ບັນຫາເສຖກິຈ-ການເງິນ, ຊາວລາວ ຢາກໃຫ້ພາກຣັຖ ເລັ່ງແກ້ໄຂ

ພູວົງສ໌
2023.05.18
ບັນຫາເສຖກິຈ-ການເງິນ, ຊາວລາວ ຢາກໃຫ້ພາກຣັຖ ເລັ່ງແກ້ໄຂ ຊາວລາວ ທີ່ພວມຈ່າຍເງິນຄ່າສິນຄ້າ ແລະ ອາຫານ ເປັນເງິນກີບ ໃນນະຄອນຫຼວງວຽງຈັນ (TS). ວັນທີ 19 ເດືອນມິຖຸນາ ປີ 2022.
RFA

ຄະນະຣັຖບານ ແລະ ສະພາແຫ່ງຊາຕ ຮ່ວມປະຊຸມກັນດ່ວນ ເມື່ອວັນທີ 15 ພຶສພາ 2023 ທີ່ຜ່ານມານີ້, ເພື່ອຫາທາງແກ້ໄຂ ບັນຫາອັນຮີບດ່ວນ ເປັນຕົ້ນ ບັນຫາເງິນເຟີ້ ລາຄາສິນຄ້າແພງ ແລະ ເງິນກີບອ່ອນຄ່າ. ກ່ຽວກັບເຣື່ອງນີ້ ຊາວລາວ ຜູ້ນຶ່ງ ໃນແຂວງຫຼວງພຣະບາງ ກ່າວວ່າ ຢາກໃຫ້ຣັຖບານລາວ ເອົາໃຈໃສ່ ໃນການແກ້ໄຂ ບັນຫາເສຖກິຈ-ການເງິນ ຢ່າງຈິງຈັງ ແລະ ເປັນຮູບປະທັມ, ໂດຍສະເພາະ ບັນຫາເງິນເຟີ້ ທີ່ຍັງຢູ່ໃນລະດັບສູງເຖິງ 38.89% ໃນເດືອນພຶສພາ ນີ້.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 18 ພຶສພາ ນີ້ວ່າ:

“ກະບໍ່ຮູ້ວ່າ ເຂົາເຮັດວຽກແນວໃດ ເປັນແນວໃດ ກະຊ່ວຍເບິ່ງແຍງ ແກ້ໄຂໃຫ້ທາງແຂວງເຮົາແດ່. ລາຄາສິນຄ້າ ຂຶ້ນເປັນເຄິ່ງ, ບາງອັນກະເຄິ່ງປາຍ ຖ້າທຽບໃສ່ຕົ້ນປີ 2021.”

ຊາວລາວຜູ້ນີ້ ກ່າວຕື່ມອີກວ່າ ໃນໄລຍະທີ່ຜ່ານມາ ຍັງບໍ່ເຄີຍເຫັນ ເຈົ້າໜ້າທີ່ພາກຣັຖ ຫຼື ພາກສ່ວນທີ່ກ່ຽວຂ້ອງ ລົງພື້ນທີ່ແກ້ໄຂ ບັນຫາເສຖກິຈ-ການເງິນ ຢ່າງຈິງຈັງເທື່ອ ເຮັດໃຫ້ມີຜູ້ປະກອບການ ບາງຄົນ ສວຍໂອກາດຂຶ້ນລາຄາສິນຄ້າ ໃນຕລາດ. ຫາກເຈົ້າໜ້າທີ່ພາກຣັຖ ຍັງປະລະ ໃນການແກ້ໄຂບັນຫາ ແບບນີ້ໄປເລື້ອຍໆ ກໍຈະຍິ່ງເຮັດໃຫ້ປະຊາຊົນລາວ ໝົດຫົນທາງ ໃນການທຳມາຫາກິນ ແລະ ລຳບາກໄປຕື່ມ.

ແມ່ຄ້າຂາຍເຄື່ອງຍ່ອຍ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຢາກໃຫ້ຣັຖບານລາວ ແລະ ສະພາແຫ່ງຊາຕ ຊ່ອຍຫາວິທີ ຄວບຄຸມລາຄາສິນຄ້າ ໃນທ້ອງຕລາດ ບໍ່ໃຫ້ສູງຈົນເກີນໄປ ເພາະປັດຈຸບັນ ລາຄາສິນຄ້າ ແພງຂຶ້ນທຸກປະເພດ ເຮັດໃຫ້ປະຊາຊົນລາວ ໄດ້ຮັບຜົລກະທົບ ໜັກສົມຄວນ, ຂະນະທີ່ກຸ່ມພໍ່ຄ້າ-ແມ່ຄ້າ ກໍຕ້ອງຂຶ້ນລາຄາສິນຄ້າ ໄປຕາມກົລໄກ ຂອງຕລາດ ແລະ ອັດຕຣາແລກປ່ຽນ ຈຶ່ງເຮັດໃຫ້ ບໍ່ສາມາດຫຼຸດລາຄາສິນຄ້າລົງໄດ້.

