ລາວ ມີແຜນຈະສ້າງ ຄັງແຮສຳຮອງນຳມັນເຊື້ອໄຟ ຈາກ ຈີນ-ລັດເຊຍ
2024.06.20

ລາວ ມີແຜນຈະສ້າງ ຄັງແຮ ສຳລັບຮອງຮັບການນຳເຂົ້າ ນ້ຳມັນເຊື້ອໄຟ ຈາກຈີນ ແລະ ລັດເຊຍ ເພື່ອແກ້ໄຂ ວິກິດການຂາດແຄນ ນໍ້າມັນພາຍໃນປະເທດ ແລະ ຫລຸດຜ່ອນ ການຊຳລະ ເປັນເງິນ ໂດລ້າ ສະຫະລັດ, ເຊິ່ງຄາດວ່າຈະໃຊ້ ໄລຍະເວລາໃນການສຶກສາໃຫ້ສຳເລັດ ພາຍໃນປີ 2024 ນີ້.
ດັ່ງ ເຈົ້າຫນ້າທີ່ ທີ່ຮູ້ກ່ຽວກັບເລື້ອງນີ້ ຜູ້ບໍ່ປະສົງອອກຊື່ ແລະ ຕຳແຫນ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 19 ມິຖຸນາ 2024 ນີ້ວ່າ:
“ຄັງແຮ ນ້ຳມັນເຫັນວ່າ ບາງເທື່ອອາດຈະຊື້ ອາດຈະນຳເຂົ້າຈາກຈີນ ຫລື ລັດເຊັຍ ຫລື ວ່າຈີນນີ້ແຫລະ ເພາະວ່າຈະນຳເຂົ້າ ຈະປ່ຽນນີ້ແຫລະ ເພາະວ່າໂຕເກົ່າ ມັນຈະໃຊ້ເງິນຕາ ເປັນເງິນໂດລ້າແລ້ວ ມັນຈະຊອກຫາເງິນຕາຊື້ຍາກຫັ້ນນ່າ ຂະເຈົ້ານ່າຈະສຶກສາ ຊື້ ຈາກນຳເຂົ້າຈາກລັດເຊັຍ ແມ່ນແຫລະ ຂະເຈົ້າກຳລັງສຶກສາວ່າ ຈະໃຊ້ໂຕໃດແທນຫັ້ນນ່າ ເພາະວ່າຂະເຈົ້າຈະປ່ຽນ ການເງິນ ໂດລ້າ ຂະເຈົ້າຈະບໍ່ໃຊ້ ແຕ່ມານີ້ກຳລັງສຶກສາ ປະມານອີກ 6 ເດືອນ ຫັ້ນແຫລະ ມັນຈັ່ງຊິຮູ້.”
ການສຳລວດ ຄວາມເປັນໄປໄດ້ນີ້ ທາງດ້ານກະຊວງ ອຸດສາຫະກຳ ແລະ ການຄ້າ ແລະກຸ່ມບໍລິສັດ ດີເອັມພາຍ ຈຳກັດ ຈະຮ່ວມກັນສຶກສານະໂຍບາຍ ແລະ ລະບຽບທີ່ກ່ຽວຂ້ອງ ຂອງລາວ ແລະ ປະເທດອ້ອມຂ້າງ, ຍຸດທະສາດໃນການສ້າງ ຄັງແຮ ສຳຮອງນ້ຳມັນເຊື້ອໄຟ, ການສະໜອງນ້ຳມັນ, ທີ່ຕັ້ງຂອງຄັງ,ລະບົບການຂົນສົ່ງ ແລະ ປະລິມານຂອງແຮສຳຮອງ.
ດັ່ງ ທ່ານກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນໆ ຜ່ານມາ ບໍ່ມີເທື່ອ ເພິ່ນກໍຈະສ້າງ ເປັນຄັງແຮ ແລ້ວປັດຈຸບັນນີ້ ຍັງສະໜອງພຽງພໍ ແຕ່ວ່າມັນ ຕ້ອງວ່າໄລຍະ ຕ້ອງມີແຮໄວ້ ແບບຫລາຍໆ ມື້ຫັ້ນນ່າ ກໍຍັງນຳເຂົ້າ ສະໜອງເປັນມື້ 2-3 ມື້ຫັ້ນນ່າ ແຕ່ວ່າອັນນີ້ຈະສ້າງໄວ້ ອານາຄົດ ຕ້ອງສະໜອງບໍ່ແຮ ໄວ້ເປັນເດືອນພຸ້ນ ປະມານຫລາຍມື້ຫັ້ນນ່າ.”
