ການພະນັນຜ່ານແອັປ ໃນມືຖື ຖືກສັ່ງໂຈະ

ໄຊຍາ
2021.07.20
ການພະນັນຜ່ານແອັປ ໃນມືຖື ຖືກສັ່ງໂຈະ ກະຊວງການເງິນ ສັ່ງໂຈະ ການຈຳໜ່າຍ ຫວຍພັທນາ ຜ່ານ BCEL One
ພາບ:ຫວຍທາງໂທຣະສັບ

ເມື່ອວັນທີ 16 ກໍຣະກະດາ ບໍຣິສັດ ຣັຖວິສາຫະກິຈ ຫວຍພັທນາລາວ ໄດ້ອອກແຈ້ງການດ່ວນສັ່ງໂຈະ ການຈຳໜ່າຍເລຂ ແລະ ຫວຍໂລໂຕ ຂອງຣັຖວິສາຫະກິຈຫວຍພັທນາລາວ ຜ່ານແອັປ ທະນາຄານການຄ້າ ຕ່າງປະເທດ: ແອັປ ຢູມັນນີ ແລະ ຊ່ອງທາງ ອື່ນໆ ທີ່ຍັງບໍ່ໄດ້ຮັບອະນຸຍາດ ຈາກ ກະຊວງການເງິນ ອັນກໍ່ໃຫ້ເກີດຄວາມບໍ່ສງົບ ໃນບັນດາໂຕແທນ ຈຳໜ່າຍດ້ວຍກັນ ອີກທັງຍັງ ເກີດຫາງສຽງ ທີ່ບໍ່ດີທາງສື່ສັງຄົມອອນລາຍ.

ກ່ຽວກັບແຈ້ງການສະບັບດັ່ງກ່າວ ວິທຍຸເອເຊຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ກະຊວງການເງິນ ທີ່ຮັບຜິດຊອບກ່ຽວກັບ ການຄຸ້ມຄອງ ບໍຣິສັດ ຣັຖວິສາຫະກິຈ ຫວຍພັທນາລາວ ເພື່ອ ຂໍຣາຍລະອຽດ ແລະ ເຫດຜົລເພີ່ມຕື່ມກ່ຽວກັບ ການສັ່ງໂຈະດັ່ງກ່າວ ແຕ່ທ່ານບໍ່ ສະດວກໃຫ້ສັມພາດ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ປະຈຳທະນາຄານການຄ້າ ຕ່າງປະເທດລາວ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ ພາຍຫຼັງທີ່ໄດ້ຮັບ ແຈ້ງການດັ່ງກ່າວແບບເປັນທາງການ ທະນາຄານ ການຄ້າຕ່າງປະເທດລາວ ຍົກເລີກການຈຳໜ່າຍເລຂ ແລະ ຫວຍໂລໂຕ່ ຂອງ ຣັຖວິສາຫະກິຈ ຫວຍພັທນາລາວ ຜ່ານທາງແອັປ ຂອງທະນາຄານເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຖືເປັນ ການຍົກເລີກແບບຖາວອນ, ສ່ວນສາເຫດທີ່ມີຄຳສັ່ງໂຈະ ດັ່ງກ່າວນັ້ນກໍເພື່ອ ຍຸຕິຄວາມບໍ່ສງົບໃນບັນດາໂຕແທນຈຳໜ່າຍ ດ້ວຍກັນເປັນຫຼັກ, ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊຽເສຣີ ໃນວັນທີ 19 ກໍຣະກະດາ ວ່າ.

"ແມ່ນແຫຼະເຈົ້າ ຕາມນັ້ນເລີຍ ຖາວອນເລີຍ ເຈົ້າມັນມີຫຼາຍສາຂາເນາະ ຜູ້ອື່ນບໍ່ໄດ້ຮັບການ ຊື້ຫຼາຍຫັ້ນນ່າ ມາຜ່ານທະນາຄານໃນ ໂຕແທນ ດຽວເນາະ ທັງທີ່ມີຫຼາຍໂຕແທນ ມັນບໍ່ສົມຄູ່ກັບຄູ່ແຂ່ງເນາະ ກະເລີຍໃຫ້ໂຈະ."

