ສນາມບິນໜອງຄ້າງ ຄືບໜ້າ

ຈໍາປາທອງ
2018.11.15
ການກໍ່ສ້າງ ສນາມບິນໜອງຄ້າງ ແຂວງຫົວພັນ
Photo Courtesy Of: Houaphanh Today

ປັດຈຸບັນການສ້າງສນາມບິນໜອງຄ້າງ ແຂວງຫົວພັນ ຄືບໜ້າໄປແລ້ວ 41% ໃນຂນະທີ່ການກໍ່ສ້າງ ຍັງມີບັນຫາດ້ານການຂົນສົ່ງ ວັສດຸ ກໍ່ສ້າງ ຈາກປະເທດເພື່ອນບ້ານ ເພາະເສັ້ນທາງພາຍໃນແຂວງເປ່ເພ່ ຍ້ອນຝົນຕົກໜັກ ນ້ຳຖ້ວມ, ດັ່ງ ເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ພຶສຈິກາ ນີ້ວ່າ:

"ສິ່ງທ້າທາຍນີ້ກະມີຢູ່ ກະປາສຈາກບໍ່ໄດ້ວັສດຸ ສ່ວນຫຼາຍກະເປັນວັສດຸ ທີ່ເຮົາຕ້ອງໄດ້ນຳເຂົ້າຈາກ ປະເທສເພື່ອນບ້ານເນາະ ເສັ້ນທາງຖືກ ຕັດຂາດແນ່ ແລ້ວກະຣົດບັນທຸກໜັກນີ້ ມັນບໍ່ສາມາດຂົນວັສດຸເຂົ້າພາກສນາມໄດ້ ເຕັມອັດຕຣາຂົນເຂົ້າ ເທື່ອລະເລັກລະນ້ອຍ ຫຍຸ້ງຍາກ ຊັ້ນສະ."

ພ້ອມກັນນັ້ນ ວຽກງານກໍ່ສ້າງກໍຍັງພົບຄວາມຫຍຸ້ງຍາກ ຍ້ອນດິນຢູ່ເຂດໜອງຄ້າງ ເປັນດິນໜຽວຫລາຍ ບໍ່ຄືດິນເຂດອື່ນ ເນື່ອງຈາກອາກາດ ໜາວມີໝອກ ແລະຝົນຕົກ ເປັນບາງມື້. ນອກຈາກນັ້ນ ບາງໜ້າວຽກຄົນງານ ບໍ່ພຽງພໍ ຍັງຕ້ອງການຕື່ມອີກ.

ແຕ່ເຖິງຢ່າງໃດ ມາຮອດປັດຈຸບັນ ການກໍ່ສ້າງສນາມບິນໜອງຄ້າງ ກໍຄືບໜ້າໄປໄດ້ຫຼາຍແລ້ວ ໄດ້ສ້າງອາຄານຜູ້ໂດຍສານ ແຕ່ຍັງຕົບແຕ່ງ ບໍ່ທັນແລ້ວ.

ໂຄງການສນາມບິນໜອງຄ້າງ ທີ່ມີມູນຄ່າການກໍ່ສ້າງ 592 ຕື້ກີບນີ້ ກວມເອົາເນື້ອທີ່ 200 ປາຍເຮັກຕາ. ບໍຣິສັດ ຮອງແອງຢາລາຍ ຂອງ ວຽດນາມ ເປັນຜູ້ລົງທຶນ ແລະຮັບເໝົາກໍ່ສ້າງ ຊຶ່ງຄາດວ່າຈະສ້າງສຳເຣັດ ໃນທ້າຍປີໜ້າ.

ສນາມບິນແຫ່ງນີ້ ຕັ້ງຢູ່ຫ່າງຈາກຕົວເມືອງຊຳເໜືອ 30 ກິໂລແມັດ, ໄດ້ເຣີ້ມກໍ່ສ້າງມາຕັ້ງແຕ່ປີ 2013, ໄດ້ໂຈະການກໍ່ສ້າງ ຍ້ອນບໍຣິສັດ ຮອງແອງຢາລາຍ ຂາດເງິນທຶນ ມາຕັ້ງແຕ່ປີ 2015 ຈົນມາຮອດປີນີ້ ຈຶ່ງໄດ້ສ້າງຕໍ່ ແຕ່ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການນີ້ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຄວາມເສັຍຫາຍ ໝົດທຸກຄອບຄົວ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.