ເງິນເຟີ້ ຍັງເພີ່ມຂຶ້ນຕໍ່ເນື່ອງ ສູງເກືອບຮອດ 40% ແລ້ວ

0:00 / 0:00

ສະພາບເສຖກິຈ, ການເງິນ ໃນລາວ ຍັງບໍ່ທັນໄດ້ຮັບການແກ້ໄຂ ດີເທົ່າທີ່ຄວນ ສົ່ງຜົນໃຫ້ອັຕຣາເງິນເຟີ້ໃນເດືອນພຶສຈິກາ ທີ່ຜ່ານມາເພີ່ມສູງຂຶ້ນ ຢູ່ໃນລະດັບ 38.5% ເມື່ອທຽບໃສ່ເດືອນດຽວກັນ ຂອງປີ 2021 ທີ່ຢູ່ໃນລະດັບ 5.04%, ປັດຈັຍມາຈາກຣັຖບານລາວ ຂາດສະພາບຄ່ອງ ທາງດ້ານເສຖກິຈ-ການເງິນ ແລະການປະຕິບັດ ນະໂຍບາຍຕ່າງໆ ທີ່ຍັງບໍ່ສາມາດ ເຮັດໄດ້ຢ່າງເປັນຮູບປະທັມເທື່ອ.

ດັ່ງເຈົ້າໜ້າທີ່ ທະນາຄານ ພັທນາເອເຊັຽ ຫລື ADB ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ທັນວານີ້ວ່າ:

“ຍັງໜັກໜ່ວງ ເຣື່ອງອັນເຂົາເອີ້ນວ່າ Buffer Zone, ສະພາບຄ່ອງ ຂອງຣັຖບານ ກ່ຽວກັບການສຳຣະໜີ້ສິນ ການໃຊ້ຈ່າຍລົງທຶນໃໝ່ ບໍ່ແລ້ວກາເງິນເຟີ້ GDP 2.5% ໃນແງ່ຂອງນັກເສຖສາຕແລ້ວ ກາຖືວ່າໜັກແລ້ວເນາະ.”

ທ່ານກ່າວຕື່ມວ່າ ນັບແຕ່ກາງປີ 2022 ທີ່ຜ່ານມາ ຫລາຍອົງການຈັດຕັ້ງສາກົລ ເປັນຕົ້ນທະນາຄານໂລກ, ທະນາຄານພັທນາ ເອເຊັຽ ແລະສະຖາບັນຄົ້ນຄ້ວາ ເສຖກິຈ-ສັງຄົມ ແຫ່ງຊາຕ ກໍໄດ້ໃຫ້ຄຳແນະນຳ ແລະຂໍ້ສເນີຕ່າງໆ ເພື່ອໃຫ້ຣັຖບານລາວ ນຳໄປຈັດຕັ້ງປະຕິບັດ ແລະເລັ່ງດຳເນີນການ ເພື່ອຫລຸດຜ່ອນອັຕຣາ ເງິນເຟີ້ໃນລາວ ແຕ່ການປະຕິບັດມາຕການເລົ່າ ນັ້ນຍັງບໍ່ບັນລຸ ຕາມແຜນການເທົ່າທີ່ຄວນເທື່ອ.

ເປັນຕົ້ນການຄຸ້ມຄອງ ເງິນຕຣາຕ່າງປະເທດ ບໍ່ໃຫ້ເກີດການຮົ່ວໄຫລ, ການເພີ່ມລາຍຮັບ, ຫລຸດຜ່ອນລາຍຈ່າຍ, ການສືບຕໍ່ເຈຣະຈາ ກັບຕ່າງປະເທດ ເພື່ອເລື່ອນສຳຣະໜີ້ສິນ, ການສົ່ງເສີມ ການຜລິດສິນຄ້າ ເປັນສະບຽງອາຫານ ແລະສົ່ງອອກ, ການດຶງດູດ ການລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດ.

ຕໍ່ກັບສະພາບເງິນເຟີ້ໃນລາວ ທີ່ເພີ່ມສູງຂຶ້ນ ໃນໄລຍະນີ້ ເຮັດໃຫ້ຊາວລາວ ຈຳນວນຫລາຍ ຕ່າງກໍໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ ຈາກລາຄາສິນຄ້າ ຕາມຕລາດ ໄດ້ປັບລາຄາເພີ່ມຂຶ້ນ ເກືອບທຸກໝວດສິນຄ້າ ໂດຍສະເພາະໝວດຄົມມະນາຄົມ ແລະ ຂົນສົ່ງເພີ່ມຂຶ້ນ 55.4%, ໝວດສະບຽງອາຫານ ແລະເຄື່ອງດື່ມເພີ່ມຂຶ້ນ 42.3%, ໝວດສຸຂພາບ ແລະຢາ ເພີ່ມຂຶ້ນ 42% ແລະ ໝວດຮ້ານອາຫານ ແລະໂຮງແຮມເພີ່ມຂຶ້ນ 30.97% ແລະ ໝວດເຄື່ອງໃຊ້ ໃນຄົວເຮືອນເພີ່ມຂຶ້ນ 30.41%.

ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ໃນເມືອງໄຊ ແຂວງອຸດົມໄຊ ກ່າວວ່າບັນຫາເງິນເຟີ້ ທີ່ເພີ່ມຂຶ້ນໄດ້ສົ່ງຜົນໃຫ້ ລາຄາສິນຄ້າ ໝວດເຄື່ອງໃຊ້ ໃນຄົວເຮືອນແພງຂຶ້ນຫລາຍ ຊຶ່ງສິນຄ້າເລົ່ານັ້ນ ກໍເປັນສິນຄ້າທີ່ມີຄວາມຈຳ ເປັນກັບທຸກຄອບຄົວ ທີ່ຈະຕ້ອງຊື້ມາກິນ, ມາໃຊ້ ເປັນປະຈຳທຸກໆ ເດືອນຢູ່ແລ້ວ ຈຶ່ງໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເຄື່ອງໃຊ້ໃນຄົວເຮືອນ ໝາກເຜັດ ເກືອ ແປ້ງນົວຈັ່ງຊີ້ນ່າ ມັນຈະຂຶ້ນທົບຄ່າເລີຍ ຂອງລາຄາຕິດມາເລີຍນໍ້າມັນຂຶ້ນແລ້ວ ກາເຄື່ອງກາຂຶ້ນນໍາ ແລ້ວຂະເຈົ້າເອົາມາຂາຍ ແລ້ວມັນກາຂຶ້ນນຳ.”

ຊາວລາວອີກຜູ້ນຶ່ງ ໃນເມືອງຊຽງຮ່ອນ ແຂວງໄຊຍະບູຣີ ກ່າວວ່າ ສ່ວນໃຫຍ່ຊາວລາວ ທີ່ອາສັຍຢູ່ຕາມຊາຍແດນ ກໍຈະໃຊ້ເງິນຕຣາ ຕ່າງປະເທດ ໃນການຊື້-ຂາຍສິນຄ້າ ເມື່ອຕ້ອງປະເຊີນ ກັບສະພາບເງິນເຟີ້ທີ່ເພີ່ມຂຶ້ນ ບວກກັບລາຄານໍ້າເຊື້ອເພີງ ເພີ່ມຂຶ້ນກໍເຮັດໃຫ້ການຂົນສົ່ງສິນຄ້າ ຕ້ອງປັບລາຄາແພງຂຶ້ນຫລາຍ ໃນໄລຍະນີ້. ສ່ວນໝວດສິນຄ້າ ທີ່ມີລາຄາແພງຂຶ້ນຫລາຍ ໃນໄລຍະນີ້ກໍແມ່ນໝວດສະບຽງອາຫານ ແລະເຄື່ອງໃຊ້ໃນຊີວິຕ ປະຈຳວັນ ຊຶ່ງຊາວລາວສ່ວນໃຫຍ່ ໃນພື້ນທີ່ກໍຕ້ອງໄດ້ປັບໂຕ ໃນການດຳເນີນຊີວິຕ ຫລາຍສົມຄວນ ເພື່ອຫລຸດຜ່ອນການໃຊ້ຈ່າຍ ໂດຍບໍ່ຈຳເປັນ.

ດັ່ງຊາວລາວ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເອີກາມີຜົນກະທົບຢູ່ດອກ ເພາະວ່າຢູ່ເມືອງເຮົາມັນໃຊ້ເງິນບາທ ຫັ້ນນ່າຊ່ວງນີ້ເງິນມັນເຟີ້ ແນ່ເປັນອາຫານເຄື່ອງໃຊ້ ປະຈຳວັນ ໝາກໄມ້ ຜັກນີ້ກາຊ່ວງນີ້ ແທ້ລາຄາກາປົກກະຕິ.”

ຊາວລາວອີກຜູ້ນຶ່ງ ທີ່ປະກອບທຸຣະກິຈຂາຍເຄື່ອງ ອຸປໂພກ-ບໍຣິໂພກ ໃນເມືອງຄຳເກີດ ແຂວງບໍຣິຄຳໄຊ ກ່າວວ່າ ສິນຄ້າເກືອບຈະທຸກໝວດ ໄດ້ປັບລາຄາແພງຂຶ້ນຫລາຍ ເນື່ອງຈາກອັດຕຣາເງິນເຟີ້ ທີ່ເພີ່ມຂຶ້ນໃນປັດຈຸບັນ ບວກກັບສິນຄ້າເກືອບທຸກໝວດ ກໍມີການຂົນສົ່ງ ມາຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ຊຶ່ງຕິດພັນກັບລາຄານໍ້າມັນເຊື້ອເພີງ ທີ່ຍັງແພງ.

