ຈອງປີ້ຣົຖໄຟ ລາວ-ຈີນ ຍັງຊັກຊ້າ ສ່ວນຄ່າຂົນສົ່ງສິນຄ້າ ຍັງແພງ

0:00 / 0:00

ຫຼາຍ​ຝ່າຍສ​ເນີ​ໃຫ້ ​ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ ລາວ-ຈີນ ເລັ່ງ​ແກ້​ໄຂ​ບັນ​ຫາ ການ​ຈອງ​ປີ້​ໂດຍ​ສານ ແລະ ການ​ຈອງ​ຕູ້​ຂົນ​ສົ່ງ​ສິນ​ຄ້າ​ ຜ່ານ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ໃຫ້​ມີ​ຄວາມ​ສະ​ດວກ​ ຫຼາຍກວ່າ​ເກົ່າ ຍ້ອນ​ວ່າ ນັບ​ແຕ່​ເປີດ​ບໍ​ຣິ​ການ ເປັນ​ຕົ້ນ​ມາ ຜູ້​ທີ່​ໄປ​ໃຊ້​ບໍ​ຣິ​ການ ໄດ້​ວິ​ຈານການ​ບໍ​ຣິ​ການ ​ຢ່າງ​ຕໍ່​ເນື່ອງ.

ຜູ້​ໂດຍ​ສານ ຈະ​ຕ້ອງ​ສັ່ງ​ຈອງ​ກ່ອນ​ລ່ວງ​ໜ້າ ຢ່າງ​ໜ້ອຍ 3 ມື້ ນັ້ນ ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ເຂົາ​ເຈົ້າ ໃນ​ຂະ​ນະທີ່ ບໍ​ຣິ​ສັດ​ທາງ​ຣົ​ຖ​ໄຟ​ ລາວ​-ຈີນ ດຳ​ເນີນ​ການໝົດ​ທຸກ​ຢ່າງ ເຮັດ​ໃຫ້​ການບໍ​ຣິ​ການຕ່າງໆ ເກີດ​ຄວາມ​ວຸ້ນ​ວາຍ.

ຊາວ​ລາວຄົນ​ນຶ່ງ ໃນ​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 2 ກັນ​ຍາ ວ່າ:

" ບໍ ຣິ ສັດ ທາງ ຣົ ໄຟ ເຂົາ ພັດ ບໍ່ ລິ້ງ ກັບ ເອກ ຊົນ ບໍ່ ລິ້ງ ຄ໌ກັບ ບໍ ຣິ ສັດ ອື່ນ ຫັ້ນ ນ່າ. ຢາກ ເຮັດ ໂຕ ແທນ ປີນີ້ ກະ ບໍ່ ໄດ້ ຫັ້ນ ນ່າ. ເຂົາ ຢາກ ຄວບ ຄຸມ ເອງ ຫັ້ນ ນ່າ ແຕ່ ວ່າ ການ ບໍ ຣິ ການ ເຂົາ ບໍ່ ທົ່ວ ເຖິງ ກະ ຄື ລູກ ຄ້າ ໄປ ນີ້ ກະ ຕ້ອງ ໄປ ລໍ ໄປ ຢືນ ຖ້າ ຢູ່ນອກ ຫັ້ນ ນ່າ. ຫ້ອງ ນ້ຳ ກະ ບໍ່ ມີ ໃຫ້ ໃຊ້ ​."