ສຳລັບທີ່ຕັ້ງ ຂອງໂຄງການການກໍ່ສ້າງຄັງແຮ່ ນໍ້າມັນເຊື້ອໄຟ ຄາດວ່າ ຈະຕັ້ງຢູ່ເຂດ ເສດຖະກິດພິເສດ ຫລື ເຂດປອດພາສີ ທີ່ຕັ້ງຢູໃນພາກຕ່າງໆ ຂອງປະເທດ ເພື່ອຫລຸດຜ່ອນ ຄ່າໃຊ້ຈ່າຍໃນການຂົນສົ່ງ, ດັ່ງທ່ານ ທະນູສອນ ພົນອາມາດ ປະທານກຸ່ມ ບໍລິສັດ ດີເອັມພາຍ ຈຳກັດ ກ່າວຕໍ່ສື່ມວນຊົນທ້ອງຖິ່ນໃນລາວ ໃນພິທີລົງນາມ ບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ໂຄງການສຶກສາຄວາມເປັນໄປໄດ້ ໃນການສ້າງ ຄັງແຮ ນໍ້າມັນເຊື້ອໄຟ ໃນເມື່ອວັນທີ 17 ມິຖຸນາ 2024 ທີ່ຜ່ານມານີ້ ວ່າ:
“ຈະນຳມາທາງໃດ ເຂົ້າມາທາງໃດ ລາຄານ້ຳມັນ ເປັນນ້ຳມັນດີບໍ່ ຄຸນນະພາບເປັນແນວໃດ ແລ້ວກໍຄັງແຮ ຂອງພວກເຮົານີ້ ຈະຕັ້ງຢູ່ຈຸດໃດ ໂຕນີ້ກໍສຳຄັນ ທີ່ເຄີຍສະເໜິ ເພິ່ນກໍມີ ຈະຕົັ້ງຢູ່ພາກເໜືອ ພາກກາງ ແລ້ວກໍພາກໃຕ້ ໃນການສະໜອງ ມັນຈະຊ່ວຍເຫລືອເລື້ອງຄ່າຈົນສົ່ງຕ່າງໆເນາະ ເພາະວ່າ ຖ້າມີແຕ່ຢູ່ວຽງຈັນ ແລ້ວສົ່ງໄປທາງເຫນືອ ຫລື ວ່າທາງໃຕ້ ໄດ້ນຳໃຊ້ຄ່າຂົນສົ່ງ ມັນຈະເຮັດໃຫ້ລາຄານ້ຳມັນແພງຂຶ້ນ.”
ທ່ານກ່າວຕື່ມວ່າ ເນື່ອງຈາກລາວ ບໍ່ມີທາງອອກທະເລ (Land-locked) ເຊິ່ງເປັນບັນຫາຫຍຸ້ງຍາກ ໃນການຂົນສົ່ງນ້ຳມັນ ແລະ ກະຊວງອຸດສາຫະກໍາ ແລະການຄ້າ ແລະ ບໍລິສັດ ດີເອັມພາຍ ຈຳກັດ ກໍໄດ້ປືກສາຫາລື ກ່ຽວກັບ ໂຄງການດັ່ງກ່າວນີ້ ນຳທາງການຂອງຈີນບາງສ່ວນແລ້ວ ແລະ ຄາດວ່າ ອາດມີການຂົນສົ່ງນ້ຳມັນຈາກຈີນ ເຂົ້າມາຍັງລາວ ຜ່ານເສັ້ນທາງລົດໄຟລາວ-ຈີນ.
