ບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດໄດ້ສເນີໃຫ້ທະນາຄານແຫ່ງ ສປປ ລາວ ອະນຸມັດໃຫ້ທາງບໍຣິສັດສາມາດ ຮັບເງິນຄ່າປີ້ໂດຍສານຣົຖໄຟ, ຄ່າຂົນສົ່ງສິນຄ້າ ແລະຄ່າທັມນຽມອື່ນໆ ເປັນເງິນຕຣາຕ່າງປະເທດໄດ້ ໂດຍອີງໃສ່ອັດຕຣາແລກປ່ຽນຂອງຕລາດ. ອີງຕາມການຣາຍ ງານຂອງ ທ່ານ ຢວນມິງຮາວ ຜູ້ອຳນວຍການ ບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ຕໍ່ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີລາວ ໃນວັນທີ 7 ກຸມພາ ທີ່ຜ່ານມານີ້.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາທະນາຄານແຫ່ງ ສປປ ລາວ ແລະ ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມແຕ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທັງ 2 ພາກສ່ວນດັ່ງກ່າວ ຍັງບໍ່ສະດວກໃຫ້ຂໍ້ມູນເພີ່ມຕື່ມ.
ແຕ່ເຖິງຢ່າງໃດກໍຕາມ ຊາວລາວຈຳນວນນຶ່ງ ກໍຮູ້ສຶກບໍ່ເຫັນດີນໍາຄັນ ບໍຣິສັດທາງຣົຖໄຟລາວ-ຈີນ ຈຳກັດ ຈະໃຫ້ຜູ້ໂດຍສານແລະຜູ້ໃຊ້ບໍຣິການຂົນສົ່ງສິນຄ້າ ສາມາດຈ່າຍຄ່າບໍຣິການເປັນເງິນຕຣາ ຕ່າງປະເທດໄດ້ ຍ້ອນຢ້ານວ່າຕໍ່ໄປ ອາດຈະຮັບແຕ່ເງິນຕຣາຕ່າງປະເທດ ແທນເງິນກີບ ແລະອາດຈະເຮັດໃຫ້ເກີດຄວາມຫຍຸ້ງຍາກ ແກ່ຄົນລາວທີ່ບໍ່ຖືເງິນຕຣາຕ່າງປະເທດ.
ດັ່ງຊາວລາວທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ກຸມພາ ນີ້ວ່າ:
“ມັນກາຫຍຸ້ງຍາກຫັ້ນແຫລະ ເພາະຢູ່ລາວເນາະໃຊ້ເງິນລາວ ມັນຈະສະບາຍກວ່າ ເພາະວ່າເອົາເປັນເງິນຕຣາຕ່າງປະເທດ ເຮົາຕ້ອງໄດ້ເອົາໄປແລກ ຊິຫຍຸ້ງຍາກຍັງ ບໍ່ມີແຈ້ງການເທື່ອຍັງຮັບເງິນກີບເງິນລາວ.”
ໃນຂະນະທີ່ຊາວລາວອີກທ່ານນຶ່ງ ກ່າວວ່າຫາກມີການຮັບຄ່າປີ້ໂດຍສານ ຣົຖໄຟລາວ-ຈີນຫລື ຄ່າຂົນສົ່ງເປັນເງິນຕຣາ ຕ່າງປະເທດ ກໍຢ້ານຈະເຮັດໃຫ້ເກີດຄວາມຫຍຸ້ງຍາກ ແຕ່ກໍຄິດວ່າອາດ ຈະມີຄວາມເປັນໄປໄດ້ສູງ ທີ່ຈະໃຊ້ເງິນຕຣາຕ່າງປະເທດ ສຳລັບໃຊ້ບໍຣິການຣົຖໄຟ ລາວ-ຈີນ ຍ້ອນຢູ່ສະຖານີຣົຖໄຟ ກໍມີແຕ່ຕິດປ້າຍຄ່າບໍຣິການ ເປັນອັດຕຣາເງິນຢວນຢູ່ແລ້ວ.
ດ່ັງຍານາງ ກ່າວວ່າ:
“ກາຄິດວ່າຍັງຊິຫຍຸ້ງຍາກຢູ່ເຮົາກາບໍ່ຢາກຄິດເຣື່ອງອັດຕຣາແລກປ່ຽນເນາະເຫັນເພິ່ນມີລາຄາເປັນເງິນຢວນຢູ່ໃດ໋ແຕ່ວ່າອັດຕຣາຕ່າງປະເທດນີ້ຍັງເພາະວ່າຈະຊື້ຕ້ອງຖືເງິນກີບໄປຫັ້ນນ່າກາບໍ່ເງິນໂອນອີກຕ້ອງເປັນເງິນສົດຢ່າງດຽວ.”