ຊາວ​ລາວ​ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ ​ລາວ-ຈີນ ຄວນ​ຈະ​ອຳ​ນວຍ​ຄວາມ​ສະ​ດວກ ​ດ້ານ​ຕ່າງໆ ໃຫ້​ເປັນ​ແບບ​ສາ​ກົ​ນ ເພຶ່ອ​ໃຫ້​ຜູ້​ໂດຍ​ສານ ຫຼື ຜູ້​ມາໃຊ້​ບໍ​ຣິ​ການ ເກີດ​ຄວາມປະ​ທັບ​ໃຈ ໃນ​ການ​ບໍ​ຣິ​ການ​ຮັບ​ສົ່ງ, ການ​ບໍ​ຣິ​ການຫ້ອງ​ນ້ຳ ແລະ ຈຸດ​ລໍ​ຖ້າ​ຜູ້​ໂດຍ​ສານ ຕ້ອງ​ແບ່ງ​ໂຊນ​ກັນ ​ຈະ​ແຈ້ງໃຫ້​ເປັນ​ລະ​ບຽບ​ກວ່ານີ້.

ໄລ​ຍະ​ຜ່ານ​ມາ ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ ລາວ-ຈີນ ກໍ​ເຄີຍບອກວ່າ ຈະ​ໃຫ້​ຊື້​ປີ້​​ຜ່ານ​ລະ​ບົບ​ອອນ​ລາຍນ໌ ແລະ ແອ໊ບ ແຕ່ວິ​ທີ​ການ​ເຫຼົ່າ​ນັ້ນ ບໍ​ມີ​ປະ​ສິທ​ທິ​ພາບ ແລະ ປະ​ສິທ​ທິ​ຜົ​ລເທົ່າ​ທີ່​ຄວນ ຈຶ່ງ​ເຮັດ​ໃຫ້​ຜູ້​ໂດຍ​ສານ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຈຳ​ເປັນ​ຕ້ອງ​ໄປ​ໃຊ້​ ບໍ​ຣິ​ການ​ກຸ່ມ​ນາຍ​ໜ້າ​ຄື​ເກົ່າ.

ປັດ​ຈຸ​ບັນ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ເພາະ​ຜູ້​ໂດຍ​ສານ ຈະ​ຕ້ອງ​ຈອງ​ປີ້​​ລ່ວງ​ໜ້າ ປະ​ມານ 2-3 ມື້ ກ່ອນ​ຈະ​ອອກ​ເດີນ​ທາງ ແລະ ບັນ​ຫາ​ດັ່ງ​ກ່າວ ມັກ​ຈະ​ເກີດ​ຂຶ້ນ​ ກັບ​ນັກ​ທ່ອງ​ທ່ຽວ ຕ່າງ​ປະ​ເທດ ແລະ ຄົນ​ທີ່​ຈະ​ເດີນ​ທາງ ​ແບບ​ຮີບ​ດ່ວນ ເພາະຈະ​ບໍ່​ສາ​ມາດ​ ຊື້​ປີ້​ໄດ້​ທັນ​ເວ​ລາ.

​ຜູ້​ໂດຍ​ສານບາງທ່ານ ຈະຕ້ອງ​ໄດ້​ຊື້​ປີ້​ ນຳ​ກຸ່ມ​ນາຍ​ໜ້າ ໃນ​ລາ​ຄາ​ທີ່​ສູງກວ່າ​ເກົ່າ ​ປະ​ມານ 5-7 ເປີ​ເຊັນ.

ຊາວ​ລາວ​ອີກ​ຄົນ​ນຶ່ງ ໃນ​ນະ​ຄອນ​ຫລວງວຽງຈັນ ໄດ້​ກ່າວ​ ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ຊື້ ກ່ອນ ລ່ວງ ໜ້າ ໄດ້ 2 ຫາ 3 ມ໋ື້ ຊ້ວງນີ້ ຫັ້ນ ​. ມັນ ມີ ທົວ ຣ໌ຄົນ ໄທ ກຳ ລັງ ເຂົ້າ ມາ ຫຼິ້ນ ຫຼາຍນ່າ. ຕາມ ແອ໊ບ ລິກ ເຄ ຊັ້ນຫັ້ນ ຕີ້ ມັນ ມັກ ໝົດຕົວ ຣົ ຖໄຟ ມັນ ເຕັມ ຫຼາຍໆ ຕ້ອງ ໄດ້ ຈອງ ລ່ວງ ໜ້າ ປົກກະ ຕິ ຫັ້ນ ຄັນ ເຮົາ ໄປ ຊື້ ໜ້າ ສະ ຖານ ນີ ຫັ້ນ ໄດ້. ຄັນ ກໍ ຣະ ນີທີ່ ວ່າ ປີ້ ມັນ ເຫຼືອ ເຫຼື ຈາກ ການ ຈອງ ລ່ວງ ໜ້າ ຈັກ ສອງ ຫາ ສາມມື້ ເຮົາ ຊື້ ໄດ້ ."

