ອັດຕຣາເງິນເຟີ້ ປະຈຳເດືອນທັນວາ ຍັງສູງຢູ່ 24.37%
2023.12.29

ສູນສະຖິຕິ ແຫ່ງຊາຕລາວ ປັບຫຼຸດອັດຕຣາເງິນເຟີ້ ໃນເດືອນທັນວາ ປີ 2023 ຢູ່ໃນລະດັບ 24.37% ຈາກເດືອນພຶສຈິກາ ຢູ່ທີ່ 25.24% ແລະ ສເລັ່ຽໝົດປີ 2023 ຢູ່ໃນລະດັບ 31.2% ໃນຂະນະທີ່ ຄາດໝາຍ ຂອງຣັຖບານ ບໍ່ໃຫ້ເກີນ 9%.
ສາເຫດຕົ້ນຕໍ ທີ່ເຮັດໃຫ້ ອັດຕຣາເງິນເຟີ້ ຍັງສູງ ຍ້ອນການອ່ອນຄ່າ ຂອງເງິນກີບ ເມື່ອທຽບໃສ່ ສະກຸນເງິນຕ່າງປະເທດ ເຊັ່ນ ເງິນໂດລ້າຣ໌ ສະຫະຣັຖ, ເງິນບາທ ແລະ ເງິນຢວນ ທີ່ກະທົບໃສ່ ສິນຄ້ານຳເຂົ້າ ລວມທັງສິນຄ້ານໍາເຂົ້າ ທີ່ເປັນປັດໃຈ ໃນການຜລິຕ ຈຶ່ງເຮັດໃຫ້ສິນຄ້າ ທຸກໝວດທຸກໝູ່ ມີລາຄາ ສືບຕໍ່ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ. ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ທັນວາ ນີ້ວ່າ:
“ການນໍາເຂົ້ານີ້ ຖືວ່າ ຍັງປົກກະຕິ ເພາະວ່າ ການຜລິຕທົດແທນ ຖືວ່າ ຍັງຫຼາຍອັນ ເຮົາຍັງບໍ່ທັນ ສາມາດ ທົດແທນໄດ້. ສ່ວນໃຫຍ່ ມັນກະທຽບໃສ່ ອັດຕຣາແລກປ່ຽນ ຈະເຮັດໃຫ້ ມີຜົລກະທົບ ຕໍ່ຜູ້ບໍຣິໂພກ, ຫັ້ນແຫຼະ. ມັນບໍ່ມີ ໂຕຄໍ້າປະກັນໄດ້, ຕ້ອງໄດ້ຄ່ອຍ ປັບໄປເທື່ອລະໜ້ອຍ.”
ການປ່ຽນແປງ ລາຄາສິນຄ້າ ແລະ ບໍຣິການ ສເລັ່ຽໃນເດືອນທັນວາ ປີ 2023 ທຽບໃສ່ ເດືອນພຶສຈິກາ ຜ່ານມາ, ມີການເພີ່ມຂຶ້ນ ເລັກໜ້ອຍ ເຊັ່ນ ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2.3%, ໝວດເຄື່ອງນຸ່ງຮົ່ມ ແລະ ເກີບ ເພີ່ມຂຶ້ນ 1.8%, ໝວດທີ່ພັກອາໃສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 1.8%. ໝວດເຄື່ອງໃຊ້ ໃນຄົວເຮືອນ ເພີ່ມຂຶ້ນ 2.4%, ໝວດຮັກສາສຸຂພາບ ແລະ ຢາ ເພີ່ມຂຶ້ນ 2.9%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2.1%. ສ່ວນໝວດອາຫານ ແລະ ເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ປັບຫຼຸດລົງ 0.4% ແລະ ໝວດຄົມມະນາຄົມ ແລະ ຂົນສົ່ງ ຫຼຸດລົງ 1.5%.
ການອ່ອນຄ່າ ຂອງເງິນກີບ ໃນປີ 2023 ທຽບໃສ່ປີ 2022 ມີການອ່ອນຄ່າລົງ 20.8% ເມື່ອທຽບໃສ່ ເງິນໂດລ້າຣ໌ ສະຫະຣັຖ ແລະ ອ່ອນຄ່າລົງ 22.7% ເມື່ອທຽບໃສ່ ເງິນບາທ, ອີງຕາມການຣາຍງານ ຂອງສູນສະຖິຕິ ແຫ່ງຊາຕລາວ.
