ມີການຣາຍງານ ສະພາບເງິນເຟີ້ໃນລາວ ຫລຸດລົງ, ສວນທາງກັບຄວາມເປັນຈິງ
2023.09.21
ສູນສະຖິຕິແຫ່ງຊາຕ ຣາຍງານວ່າ ເດືອນສິງຫາ ປີ 2023 ທີ່ຜ່ານມາ ອັດຕຣາເງິນເຟີ້ ໃນລາວ ຫລຸດລົງ ຢູ່ທີ່ 25.9% ຈາກ 27.8% ແຕ່ພັດສະພາບໂຕຈິງ ຊາວບ້ານບອກວ່າ ບໍ່ເຫັນວ່າ ເງິນເຟີ້ໃນລາວ ຈະຫລຸດລົງ ຕາມທີ່ທາງການຣາຍງານ.
ປັດຈຸບັນ ເງິນຍັງເຟີ້ຫນັກ ແລະ ມີທ່າທີເພີ່ມຂຶ້ນ ເປັນຕົ້ນ ອັດຕຣາແລກປ່ຽນ ໃນປັດຈຸບັນ ຢູ່ນອກລະບົບສູງຂຶ້ນ ເປັນ 1 ບາທ ເທົ່າກັບ 650 ກີບ ສ່ວນທະນາຄານຈະຢູ່ ປະມານ 1 ບາທ ເທົ່າກັບ 590 ກີບ.
ແຕ່ຊາວລາວ ບໍ່ສາມາດແລກປ່ຽນ ຢູ່ທະນາຄານໄດ້ ຍ້ອນວ່າ ທະນາຄານ ບໍ່ມີເງິນຕຣາຕ່າງປະເທດ ໃຫ້ແລກ. ສ່ວນສິນຄ້າແພງຂຶ້ນເຊັ່ນກັນ. ຊາວຄ້າຂາຍ ຈໍາເປັນຕ້ອງຂາຍສິນຄ້າຕາມອັດຕຣາແລກປ່ຽນ ເພາະນຳເຂົ້າສິນຄ້າຈາກໄທຍ.
ດັ່ງ ຊາວຄ້າຂາຍ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 21 ກັນຍາ ນີ້ວ່າ:
“ບໍ່ຫລຸດ ບໍ່ຫລຸດ ເຂົາເຈົ້າສົ່ງມາເຄື່ອງໄລ່ ຄັນເປັນເງິນບາທ 650 ທໍາໃຈເອົາຫັ້ນລະ ເງິນຕຣາຕ່າງປະເທດ ຢູ່ທະນາຄານບໍ່ມີ ທະນາຄານກະດາຍ ມັນພິລືກໂພດເວ້ຍ ຂາຍຂຶ້ນແຫລະ ອັນໃດກະຂຶ້ນໝົດແຫລະ ໝີ່ໄວໆ ກໍຊື້ມາກໍ 108,000 ກີບ ກໍຂາຍ 115,000 ແລດຕາຊອຍກໍຂາຍ 40 ພັນກີບຕໍ່ແພ້ກ.”
ຂະນະທີ່ ຊາວລາວທ່ານນຶ່ງ ກໍກ່າວວ່າ ສະພາບເສຖກິຈ ຍັງຕົກຕ່ໍາຄືເກົ່າ ສິນຄ້າຕ່າງໆ ກໍຍັງມີລາຄາແພງ ໂດຍສະເພາະ ອາຫານ ເຄື່ອງຂອງໃຊ້ບໍຣິໂພກ ໃນຊີວິດປະຈໍາວັນ ລາຄາສູງຂຶ້ນ ເຊັ່ນເຂົ້າສານ ອາຫານ ຫລື ຜັກຕ່າງໆ ເຊິ່ງເຂົ້າສານ 12 ກິໂລ 190,000 ກີບ ຈາກແຕ່ກ່ອນ ປະມານ 100,000 ກີບ.
“ບໍ່ມີຫຍັງຊິຫລຸດລົງ ມີແຕ່ຂຶ້ນ ໄປຕລາດກໍບໍ່ມີຫຍັງຊິຫລຸດລົງ ເຂົ້າ ປັດຈຸບັນນີ້ ຊື້ຫມື່ນນຶ່ງ ແສນ 90. ແສນ 90 ນີ້ພໍດີກິນ ລາຄາຫລຸດລົງມາ ຈະແຂງ ແມ່ນກິນບໍ່ໄດ້ ແຕ່ກ່ອນ 3-4 ປີ ຫລັງ ໝື່ນນຶ່ງ 80 ພັນ. ໝື່ນນຶ່ງກໍສູງສຸດແລ້ວ ຂຶ້ນຫລາຍເທົ່າ ແຕ່ວ່າບາງຮ້ານ ເຂົາເຈົ້າຂາຍບໍ່ໄດ້ຕິດລາຄາ 2 ແສນພຸ້ນ. ໝາກເຜັດນີ້ ກິໂລນຶ່ງ 80 ພັນນ່າ ເມື່ອເຊົ້ານີ້ນ່າ.”
