ປະເທດຊາຕ ຍັງບໍ່ໄດ້ປໂຍດ ຈາກການສົ່ງອອກ ແຮ່ທາດຕ່າງໆ ເທົ່າທີ່ຄວນ
2023.07.25
ກະຊວງອຸດສາຫະກັມ ແລະການຄ້າ ໄດ້ຣາຍງານວ່າ ປີ 2022 ປະເທດລາວ ໄດ້ສົ່ງຄໍາ ແລະຄໍາປະສົມ ມູນຄ່າ 805 ລ້ານໂດລ້າຣ໌ສະຫະຣັຖ, ທອງ 336 ລ້ານໂດລ້າຣ໌ ແລະເກືອກາລີ 320 ລ້ານໂດລ້າຣ໌ ແລະ ໃນ 6 ເດືອນຕົ້ນປີນີ້ ສົ່ງຄໍາອອກ ມູນຄ່າປະມານ 381 ລ້ານໂດລ້າຣ໌. ປະເທດທີ່ສົ່ງໄປຫລາຍທີ່ສຸດຄື ຈີນ ແລະໄທຍ.
ສໍາລັບມູນຄ່າສິນຄ້າ ທີ່ນໍາເຂົ້າ ແລະສົ່ງອອກ ຂອງ ສປປ ລາວ ໃນເດືອນມິຖຸນາທີ່ຜ່ານມານີ້ ມີປະມານ 1,041 ລ້ານໂດລ້າຣ໌. ໃນນັ້ນ ມູນຄ່າການສົ່ງອອກ ປະມານ 458 ລ້ານໂດລ້າຣ໌ ແລະມູນຄ່າການນຳເຂົ້າ ປະມານ 584 ລ້ານໂດລ້າຣ໌, ຂາດດຸນການຄ້າ ປະມານ 126 ລ້ານໂດລ້າຣ໌ສະຫະລັຖ.
ໃນຈໍານວນສິນຄ້າທີ່ໄດ້ສົ່ງອອກ ໄປຂາຍຕ່າງປະເທດ ທີ່ມີມູນຄ່າ 458 ລ້ານໂດລ້າຣ໌ ສະຫະນັ້ນຣັຖ ມີຄຳແທ່ງ ແລະຄຳປະສົມ ມູນຄ່າ 48 ລ້ານໂດລ້າຣ໌ ເປັນສິນຄ້າອັນດັບ 2 ທີ່ສົ່ງອອກ ຮອງຈາກເກືອກາລີ ທີ່ມີມູນຄ່າປະມານ 53 ລ້ານໂດລ້າຣ໌. ນອກນັ້ນກໍແມ່ນເຈັ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈັ້ຍ ປະມານ 42 ລ້ານໂດລ້າຣ໌, ແຮ່ທອງ ປະມານ 36 ລ້ານໂດລ້າຣ໌.
ປັດຈຸບັນ ປະຊາຊາຊົນລາວ ແລະສະມາຊິກສະພາແຫ່ງຊາຕ ຫລາຍທ່ານເຫັນວ່າ ຣັຖບານອະນຸຍາດໃຫ້ມີການຂຸດຄົ້ນແຮ່ທາດ ຫລາຍຂຶ້ນ ແລະຢາກໃຫ້ຣັຖບານໂຈະ ການຂຸດຄົ້ນນັ້ນ ໂດຍສະເພາະການຂຸດຄົ້ນ ແບບທົດລອງ.
ກ່ຽວກັບເຣື່ອງທີ່ວ່ານີ້ ອະດີດເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກໍຣະກະນີ້ວ່າ ຣັຖບານຄວນພິຈາຣະນາ ແລະທົບທວນຄືນ ເຣື່ອງການອະນຸຍາດ ໃຫ້ບໍຣິສັດຕ່າງຊາຕ ເຂົ້າມາຂຸດຂົ້ນເອົາແຮ່ຫາຍາກ ໂດຍສະເພາະແຫ່ຄໍາ ທີ່ໄດ້ອະນຸຍາດໃຫ້ຂຸດຄົ້ນແບບທົດລອງ ເພາະປັດຈຸບັນ ມີຫລາຍໂຄງການ ທີ່ໄດ້ອະນຸຍາດໄປແລ້ວ ແຕ່ຣັຖບານ ແລະປະຊາຊົນລາວ ບໍ່ໄດ້ຮັບຜົລປໂຍດ ຍັງເສັຍປຽບຫລາຍ.
