ຂໍ້ຂັດແຍ່ງທີ່ດິນຄັ້ງປວັດການ

ອຸ່ນແກ້ວ ສຸກສະຫວັນ
2014.08.27
F-vientiane ໃນຕົວເມືອງ ວຽງຈັນ
RFA

 

ຂໍ້ຂັດແຍ່ງ ທີ່ດິນ ຢູ່ບ້ານ ສະພານທອງ ໃຕ້ ທີ່ ເກີດຂຶ້ນ ໃນວັນທີ 12 ສິງຫາ 2014 ຜ່ານມາ ນີ້ ໄດ້ສະທ້ອນ ໃຫ້ເຫັນ ຫຼາຍບັນຫາ ເຊັ່ນ ຕົວຢ່າງ ເຣຶ່ອງ: ການທີ່ມີ ຣັຖກອນ ຂັ້ນສູງ ຂອງ ສປປລາວ ໄປພົວພັນ ນຳນັ້ນ ການອອກ ໃບຕາດິນ ຈຶ່ງມີຊ່ອງ ໂວ່ ແລະ ຂະບວນການ ທາງສານ ຈຶ່ງ ບໍ່ສາມາດ ແກ້ໃຂ ຂໍ້ຂັດແຍ່ງ ທີ່ດິນ ນັ້ນໄດ້ ດັ່ງນີ້ ເປັນຕົ້ນ.

ກໍຣະນີ ການເກີດ ຂໍ້ຂັດແຍ່ງ ທີ່ດິນ ຢູ່ໜ່ວຍ 14 ບ້ານ ສະພານທອງ ໃຕ້ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ ຈົນມາເຖິງ ຕອນນີ້ ກໍຍັງ ບໍ່ທັນ ມີການແກ້ໄຂ ໄກ່ເກັ່ຽ ກັນໄດ້ ໂດຍສະເພາະ ຄູ່ ກໍຣະນີ ຂໍ້ຂັດແຍ່ງ ຄື ນາງ ບຸນທັນ ສູນທະລາ ແລະ ນາງ ສົມມະລີ ທຳມະວົງ.

ຜູ້ທີ່ເຫັນ ເຫດການ ເວົ້າວ່າ ໃນວັນທີ 12 ສິງຫາ ທີ່ຜ່ານມາ ນາງ ສົມມະລີ ນໍາພາ ເອົາຊາວໜຸ່ມ ປະມານ 20 ຄົນ ຮວມມີທັງ ນາຍບ້ານ ປກສ ກອງຫລອນ ບ້ານ ແລະ ກຸ່ມ ຕໍາຣວດ ອີກ ຈໍານວນນຶ່ງ ເຂົ້າມາຂົນ ເອົາເຄື່ອງ ເຮືອນ ແລະ ນຳເອົາ ຣົດດຸດ ແລະ ຣົດໄຖ ມາມ້າງເຮືອນ ຂອງ ນາງ ບຸນທັນ ເພື່ອ ບັງຄັບໃຫ້ ນາງ ບຸນທັນ ແລະ ຄອບຄົວ ອອກຈາກເຮືອນ ແລະ ທີ່ດິນຕອນ ດັ່ງກ່າວ ຊຶ່ງ ມີເນື້ອທີ່ ປະມານ 5 ພັນ ຕະລາງແມັດ ຫລື ປະມານ 3 ໄຣ່.