ເຖິງແມ່ນວ່າ ປະເທດລາວ ຈະນຳເຂົ້ານ້ຳມັນເຊື້ອໄຟ ປະມານ 90% ຈາກໄທ ສ່ວນອີກ 10% ແມ່ນນໍາເຂົ້າຈາກວຽດນາມ ແຕ່ໃນຮອບປີມານີ້ ພັດມີການນຳເຂົ້ານ້ຳເຂົ້ານ້ຳມັນເຊື້ອໄຟ ຈາກວຽດນາມເພີ່ມຂຶ້ນ. ທັງນີ້ ເມື່ອນໍາເຂົ້າຈາກຕ່າງປະເທດ ຈຶ່ງຈຳເປັນຕ້ອງ ໄດ້ປັບຂຶ້ນລາຄານ້ຳມັນ ເດືອນລະ 4 ຄັ້ງ ຕາມອັດຕາແລກປ່ຽນເງິນຕາຕ່າງປະເທດ.
ດັ່ງເຈົ້າຂອງປ້ຳນ້ຳມັນແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກໍຂາຍ ຂ້ອຍຂາຍມື້ນີ້ ກາຊວນ ກໍເງິນກີບ ກໍ 20,760 ກີບ ແມ່ນໆ ຂອງບໍລິສັດກຳນົດ ຂ້ອຍເປັນຂອງ ບໍລິສັດເຊື້ອໄຟລາວ ຜ່ານມາ ແມ່ນໆ ມັນປ່ຽນແປງລາຄາຢູ່ ທຸກໆວັນພຸດຫັ້ນນ່າ. ຕາມທຳມະດາ ມັນກໍເຂົ້າມາໄທແນ ວຽດນີ້ ທາງພວກເຮົານີ້ກໍຍັງບໍ່ເຂົ້າໃຈນ່າ ນີ້ເພິ່ນວ່າສົ່ງມາໃຫ້ ເປັນນ້ຳມັນ ຫັ້ນນ່າ ຄຸນນະພາບຂອງເຊື້ອໄຟ ເພິ່ນຊິກຳນົດເອົາ ຫັ້ນນ່າ.”
ອີງຕາມການລາຍງານ ຂອງລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ລະບຸວ່າ ໃນປີ 2023 ປະເທດລາວ ນ້ຳມັນນຳເຂົ້າທັງໝົດ 1,654 ລ້ານລິດ ໃນນີ້ມີນ້ຳມັນ ກາຊວນ 1,259 ລ້ານລິດ, ແອດຊັ່ງ 365 ລ້ານລິດ ແລະ ນໍ້າມັນປະເພດອື່ນໆ, ສະເລ່ຍການຊົມໃຊ້ ແມ່ນ 135 ຫາ 140 ລ້ານລິດຕໍ່ເດືອນ ໃນນີ້ ເປັນນໍ້າມັນ ແອດຊັ່ງ 30 ລ້ານລິດ/ເດືອນ ຫລື 1 ລ້ານລິດຕໍ່ມື້ ແລະ ນໍ້າມັນກາຊວນ 105 ລ້ານລິດ/ເດືອນ ຫລື 3.5 ລ້ານລິດ/ມື້.
ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ຍັງລະບຸອີກວ່າ ແຫລ່ງທີ່ມາຂອງນໍ້າມັນ ສ່ວນຫລາຍແມ່ນມາຈາກໄທ ແລະ ວຽດນາມ ແຕ່ທີ່ຜ່ານມາ ໂຮງກັ່ນນໍ້າມັນ ສຳຄັນ ຢູ່ປະເທດເພື່ອນບ້ານ ທີ່ສະໜອງນໍ້າມັນໃຫ້ແກ່ລາວ ແມ່ນໄດ້ປິດ ບາງສາຍການຜະລິດ ກະທັນຫັນ ເຮັດໃຫ້ປະເທດລາວ ນຳເຂົ້ານໍ້າມັນ ໄດ້ຫລຸດລົງ ອີກທັງ ຍັງມີລາຄາເພີ່ມສູງຂຶ້ນ.
ແລະ ໃນຮອບ 5 ເດືອນທຳອິດ (ລະຫວ່າງ ເດືອນມັງກອນ ຫາ ເດືອນພືດສະພາ) ຂອງປີ 2024 ນີ້, ກົມພາສີ ກະຊວງການເງິນ ລະບຸວ່າ ນ້ຳມັນ ກາຊວນ ແມ່ນເປັນສິນຄ້າທີ່ລາວ ນຳເຂົ້າຈາກຕ່າງປະເທດສູງສຸດ ເປັນມູນຄ່າ 490 ລ້ານ ໂດລ້າສະຫະລັດ.