ພາຍຫຼັງມີຂ່າວແຈ້ງການໂຈະ ການຈຳໜ່າຍເລຂ ແລະຫວຍໂລ່ໂຕ້ ຂອງຣັຖວິສາຫະກິຈ ຫວຍພັທນາລາວ ຜ່ານແອັປທະນາຄານ ການຄ້າຕ່າງປະເທດລາວ ແລະ ຊ່ອງທາງອື່ນໆ ທີ່ບໍ່ໄດ້ຮັບອະນຸຍາດ ຈາກກະຊວງການເງິນ ກໍເຮັດໃຫ້ຊາວລາວຫຼາຍຄົນຮູ້ສຶກ ເຫັນດີນຳຍ້ອນ ຈະເຮັດໃຫ້ຜູ້ທີ່ບໍ່ມີວຽກເຮັດ ຫຼື ຄົນງານລາວທີ່ຫວ່າງງານ ສາມາດຫາຣາຍໄດ້ຈາກ ການຂາຍເລຂແລະຫວຍໂລໂຕ່ ຜ່ານຣະບົບອອນລາຍ ຈາກການເປີດຮ້ານຄ້າຍ່ອຍ ຢູ່ແຄມທາງ ດັ່ງຊາວລາວໄດ້ກ່າວວ່າ.

"ກະວ່າດີແດ່ ເພາະວ່າດຽວນີ້ເນາະນັກສຶກສານັກຮຽນ ອີ່ຫຍັງເພິ່ນນີ້ແບບວ່າ ຕ້ອງການເຮັດວຽກ ອີ່ຫຍັງຫຼາຍໆຢ່າງເນາະ ບໍ່ໄດ້ໄປ ເຮັດວຽກອີ່ຫຍັງເນາະ ມີແຕ່ໃນການຂາຍເລຂນີ້ ແຫຼະ ສິເປັນຊ່ອງທາງດີທີ່ສຸດ ເປັນຊ່ອງທາງໃຫ້ກັບນັກຮຽນ ນັກສຶກສາ ຫຼືວ່າຜູ້ທີ່ ແບບຫວ່າງວຽກຫຍັງສິນ່າ."

ຍານາງກ່າວຕື່ມວ່າ ຄັນເປັນໄປໄດ້ກໍຢາກໃຫ້ມີການໂຈະ ການຈຳໜ່າຍເລຂ ແລະ ຫວຍໂລໂຕ່ ຂອງ ຣັຖວິສາຫະກິຈ ຫວຍພັທນາ ລາວ ຜ່ານແອັປ ທະນາຄານຕ່າງປະເທດລາວ ຫຼື ຊ່ອງທາງອື່ນໆ ແບບຖາວອນໄປເລີຍ ຍ້ອນຈະຊ່ອຍປ້ອງກັນ ບໍ່ໃຫ້ຊາວລາວ ທີ່ຫວ່າງງານ ຫຼື ຂາດຣາຍໄດ້ ເກີດການຕິດພັນຢູ່ກັບ ການຊື້ເລຂ ແລະຫວຍໂລໂຕ່ ຜ່ານຊ່ອງທາງ ດັ່ງກ່າວ ແທນທີ່ຈະໄປຊອກ ຫາວຽກເຮັດງານທຳ ເພື່ອເປັນປໂຍດແກ່ພວກຂະເຈົ້າເອງ.

ທາງດ້ານນັກສຶກສາຈົບໃໝ່ ທີ່ຫາຣາຍໄດ້ຈາກການຂາຍເລຂ ແລະ ຫວຍໂລໂຕ ທ່ານນຶ່ງ ກໍຮູ້ສຶກດີໃຈ ທີ່ພາກສ່ວນກ່ຽວຂ້ອງ ຕັດສິນໃຈໂຈະ ການຈຳໜ່າຍ ເລຂ ແລະຫວຍໂລໂຕ່ ຜ່ານແອັປ ທະນາຄານການຄ້າ ຕ່າງປະເທດລາວ ແລະ ຊ່ອງທາງອື່ນໆ ເນື່ອງຈາກຈະເຮັດໃຫ້ ນັັກສຶກສາຈົບໃໝ່ ທີ່ຍັງບໍ່ມີວຽກ ເຮັດງານທຳ ຮວມເຖິງບັນດາ ນັກຮຽນສາມາດ ຫາຣາຍໄດ້ຊ່ອຍເຫຼືອ ຄອບຄົວ ໄດ້ ດັ່ງທ່ານໄດ້ກ່າວວ່າ.

"ກໍເປັນຜົລດີຢູ່ເພາະວ່າ ມັນແບບດຽວນີ້ ໂຮງຮຽນເດັກນ້ອຍ ຫຍັງກະຂະເຈົ້າບໍ່ໄດ້ ໄປໂຮງຮຽນ ຫັ້ນນ່າ ຖ້າວ່າ ຂະເຈົ້າຂາຍເລຂ ຂະເຈົ້າກະໄດ້ເງິນແລ້ວ ກາຫຼາຍຄົນການເປັນອາຊີບ ຂະເຈົ້າກະໄດ້ເງິນໄປ."