ຜູ້ທີ່ເຫັນ ເຫດການ ເວົ້າວ່າ ເຄື່ອງເຮືອນ ແລະ ເຄື່ອງໃຊ້ ຕ່າງໆໆ ຂອງ ນາງ ບຸນທັນ ແມ່ນ ຖືກພວກ ຊາວໜຸ່ມ ທີ່ ມ້າງເຮືອນ ໃນມື້ນັ້ນ ເກັບ ເອົາໄປໝົດ. ຫລ້າສຸດ ໃນ ວັນທີ 15 ເດືອນ 8 ທີ່ ຜ່ານມານີ້ ນາງ ບຸນທັນ ສູນທະລາ ຜູ້ເສັຽຫາຍ ໄດ້ຂຽນ ຄຳຮ້ອງທຸກ ເຖິງ ສະພາ ແຫ່ງຊາດ ໂດຍ ນາງ ບຸນທັນ ໄດ້ສະເໜີ ຂໍຢູ່ເຮືອນ ຫລັງດັ່ງກ່າວ ອີກຕໍ່ໄປ ແລະ ເພື່ອໃຫ້ ໜ່ວຍງານ ທີ່ກ່ຽວຂ້ອງ ຂອງ ສະພາ ແຫ່ງຊາດ ເຂົ້າມາແກ້ໄຂ ບັນຫາ ດັ່ງກ່າວ.

ອີງຕາມ ຂໍ້ມູນ ຈາກ ບົດຣາຍງານ ຂອງ ກະຊວງ ຍຸຕິທັມ ໄດ້ຮູ້ວ່າ ດິນຕອນ ດັ່ງກ່າວ ເປັນຂອງ ເຈົ້າຊີວິດ ສີສວ່າງວັທນາ ໃນຊຸມປີ 1960 ແລະ ທ່ານ ສີສຸກ ນະຈຳປາສັກ ເປັນຜູ້ ຄຸ້ມຄອງ ນຳໃຊ້ເຮືອນ ແລະ ທີ່ດິນ ຕອນດັ່ງກ່າວ ແລະ ໃນເວລາ ນັ້ນ ນາງ ແຈ່ມຈັນ ຊຶ່ງ ເປັນແມ່ຂອງ ນາງ ບຸນທັນ ເຮັດວຽກ ເປັນແມ່ບ້ານ ຢູ່ເຮືອນຫລັງ ດັ່ງກ່າວ.

ຕໍ່ມາ ໃນປີ 1974 ທ່ານ ສີສຸກ ໄປດຳຣົງ ຊີວິດ ຢູ່ ປະເທດຝຣັ່ງ ສ່ວນວ່າ ນາງ ແຈ່ມຈັນ ແລະ ນາງ ບຸນທັນ ທັງ ສອງແມ່ລູກ ກໍຍັງອາໄສຢູ່ ໃນເຮືອນ ຫລັງ ດັ່ງກ່າວ ນັ້ນ ນັບແຕ່ນັ້ນ ເປັນ ຕົ້ນມາ.

ຂໍ້ຂັດແຍ່ງ ທີ່ດິນ ເລີ້ມເກີດຂຶ້ນ ໃນປີ 2011 ເປັນຕົ້ນມາ ເມື່ອ ນາງ ນິດສາຄອນ ສົມສະໜິດ ຢູ່ບ້ານ ທ່າ ພະລານໄຊ ເມືອງ ສີສັດຕະນາກ ໄດ້ມາອ້າງສິດ ຄອບຄອງ ທີ່ດິນ ຕອນນັ້ນ ພ້ອມກັບມີ ໜັງສື ການອ້າງອີງ ທີ່ຜູ້ກ່ຽວ ຢັ້ງຢືນວ່າ ແມ່ນຍາດ ພີ່ນ້ອງ ຂອງເຈົ້າຂອງ ທີ່ດິນ ທີ່ຢູ່ ປະເທດຝຣັ່ງ ໄດ້ເຊັ່ນ ໂອນໃຫ້. ອີງຕາມການ ຢັ້ງຢືນ ຂອງ ນາງ ນິດສາຄອນ.