ຕໍ່ກັບຣາຍງານ ດັ່ງກ່າວ, ຊາວແຂວງຫຼວງພຣະບາງ ກ່າວວ່າ ການປັບຫຼຸດ ອັດຕຣາເງິນເຟີ້ ລົງມາຢູ່ ໃນລະດັບ 24.3% ແມ່ນບໍ່ໄດ້ສອດຄ່ອງ ກັບສະພາບເສຖກິຈ ໃນປັດຈຸບັນ ເນື່ອງຈາກ ລາຄາສິນຄ້າ ທຸກໝວດໝູ່ ປັບລາຄາ ແພງຂຶ້ນເລື້ອຍໆ, ໂດຍສະເພາະ ນໍ້າມັນເຊື້ອເພີງ, ເຫຼົ້າເບັຽ ແລະ ຢາສູບ ທີ່ມີການປັບຂຶ້ນລາຄາ ແພງກ່ວາໝວດອື່ນໆ.
ຂະນະທີ່ ລາຍໄດ້ຕໍ່ເດືອນ ຂອງພະນັກງານຣັຖກອນ ແລະ ປະຊາຊົນທົ່ວໄປ ມີພຽງແຕ່ ປະມານ 1 ລ້ານ ຫາ 3 ລ້ານກີບ ເທົ່ານັ້ນ, ແຕ່ລາຍຈ່າຍຕໍ່ເດືອນ ສູງຂຶ້ນ ປະມານ 5-10 ລ້ານກີບ ຕໍ່ເດືອນ, ເຊິ່ງໄດ້ສ້າງ ຄວາມຫຍຸ້ງຍາກ ແລະ ຜົລກະທົບ ຕໍ່ປະຊາຊົນລາວ ຢ່າງໜັກ ໃນປັດຈຸບັນ. ດັ່ງຊາວແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ເຄື່ອງຂອງນີ້ຫວາ ມີແຕ່ເພີ່ມຂຶ້ນຕລອດ. ຢາສູບ ເປັນເບັຽ ແຮງປັບຂຶ້ນຫຼາຍ. ໂອ້ຍ, ເງິນເດືອນພະນັກງານ ສັງກັດຣັຖກອນ ຕອນນີ້ຫັ້ນ ບໍ່ກຸ້ມກິນແຫຼະ ຄ່າຄອງຊີບສູງ. ເງິນເດືອນນຶ່ງ ແຕ່ປະມານ 2 ລ້ານ, ສູງສຸດກະ 2 ລ້ານຫ້າ ຫາ 3 ລ້ານເນາະ. ຄ່າຄອງຊີບ ສູ່ມື້ນີ້ ລະດັບ 8 ລ້ານ, 9 ລ້ານ ພີ້ ເຖິງຈະກຸ້ມກິນ. ອາໃສແຕ່ເງິນເດືອນ ຢາກຍາກ.”
ແມ່ຄ້າຂາຍປາ ແລະ ລູກສາວແມ່ຄ້າຂາຍປາ ພວມຄົວປາ ໃຫ້ລູກຄ້າ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນປາກເຊ ແຂວງຈຳປາສັກ, (TS) ເດືອນພຶສຈິກາ 2023. Credit photos: RFA
ຊາວນະຄອນຫຼວງວຽງຈັນ ກ່າວໃນທຳນອງ ດຽວກັນວ່າ ການປັບຫຼຸດ ອັດຕຣາເງິນເຟີ້ ລົງມານັ້ນ, ບໍ່ໄດ້ສອດຄ່ອງ ກັບສະພາບເສຖກິຈ, ອັດຕຣາເງິນເດືອນ ແລະ ລາຍຮັບ ຂອງປະຊາຊົນລາວ ໃນປັດຈຸບັນ.
ຂະນະທີ່ ລາຄາສິນຄ້າ ໃນທຸກໝວດໝູ່ ແມ່ນປັບຂຶ້ນລາຄາ ຢ່າງຕໍ່ເນື່ອງ, ໂດຍສະເພາະ ລາຄານໍ້າມັນເຊື້ອເພີງ ແລະ ສິນຄ້ານຳເຂົ້າ. ດັ່ງຊາວນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຊິຕາຍແລ້ວ ຄືເກົ່າຫັ້ນແຫຼະ, ແຮງແພງໄປໜ້າ ຂຶ້ນເລີຍໆ, ບໍ່ມີລົງ. ສິນຄ້າໂຕໃດ ກະມີແຕ່ຂຶ້ນ ວ່າແຕ່ເງິນບາທຂຶ້ນ, ຂຶ້ນນໍາເລີຍໆ, ບໍ່ມີລົງນ່າ. ມັນຊິມີອີ່ຫຍັງ ເງິນແສນກີບ. ນໍ້າມັນເຮົານີ້ ແພງກ່ວາຢູ່ (ໄທຍ) ພຸ້ນເດ້. ເງິນເດືອນພະນັກງານ ແຮງໜ້ອຍ, ລ້ານ 7 ລ້ານ 8.”
