ການສູນເສັຽຣາຍຮັບແທ້ຈິງ ຫຼາຍກວ່າ 1,500 ຕື້ກີບ

ອຸ່ນແກ້ວ ສຸກສະຫວັນ
2020.01.17
F-Laos ຣາຍງານ ການສູນເສັຽຣາຍຮັບ ປະຈໍາປີ 2019 ແມ່ນຫຼາຍກວ່າຈໍານວນ ທີ່ ທາງການແຈ້ງອອກ
ຮູບຈາກ : ນັກຂ່າວພົລເມືອງ

ອົງການກວດກາຣັຖບານ ໄດ້ຣາຍງານໃນປີ 2019 ທີຜ່ານມາ ວ່າມີການກວດພົບເງິນຮົ່ວໄຫລ ຍ້ອນການສໍ້ຣາດບັງຫຼວງນັ້ນ ຄິດເປັນ ມູລຄ່າເກືອບ 1,500 ຕື້ກີບ, ກັບອີກ 10 ລ້ານບາດ ແລະ 24 ລ້ານໂດລາ. ອັນນັ້ນເປັນໂຕເລກ ທີ່ສລຸບອອກມາຂອງ ທາງການ, ແຕ່ວາ ໃນໂຕຈິງ ຈຳນວນເງິນທີ່ຮົ່ວໄຫລ ຍັງມີຫລາຍກວ່ານັ້ນ ທີ່ເຈົ້າໜ້າທີ່ກວດບໍ່ທັນພົບ, ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເງິນຮົ່ວໄຫຼ ມັນຮົ່ວໄຫຼຢູ່ໃສ ມັນຮົ່ວໄຫຼ ຢູ່ນຳບັນດາບໍຣິສັດທີ່ໃຫຍ່ໆ ຫັ້ນເດ່, ບັດນີ້ ບັນດາຫົວໜ່ວຍທຸຣະກິດ ທີ່ລອງລົງມັນຫັ້ນອີກເງິນ, ແມ່ນແຫລະ ເຂົ້າກວດຢູ່ໃດ໋ດຽວນີ້ ໄທເຮົາກະມາເຫັນຫລາຍລະ ອັນອັນ 1,500 ຕື້ ຫັ້ນຍັງໜ້ອຍ ຍັງໜ້ອຍ ຍັງໜ້ອຍ."

ຍ້ອນວ່າ ຍັງມີທີ່ແຂວງຍັງບໍ່ທັນມີການຣາຍງານເຂົ້າມາ ແລະ ສລຸບໂຕເລກຢ່າງເປັນທາງການ. ປັດຈຸບັນ ເຈົ້າໜ້າທີ່ອົງການຣັຖບານຍັງຄົງ ກວດສອບຢູ່. ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

"ມັນເພີ້ມຈາກປີກາຍນີ້ ເພີ້ມເຕີມຂຶ້ນມາອີກເນາະ ເພາະວ່າ ມັນມີຫລາຍແຂວງເນາະ ຕົວຢ່າງ ແຂວງເຊກອງ ມັນກະ 590 ກວ່າຕື້ເນາະ ແຂວງເຊກອງນີ້ ມັນມາເພີ້ມຢູ່ນີ້ ຄືແຂວງຈຳປາສັກອີກນີ້ ອັນມາເພີ້ມຢູ່ບ່ອນຈັງຊີ້ ມັນບ່ອນລະ 500 ກວ່າຕື້ ບ່ອນລະ ຫລື ໃນ 500 ກວ່າຕື້ ມັນກະມີເງິນທີ່ ຣັຖຮຽກຮ້ອງຄືນມາເດ້."

ປັດຈຸບັນເຈົ້າໜ້າທີ່ກວດກາ ກຳລັງເຂັ້ມງວດ ໃນການກວດກາ ແລະ ຍັງຈະມີເພີ້ມຂຶ້ນອີກ.

"ໂອ້ຍັງຊິເພີ້ມອີກບໍ່ຫລຸດ ຍັງຊິເພີ້ມອີກ ເພີ້ມຫລາຍຈັ່ງວ່າ ໂອ້ ໂອ້ອັນຕະລາຍໃດ໋ ບ້ານເຮົາ ມັນເປັນແນວນີ້ຫຍຸ້ງ."

ໃນສະໄໝຣັຖບານທີ່ຜ່ານມາ ບໍ່ມີການໃຫ້ອຳນາດ ເຈົ້າໜ້າທີ່ກວດກາ ແລະ ຄວາມສາມາດຂອງເຈົ້າໜ້າທີ່ ກໍຍັງບໍ່ທັນສູງໃນເວລານັ້ນ, ສະນັ້ນຈຶ່ງເຮັດໃຫ້ການກວດກາ ບໍ່ທົ່ວເຖິງ.

