັບ Caa2 ​ເປັນ​ອັນ​ດັບ​ທີ່ ບໍ່​ມີ​ຄວາມ​ສາ​ມາດ​ ໃນ​ການ​ໃຊ້​ໜີ້​ຢູ່​ແລ້ວ ແລະ ມາ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ Caa3 ກໍ​ຍັງ​ຍິ່ງຢູ່​ໃນ​ອັນ​ດັບ ​ທີ່ຫຼຸດ​ລົງ ​ຫຼື​ ເປັນ​ອັນ​ດັບ​ທີ່ ຂີ້​ຮ້າຍກວ່າ​ເກົ່າ. ສະ​ຖາ​ບັນ Moody’s ມີ​ຫ້ອງ​ການ​ໃຫຍ່ ​ຕັ້ງ​ຢູ່​ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ແລະ ຍັງ​ມີ​ຫ້ອງ​ການ​ທີ່​ເປັນ​ໂຕ​ແທນ​ຕັ້ງ​ຢູ່​ຫຼາຍ​ປະ​ເທດ (ສະຖາບັນ ຈັດອັນດັບ ຄວາມໜ້າເຊື່ອຖື).

ສະ​ຖາບັນ Moody’s ໄດ້​ຣາຍ​ງານ​ວ່າ ການ​ຕັດ​ສິນ​ໃຈ ຈັດ​ອັນ​ດັບ​ໃຫ້​ລາວ ລົງ​ມາ​ຢູ່​ໃນລະ​ດັບ Caa3 ນັ້ນ​ສະ​ທ້ອນ​ໃຫ້​ເຫັນ​ເຖິງ ​ຄວາມ​ສ່ຽງຂາດ​ແຄນ​ເງິນ​ສົດ ແລະ ຄວາມບອບ​ບາງ ທີ່​ປະ​ເທດ​ລາວຕ້ອງ​ຕົກ​ເປັນ​ໜີ້​ ລວມ​ທັງ​ ຄວາມ​ອ່ອນ​ແອ​ຂອງ​ ຣັ​ຖ​ບານ​ລາວ ທີ່​ເຮັດ​ໃຫ້​ເກີດ​ຄວາມ​​ສ່ຽງ​ຫຼາຍ​ຂຶ້ນ.

ໃນ​ການ​ແກ້​ໄຂບັນ​ຫາ ທາງ​ດ້ານ​ການ​ເງິນ, ປະ​ເທດ​ລາວ ກໍ​ຍັງ​ເພິ່ງ​ພາ​ອາ​ໄສການ​ຄ້າ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຫຼາຍ​ຂຶ້ນກວ່າ​ເກົ່າ ເຊິ່ງຈະສົ່ງ​ຜົ​ລ​ເຮັດ​ໃຫ້ ມີ​ການ​ເປີດ​ເຜີຍ​ໂຕ​ເອງ ຕໍ່​ຕ​ລາດທາງ​ການ​ຄ້າ ​ຫຼາຍ​ຂຶ້ນ. ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາປະເທດ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

"ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ , ມີການແລກປ່ຽນໜີ້​ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ - ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້."

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ:

"ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັບສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງຂອງລາວ ເພື່ອແລກກັບການທີ່ຈີນເອົາເງິນໃຫ້ລາວມາໃຊ້ໜີ້."

ສິ່ງທີ່ເກີດຂຶ້ນຜ່ານມາ ​ບໍ​ຣິ​ສັດ​ຈີນທີ່​ຊື່​ວ່າ China Southern Power Grid ເຂົ້າ​ມາ​ຄວບ​ຄຸມ ແລະ ຖື​ຮຸ້ນ​ຫຼັກໃນໂຄງການລະບົບສາຍສົ່ງໄຟຟ້າລາວ ຂອງ​ບໍ​ຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຍ້ອນ​ວ່າ ລາວ​ຕິດ​ໜີ້​ຈີນ ອີ​ງ​ຕາມ​ການ​ຣາຍ​ງານ ຂອງສຳ​ນັກ​ຂ່າວ Reuters ຂອງ​ອັງ​ກິດ.