ດັ່ງທີ່ທ່ານກ່າວວ່າ:
“ຂຸດຄົ້ນຜ່ານມານີ້ກະຢາກໃຫ້ໂຈະ ເພາະວ່າການຂຸດມັນໝົດແລ້ວນີ໋ ບາດເຊັ່ນລູກເຊັ່ນຫລານ ຊິເອົາຫຍັງ ເຮັດຫຍັງ. ກະມີຫລາຍອັນ ຜ່ານມາໄທເຮົາເສັຽປຽບຫລາຍກວ່າ ໄດ້ວ່າຊັ້ນສາ. ຂຸດຄົ້ນຄໍາຢູ່ລາວນີ້ຫລາຍ ແຕ່ວ່າບໍ່ມີຮອດຕັນ.”
ທ່ານກ່າວຕື່ມວ່າ ເຖິງຣັຖບານ ຈະອະນຸຍາດໃຫ້ບໍຣິສັດຕ່າງປະເທດ ເຂົ້າມາຂຸດຄົ້ນຄໍາ ແລະແຮ່ທາດຫາຍາກອື່ນໆ ກໍຄວນຈະຕໍ່ລອງເງື່ອນໄຂ ເພື່ອເອົາຄໍາ ແລະແຮ່ທາດເຫລົ່ານັ້ນ ເກັບອອມໄວ້ເປັນຄັງແຮຂອງປະເທດ, ບໍ່ແມ່ນຈະໃຫ້ພວກເຂົາເຈົ້າຂຸດຄົ້ນ ເອົາໄປຈົນໝົດ ຂະນະທີ່ຣັຖບານໄດ້ແຕ່ເງິນຄ່າສໍາປະທານເທົ່ານັ້ນ.
ຜູ້ຮັບເໝົາຂຸດຄົ້ນແຮ່ທາດ ໃຫ້ບໍຣິສັດຈີນ ຢູ່ແຂວງອຸດົມໄຊ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ມີບໍຣິສັດຈີນ ທັງຂນາດນ້ອຍ ແລະໃຫຍ່ ເຂົ້າມາສໍາຣວດຂຸດຄົ້ນແຮ່ທາດ ຫາຍາກຢູ່ລາວຫລາຍ, ເຊັ່ນແຮ່ຄໍາ, ຫິນຂຽວ ທີ່ມີມູນຄ່າສູງ ເມື່ອຂຸດຄົ້ນໄດ້ມາແລ້ວ ບໍຣິສັດຈີນບາງແຫ່ງກໍຂົນເອົາໄປປຸງແຕ່ງ ຢູ່ປະເທດຈີນ ຜ່ານດ່ານສາກົລ ບໍ່ເຕັນ ແຂວງຫລວງນໍ້າທາ.
ດັ່ງທີ່ທ່ານກ່າວວ່າ:
“ຂ້ອຍມາຂຸດຄົ້ນປີ 2014-2015 ເນາະ ຂ້ອຍໄປກັບຄົນຈີນຫັ້ນນ່າ. ຄົນຈີນນີ້ມັນນໍາອອກປະເທດໄດ້ ເຈົ້າ. ຂະເຈົ້ານໍາອອກໄປໝົດເລີຍ ບໍ່ມີການປຸງແຕ່ງສໍາເຣັດຮູບ ແລ້ວຣັຖບານບໍ່ຢາກໃຫ້ມີການເຂົ້າມາຂຍາຍຕົວອີກເນາະ ຄົນຈີນເຮັດແບບນັ້ນ.”
ຫາກອີງຕາມ ລະບຽບກົດໝາຍ ຂອງລາວ ບໍຣິສັດໃດທີ່ໄດ້ຮັບອະນຸຍາດ ໃຫ້ຂຸດຄົ້ນແຮ່ທາດ ບໍ່ວ່າຈະເປັນປະເພດໃດ ກໍຕາມຈະຕ້ອງປຸງແຕ່ງ ຢູ່ລາວເທົ່ານັ້ນ ກ່ອນຈະສົ່ງອອກໄປຂາຍຕ່າງປະເທດ.
ປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ຢາກໃຫ້ຣັຖບານລາວທົບທວນຄືນ ເຣື່ອງການອະນຸຍາດ ໃຫ້ບໍຣິສັດຕ່າງປະເທດ ເຂົ້າມາຂຸດຄົ້ນ ເອົາຊັພຍາກອນທັມມະຊາຕ ຂອງລາວໄປ ໂດຍສະເພາະ ຄໍາ ແລະ ເກືອກາລີ ເພາະເຫັນວ່າ ທັງຣັຖບານ ແລະປະຊາຊົນລາວ ບໍ່ໄດ້ຮັບຜົລປໂຍດເທົ່າທີ່ຄວນ, ບາງຄອບຄົວຕ້ອງໄດ້ສູນເສັຍ ທີ່ດິນທໍາການຜລິດ ແລະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່, ບໍ່ແຮ່ທີ່ສໍາຄັນໆ ສ່ວນຫລາຍແມ່ນຈີນນຂຸດຄົ້ນເອົາໄປ.