ໃນ​ຂະ​ນະ​ທີ່ ຜູ້​ປະ​ກອບ​ການ​ຂົນ​ສົ່ງ​ສິນ​ຄ້າ ທີ່​ມີ​ຄວາມ​ຕ້ອງ​ການ​ຈະ​ໃຊ້​ບໍ​ຣິ​ການ ຕູ້​ຂົນ​ສົ່ງ​ສິນ​ຄ້າ ຜ່ານ​ຣົ​ຖ​ໄຟ ​ລາວ-ຈີນ ກໍ​ມີ​ບັນ​ຫາ ຍ້ອນ​ວ່າ ມີ​ຂັ້ນ​ຕອນ​ຫຍຸ້ງ​ຍາກ ໃນ​ການ​ຈອງ​ຕູ້​ຂົນ​ສົ່ງ​ສິນ​ຄ້າ ເພາະ​ຈະ​ຕ້ອງ​ກຳ​ນົດ​ ປະ​ເພດ​ສິນ​ຄ້າ, ປ​ຣິ​ມານ​ສິນ​ຄ້າ, ໃບ​ຢັ້ງ​ຢືນ ມາ​ຕ​ການ​ສິນ​ຄ້າ ແລະ ຕ້ອງ​ພົວ​ພັນ ບໍ​ຣິ​ສັດ ຂົນ​ສົ່ງສິນ​ຄ້າ ທີ່​ເປັນ​ໂທ​ແທນ​ບໍ​ຣິ​ສັດ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ນຳ​ດ້ວ​ຍ.

ນອກ​ຈາກ​ນີ້ ການ​ຂົນ​ສົ່ງ​ສິນ​ຄ້າ ຜ່ານ​ຣົ​ຖ​ໄຟ​ ລາວ-ຈີນ ກໍ​ຍັງ​ມີ​ລາ​ຄາ​ແພງ​ ແລະ ຜູ້​ໃຊ້​ບໍ​ຣິ​ການ ກໍ​ຢາກ​ໃຫ້ ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ ລາວ-ຈີນ ຊ່ວຍ​ຫຼຸ​ດ​ຜ່ອນຄ່າຂົນ​ສົ່ງ​ລົງ​ອີກ ເພື່ອ​ຫຼຸດ​ຜ່ອນ​ຕົ້ນ​ທຶນ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຈອງ​ຕູ້​ຂົນ​ສົ່ງ​ສິ​ນ​ຄ້າ.

ຜູ້​ປະ​ກອ​ບ​ການ​ຂົນ​ສົ່ງ​ສິນ​ຄ້າ ຜ່ານ​ຣົ​ຖ​ໄຟ​ ລາວ-ຈີນ ແຫ່ງ​ນຶ່ງ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 2 ກັນ​ຍາ ວ່າ:

" ຂະ ເຈົ້າ ໄລ່ ເປັນ ແມັດ ກ້ອນ ເຈົ້າ , ກະ ຄື 830 ຢວນ ຕໍ່ ແມັດ ກ້ອນ , ຖ້າ ເປັນ ເຄື່ອງ ນຸ່ງ ທັມ ມະດາເນາະ ລາ ຄາ ປົກ ຕິ ຢູ່ 850, ກະ ຫາ ຢາກ ຢູ່ ໄດ໋ ຖ້າ ວ່າ ມີ ບໍ ຣິ ສັດທີ່ ຈະ ນຳ ເຂົ້າ ໄປ ຕ້ອງ ໄປ ຖາມ ບໍ ຣິ ສັດຈີນ ໂດຍ ຣົງເລີຍ ວ່າ ຂະ ເຈົ້າ ມີ ບໍ ຣິ ສັດ ອື່ນບໍ່ ຫັ້ນ ນ່າ ."