ແລ້ວ ຕໍ່ມາ ນາງ ນິດສາຄອນ ສົມສະໜິດ ຈຶ່ງ ມາບອກ ໃຫ້ ນາງ ບຸນທັນ ອອກຈາກ ທີ່ດິນຕອນ ດັ່ງກ່າວ ໂດຍ ອ້າງ ກັມມະສິດ ເປັນເຈົ້າຂອງ ທີ່ດິນ ຕອນນັ້ນ. ສ່ວນວ່າ ນາງ ບຸນທັນ ກໍ ຢືນຢັນວ່າ ນາງ ນິດສາຄອນ ເຮັດ ໃບຕາດິນ ຂຶ້ນມາເອງ ຊຶ່ງ ເປັນຈຸດ ເລີ້ມຕົ້ນ ຂອງ ຂໍ້ຂັດແຍ່ງ. ອີງຕາມການ ບອກເລົ່າ ຂອງ ຊາວບ້ານ ຜູ້ທີ່ເຫັນ ເຫດການ.

ກ່ຽວກັບ ເຣື້ອງ ການເຮັດ ໃບຕາດິນ ເກີດມີ ຊ່ອງຫວ່າງ ຫລາຍດ້ານ ໂດຍສະເພາະ ຜູ້ທີ່ ໄປເຮັດ ມີເງິນແດ່ ກໍສາມາດ ຊື້ຈ້າງ ເຈົ້າໜ້າທີ່ ຕາດິນ ເຮັດໃຫ້ໄດ້ ເພາະສະນັ້ນ ຈຶ່ງເກີດມີ ຂໍ້ ຂັດແຍ່ງ ທີ່ດິນ ຣະຫວ່າງ ບຸກຄົນ ກັບ ບຸກຄົນ ເກີດຂຶ້ນ ແລະ ກໍມີເຣື້ອງ ແບບນີ້ ເກີດຂຶ້ນ ຫຼາຍ ນັບບໍ່ຖ້ວນ ເຊັ່ນດຽວກັນ ເພາະວ່າ ຂະບວນການ ອອກ ໃບຕາດິນ ຢູ່ ສປປ ລາວ ມີບັນຫາ ຈົນວ່າ ທີ່ຜ່ານມາ ມີການອອກ ໃບຕາດິນ ຊ້ຳຊ້ອນ.

ຕໍ່ມາເມື່ອ ນາງ ນິດສາຄອນ ຖືວ່າມີ ໃບຕາດິນ ໄດ້ຮັບສິດ ນຳໃຊ້ ທີ່ດິນຕອນ ດັ່ງກ່າວ ແລ້ວ ຈຶ່ງ ໄປພົວພັນ ກັບນາງ ສົມມະລີ ທຳມະວົງ ໃຫ້ມາຊື້ ໃນຣາຄາ 8 ຮ້ອຍ ພັນ ໂດລາ ສະຫະຣັດ. ອີງຕາມ ບົດບັນທຶກ ຈຳນວນເງິນ ຂາຍດິນ ແລະ ສັ່ງໃຫ້ ນາງ ບຸນທັນ ອອກຈາກເຮືອນ ແລະດິນ ດັ່ງກ່າວ.

ເມື່ອ ເປັນແນວນັ້ນ ນາງ ບຸນທັນ ສູນທະລາ ຈຶ່ງ ຂຽນຄຳຮ້ອງ ຂໍຄວາມ ເປັນທັມ ໄປຫາ ກະຊວງ ຍຸຕິທັມ ໃນເດືອນ 2 ປີ 2012 ໂດຍ ມີ ຈຸດປະສົງ ຢາກໃຫ້ ຣັຖບານ ຢຶດເອົາດິນ ຕອນດັ່ງກ່າວ ມາເປັນ ຊັພສິນ ຂອງຣັດ.