ອາຈານສອນ ຄະນະເສຖສາຕ ແລະ ບໍຣິຫານທຸຣະກິຈ, ມະຫາວິທຍາໄລ ແຫ່ງຊາຕລາວ ກ່າວວ່າ ເຖິງຣັຖບານ ຈະປັບຫຼຸດ ອັດຕຣາເງິນເຟີ້ ລົງມາຢ່າງຕໍ່ເນື່ອງ ຈາກລະດັບ 40.30% ໃນເດືອນມົກຣາ ທີ່ຜ່ານມາ ລົງມາຢູ່ ໃນລະດັບ 24.37% ໃນເດືອນທັນວາ ນີ້, ແຕ່ກະຍັງສູງກ່ວາ ທຸກປະເທດ ໃນພາກພື້ນ ແລະ ການຫຼຸດລົງນັ້ນ, ກໍມີລັກສະນະ ຄ່ອຍໆຫຼຸດລົງ ເທື່ອລະໜ້ອຍ. ຣັຖບານລາວ ຕ້ອງຮັກສາ ສະຖຽນລະພາບ ຂອງເງິນກີບ ບໍ່ໃຫ້ອ່ອນຄ່າ ລົງກ່ວານີ້, ໂດຍການຊຸກຍູ້-ສົ່ງເສີມ ການນຳໃຊ້ເງິນກີບ, ສົ່ງເສີມການຜລິຕ, ຫຼຸດຜ່ອນການນໍາເຂົ້າ, ດຶງດູດການລົງທຶນ ໂຄງການຂນາດໃຫຍ່, ຫຼຸດຜ່ອນການກູ້ຢືມເງິນ ຈາກສະຖາບັນ ການເງິນຕ່າງໆ ເພື່ອເຮັດໃຫ້ ອັດຕຣາເງິນເຟີ້ ຫຼຸດລົງ ມາຢູ່ໃນຄາດໝາຍ ທີ່ກຳນົດ ກໍຄືບໍ່ໃຫ້ເກີນ 9% ໃນປີ 2024 ນີ້. ດັ່ງອາຈານສອນ ຄະນະເສຖສາຕ ແລະ ບໍຣິຫານທຸຣະກິຈ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຣື່ອງຄ່່າເງິນ ກັບເຣື່ອງເງິນເຟີ້ ເນາະ, Inflation ຫັ້ນ ມັນຍັງບໍ່ທັນນິ້ງ. ພາກພື້ນ ມັນເຣີ່ມລົງ, ແຕ່ວ່າລາວ ນີ້ ຍັງຢູ່ສູງຢູ່, ຫັ້ນນ່າ. ທີ່ວ່າທາງ ເບື້ອງຣັຖບານ ຕ້ອງໄດ້ແກ້.”
ເມື່ອວັນທີ 22 ທັນວາ 2023 ທີ່ຜ່ານມາ, ດຣ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ກໍໄດ້ກ່າວ ໃນກອງປະຊຸມ ສຣຸບວຽກງານແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ລະບຸວ່າ ໃຫ້ກະຊວງແຜນການ ແລະ ການລົງທຶນ ເຄັ່ງຮ້ອນ ດ້ານເສຖກິຈ-ການເງິນ ໃນການແກ້ໄຂ ອັດຕຣາເງິນເຟີ້, ລາຄາສິນຄ້າ, ອັດຕຣາແລກປ່ຽນ ແລະ ໜີ້ສິນ. ໃຫ້ປັບປຸງ ການຄຸ້ມຄອງ ງົບປະມານ ການລົງທຶນ ຂອງຣັຖ ໃຫ້ມີປະສິດທິພາບ ກ່ວາເກົ່າ, ຂຍາຍຖານລາຍຮັບ ພາສີ-ອາກອນໃໝ່ ທີ່ຍືນຍົງ ແລະ ເລັ່ງຂຍາຍ ການຫັນເປັນທັນສໄມ ໃນການເກັບລາຍຮັບ, ປະຕິບັດ ມາຕການ ປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ຫຼີກລ້ຽງ ການສ້າງໜີ້ສິນເພີ່ມ.
ດຣ. ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທນາຄານແຫ່ງ ສປປລາວ ໄດ້ກ່າວ ໃນກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 31 ຕຸລາ ປີ 2023 ທີ່ຜ່ານມາວ່າ ຣັຖບານລາວ ຈະສືບຕໍ່ຄວບຄຸມ ອັດຕຣາເງິນເຟີ້ ໃຫ້ຫຼຸດລົງ ບໍ່ເກີນ 9% ຫຼື ນຶ່ງໂຕເລຂ ໃນທ້າຍປີ 2024 ແລະ ຈະສ້າງຄວາມເຂັ້ມແຂງ ໃຫ້ຄັງສຳຮອງ ເງິນຕຣາຕ່າງປະເທດ ໃຫ້ສາມາດ ກຸ້ມການນຳເຂົ້າໄດ້ ຢ່າງຕໍ່າ 5 ເດືອນ. ປັດຈຸບັນ, ກຸ້ມໄດ້ ປະມານ 2-3 ເດືອນເທົ່ານັ້ນ.