ສະ​ມາ​ຄົມຜູ້​ຈັດ​ສົ່ງສິນ​ຄ້າ ​ລະ​ຫວ່າງ​ປະ​ເທດ ​ຂອງ​ລາວ ໄດ້​ຮຽກ​ຮ້ອງ​ໃຫ້ ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ ​ລາ​ວ-​ຈີນ ແກ້​ໄຂ​ບັນ​ຫາ ການ​ໃຫ້​ບໍ​ຣິ​ການ​ຈອງ-ຊື້ປີ້​ໂດຍ​ສານ ແລະ ການ​ຈອງ​ຕູ້​ຂົນ​ສົ່ງສິ​ນ​ຄ້າ ໃຫ້​ມີ​ຄວາມ​ສະ​ດວກ​ຂຶ້ນ.

ຕາງ​ໜ້າ​ສະ​ມາ​ຄົມ ​ຈັດ​ສົ່ງ​ສິນ​ຄ້າ ລະ​ຫວ່າງປະ​ເທດ ​ຂອງ​ລາວ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 2 ກັນ​ຍາ ວ່າ:

" ໂອ້ຍ ! ສັບ ສົນ ຢູ່ ຫາກ ກໍ່ ປະ ຊຸມ ຫວ່າງມື້ ກ່ອນນີ້ ກະ ເວົ້າ ກັນ ແລ້ວ ເຣື່ອງ ຕູ້ ທັງ ເຣື່ອງ ຄົນ ໂດຍ ສານ ເວົ້າ ທັງ 2 ຢ່າງ . ຕ້ອງ ໄດ້ ມີ ກົ ໄກ ມາ ແກ້ ມີ ວິ ທີ ການ ແກ້ ໃຫ້ ມັນ ເໝາະ ສົມຫັ້ນ ແຫຼະ ເພາະ ວ່າຖືກ ທາງ ເບື້ອງ ລາວ - ໄທ ໜັກ ເດ້ ."

ປັດ​ຈຸ​ບັນ ມີ​ຢູ່ 2 ບໍ​ຣິ​ສັດ ທີ່​ດຳ​ເນີນ​ການ​ຂົນ​ສົ່ງ​ສິນ​ຄ້າ ຜ່ານ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ຄື ບໍ​ຣິ​ສັດ ຢຸນນານ ທຽນຈິນ ໂລຈິສຕິກສ໌ ຄໍເປີີ້ເຣທຕິດ ຈຳກັດ (Yunnan Tengjin Logistics Cooperated) ແລະ ບໍ​ຣິ​ສັດ ນິ່ວ ແລນດ໌-ຊີ່ ຄໍຣ໌ຣິດໍຣ໌ ໂອເປີ້ເຣຊັ້ນ ຈຳກັດ (New Land–Sea Corridor Operation) ໂດຍ ທັງ​ 2 ບໍ​ຣິ​ສັດ ເປັນ​ຂອງ​ຄົນ​ຈີນ​ທັງ​ໝົດ ແລະ ແຕ່​ລະ​ບໍ​ຣິ​ສັດ ກໍ​ຈະ​ມີ​ຂັ້ນ​ຕອນ ​ການ​ຂົນ​ສົ່ງ​ທີ່​ຫຍຸ້ງ​ຍາກ ແລະ ລາ​ຄາ​ແພງ.

