ຂ.ຫຼວງພຣະບາງ ເລັ່ງກໍ່ສ້າງ ບ້ານ ຈັດສັນ

0:00 / 0:00

ທາງການເມືອງງອຍ ແຂວງຫລວງພຣະບາງ ເລັ່ງກໍ່ສ້າງບ້ານຈັດສັນ ໃຫ້ປະຊາຊົນ ທີ່ຖືກຜົລກະທົບ ຈາກເຂື່ອນນໍ້າອູ 3 ໂດຍຈະໃຫ້ ແລ້ວກ່ອນ ປີ 2020, ກ່ອນຈະຕັນນໍ້າສ້າງເຂື່ອນ ເນື່ອງຈາກວ່າ ປະຊາຊົນຈໍານວນນຶ່ງ ຈະບໍ່ມີບ່ອນຢູ່ ຫາກບ້ານຈັດສັນສ້າງ ບໍ່ແລ້ວ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ່ 1 ມີນາ ນີ້ວ່າ:

“ບ້ານທີ່ຖືກອັນຜົນກະທົບ ມັນຈະມີບ້ານຫາດຂາມ, ບ້ານສິບຂິງ, ບ້ານຫາດສາ, ແລະບ້ານໄຊຊນະ ມັນມີ 4 ບ້ານນໍາກັນ ບ້ານນຶ່ງກໍ ປະມານ 60-70 ຫລັງຄາເຮືອນ ເພາະວ່ານໍ້າມັນຈະຫຼາຍ ແບບຖ້ວມບ້ານນະ ຖ້າຕັນເຂື່ອນແລ້ວ ນໍ້າມັນຈະຍື່ງຂຶ້ນ ມັນຈະຖ້ວມບ້ານ ເຂົາເຈົ້າກໍາລັງແຕ່ງບ້ານໃໝ່ ແບບສ້າງບ້ານລົງມາ ເປັນບ້ານຈັດສັນ ເຂົາເຈົ້າຈັດສັນບ້ານໃຫ້ໃໝ່ ແຕ່ຍັງບໍ່ສາເຣັດເທື່ອ.”

ທ່ານເວົ້າວ່າ ທີ່ຜ່ານມາ ປະຊາຊົນ ມີຄວາມເປັນຫ່ວງຫຼາຍ, ແຕ່ກໍດີໃຈ ເມື່ອທາງບໍຣິສັດ ທີ່ຮັບຜິດຊອບໂຄງການ ລົງມາໃຫ້ສັນຍາ ກັບ ປະຊາຊົນ ວ່າຈະເລັ່ງສ້າງບ້ານຈັດສັນໃຫ້ແລ້ວກ່ອນ ຈະຕັນເຂື່ອນ ພ້ອມທັງຈະຈ່າຍຄ່າຊົດເຊີຍໃຫ້ ກ່ອນປີໃໝ່ລາວ ປີນີ້.

ບ້ານທີ່ຖືກຜົລກະທົບຈາກເຂື່ອນນໍ້າອູ 3 ມີທັງໝົດ 20 ບ້ານ ຢູ່ໃນ 3 ເມືອງ ຄື: ເມືອງ ງອຍ ແຂວງຫຼວພຣະບາງ, ເມືອງຂວາ ແລະ ເມືອງໃໝ່ ແຂວງຜົ້ງສາລີ, ແຕ່ສະເພາະຢູ່ເມືອງງອຍ ປະຊາຊົນ 340 ຄອບຄົວ ແມ່ນໄດ້ຮັບຄ່າຊົດເຊີຍແລ້ວ ໃນເດືອນ ກຸມພາ ປີ 2017 ສ່ວນ ອີກ 6 ບ້ານ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍເທື່ອ.

ຕາມຂໍ້ມູນ ຂອງທາງການລາວ ໂຄງການເຂື່ອນນໍ້າອູ 3 ເຣີ້ມສ້າງມາ ແຕ່ເດືອນ ເມສາ ປີ 2016 ມີແຜນຈະຕັນເຂື່ອນ ໃນປີ 2020 ແລະ ຈະສາມາດຜລິດໄຟຟ້າ ໄດ້ ໃນເດືອນ ສິງຫາ ປີ 2021.