ພ້ອມດຽວກັນນີ້ຊາວບ້ານ ອີກຜູ້ນຶ່ງກ່າວວ່າ ເຖິງແມ່ນວ່າ ທາງການລາວ ຈະພຍາຍາມແກ້ໄຂ ບັນຫາເງິນເຟີ້ໃຫ້ດີຂຶ້ນ ແຕ່ສະພາບເສຖກິຈ ຍັງຕົກຕ່ໍາຢູ່ຄືເກົ່າ ແລະ ເມື່ອເສຖກິຈຕົກຕ່ໍາແນວນີ້ ຜູ້ຄ້າຂາຍ ບາງຮ້ານ ສວຍໂອກາດ ຂຶ້ນລາຄາສິນຄ້າ ໂດຍອ້າງວ່າ ຂຶ້ນຕາມອັດຕຣາແລກປ່ຽນເງິນຕຣາ ແລະຜູ້ຊື້ຈໍາເປັນຕ້ອງໄດ້ຊື້ ເພາະບໍ່ມີເຄື່ອງໃຊ້ ເຊິ່ງເຣື່ອງນີ້ ຣັຖບານບໍ່ສາມາດຄວມຄຸມໄດ້ ທົ່ວເຖິງ.
“ຣັຖບານຍັງບໍ່ທົ່ວເຖິງ ຄວມຄຸມໂຕນີ້ນ່າ ລາຄາເຄື່ອງບໍຣິໂພກແຕ່ລະຮ້ານຫັ້ນນ່າ ບາງຮ້ານກໍຍັງຂາຍແພງຢູ່ ສິນຄ້າກໍບໍ່ໄດ້ລົງ ບາງຄົນສວຍໂອກາດຂາຍແພງຕາມ ເຣດເງິນ ມັນມີຂໍ້ອ້າງສາລະພັດນ່າ ມັນມີໜ້ອຍຮ້ານຄ້າໃຫ້ເລືອກເນາະ ເຖິງຈະແພງກໍຕ້ອງໄດ້ຊື້ ຈໍາເປັນຕ້ອງຊື້ ເພາະວ່າມັນບໍ່ມີເດ້.”
ກ່ຽວກັບເຣື່ອງ ສູນສະຖິຕິແຫ່ງຊາຕລາວ ຣາຍງານເຖິງອັດຕຣາເງິນເຟີ້ ເດືອນສິງຫາ ປີ 2023 ຫລຸດລົງ 25.9% ຈາກ 27.8% ນີ້, ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ທີ່ກ່ຽວຂ້ອງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ປັດຈຸບັນນີ້ຍັງບໍ່ເຫັນວ່າເງິນເຟີ້ໃນລາວ ຈະຫລຸດລົງຕາມທີ່ສູນສຖິຕິແຫ່ງຊາດ ຣາຍງານເທື່ອ ທ່ານເອງກໍບໍ່ຮູ້ຣາຍລະອຽດ ກ່ຽວກັບການຣາຍງານດັ່ງກ່າວ ວ່າເປັນຍ້ອນຫຍັງ ເງິນເຟີ້ຈຶ່ງຫລຸດລົງ ທັງທີ່ຄວາມເປັນຈິງ ສະພາບສິນຄ້າ ອັຕຣາແລກປ່ຽນເງິນຕຣາ ກໍຍັງສູງ ເງິນກີບກໍຍັງອ່ອນຄ່າຢູ່ ເຊິ່ງສາເຫດທີ່ເງິນເຟີ້ໃນລາວ ບໍ່ຫລຸດລົງເທື່ອນີ້ ກໍມີຫລາຍປັດຈັຍ ແຕ່ສາເຫດຫລັກ ກໍຍ້ອນວ່າ ທະນາຄານລາວ ຂາດແຄນເງິນຕຣາຕ່າງປະເທດ ແລະ ລາວ ຍັງຕ້ອງເພິ່ງພາອາສັຍ ນໍາສິນຄ້າຈາກຕ່າງປະເທດ ເຂົ້າມາພາຍໃນລາວຢູ່ ເມື່ອບໍ່ມີເງິນຕຣາຕ່າງປະເທດພຽງພໍ ກໍເຮັດໃຫ້ເງິນເຟີ້ ແລະ ເງິນກີບອ່ອນຄ່າ
“ອັຕຣາເງິນເຟີ້ ບໍ່ຫລຸດນ່າ ມັນຂຶ້ນຕລອດນ່າ ສາເຫດຫລັກໆ ເຮົາຂາດເງິນຕຣາຫັ້ນແຫລະ ເຮົາແລ່ນຕາມເງິນຕຣາ ສ່ວນໃຫຍ່ເພີ່ນນໍາເຂົ້າ ເຮົາຕ້ອງຈ່າຍດ້ວຍເງິນຕຣາ ແລ້ວເງິນຕຣາ ພາຍໃນປະເທດເຮົາຂາດຢູ່ທານາຄານນ່າ.”