ບັນ​ຫາ​ດັ່ງ​ກ່າວ ເຮັດ​ໃຫ້​ຜູ້​ປະ​ກອບ​ການໃນ​ລາວ ແລະ ໄທ​ຍ ພົບ​ຄວາມ​ຫຍຸ້ງ​ຍາກ ເຊິ່ງ​ຣັຖ​ບານ​ລາວ ກໍ​ພະ​ຍາ​ຍາມ​ຫາ​ລື​ ກັບ​ພາກ​ສ່ວນ​ກ່ຽວ​ຂ້ອງ ເພື່ອ​ຫາ​ແນວ​ທາງ ​ໃນ​ການ​ພັ​ທ​ນາ​ລະ​ບົບ​ຂົນ​ສົ່ງ​ຕໍ່​ໄປ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສີ​ຣີ ໃນ​ວັນ​ທີ 2 ກັນ​ຍາ ວ່າ:

" ແມ່ນ ແຫຼະ ! ຈອງ ກັບ ຈີນນີ້ແຫຼະ . ລາວ ເຮົາ ບໍ່ ມີ ຕູ້ ເດ້ , ມີ ແຕ່ ປະ ຊຸມ ກັບ ບໍ ຣິ ສັດ ສົ່ງ ອອກນີ້ ແຫຼະ ດຽວນີ້ ກະ ."

ບໍ​ຣິ​ສັດ ຢຸນນານ ທຽນຈິນ ໂລຈິສຕິກສ໌ ຄໍເປີີ້ເຣທຕິດ ຈຳກັດ (Yunnan Tengjin Logistics Cooperated) ໃຫ້​ບໍ​ຣິ​ການ​ຂົ​ນ​ສົ່ງ​ສິນ​ຄ້າ ຂ​ນາດ 4 ຕູ້ ແລະ ລາ​ຄາ​ຂົນ​ສົ່ງ​ຕາມ​ຂ​ນາດ​ຂອງ​ຕູ້.

ຄ່າ​ຂົນ​ສົ່ງຈາກ​ເມືອງ​ຄຸນ​ໝິງ ​ຂອງ​ຈີນ ມາ​ຫາ ນະ​ຄອນ​ຫລວງວຽງ​ຈັນ:

  • ຕູ້​ຄອນ​ເທນ​ເນີຣ໌ ຂ​ນາດ 20 ຟຸດ, ລາ​ຄາ 1,400 ປາຍ ໂດ​ລ້າ​ຣ໌ຕໍ່​ຕູ້.
  • ຕູ້​ຄອນ​ເທນ​ເນີຣ໌ ຂນາດ 40 ​ຟຸດ, ລາ​ຄາ 1,900 ປາຍ ໂດ​ລ້າ​ຣ໌ ຕໍ່​ຕູ້
  • ຕູ້​ຄອນ​ເທນ​ເນີຣ໌ ​ຂ​ນາດ 45 ຟຸດ ລາ​ຄາ 2,000 ປາຍ ໂດ​ລ້າ​ຣ໌ ຕໍ່​ຕູ້.

ສ່ວນ​ຄ່າ​ຊົນ​ສົ່ງ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ໄປ​ຫາ ເມືອງ​ຄຸນ​ໝິງ ມີ​ຄ່າ​ດັ່ງ​ນີ້:

  • ຕູ້​ຂ​ນາດ 40 ຟຸດ ລາ​ຄາ, 1,700 ປາຍ ໂດ​ລ້າ​ຣ໌ ຕໍ່​ຕູ້.

ບໍ​ຣິ​ສັດ ນິ່ວ ແລນດ໌-ຊີ່ ຄໍຣ໌ຣິດໍຣ໌ ໂອເປີ້ເຣຊັ້ນ ຈຳກັດ (New Land–Sea Corridor Operation) ໃຫ້​ບໍ​ຣິ​ການ​ຂົນ​ສົ່ງ​ສິນ​ຄ້າ​ ຈ​າກ​ເມືອງ ສົງ​ຊິ້ງ ມາ​​ຫາ ນະ​ຄອນ​ຫລວງວຽງ​ຈັນ ​ລາ​ຄາ​ດັ່ງ​ນີ້:

  • ຕູ້​ຂ​ນາດ 20 ຟຸດ ລາ​ຄາ, 1,300 ປາຍ ໂດ​ລ້າ​ຣ໌ ຕໍ່​ຕູ້.
  • ຕູ້​ຂ​ນາດ 40 ຟຸດ ລາ​ຄາ, 1,800 ປາຍ ໂດ​ລ້າ​ຣ໌ ຕໍ່​ຕູ້.