ສຳລັບໝວດສິນຄ້າ ທີ່ລາຄາແພງຂຶ້ນ ຢູ່ໃນເມືອງຄຳເກີດ ແລະ ເຂດຊາຍແດນລາວ-ວຽດນາມ ຈະເປັນໝວດສຸຂພາບ ແລະຢາ ເພາະບາງຊະນິດ ຕ້ອງໄດ້ນຳມາຈາກຕ່າງປະເທດ ຫລື ໂຮງງານຜລິດ ຢູ່ໃນນະຄອນຫລວງວຽງຈັນ ຊຶ່ງມີການຂົນສົ່ງທີ່ໄກ ແລະແພງຈຶ່ງເຮັດໃຫ້ ລາຄາຢາແພງຂຶ້ນ ເກືອບເທົ່າໂຕ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ກາປັບໄປຕາມທ້ອງຕລາດ ທີ່ວ່າເຂົາຊື້-ຂາຍກັນກາເໜັງຕີງ ໄປແຕ່ລະມື້ຫັ້ນນ່າ ເພາະວ່າເຮົາມັນກາມີຄ່າຂົນສົ່ງເດ້ ບາງອັນກາໄດ້ນຳຈາກຕ່າງເມືອງ, ຕ່າງແຂວງເນາະ ສົມມຸດຍົກໂຕຢ່າງຄືຢາພາຣາ ເດັກນ້ອຍຄັນຊື້ແກ້ວນຶ່ງ 5,000 ເບາະ 10,000 ເບາະ ມາຢູ່ພີ້ມັນກາ 20,000 – 25,000 ຊິນ່າ.”

ສ່ວນຜູ້ປະກອບການ ຂາຍເຄື່ອງຍ່ອຍ ໃນເມືອງຊະນະຄາມ ແຂວງວຽງຈັນ ກ່າວວ່າ ສິນຄ້າເກືອບທຸກໝວດ ໄດ້ປັບລາຄາແພງຂຶ້ນຫລາຍ ໂດຍສິນຄ້າເລົ່ານັ້ນກໍແມ່ນນຳເຂົ້າ ມາຈາກປະເທດໄທຍ ຊຶ່ງຂ້ອນຂ້າງແພງກ່ວາ ສິນຄ້າຂອງຄົນລາວຜລິດເອງ ແຕ່ສິນຄ້າບາງຢ່າງ ກໍມີຄວາມຈຳເປັນ ທີ່ຄົນລາວຕ້ອງໃຊ້ ເນື່ອງຈາກຜລິດໃນລາວບໍ່ໄດ້ ເປັນຕົ້ນອຸປກອນກໍ່ສ້າງ ແລະນໍ້າມັນເຊື້ອເພີງ.

ດັ່ງທ່ານໄດ້ກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ກາແພງ ຕາມເຣທເງິນນ່າ ເຈົ້າການຳເຂົ້າຈາກໄທຍ (ໝວດໃດແພງສຸດ) ກາເວົ້າບໍ່ໄດ້ມັນກາຂຶ້ນເກືອບທຸກຢ່າງເນາະ ກາຂຶ້ນໆ ລົງໆ ເນາະແຕ່ວ່າ ມັນກາຂຶ້ນກ່ວາແຕ່ລະປີ.”

ຕໍ່ກັບສະພາບ ອັຕຣາເງິນເຟີ້ ໃນລາວທີ່ເພີ່ມສູງຂຶ້ນນີ້ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງຊາຕລາວ ໄດ້ຣາຍງານຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 05 ທັນວາ 2022 ວ່າເຖີງວ່າເສຖກິຈ ຢູ່ລາວຈະມີທ່າທີດີຂຶ້ນ ຈາກການສົ່ງອອກ ແລະການທ່ອງທ່ຽວ ແຕ່ການນຳເຂົ້າສິນຄ້າ ແລະການບໍຣິການ ຍັງສືບຕໍ່ເພີ່ມຂຶ້ນ ແລະໂຕເລຂໜີ້ ຕ່າງປະເທດ ຍັງຢູ່ໃນລະດັບສູງ.