ດັ່ງແມ່ຄ້າຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຄ່າໃຊ້ຈ່າຍເຮົາມັນກະຫຼາຍ ຄືວ່າຫັ້ນແຫຼະ ຄັນຣັຖບານຊ່ອຍ ກະດີຄືກັນ. ດຽວນີ້ເພິ່ນບໍ່ໄດ້ສົນໃຈເລີຍ ແລ້ວກະແມ່ຄ້າ-ແມ່ຂາຍ ກະຍາມມັນຂຶ້ນ ກະຂຶ້ນຕາມຂຶ້ນ, ຍາມມັນລົງ ກະຕາມລົງ ເທົ່ານັ້ນແຫຼະ, ເຮົາແມ່ຄ້າເນາະ.”

ເຈົ້າໜ້າທີ່ ຫ້ອງການອຸດສາຫະກັມ ແລະ ການຄ້າ ຢູ່ເມືອງເງິນ ແຂວງໄຊຍະບູຣີ ກ່າວວ່າ ນັບແຕ່ປະເທດລາວ ປະເຊີນກັບ ບັນຫາເສຖກິຈ-ການເງິນ ມາຈົນຮອດປັດຈຸບັນນີ້ ກໍຍັງບໍ່ເຫັນມາຕການ ຫຼື ນະໂຍບາຍໃດ ຂອງພາກຣັຖ ຊ່ອຍແກ້ໄຂບັນຫາໄດ້ ຢ່າງເປັນຮູບປະທັມ ແລະ ບັນລຸຜົລສຳເຣັດ ຕາມເປົ້າໝາຍເທື່ອ, ໂດຍສະເພາະ ການຄວບຄຸມ ລາຄາສິນຄ້າ, ການຄວບຄຸມອັດຕຣາ ແລກປ່ຽນ, ການສົ່ງເສີມການໃຊ້ເງິນກີບ, ການສົ່ງເສີມໃຫ້ປະຊາຊົນ ຜລິດສິນຄ້າ ແລະ ສະບຽງອາຫານ ກໍຍັງບໍ່ໄປບໍ່ມາເທື່ອ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“(ແນວທາງແກ້ໄຂ) ບໍ່ປານໃດແຫຼະ ຄືວ່າ ບໍ່ເຫັນມີເຄື່ອນໄຫວເທື່ອ. ທະນາຄານ ເພິ່ນກະບໍ່ໄດ້ຮັບປ່ຽນ, ອັດຕຣາແລກປ່ຽນເຂດນອກນີ້ ແມ່ນພັນນຶ່ງ ກໍຫ້າແສນຫ້າສິບພັນກີບ, ສູງຂຶ້ນ, ສູງຂຶ້ນ.”

ເຈົ້າໜ້າທີ່ ຫ້ອງການອຸດສາຫະກັມ ແລະ ການຄ້າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວວ່າ ມາຕການ ແລະ ນະໂຍບາຍ ແກ້ໄຂບັນຫາເສຖກິຈ-ການເງິນ ຂອງຣັຖບານລາວ ໃນປັດຈຸບັນ ຖືວ່າ ຍັງບໍ່ປະສົບຜົລສຳເຣັດ ເທົ່າທີ່ຄວນ ເພາະເຈົ້າໜ້າທີ່ ລະດັບແຂວງ ບໍ່ສາມາດຄວບຄຸມອັດຕຣາເງິນເຟີ້, ອັດຕຣາແລກປ່ຽນໄດ້ເທື່ອ, ຂະນະທີ່ປະຊາຊົນລາວ ພາຍໃນແຂວງບໍ່ແກ້ວ ກໍຫັນໄປໃຊ້ເງິນບາທ ໃນການຊື້-ຂາຍສິນຄ້າ ເພີ່ມຂຶ້ນ ເນື່ອງຈາກສິນຄ້າ ເກືອບທຸກຢ່າງ ແມ່ນນຳເຂົ້າຈາກໄທຍ ແລະ ເງິນບາທ ກໍມີສະຖຽນລະພາບ ສູງກວ່າເງິນກີບ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ການແກ້ໄຂ ຂອງຣັຖບານ ກະຄືແບບຢູ່ໄກແດ່ເນາະ ຄັນຊິເວົ້າ, ກະແບບບໍ່ຮອດ, ຫັ້ນນ່າ. ບາງທີ ເຂົາເຈົ້າກະເລີຍປະຕິບັດບໍ່ໄດ້. ຄືທາງເມືອງ ແບບຄຸມໄດ້ແຕ່ ສິ່ງທີ່ແບບພາຍໃນເມືອງເຮົາເຮັດ ໂຕຢ່າງຄືເຂົ້າ ຄືຈັ່ງຊີ້ນ່າ ແບບວ່າ ສິ່ງທີ່ນຳເຂົ້າ ຈາກບ່ອນອື່ນມາ ຄຸມບໍ່ໄດ້.”