"ມັນໂຕເລກເພີ້ມຂຶ້ນນີ້ເນາະ ເບື້ອງຕົ້ນຫັ້ນນ່າ ການກວດກາໃນຊ້ວງໄລຍະນຶ່ງ ມັນວຽກງານວິຊາສະເພາະມັນກະຍັງຕ່ຳ ຕອນນັ້ນເນາະ ແລະ ກະຣັຖບານບໍ່ໃຫ້ສິດເນາະ ເວົ້າຈັ່ງຊັ້ນເທາະໄປ໋ ໃນໄລຍະຊ້ວງນີ້ ມາຊ້ວງນີ້ ກະຣັຖບານໃຫ້ສິດ."

ຈຳນວນເປົ້າໝາຍທີ່ຣັຖບານມີການກວດກາ ທັງໝົດເກືອບ 1 ພັນເປົ້າໝາຍ ຢູ່ທຸກແຂວງ ແລະ ທຸກໆກະຊວງ ທີ່ຮັບຜິດຊອບໂຄງການ ກໍ່ສ້າງຕ່າງໆ ທີ່ຣັຖບານເປັນຜູ້ລົງທຶນ, ບໍ່ວ່າຈະເປັນໂຄງການບໍ່ມີຕົວຕົນ, ໂຄງການນ້ຳມັນເຊື້ອໄຟ, ໂຄງການສົ່ງອອກໄມ້ ໄປຕ່າງປະເທດ, ແລະ ໂຄງການອື່ນໆ ທີ່ຣັຖບານເຫັນວ່າ ມີການໃຊ້ງົບປະມານ ບໍ່ຖືກລະບຽບການເງິນ.

ເຈົ້າໜ້າທີ່ກວດກາ ທ່ານນຶ່ງຜູ້ບໍ່ສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ບັນຫານີ້ເກົ່າ ບໍ່ແມ່ນເກີດຂຶ້ນມາໃໝ່ໄດ໋ ອັນເກົ່າທີ່ມາເຫັນ ມາແກ້ໃນປີນີ້ ເພາະວ່າມັນຕັ້ງແຕ່ປີ 2012, 2013, 2014 ພຸ້ນນ່າ ມາໂຕນີ້ນ່າ ລຽນກັນມາ ບັນຫາອັນເກົ່າ ເພາະວ່າມັນມາເຫັນຕອນນີ້ເດ້ ເອົາບັນຫາໂຕນັ້ນມາແກ້ຄືນມາໄລ່ ເພາະວ່າມັນ ບໍ່ແລ້ວບາດດຽວການກວດກາ. ມັນກະຊັກທອດໄປບ່ອນນັ້ນ ຊັກທອດໄປບ່ອນນີ້."

ທ່ານ ບຸນທອງ ຈິດມະນີ, ປະທານອົງການກວດກາຣັຖບານ, ໄດ້ເວົ້າຢູ່ໃນກອງປະຊຸມ ສລຸບວຽກງານກວດກາ ທົ່ວປະເທດ ວ່າພົບເຫັນ ການສູນເສັຽງົບປະມານ ເປັນຈຳນວນຫລາຍ, ແຕ່ສາມາດເກັບຄືນມາໄດ້ ພຽງໜ້ອຍດຽວ.

“ໃນນຶ່ງປີທີ່ຜ່ານມາ, ພວກເຮົາໄດ້ມີ ການກວດກາ ຫຼາຍເປົ້າໝາຍ ພົບເຫັນການຕົກເຮັ່ຽເສັຽຫາຍ ຊັພສິນເງິນຄຳ ຂອງຣັຖ ເປັນຈຳນວນ ບໍ່ໜ້ອຍ ແລະ ກໍພຍາຍາມເກັບກູ້ຄືນໄດ້ຈຳນວນນຶ່ງ. ໂຕເລຂໂຕຜາທີ່ພວກເຮົາ ໄດ້ກວດໄດ້ພົບໄດ້ເຫັນ ໄດ້ເກັບໄດ້ກູ້ ເສັຽຫາຍຫຼາຍ, ແຕ່ວ່າ ເກັບກູ້ໄດ້ ບໍ່ພໍເທົ່າໃດເປີເຊັນ ຂອງຈຳນວນ ທີ່ພວກເຮົາພົບເຫັນ.”

ອີງຕາມຂໍ້ມູນກຈາກອົງການກວດກາຣັຖບານ, ເຈົ້າໜ້າທີ່ກວດກາ ສາມາດຍຶດເງິນຄືນຈາກການສຳຣາດບັງຫລວງໄດ້ພຽງແຕ່ 33 ຕື້ກີບ, 10 ລ້ານບາດ ແລະ 2 ແສນໂດລາ ເທົ່ານັ້ນ.