ໃນຂນະດຽວກັນ ຜູ້ຂາຍເລຂ ແລະ ຫວຍໂລໂຕ່ ຣາຍຍ່ອຍອີກທ່ານນຶ່ງ ກ່າວວ່າລາວເອງ ກໍຮູ້ສຶກດີໃຈທີ່ພາກສ່ວນ ກ່ຽວຂ້ອງ ມີຄຳສັ່ງໂຈະ ດັ່ງກ່າວ ແລະ ຮັບຟັງຫາງສຽງ ຈາກສັງຄົມ ເຊິ່ງລາວເອງ ກໍເປັນຜູ້ນຶ່ງທີ່ບໍ່ເຫັນດີ ກັບການຈຳໜ່າຍເລຂ ແລະ ຫວຍໂລໂຕ່ ຂອງຣັຖວິສາຫະກິຈ ຫວຍພັທນາ ຜ່ານແອັປ ທະນາຄານການຄ້າຕ່າງ ປະເທດລາວແລະ ຊ່ອງທ່າງ ອື່ນໆເນື່ອງ ຈາກເຮັດໃຫ້ຕົນເອງໄດ້ ຮັບຜົລກະທົບ ໃນກ່ອນໜ້ານີ້ ດັ່ງທ່ານ ໄດ້ກ່າວວ່າ.

"ກໍກະທົບຫຼາຍຫັ້ນແຫຼະ ກ່ຽວກັບຄົນຂາຍຄົນນັ່ງຂາຍ ກະຈະບໍ່ມີຣາຍໄດ້ແລ້ວ ກະຊິເປັນຕົກເປັນພັຍຫວ່າງງານ ຕໍ່ໄປໃນອະນາຄົດ ຄອບຄົວຂອງນ້ອງກະກ່ຽວການຂາຍ ເລຂຢູ່ແລ້ວ ເນາະ ຄັນສົມມຸດຂາຍອອນລາຍ BCEL ONE ຄວບຄຸມ ຊື້ໃນ BECL ONE ໝົດຄົນຂາຍເລຂ ບໍ່ມີຣາຍໄດ້ເຂົ້າ."

ກ່ອນໜ້ານີ້ບັນດາຜູ້ຂາຍເລຂແລະຫວຍໂລໂຕ່ຫຼາຍຄົນທີ່ຂາຍຕາມແຄມທາງທົ່ວໄປກໍໄດ້ພາກັນເຄື່ອນໄຫວແລະປະຊາສຳພັນຜ່ານສື່ ສັງຄົມອອນລາຍໂດຍສະແດງທ່າທີ່ບໍ່ເຫັນດີກັບ ການອະນຸຍາດໃຫ້ເປີດຂາຍເລຂ ແລະຫວຍໂລໂຕ່ ຂອງຣັຖວິສາຫະກິຈຫວຍພັທນາ ລາວ ຜ່ານແອັປທະນາຄານການຄ້າ ຕ່າງປະເທດລາວ ຍ້ອນຈະເຮັດໃຫ້ພວກຂະເຈົ້າຂາຍ ເລຂແຄມທາງບໍ່ໄດ້ອີກເລີຍ ເພາະການ ຂາຍເລຂແຄມທາງ ເປັນຫົນທາງສຸດທ້າຍ ໃນການຢູ່ລອດຂອງພວກຂະເຈົ້າ ໃນໄລຍະການແຜ່ຣະບາດຂອງໂຄວິດ-19.

ຢ່າງໃດກໍຕາມ ໃນແຈ້ງການສະບັບ ດັ່ງກ່າວຂອງບໍຣິສັດຣັຖວິສາຫະກິຈ ຫວຍພັທນາລາວໄດ້ຣະບຸຕື່ມວ່າ ບໍຣິສັດຣັຖວິສາຫະກິຈ ຫວຍພັທນາລາວ ມີຄວາມຈຳເປັນແຈ້ງໃຫ້ໂຕແທນ ຈຳໜ່າຍຢຸດເຊົາ ການຂາຍເລຂ ແລະຫວຍໂລໂຕ ຂອງຣັຖວິສາຫະກິຈຫວຍ ພັທນາລາວຜ່ານຊ່ອງ ທາງດັ່ງກ່າວ ທີ່ບໍ່ໄດ້ຮັບອະນຸຍາດ ຈາກກະຊວງການເງິນ ນັບຕັ້ງແຕ່ ການອອກເລຂ ຂອງຫວຍພັທນາລາວ ຄັ້ງວັນທີ 19 ກໍຣະກະດາ ປີ 2021 ເປັນຕົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.