ຊາວລາວອີກທ່ານນຶ່ງ ກໍບໍ່ເຫັນດີຫາກ ບໍຣິສັດທາງຣົຖໄຟລາວ-ຈີນ ຈະຮັບເອົາເງິນຕຣາຕ່າງປະເທດ ທັງທີ່ທາງການລາວກໍໄດ້ສົ່ງເສີມ ການໃຊ້ເງິນກີບລາວຢູ່ແລ້ວ ແລະກໍເຫັນວ່າການໃຊ້ ເງິນກີບ ຊື້ປີ້ໂດຍສານຣົຖໄຟໃນປັດຈຸບັນນີ້ ກໍມີຄວາມສະດວກຢູ່ແລ້ວ.
ດັ່ງທ່ານໄດ້ກ່າວວ່າ:
“ກໍຢ້ານເຣທມັນຕົກ ເວລາແລກມາ ມັນຊິຍາກບໍ່ໝັ້ນໃຈວ່າ ຂະເຈົ້າຊິຮັບເພາະວ່າ ຕອນຂະເຈົ້າແຈ້ງຫັ້ນແມ່ນຂະເຈົ້າວ່າ ຮັບເງິນກີບເງິນຕ່າງປະເທດ ບໍ່ເອົາເງິນບາດກາບໍ່ເອົາເງິນຢວນ ຂະເຈົ້າກາບໍ່ເອົາອີກຫັ້ນນ່າ.”
ເຖິງຢ່າງໃດກໍຕາມ ຜູ້ປະກອບການທຸຣະກິຈ ທ່ອງທ່ຽວຜູ້ນຶ່ງ ທີ່ຂໍສງວນຊື່ແລະສຽງກ່າວວ່າ:
“ລາວເອັງກໍເຫັນວ່າ ເໝາະສົມຄັນ ບໍຣິສັດທາງຣົຖໄຟລາວ-ຈີນຈຳກັດ ຈະຮັບຄ່າໂດຍສານແລະຄ່າບໍຣິການ ເປັນເງິນຕຣາຕ່າງປະເທດ ຍ້ອນຫລາຍປະເທດ ມີຣົຖໄຟກໍຮັບເງິນຕຣາຕ່າງປະເທດ ຈາກນັກທ່ອງທ່ຽວ ໂດຍອີງໃສ່ອັດຕຣາແລກປ່ຽນ ໃນແຕ່ລະມື້ແລະຄັນຣົຖໄຟລາວ-ຈີນ ເຮັດແນວນັ້ນກໍຈະສ້າງຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວຈາກຕ່າງປະເທດ ທີ່ຈະເດີນທາງເຂົ້າມາທ່ຽວລາວ ໃນອະນາຄົດຍ້ອນຈະບໍ່ຕ້ອງເສັຽເວລາ ແລກເງິນເປັນເງິນກີບສຳລັບເປັນຄ່າໂດຍສານ ຣົຖໄຟລາວ-ຈີນ.”
ທາງດ້ານນັກຊ່ຽວຊານ ດ້ານທຸຣະກິຈ ທ່ານນຶ່ງໃຫ້ຄວາມເຫັນວ່າ ການທີ່ບໍຣິສັດທາງຣົຖໄຟລາວ-ຈີນ ຈຳກັດໄດ້ສເນີໃຫ້ເຂົາເຈົ້າ ສາມາດຮັບເງິນຕຣາຕ່າງປະເທດໄດ້ນັ້ນ ອາດຍ້ອນເຂົາເຈົ້າເບິ່ງວ່າ ໃນໄລຍະນີ້ເງິນຕຣາຕ່າງປະເທດ ເປັນຕົ້ນເງິນດອລລາຣ໌ສະຫະຣັຖ ມີການເໜັງຕີງ ຈຶ່ງເປັນໂອກາດທີ່ຈະເກັບເງິນ ດັ່ງກ່າວໄວ້. ແຕ່ຢ່າງໃດກໍຕາມ ກໍອາດຈະເກີດຫາງສຽງຈາກຊາວລາວ ຫາກວ່າມີການຮັບຄ່າໂດຍສານ ແລະຂົນສົ່ງເປັນເງິນຕຣາຕ່າງປະເທດ.