ເມື່ອກະຊວງ ຍຸຕິທັມ ໄດ້ຮັບການແຈ້ງ ຄຳຮ້ອງທຸກ ຈາກ ນາງ ບຸນທັນ ແລ້ວ ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນ ວ່າການ ກະຊວງ ຍຸຕິທັມ ຈຶ່ງໄດ້ຂຽນ ບົດຣາຍງານ ເລກທີ 132 ລົງວັນ ທີ 31 ເດືອນ 5 ປີ 2012 ໄປຫາ ນາຍົກຣັຖມົນຕຣີ ທ່ານ ທອງສິງ ທຳມະວົງ ໂດຍ ໄດ້ ອະທິບາຍ ປວັດຄວາມ ເປັນມາ ຂອງທີ່ດິນ ຕອນດັ່ງກ່າວ ແລະ ໄດ້ ອະທິບາຍ ເຖິງ ຂັ້ນຕອນ ອອກ ໃບຕາດິນ ທີ່ ຂັດຕໍ່ ຣະບຽບ ກົດໝາຍ. ນອກຈາກນີ້ ໃນຕອນທ້າຍ ຂອງ ບົດຣາຍງານ ຍັງມີການ ສະເໜີໃຫ້ ລົບລ້າງ ໃບຕາດິນ ແລະ ລົບລ້າງ ສັນຍາ ການຊື້ຂາຍ ທີ່ດິນ ດັ່ງກ່າວ ແລ້ວ ຢຶດເອົາດິນ ນັ້ນມາເປັນ ຂອງຣັດ ແລ້ວ ມີການຈັດສັນ ທີ່ດິນ ບ່ອນໃໝ່ ໃຫ້ ນາງ ບຸນທັນ ໃນຖານະ ທີ່ ຢູ່ເຝົ້າ ແລະ ຮັກສາດິນ ຕອນນັ້ນ ນັບແຕ່ ປີ 1968 ເປັນ ຕົ້ນມາ.

ຊາວບ້ານ ຜູ້ທີ່ເຫັນ ເຫດການ ໄດ້ເວົ້າຕໍ່ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ວ່າ: ນັບແຕ່ປີ 2012 ເປັນຕົ້ນມາ ບັນຫາ ຂໍ້ຂັດແຍ່ງ ທີ່ດິນ ຢູ່ເຂດ ດັ່ງກ່າວ ກໍບໍ່ມີ ແນວໂນ້ມວ່າ ຈະສາມາດ ແກ້ໄຂ ໄດ້ ຍ້ອນວ່າ ນາງ ສົມມະລີ ເປັນລູກໄພ້ ຂອງ ທ່ານ ທອງສິງ ທຳມະວົງ. ຈຶ່ງ ເປັນໄປບໍ່ໄດ້ ທີ່ ຈະມີການ ລົບລ້າງ ໃບຕາດິນ ແລະ ລົບລ້າງ ເອກກະສານ ການຊື້ຂາຍ ທີ່ດິນ ຕອນ ດັ່ງກ່າວ. ທັງໝົດ ທີ່ກ່າວມາ ຄືຄວາມ ເປັນມາຂອງ ຂໍ້ຂັດແຍ່ງ ທີ່ດິນ ໃນເຂດ ດັ່ງກ່າວ.

ກັບເຂົ້າມາ ຫາເຫດການ ທີ່ ເກີດຂຶ້ນ 12 ສິງຫາ 2014 ທີ່ຜ່ານມາ ເມື່ອນາງ ສົມມະລີ ທຳມະວົງ ໄດ້ນຳເອົາ ກຸ່ມ ຜູ້ຊາຍ 20 ກວ່າຄົນ ເຂົ້າມາຂົນ ເອົາເຄື່ອງ ຂອງ ໃນບ້ານ ທີ່ ນາງ ບຸນທັນ ອາໄສ ຢູ່ນັ້ນ ແລະ ສັ່ງຣົດດຸດ ແລະ ຣົດໄຖ ມາມ້າງເຮືອນ ຫລັງນັ້ນ ເກືອບໝົດ. ອີງຕາມ ຫລັກຖານ ຈາກ ຮູບພາບ ທີ່ຊາວບ້ານ ຜູ້ເຫັນ ເຫດການ ໄດ້ຖ່າຍເອົາໄວ້.