ຄະນະຣັຖບານ ແລະ ຄະນະປະຈຳ ສະພາແຫ່ງຊາຕລາວ ທີ່ໄດ້ປະຊຸມຫາລືກັນ ໃນເທື່ອນີ້ ບໍ່ໄດ້ແຈ້ງຣາຍລະອຽດວ່າ ຈະແກ້ໄຂ ບັນຫາເສຖກິຈ-ການເງິນ ແນວໃດແດ່, ພຽງແຕ່ບອກວ່າ ຈະແກ້ໄຂບັນຫາ ອັນຮີບດ່ວນ, ໂດຍສະເພາະ ບັນຫາເງິນເຟີ້ ແລະ ຄ່າຄອງຊີບແພງ.

ຂະນະທີ່ ສູນສະຖິຕິແຫ່ງຊາຕລາວ ໄດ້ຣາຍງານວ່າ ປັດໄຈ ແລະ ສາເຫດ ຂອງອັດຕຣາເງິນເຟີ້ ໃນລາວ ທີ່ຍັງສູງ ແມ່ນຍ້ອນພື້ນຖານການຜລິດ ພາຍໃນ ຍັງບໍ່ທັນເຂັ້ມແຂງ. ສ່ວນຫຼາຍ ແມ່ນຍັງນຳສິນຄ້າ ຈາກຕ່າງປະເທດເຂົ້າມາ, ລາຄານ້ຳມັນເຊື້ອເພີງແພງ ຍັງມີການເໜັງຕີງສູງ ສົ່ງຜົລກະທົບ ຕໍ່ຄ່າຄອງຊີບ ເພີ່ມຂຶ້ນສູງ ແລະ ໝວດສິນຄ້າອື່ນໆ ເພີ່ມຂຶ້ນ ຍ້ອນຕົ້ນທຶນການຜລິດສິນຄ້າ ແລະ ບໍຣິການ ເພີ່ມຂຶ້ນ.

ກ່ອນໜ້ານີ້ ທະນາຄານໂລກປະຈຳລາວ ໄດ້ມີການສເນີ 5 ຂອດການປະຕິຮູບ ສະພາບເສຖກິຈ ຂອງປະເທດ ໃຫ້ກັບຣັຖບານ ຄື ຕັດການຍົກເວັ້ນພາສີ-ອາກອນ ທີ່ຫຼວງຫຼາຍ ເພື່ອເພີ່ມລາຍຮັບ ໃຫ້ກັບພາກຣັຖ ແລະ ປົກປ້ອງລາຍຈ່າຍ ດ້ານສັງຄົມ, ປັບປຸງການຄຸ້ມຄອງ ການລົງທຶນ ຂອງພາກຣັຖ ແລະ ຣັຖວິສາຫະກິຈ, ປັບປຸງໂຄງສ້າງໜີ້ສິນ ຂອງຣັຖ ດ້ວຍການສືບຕໍ່ ການເຈຣະຈາໃຫ້ສຳເຣັດ, ສ້າງສະຖຽນລະພາບ ຂອງພາກທະນາຄານ-ການເງິນ ໃຫ້ມີຄວາມເຂັ້ມແຂງ ໂດຍນຳໃຊ້ເຄື່ອງມື ທາງດ້ານນິຕິກັມ ແລະ ລະບຽບການ ແລະ ສຸດທ້າຍ ແມ່ນການປັບປຸງສະພາບແວດລ້ອມ ການດຳເນີນທຸຣະກິຈ ແລະ ສົ່ງເສີມການສົ່ງອອກ ໂດຍຜ່ານການປະຕິຮູບ ບັນດາລະບຽບການ ຢ່າງມີປະສິດທິຜົລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.