ດິນເຄີຍປູກກ້ວຍປູກໄດ້ ແຕ່ອ້ອຍ

ສຸພັດຕາ
2018.04.19
F-banana ສວນປູກກ້ວຍ ຂອງຈີນ ທີ່ຕິດກັບໂຮງຮຽນ
RFA/VD

ດິນທີ່ເຄີຍໃຊ້ປູກກ້ວຍ ຂອງນັກລົງທຶນຈີນ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ຊຶ່ງຖືກສັ່ງໃຫ້ໂຈະ ໃນໄລຍະຜ່ານມາຍ້ອນມີການໃຊ້ ສານເຄມີ ຫຼາຍນັ້ນ ກາຍເປັນດິນເສັຽຄຸນແລ້ວ ບໍ່ສາມາດປູກພືດຊນິດໃດໄດ້ ເວັ້ນເສັຍແຕ່ຈະປູກອ້ອຍເທົ່ານັ້ນ ດິນດັ່ງກ່າວ ຍາກທີ່ຈະຟື້ນຟູໄດ້, ດັ່ງ ເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ເມສາ ນີ້ວ່າ:

“ເລື້ອງຟື້ນຟູອັນນັ້ນແທ້ ມັນຄັນສິເວົ້າໄປ ເຮົາກໍ່ຍັງບໍ່ທັນໄດ້ປຶກສາຫາລືກັນ ເທື່ອເນາະ ບໍ່ມີການວິເຄາະວິໃຈເນາະໂຕນີ້ນິ ແຕ່ເຮົາມີແຕ່ຫ້າມ ແບບວ່າດຽວນີ້ບໍ່ໃຫ້ປູກກ້ວຍຕື່ມເນາະ ເພາະວ່າໃຊ້ສານເຄມີເຮົາຮູ້ ແຕ່ວ່າຄັນເຮົາມີວິຊາການ ເກັ່ງໆຫັ້ນນາ ເລື້ອງດິນນິນະ ເລື້ອງມາຟື້ນຟູ ເລື້ອງມາຊ່ວຍ ມັນກໍ່ດີ ຄັນວ່າມີໂຕນັ້ນ.”

ທ່ານວ່າ ສຳລັບດິນທີ່ເຊື່ອມຄຸນນະພາບ ຍ້ອນສານເຄມີນັ້ນ ປັດຈຸບັນ ໃຊ້ປູກອ້ອຍໄດ້ຢ່າງດຽວ ແລະທາງການ ກໍບໍ່ຢາກປະໄວ້ຊື່ໆ ຈຶ່ງໃຫ້ ນັກລົງທຶນ ມາສັມປະທານປູກອ້ອຍ ຊຶ່ງສ່ວນໃຫຍ່ ຜູ້ມາສັມປະທານ ກໍແມ່ນນັກລົງທຶນຈີນ ທີ່ເຄີຍປູກກ້ວຍ ມາກ່ອນ, ແຕ່ໃນການປູກ ເຈົ້າໜ້າທີ່ກໍຈະມີການກວດກາ ເຣື້ອງການນໍາໃຊ້ຢາ ປາບສັດຕຣູພືດ ແລະບໍ່ໃຫ້ໃຊ້ສານເຄມີ ເກີນຂອບເຂດມາຕຖານ ເພື່ອບໍ່ໃຫ້ດິນເສັຽ ໄປກວ່ານີ້.

ທ່ານບອກອີກວ່າ ສຳລັບເນື້ອທີ່ດິນ ທີ່ເສັຍຄຸນຍ້ອນສານເຄມີນັ້ນ ປັດຈຸບັນຍັງບໍ່ທັນຮູ້ເທື່ອວ່າ ມີຈັກເຮັກຕ້າ ຮູ້ແຕ່ວ່າ ເນື້ອທີ່ປູກກ້ວຍຈີນ ທີ່ຍັງເຫຼືອແມ່ນ 1500 ເຮັກຕ້າ ຄຶືຫຼຸດຈາກປີກາຍ 500 ເຮັກຕ້າ ສຳລັບສວນກ້ວຍຈີນ ທີ່ຍັງເຫຼືອນັ້ນ ທ່ານວ່າຖ້າໝົດ ສັນຍາກໍຈະໃຫ້ ເຊົາໄປເລີຍ:

“ບໍ່ຫຼາຍປານໃດແລ້ວ ກ້ວຍບໍ່ມີແລ້ວ ເພາະວ່າດຽວນີ້ເຂົາຫັນມາ ປູກອ້ອຍໝົດແລ້ວມີໜ້ອຍນຶ່ງ ໂຕທີ່ວ່າແຜນມັນເຂົາມາເຊົ່ານຳ ປະຊາຊົນ ບໍ່ໝົດສັນຍາ ເຂົາຍັງຄາຢູ່ໂຕນັ້ນ ແຕ່ກໍ່ຫຼຸດຜ່ອນໄປ ຫຼາຍເຕີບແລ້ວ ແຕ່ກ່ອນນີ້ ມັນແຫ່ງຫຼາຍກວ່ານີ້ເນາະ ຖືວ່າຫຼຸດຜ່ອນໄປ ຫຼາຍເຕີບ ມີແຕ່ຂະເຈົ້າບໍ່ໝົດສັນຍາຫັ້ນຊື່ໆ ແຕ່ໂຕໃດໝົດສັນຍາ ຂອງຊາວບ້ານ ເຮົາກໍຈະໄດ້ໃຫ້ຢຸດເລີຍເນາະ.”

ເມື່ອເດືອນພຶສຈິກາ 2017 ຜ່ານມາຜແນກກະສິກັມແລະປ່າໄມ້ ແຂວງຫຼວງນໍ້າທາໄດ້ອອກກົດຣະບຽບ ກະສິກັມສະອາດ 9 ຂໍ້ ບັງຄັບໃຊ້ ໃນສວນກ້ວຍທຸກແຫ່ງ ທີ່ຍັງເຫຼືອໃນແຂວງ ເພື່ອຄວາມປອດພັຍ ຂອງສິ່ງແວດລ້ອມ ແລະ ປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.