ບັນຫາ ຂໍ້ຂັດແຍ່ງ ທີ່ດິນ ທີ່ ກ່າວມານັ້ນ ມັນໄດ້ ສະທ້ອນ ໃຫ້ເຫັນ ຫລາຍບັນຫາ ເຊັ່ນວ່າ: ອັນທີ 1: ບັນຫາ ການອອກ ໃບຕາດິນ ທີ່ມີຊ່ອງວ່າງ ໂດຍ ອີງໃສ່ ຜູ້ມີເງິນ ເປັນ ສ່ວນຫຼາຍ ການອອກ ໃບຕາດິນ ດັ່ງກ່າວ ເຫັນໄດ້ ຊັດເຈນວ່າ ເຈົ້າຂອງດິນ ຜູ້ເດີມ ທີ່ ໜີໄປຢູ່ຕ່າງ ປະເທດ ແລະ ຖືສັນຊາດ ຕ່າງດ້າວ ບໍ່ສາມາດ ມອບໂອນສິດ ນຳໃຊ້ ທີ່ດິນ ໃຫ້ ຄົນອື່ນໄດ້, ແຕ່ ກໍສາມາດ ເຮັດໄດ້.

ອັນທີ 2: ຂະບວນການ ທາງສານ ບໍ່ສາມາດ ແກ້ໄຂໄດ້ ບັນຫາ ຂໍ້ຂັດແຍ່ງ ທີ່ດິນ ໄດ້ ຍ້ອນວ່າ ສ່ວນຫລາຍ ຈະເປັນ ຂັ້ນຕອນການ ໄກ່ເກັ່ຽ ແບບຜູ້ໃຫຍ່ ເວົ້າກັນ ຫລາຍກວ່າ ຕົວຢ່າງ ກໍຄື ທ່ານ ຣັຖມົນຕຣີ ຂຽນ ບົດຣາຍງານ ຫາ ນາຍົກ ຣັຖມົນຕຣີ ກ່ຽວກັບ ເຣື້ອງນີ້ ທັງໆທີ່ ຕາມ ທຳມະດາ ແລ້ວ ຖ້າຄູ່ ກໍຣະນີ ເຈຣະຈາ ກັນບໍ່ໄດ້ ກໍຕ້ອງ ມີການ ຟ້ອງຮ້ອງ ກັນ ຢູ່ສານ ຊຶ່ງ ຈະຕ້ອງປ່ອຍ ໃຫ້ເປັນໄປ ຕາມກົນໄກ ຂອງສານ.

ອັນທີ 3 ກໍຄື ມີຄອບຄົວ ຂອງຜູ້ນຳ ບາງທ່ານ ໄປພົວພັນ ເຣື້ອງ ການຊື້ຂາຍ ທີ່ດິນ ຫລື ເວົ້າ ອີກຢ່າງນຶ່ງ ກໍຄື ມີຜົນປະໂຫຍດ ທັບຊ້ອນ ໃນ ເຣື້ອງທີ່ດິນ. ຂໍ້ຂັດແຍ່ງ ທີ່ດິນ ທີ່ ເກີດຂຶ້ນ ນັ້ນ ຖ້າເບິ່ງໃນ ທາງການຕລາດ ກໍຖືວ່າ ເປັນການ ຊື້ຂາຍກັນ ໂດຍ ສະໝັກໃຈ ຊຶ່ງ ນາງ ສົມມະລີ ທຳມະວົງ ກໍມີສິດ ທີ່ຈະຊື້. ແຕ່ຖ້າເບິ່ງ ໃນທາງ ກົງກັນຂ້າມ ຫລາຍຄົນ ກໍຈະຕ້ອງ ສົງໄສວ່າ ທີ່ດິນຕອນ ດັ່ງກ່າວ ຍັງມີ ຂໍ້ຂັດແຍ່ງ ກັນ ຊຶ່ງ ກໍຖືວ່າ ການອອກ ໃບຕາດິນ ຂັດກັບ ກົດໝາຍ ແລ້ວ ເປັນຫຍັງ ນາງ ສົມມະລີ ຈຶ່ງຊື້ ຫລືຖືວ່າ ເຣື້ອງ ແບບນີ້ ທີ່ເກີດຂຶ້ນ ຢູ່ໃນ ປະເທດລາວ ມັນເປັນເຣື້ອງ ປົກກະຕິ ຢູ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.