ສ່ວນ​ວ່າ ການ​ຂົນ​ສົ່ງ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ໄປ​ຫາ​ເມືອງ ສົງ​ຊິ້ງ ມີ​ລາ​ຄາ​ດັ່ງ​ນີ້:

  • ຕູ້​ຂ​ນາດ 20 ຟຸດ, ​ລາ​ຄາ 1,400 ປາຍ ໂດ​ລ້າ​ຣ໌ ຕໍ່​ຕູ້.
  • ຕູ້​ຂ​ນາດ 40 ຟຸດ, ລາ​ຄາ 2,000 ປາຍ ໂດ​ລ້າ​ຣ໌ ຕໍ່​ຕູ້.

ນອກ​ຈາກນີ້ ຍັງ​ມີ​ຄ່າ​ດຳ​ເນີນ​ການ ​ທາງ​ພາ​ສີ-ອາ​ກອນ ລາ​ຄາ 100-150 ໂດ​ລ້າ​ຣ໌ ຕໍ່​ຕູ້ ແລະ ຄ່າ​ບໍ​ຣິ​ການ​ອື່ນໆ ເຊິ່ງ​ ຜູ້​ປະ​ກອບ​ການ​ທຸ​ຣະ​ກິຈ ກໍ​ເຫັນ​ວ່າ ຍັງ​ແພງ​ຢູ່ ຖ້າ​ລາ​ຄ້າ​ຖື​ກ​ລົງ​ອີກ ກໍ​ຈະ​ຊ່ວຍ​ຫຼຸດ​ຜ່ອນ​ຕົ້ນ​ທຶນ​ ຄ່າ​ຂົນ​ສົ່ງ​ໄດ້​ເປັນ​ຢ່າງ​ດີ.

ເພື່​ອ​ເປັນ​ການ​ນຳ​ໃຊ້ ເສັ້​ນ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ໃຫ້​ມີ​ປະ​ສິ​ທ​ທິ​ພາບ ແລະ ເກີດ​ປໂຍດສູງ​ສຸດ, ຫຼ້າ​ສຸດນີ້ ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ຂອງ​ລາວ ໄດ້​ປະ​ຊຸມ​ຫາ​ລື​ກັບ ສະ​ພາ​ການ​ຄ້າ​ ແຂວງກວາງ​ຊີ ປະ​ເທດ​ຈີນ ແຕ່​ວັນ​ທີ 1-2 ກັນ​ຍາ 2022 ຢູ່ ນະ​ຄອນ​ຫລວງວຽງ​ຈັນ ເພື່ອ​ສົ່ງ​ເສີມ​ການ​ຜ​ລິຕ​ສິນ​ຄ້າ ແລະ ສົ່ງ​ອອກ​ພືດ ແລະ ຜ​ລິ​ຕ​ພັນ​ກະ​ສິ​ກັມ ໄປ​ຈີນ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ ເປັນ​ຕົ້ນ​ໝາກ​ກ້ວຍ, ໝາກ​ສົ້ມ​ໂອ ແລະ ເຂົ້າ​ສານ ໂດຍ​ຈະ​ນຳ​ໃຊ້​ເສັ້ນ​ທາງ​ ຣົ​ຖ​ໄຟ​ລາວ-ຈີນ ເປັນ​ເສັ້ນ​ທາງ​ຫຼັກ ໃນ​ການ​ຂົນ​ສົ່ງ.