“ເຣື່ອງນີ້ມັນກໍບໍ່ຕ່າງຫຍັງ ກັບໄມ້ຫັ້ນແຫລະ ມັນກະແບບດຽວກັນແຫລະ ເຣື່ອງຊັພຍາກອນຂອງຊາຕນີ້, ລາຄາບໍ່ແມ່ນໜ້ອຍໄດ໋. ເຣື່ອງແຮ່ທາດນີ້ ສ່ວນຫລາຍລະແມ່ນຈີນໄດ໋ ເຣື່ອງແຮ່ທາດ ແລະບ່ອນທີ່ສໍາຄັນຫາຍາກນີ້.”
ເວັບໄຊຕ໌ TRADING ECONOMICS ຣາຍງານວ່າ ລະຫວ່າງປີ 2010 ແລະປີ 2016 ປະເທດລາວມີຄໍາສໍາລອງຢູ່ເກືອບເຖິງ 9 ລ້ານຕັນ ແລະແຕ່ປີ 2016 ມາເຖິງປັດຈຸບັນ ໄດ້ຫລຸດລົງ ຍັງເຫລືອຢູ່ຮອດ 1 ຕັນ ຄືຍັງເຫລືອພຽງ 0.88 ຕັນ, ຄິດເປັນມູນຄ່າປະມານ 31 ລ້ານໂດລ້າຣ໌ສະຫະຣັຖ.
ກ່ຽວກົບເຣື່ອງນີ້ ຍານາງ ຫົງຄໍາ ໄຊຍະຄົມ ສະມາຊິກສະພາແຫ່ງຊາຕ ຈາກແຂວງ ສວັນນະເຂດ ໄດ້ສເນີຕໍ່ກອງປະຊຸມ ສະພາແຫ່ງຊາຕ ໃນມື້ວັນທີ 30 ມິຖຸນາທີ່ຜ່ານມາວ່າ ຣັຖບານລາວໄດ້ອະນຸຍາດໃຫ້ບໍຣິສັດ ທັງພາຍໃນ ແລະຕ່າງປະເທດ ເກືອບ 100 ບໍຣິສັດ ຂຸດຄົ້ນແຮ່ທາດແບບທົດລອງ ແລະໄດ້ໃຫ້ສໍາປະທານໄປແລ້ວ, ແຕ່ມາເບິ່ງສະພາບເສຖກິຈ-ການເງິນຂອງລາວໃນປັດຈຸບັນ ຄືບໍ່ດີຂຶ້ນ ເປັນຕົ້ນຄ່າຄອງຊີບ ແລະການເປັນຢູ່ຂອງປະຊາຊົນກໍຍັງຫຍຸ້ງຍາກຢູ່, ໜີ້ສິນກໍຍັງສູງ ສະນັ້ນແລ້ວ ຈຶ່ງຂໍໃຫ້ຣັຖບານທົບທວນຄືນ ແລະປະເມີນຄືນຢ່າງລະອຽດ.
“ຂ້າພະເຈົ້າຂໍໃຫ້ຣັຖບານ ໄດ້ທົບທວນຄືນ ແລະປະເມີນຄືນຕໍ່ກັບການແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ດ້ວຍວິທີການຂຸດຄົ້ນແຮ່ທາດ ແບບທົດລອງ ຢາກໃຫ້ທົບທວນຄືນວ່າການແກ້ໄຂ ດ້ວຍວິທີນີ້ ມັນສາມາດແກ້ໄຂເສຖກິຈ ຂອງປະເທດດີຂຶ້ນບໍ່ ມັນສາມາດສ້າງຜົນປໂຍດ ໃຫ້ປະຊາຊົນແທ້ໆບໍ່ ຫລືວ່າເຮັດໃຫ້ປະເທດຊາດ ເສັຽຊັບສົມບັດໂດຍບໍ່ຄຸ້ມຄ່າ.”
ຕໍ່ບັນຫານີ້ ທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ກໍໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາຕ ໃນມື້ດຽວກັນນັ້ນວ່າ ຣັຖບານລາວ ໄດ້ສັ່ງໂຈະໂຄງການຂຸດຄົ້ນແຮ່ທາດ ທີ່ເປັນໂຄງການລົງທຶນໃໝ່ ເພາະເຫັນວ່າ ມັນຈະໄດ້ຮັບຜົລປໂຍດໜ້ອຍ ບໍ່ຄຸ້ມຄ່າກັບຊັພຍາກອນ ທີ່ຈະສູນເສັຍໄປ. ສ່ວນທີ່ໄດ້ອະນຸມັດໃຫ້ທີ່ຜ່ານມາ ກໍຈະໄດ້ສືບຕໍ່ກວດກາ ປະເມີນຜົລ.
ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:
“ສໍາລັບແຮ່ທີ່ອະນຸມັດຜ່ານມາ ສິໄດ້ສືບຕໍ່ກວດກາປະເມີນ ອັນທີ່ຮັບໃໝ່ ແມ່ນໄດ້ໂຈະໝົດແລ້ວ ສໍາລັບການປະເມີນຫັ້ນ ຂ້າພະເຈົ້າກະສົມທົບກັບຂແນງການ ຂອງຣັຖບານ ແລະອົງການປົກຄອງທ້ອງຖິ່ນ ແຕ່ລະທ້ອງຖິ່ນຫັ້ນ ໄປເບິ່ງພາກສນາມໂຕຈິງ ແລະຈິວິເຄາະວິໄຈ.”
ໃນມື້ວັນທີ 6 ກັນຍາ 2022 ທາງການລາວໄດ້ອະນຸຍາດໃຫ້ ກຸ່ມບໍຣິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ສໍາປະທານຊອກຄົ້ນ, ສໍາຣວດແຮ່ຫາຍາກເພີ່ມຕື່ມອີກໃນເນື້ອທີ່ 47 ກິໂລຕາແມັດ ຄືເກືອບເຖິງ 5,000 ເຮັກຕ້າຣ໌ ຢູ່ເຂດບ້ານ ບຣ໋ອງນ້ອຍ ເມືອງດາກຈຶງ ແຂວງເຊກອງ.
ນອກຈາກນີ້ ຣັຖບານ ຍັງໃຫ້ບໍຣິສັດຮ່ວມມື ພັທນາບໍ່ແຮ່ ໄຊສົມບູນ ຈໍາກັດ ຂອງຈີນ ຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ແລະແຮ່ມັງການ ໃນເນື້ອທີ່ 2,297 ເຮັກຕ້າຣ໌ ເປັນເວລາ 20 ປີ ຢູ່ເມືອງອະນຸວົງ ແລະເມືອງລ່ອງແຈ້ງ ແຂວງໄຊສົມບູນ ແລະອະນຸຍາດໃຫ້ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ ສໍາຣວດແຮ່ໂປຕາສ ແລະຕັ້ງໂຮງງານ ຢູ່ບ້ານໜອງຫລົ່ມ ເມືອງໜອງບົກ ແຂວງຄໍາມ່ວນ ໃນເນື້ອທີ່ 4,850 ເຮັກຕ້າຣ໌.
ສະພາແຫ່ງຊາຕ ໄດ້ເຮັດໜັງສື ສເນີໄປຍັງຫົວໜ້າ ຫ້ອງການ ກະຊວງສຶກສາທິການ ແລະກິລາ ເພື່ອຂໍຂໍ້ມູນ ກ່ຽວກັບການຊ່ອຍເຫລືອລ້າ ຈາກບັນດາໂຄງການ ລົງທຶນສ້າງເຂື່ອນໄຟຟ້າ, ພະລັງງານລົມ ແລະການຂຸດຄົ້ນບໍ່ແຮ່ ເນື່ອງຈາກເຫັນວ່າ ຫລາຍໂຄງການລົງທຶນ ໃນຂແນງພະລັງງານ ແລະບໍ່ແຮ່ ຢູ່ແຂວງເຊກອງ ແລະແຂວງອັດຕະປື ບໍ່ໄດ້ຊ່ອຍພັທນາ ບ້ານເມືອງດີເທົ່າທີ່ຄວນ, ຄຸນນະພາບຊີວິດ ຂອງປະຊາຊົນ ບໍ່ດີຂຶ້ນ, ຍັງທຸກຍາກ, ບໍ່ມີລາຍໄດ້ ແລະອາຊີພບໍ່ໝັ້ນຄົງ ອັນເປັນສິ່ງສະທ້ອນໃຫ້ເຫັນວ່າ ໂຄງການ ພັທນາເຫລົ່ານັ້ນ ດໍາເນີນການໄປແບບບໍ່ສອດຄ່ອງ ກັບເປົ້າໝາຍຂອງແຜນພັທນາ ເສຖກິຈ-ສັງຄົມຂອງປະເທດ (ເນື່ອງຈາກ ສະພາແຫ່ງຊາຕ ຕ້ອງການຮູ້ຂໍ້ມູນວ່າ ໂຄງການເຫຼົ່ານີ້ ໄດ້ຊ່ວຍເຫຼືອເດັກນ້ອຍນັກຮຽນ, ມອບອຸປະກອນການຮຽນ ຫຼື ຊ່ວຍເຫຼືອດ້ານອື່ນໆ ໃຫ້ແກ່ນັກຮຽນ ໃນເຂດພື້ນທີ່ ທີ່ໂຄງການລົງທຶນຕາມພັນທະແທ້ ຫຼື ບໍ່).