ການຄຸ້ມຄອງ ເງິນຕຣາຕ່າງປະເທດ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນພ້ອມພຽງ ແລະຮັດກຸມສົ່ງຜົນໃຫ້ ຍັງມີສະພາບການລາຍຮັບ ທີ່ເປັນເງິນຕຣາ ຈາກການສົ່ງອອກ ແລະເງິນລົງທຶນ ຈາກຕ່າງປະເທດ ຈຳນວນຫລາຍຍັງບໍ່ທັນ ເຂົ້າມາປະເທດ ຜ່ານລະບົບທະນາຄານ ຕາມລະບຽບ.

ສະພາບການດັ່ງກ່າວ ເຮັດໃຫ້ມິເງິນຕຣາ ຕ່າງປະເທດ ເຂົ້າສູ່ລະບົບທະນາຄານໜ້ອຍ ກ່ວາທີ່ຄວນຈະເປັນ ຊຶ່ງໄດ້ສ້າງຄວາມບໍ່ສົມດຸນ ກັນລະຫວ່າງ ຄວາມຕ້ອງການ ແລະຄວາມສາມາດ ສນອງເງິນຕຣາຕ່າງປະເທດ ແລະກາຍເປັນປັດໄຈ ຕົ້ນຕໍທີ່ພາໃຫ້ເງິນກີບ ອ່ອນຄ່າລົງ.

ດັ່ງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງຊາຕລາວ ກ່າວໃນຕອນນຶ່ງວ່າ:

“ການອ່ອນຄ່າ ຂອງເງິນກີບຍັງໄດ້ສົ່ງຜົນເຮັດໃຫ້ ອັຕຣາເງິນເຟີ້ເພີ່ມຂຶ້ນ ຮອດລະດັບສອງໂຕເລຂ ເຣີີມແຕ່ເດືອນພຶສພາ ເປັນຕົ້ນມາຄາດວ່າ ຍັງຈະສືບຕໍ່ມີການເໜັງຕີງ ເພີ່ມຂຶ້ນເລັກໜ້ອຍ ຮອດທ້າຍເດືອນ 12 ເພາະວ່າສິນຄ້າ ຢູ່ໃນກະຕ່າຂອງການຄິດໄລ່ ອັຕຣາເງິນເຟີ້ ຍັງເປັນສິນຄ້ານໍາເຂົ້າ ກວມເອົາເຖິງ 1 ສ່ວນ 3 ຂອງສິນຄ້າທັງໝົດ.”

ຂະນະທີ່ການແກ້ໄຂ ສະພາບເສຖກິຈ-ການເງິນ ຂອງຣັຖບານລາວ ໃນໄລຍະ 9 ເດືອນຕົ້ນປີ 2022 ທີ່ຜ່ານມາ, ດຣ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ຣາຍງານຜ່ານກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະເພາະແຫ່ງຊາຕ ຊຸດທີ 9 ໃນວັນທີ 05 ທັນວາ 2022 ນີ້ວ່າ ອີງໃສ່ GDP ໃນໄລຍະ 9 ເດືອນທີ່ຜ່ານມາ ເຫັນວ່າເສຖກິຈແຫ່ງຊາຕ ຂຍາຍໂຕ ໃນລະດັບ 4.2% ແລະ ຄາດວ່າ ໝົດປີ 2022 ນີ້ຈະສູ້ຊົນ ໃຫ້ຂຍາຍໂຕໄດ້ ໃນລະດັບ 4.4% ແຕ່ຕາມແຜນການແມ່ນ 4.5%. ເຖິງແມ່ນວ່າ ຈະບໍ່ບັນລຸຕາມແຜນການ ແຕ່ກໍມີທ່າທີ ຂຍາຍໂຕທີ່ດີຂຶ້ນ ຈາກປີ 2021 ໃນອັຕຣາ 3.5% ເນື່ອງຈາກ ໃນສະພາບແວດລ້ອມ ດ້ານເສຖກິຈ ປັດຈຸບັນມີຄວາມຫຍຸ້ງຍາກ.

ໃນຂະນະທີ່ທະນາຄານ ພັທນາເອເຊັຽ ຫລື ADB ປະຈຳລາວ ໄດ້ປັບຫລຸດອັຕຣາການ ຂຍາຍໂຕ ທາງເສຖກິຈລາວ ໃນປີ 2022 ລົງມາທີ່ 2.5% ຂອງ GDP, ສ່ວນທະນາຄານໂລກ ຫລື World Bank ປະຈຳລາວ ກໍຍັງໄດ້ຫລຸດອັຕຣາການຂຍາຍໂຕ ທາງເສຖກິຈລາວ ລົງມາເປັນ 2.5% ຂອງ GDP ຈາກທີ່ຄາດການໄວ້ ກ່ອນໜ້ານີ້ ຢູ່ທີ່ 3.8% ຂອງ GDP.