ນອກຈາກນີ້ ອົງການກວດກາຣັຖບານ ຍັງຈະກວດກາໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ແລະອື່ນໆ ເລີ້ມແຕ່ການປະມູນ, ການຈັດຊື້ ຈັດຈ້າງ ແລະ ຕລອດໄລຍະເວລາການປະຕິບັດໂຄງການ ແລະຍັງສືບຕໍ່ກວດກາການປະຕິບັດຄຳສັ່ງເລກທີ 15 ກ່ຽວກັບການຄຸ້ມຄອງ ປ່າໄມ້ ແລະ ທຸຣະກິດໄມ້ ແລະ ອື່ນໆ ຢູ່ຕາມດ່ານຊາຍແດນ.

ຍານາງ ບົວຄຳ ທິບພະວົງ ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫລວງວຽງຈັນ ໄດ້ກ່າວ ຢູ່ໃນກອງປະຊຸມ ສະໄໝສາມັນເທື່ອ 8 ຂອງສະພາແຫ່ງຊາດຊຸດ ທີ 8 ໃນທ້າຍປີ 2019 ຜ່ານມາວ່າມີ ຄວາມເປັນຫ່ວງກ່ຽວກັບບັນຫາ ການສ້ຳຣາດບັງຫຼວງ, ຊຶ່ງຍານາງໄດ້ກ່າວຕອນນຶ່ງວ່າ:

"ອັນຈໍານວນປະກົດການຫຍໍ້ທໍ້ນີ້ລະ ມີຕົວເລກຢັ້ງຢືນອົງການກວດສອບ ກວດພັດເຫັນຣາຍຮັບ ເອົາໄປຈ່າຍນອກລະບົບ ການວິໃນການເງິນເນາະ ລະເມີດວິໃນການເງິນອັນນີ້ ຖືວາເພີ້ມຂຶ້ນ ລະເຮົາຊິເຮັດແນວໃດ ຖືວ່າເປັນບັນຫາທີໜັກໃຈແທ້."

ທີ່ຜານມາ, ກະຊວງການເງິນ ສັ່ງພັກວຽກຊົ່ວຄາວ ພະນັກງານກົມພາສີ 4 ຄົນ ຄື ທ. ພຸດສະດາວອນ ອິນສີຊຽງໃໝ່, ທ. ທິວາພອນ ສຸລິນທອນ, ທ. ສະຫງວນຈິດ ວົງເດືອນ, ທ. ສີຈັນ ອິນທະວົງ ເພື່ອສືບສວນການປະຕິບັດໜ້າທີ່ ທີ່ຜິດວິນັຍ ຂອງຣັຖກອນ ໄປພົວພັນ ເລື້ອງການສໍ້ຣາດບັງຫຼວງ.

ເຈົ້າໜ້າທີ່ກະຊວງການເງິນ ເຄີຍກ່າວຕໍ່ເອເຊັຽເສຣີ ວ່າໃນໄລຍະທີ່ ພະນັກງານທັງ 4 ຄົນພັກວຽກ ກະຊວງຈະຫັກເງິນເດືອນ ແລະ ເງິນອຸດໜູນ 50 ເປີເຊັນ ຈົນກະທັ້ງ ການສືບສວນ ສອບສວນຈະມີບົດສະຫລຸບ ອອກມາ.

ການສັ່ງພັກວຽກໃນຄັ້ງນີ້ ແມ່ນອີງຕາມແຈ້ງການຂອງຣັຖມົນຕຼີ ກະຊວງການເງິນ ທ່ານ ສົມດີ ດວງດີ ລົງວັນທີ 28 ສິງຫາ 2019. ແລະ ແຈ້ງການດັ່ງກ່າວ ຍັງສັ່ງຫ້າມໃຫ້ ພະ ນັກງານທັງ 4 ຄົນ ບໍ່ໃຫ້ມີການເຄື່ອນໄຫວ ວຽກງານຣັຖການ ແລະ ເຄື່ອນໄຫວ ວຽກງານອື່ນໆ ທີ່ເປັນການປັ່ນປ່ວນ ແລະ ກໍ່ຄວາມບໍ່ສງົບ ທີ່ສົ່ງຜົນສະທ້ອນ ຕໍ່ບຸກຄົນ ແລະ ການຈັດຕັ້ງພັກຣັຖ ຢ່າງເດັດຂາດ.

ອີງຕາມຂໍ້ມູນຈາກອົງການກວດກາ ຣັຖບານ ໃນປີ 2018 ທີ່ຜ່ານມາ, ໃນທົ່ວປະເທດ ມີພະນັກງານຣັຖກອນຂະແໜງ ການບໍຣິຫານ ຫລາຍກວ່າ 800 ຄົນ ຖືກປະຕິບັດວິໃນ ຍ້ອນມີພຶດຕິກັມ ສ້ຳຣາດບັງຫລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.