ດັ່ງທ່ານໄດ້ກ່າວວ່າ:
“ຄິດວ່າເພິ່ນໄດ້ເຫັນສະພາບວ່າ ເງິນເມກັນດອລລາຣ໌ສະຫະຣັຖ ເໜັງຕີງບາງເທື່ອເອົາເງິນຕ່າງປະເທດໄວ້ຈະດີກ່່ວາຫລືວ່າໂຄງການເພິ່ນມັນໂຄງການຂອງຈີນແມ່ນ 70% ແຕ່ວ່າກິຈກັມຢູ່ ສປປ ລາວການນຳໃຊ້ເງິນຕຣາຕ່າງປະເທດແນ່ນອນແຫລະມັນຕ້ອງມີສຽງວິພາກ ວິຈານ.”
ສ່ວນເຈົ້າໜ້າທີ່ລາວ ຜູ້ຂໍສງວນຊື່ ແລະ ຕຳແໜ່ງກ່າວວ່າ ໃນເບື້ອງຕົ້ນຍັງເປັນພຽງ ການສເນີຮັບເງິນຕຣາຕ່າງປະເທດ ຂອງບໍຣິສັດຣົຖໄຟລາວ-ຈີນຈຳກັດ ຊື່ໆ ຍັງຕ້ອງລໍຖ້າພາກສ່ວນກ່ຽວຂ້ອງ ຫາລືກັນເພີ່ມຕື່ມວ່າ ຈະອະນຸຍາດໃຫ້ເຮັດແທ້ຫລືບໍ່. ແຕ່ການໃຊ້ເງິນຕຣາຕ່າງປະເທດ ໃນກິຈການດັ່ງກ່າວ ກໍມີທັງຜົລດີ ທີ່ຈະເປັນການຊຸກຍູ້ ການຂຍາຍໂຕຂອງເສຖກິຈ ແຕ່ໃນທາງກົງກັນຂ້າມ ກໍອາດຈະເຮັດໃຫ້ການນຳໃຊ້ ເງິນກີບມີໜ້ອຍລົງຈົນເຮັດໃຫ້ ເງິນກີບອ່ອນຄ່າ.
ດັ່ງທ່ານໄດ້ກ່າວວ່າ:
“ກາເປັນນະໂຍບາຍໃໝ່ ແຕ່ວ່າຂະບວນການຈັດຕັ້ງປະຕິບັດ ເພິ່ນຊິເຮັດແນວໃດພວກເຮົາກາຍັງບໍ່ທັນເຂົ້າໃຈຄິດວ່າ ມັນກາຊິມີອັນຊຸກຍູ້ດ້ານເສຖກິຈ ແຕ່ວ່າດ້ານລົບນີ້ມັນກາຊິມີຢູ່ມີຕໍ່ສະ ກຸນເງິນກີບເຮົາຫັ້ນແຫລະ ເບິ່ງຈັງຫວະຂອງມັນຊິເຮັດໃຫ້ ຄ່າເງິນກີບແຂງໂຕຂຶ້ນບໍ່ຫລືເປັນ ແນວໃດ.”
ປັດຈຸບັນ ອັດຕຣາການແລກປ່ຽນ ລະຫວ່າງເງິນກີບ ກັບເງິນດອລລາຣ໌ສະຫະຣັຖຢູ່ທີ່ປະມານ 11,443 ກີບຕໍ່ 1 ດອລລາຣ໌ສະຫະຣັຖ. ອັດຕຣາການແລກປ່ຽນເງິນກີບ ກັບເງິນຢວນຈີນ ຢູ່ທີ່ປະມານ 1,785 ກີບຕໍ່ 1 ຢວນຈີນ ແລະ ອັດຕຣາການແລກປ່ຽນລະຫວ່າງເງິນກີບ ກັບເງິນບາດໄທຍ ຢູ່ທີ່ປະມານ 351 ກີບຕໍ່ບາດໄທຍ.
ຢ່າງໃດກໍຕາມ ນັບແຕ່ຣົຖໄຟລາວ-ຈີນ ເປີດໃຊ້ບໍຣິການມາຮອດວັນທີ 7 ກຸມພາ 2022 ມີປະຣິມານຂົນສົ່ງ ຜູ້ໂດຍສານຫລາຍກວ່າ 113 ພັນຄົນ ສ້າງລາຍຮັບປະມານ 12 ລ້ານຢວນຈີນ ແລະ ຂົນສົ່ງສິນຄ້າ ສະສົມຫລາຍກວ່າ 139 ພັນຕັນ ສ້າງລາຍຮັບໄດ້ປະມານ 48 ລ້ານຢວນ. ອີງຕາມການຣາຍງານ ຂອງທ່ານ ຢວນມິງຮາວ ຜູ້ອຳນວຍການບໍຣິສັດ ຣົຖໄຟລາວ-ຈີນ ຈຳກັດ.
