ທຸກໆ ວັນທີ 1 ພຶສພາ ແຕ່ລະປີ ໃນທຸກ ປະເທດ ທົ່ວໂລກ ຈະມີການ ສລອງວັນ ກັມມະກອນ ສາກົນ ອັນເປັນ ສັນຍາລັກ ຂອງ ການຕໍ່ ສູ້ ຂອງ ຊົນຊັ້ນ ຜູ້ອອກ ແຮງງານ ແລະ ທັງເປັນ ການ ຣະຣຶກ ເຖິງ ຄຸນງາມ ຄວາມດີ ຂອງຜູ້ທີ່ ເສັຽສຣະເລືອດເນື້ອ ໃນ ການຕໍ່ສູ້ ເພື່ອ ທວງສິດ ຂອງ ກຸ່ມ ແຮງງານ ຊັ້ນ ກັມມະກອນ.
ໃນປີນີ້ ເປັນປີ ຄົບຮອບ 128 ປີ ຂອງວັນ ກັມມະກອນ ສາກົນ ແລະ ສປປລາວ ກໍເປັນ ປະເທດນຶ່ງ ທີ່ຖືວັນ ດັ່ງກ່າວ ເປັນວັນ ພັກ ຂອງ ຊາດ ຖ້າມກາງ ບັນຍາກາດ ແຫ່ງການ ສເລີມ ສລອງ ໃນ ທົ່ວໂລກ ໃນວັນ ກັມມະກອນ ປີນີ້ ກັມມະກອນ ຜູ້ອອກ ແຮງງານ ຊາວລາວ ພັດເວົ້າວ່າ ພວກຕົນ ກຳລັງຕົກ ຢູ່ໃນ ຊ່ວງທີ່ ຕົກຕ່ຳ ທີ່ສຸດ ໃນຊີວິດ ຂອງ ຜູ້ອອກ ແຮງງານ ໂດຍ ສະເພາະ ກຸ່ມ ຣັຖກອນ ຫລື ກັມ ມະກອນ ໃນ ກົງຈັກ ຣັຖບານ ທີ່ ເຮັດວຽກ ຫນັກ ໃນ ແຕ່ລະມື້ ແຕ່ຊີວິດ ການເປັນຢູ່ ຍັງ ຫຍຸ້ງຍາກ ແລະ ຂາດເຂີນ ຢູ່ ຄ່າຄອງຊີບ ກໍແພງ ເງິນເດືອນ ກໍບໍ່ໄດ້ ຕົງເວລາ ບາງເດືອນ ກໍບໍ່ໄດ້ ເລີຍ. ດັ່ງ ເຈົ້າຫນ້າທີ່ ແຮງງານ ກັມມະກອນ ອາວຸໂວ ທ່ານນຶ່ງ ເວົ້າວ່າ:
"ພວກ ກັມມະບານ ໄດ້ສເນີ ຕໍ່ ຮັຖບານ ແລ້ວບໍ ຕໍ່ການ ຕອບສນອງ ໃຫ້ແກ່ ຊົນຊັ້ນ ກັມມະກອນ ຜູ້ອອກ ແຮງງານ ເຣື້ອງ ຄ່າຈ້າງ ຣາຍວັນ ເຣື້ອງ ເງິນດໍ້າ ຄຳເດືອນ ທັງໆທີ່ ເຂົາບໍ່ໄດ້ ເງີນເດືອນ ມາຫລາຍ ເດືອນ ແລ້ວ ໄດ້ຖາມ ຣັຖບານ ລະບໍ ຜູ້ ກ່ຽວຂ້ອງ ເນາະ ກັມມະບານ ມີສິດ ສເນີ ນຳ ຣັຖບານ ຣັຖບານ ແກ້ໄຂ ແລ້ວບໍ".
ກຸ່ມ ກັມມະກອນ ຜູ້ອອກ ແຮງງານ ຕ້ອງການ ຢາກໃຫ້ ຣັຖບານ ເອົາໃຈໃສ່ ຄວາມສຸກ ທຸກຂອງ ກັມມະກອນ ຜູ້ຫາເຊົ້າ ກິນຄ່ຳ ໃຫ້ຫຼາຍ ຂຶ໊ນ ໂດຍ ສະເພາະ ສູນກາງ ສະຫະພັນ ກັມມະບານ ລາວ ໃຫ້ເຮັດ ຫນ້າທີ່ ເປັນ ຕົວແທນ ປົກປ້ອງ ສິດທິ ຜົລປະໂຍດ ຂອງ ກັມມະ ກອນ ຄວນ ປະຕິບັດ ຫນ້າທີ່ ຢ່າງຈີງຈັງ ເທົ່າເຖີງ ປັດຈຸບັນ ສູນກາງ ດັ່ງກ່າວ ຂາດ ສມັດຕະພາບ ໃນການ ປະຕິບັດ ຫນ້າທີ່ ຂອງຕົນ.