ເຖິງຢ່າງໃດກໍຕາມ ວິທຍຸ ເອເຊັຽ ເສຣີ ໄດ້ພຍາຍາມຕິດຕໍ່ຫາສູນສະຖິຕິແຫ່ງຊາຕ ເພື່ອສອບຖາມ ເຖິງ ການຣາຍງານເງິນເຟີ້ ໃນເດືອນ ສິງຫາ 2023 ທີ່ຫລຸດລົງນີ້ ເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້, ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ໃນເດືອນ ສິງຫາ 2023 ຍັງພົບວ່າ ໝວດສິນຄ້າ ທີ່ມີອັດຕຣາເງິນເຟີ້ ສູງກວ່າໝູ່ ແມ່ນໝວດ ຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32.8%. ໝວດ ສະບຽງອາຫານ ແລະ ເຄື່ອງດື່ມ ບໍ່ມີທາດເຫລົ້າ ແມ່ນເພີ່ມຂຶ້ນ 31.9%. ໝວດ ເຄື່ອງນຸ່ງຫົ່ມ ແລະ ເກີບຂຶ້ນ 27.1%. ໝວດ ເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 24.5%. ໝວດ ເຫລົ້າ ແລະ ຢາສູບ ເພີ່ມຂຶ້ນ 22.6%. ໝວດ ທີ່ພັກອາໄສ ນ້ໍາປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 16.1% ແລະ ໝວດ ສິນຄ້າ ແລະ ບໍຣິການອື່ນໆ ເພີ່ມຂຶ້ນ 15.9%.
ມາໃນວັນທີ 21 ກັນຍາ 2023 ນີ້ ກະຊວງອຸດສາຫະກັມ ແລະ ການຄ້າ ແຈ້ງການ ປັບລາຄານ້ໍາມັນ ຂຶ້ນທຸກປະເພດ ໂດຍ ແອດຊັງພິເສດ ປັບຂຶ້ນ 1,200 ກີບ ຕໍ່ລິດ, ແອດຊັງທັມມະດາ ປັບຂຶ້ນ 810 ກີບ ຕໍ່ລິດ, ແລະ ກາຊວນ ປັບຂຶ້ນ 600 ກີບ ຕໍ່ລິດ.
ເປັນຕົ້ນ ໃນນະຄອນຫລວງວຽງຈັນ ແອດຊັງ ທັມໃະດາ ປັບຂຶ້ນ 24,490 ກີບ ຕໍ່ລິດ ຈາກລາຄາ 23,680 ກີບ ຕໍ່ລິດ, ແອດຊັງພິເສດ ປັບຂຶ້ນ 32,730 ຈາກ 31,530 ກີບ ຕໍ່ລິດ ແລະ ກາຊວນ ປັບຂຶ້ນ 22,040 ກີບ ຕໍ່ລິດ ຈາກ 21,440 ກີບ ຕໍ່ລິດ. ສ່ວນອັຕຣາ ແລກປ່ຽນເງິນຕຣາໃນລາວ ກໍຍັງມີທ່າທີສູງຂຶ້ນ ອີງຕາມທະນາຄານ ພົງສະຫວັນ ໃນວັນທີ 21 ກັນຍາ 2023 ອັດຕຣາແລກປ່ຽນ 1 ບາທ ເທົ່າກັບ 590.51 ກີບ ສ່ວນອັດຕຣາແລກປ່ຽນ 1 ໂດລ້າຣ໌ສະຫະຣັຖ ເທົ່າກັບ 20,081 ກີບ ເພີ່ມສູງຂຶ້ນ ຈາກວັນທີ 20 ກັນຍາ 2023 ອັດຕຣາແລກປ່ຽນ 1 ບາທ ເທົ່າກັບ 590.40 ກີບ ແລະ ອັດຕຣາແລກປ່ຽນ 1 ໂດລ້າຣ໌ສະຫະຣັຖ ເທົ່າກັບ 20,020 ກີບ.