ເຂື່ອນນໍ້າເທີນ 1 ເລື່ອນເວລາ ໂຍກຍ້າຍ ຊາວບ້ານ

ໄຊຍາ
2019.01.16
ຮູບຈໍາລອງ ຂອງ ເຂື່ອນນໍ້າເທີນ 1
ຮູບເຂື່ອນຈໍາລອງອຸປຖັມໂດຍ: ນັກຂ່າວເຂື່ອນນໍ້າເທີນ 1 ຄາດວ່າການກໍ່ສ້າງ ຈະສຳເຣັດພາຍໃນປີ 2020

ປະຊາຊົນຜູ້ໄດ້ຮັບຜົລກະທົບ ຈາກເຂື່ອນນໍ້າເທີນ 1 ຕ້ອງການ ໃຫ້ຄນະຈັດສັນໂຍກຍ້າຍ ໃຫ້ໄປຢູ່ບ້ານຈັດສັນແລ້ວ ຍ້ອນວ່າຢູ່ບ້ານເດີມ ສະພາບບໍ່ແນ່ນອນ ເຮັດໄຮ່ເຮັດນາບໍ່ໄດ້ ທາງບໍຣິສັດໄດ້ຊົດເຊີຍ ທີ່ິດິນສໍາລັບການຜລິດໄປແລ້ວ ຖ້າໄປເຮັດໃນດິນ ຕອນນັ້ນກໍຈະບໍ່ໄດ້ ຄ່າຊົດເຊີຍຕື່ມ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນກ່າວ ໃນວັນທີ 15 ມົກກະຣາ ນີ້ວ່າ:

"ຂະເຈົ້າຕົກລົງກັນວ່າເດືອນ 12 ເຂົາຈະໃຫ້ຍ້າຍແຕ່ວ່າມາຮອດປີນີ້ ກຽມບໍ່ທັນແລ້ວຍ້າຍໄປໃສ່ເດືອນ 3 ແລ້ວ ກໍບໍ່ທັນຍັງດົນຢູ່ດອກ ປະມານເດືອນ 11 ປີ 2019 ພຸ້ນແຫລະ ເພິ່ນຢາກຍ້າຍແລ້ວຢາກຍ້າຍປີນີ້ແຫຼະ ເພາະວ່າຢູ່ກໍຢູ່ແບບລ້າໆ ມີແຕ່ວ່າ ຄວາມພ້ອມຂອງ ໂຄງການ ຍັງບໍ່ທັນແລ້ວເຮືອນກຽມພື້ນຖານໂຄງຮ່າງ ບໍ່ທັນເຮັດເຮືອນບໍ່ທັນ."

ທ່ານກ່າວຕື່ມວ່າ ການໂຍກຍ້າຍປະຊາຊົນ 7 ບ້ານເປັນຕົ້ນ ບ້ານໂພນໂຮງ ຈຳນວນ 624 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ເຂື່ອນນໍ້າເທີນ 1 ເມືອງວຽງທອງ ແຂວງບໍລິຄຳໄຊ ຖືກເລື່ອນເວລາອອກໄປອີກ 1 ປີ ຍ້ອນເຈົ້າຂອງໂຄງການ ສ້າງເຮືອນໃໝ່ໃຫ້ ປະຊາຊົນບໍ່ແລ້ວ ເນື່ອງຈາກງົບປະມານບໍ່ພໍ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ ນອກຈາກເຣື່ອງການໂຍກຍ້າຍຖືກເລື່ອນ ກໍມີຊາວບ້ານຈຳນວນ 20 ສ່ວນຮ້ອຍ ທີ່ບໍ່ຢາກຍ້າຍໄປຢູ່ບ່ອນໃໝ່ ຍ້ອນ ຢູ່ໄກຈາກບ້ານເດີມ 20 ຫລັກ ແລະ ດິນເຂດບ້ານໃໝ່ ກໍເປັນດິນບໍ່ມີຄຸນນະພາບ ແລະເນື້ອທີ່ດິນກໍນ້ອຍ.

"ເຮົາໄປເບິ່ງບ່ອນເຮົາ ທີ່ບ່ອນເຮົາໄປຢູ່ໃໝ່ນັ້ນ ມັນກໍເປັນທີ່ຫ້ອມເນາະ ບ່ອນທໍາການຜລິດມັນກໍຄັບແຄບ ຢູ່ກໍມີບ່ອນຢູ່ຫັ້ນແຫຼະ ບ່ອນສ້າງ ບ່ອນສາ ຫັ້ນແຫລະ ບ່ອນປຸກເຮືອນມີຢູ່ ແຕ່ວ່າບ່ອນທທໍາຜລິດ ອາດຈະບໍ່ພຽງພໍ ຫັ້ນນ່າ."

ຜ່ານມາການຊົດເຊີຍ ບໍຣິສັດ ຕີຣາຄາດິນນາ ໃຫ້ປະຊາຊົນເຮັກຕ້າ ລະ 60 ລ້ານກີບ ຕົ້ນໝາກພ້າວ ຕົ້ນລະ 5 ພັນກີບ ແລະຕົ້ນໝາກ ຂາມ 3 ພັນກີບ ສ່ວນເຮືອນຊານ ກໍໃຫ້ຕາມຄວາມເໝາະສົມ.

ເຂື່ອນນໍ້າເທີນ 1 ມີກຳລັງການຜລິດ 640 ເມກາວັດ ເຣີ້ມກໍ່ສ້າງຕັ້ງແຕ່ ປີ 2016 ໂດຍຜູ້ຖືຫຸ້ນແມ່ນບໍຣິສັດ ໄຟຟ້ານໍ້າເທີນ 1 ຈຳກັດ, ບໍຣິສັດ EGCO GROUP ຂອງໄທ, ບໍຣິສັດ ພອນສັກ ກຣຸບ ແລະ ບໍຣິສັດ ຜລິດໄຟຟ້າ ລາວມະຫາຊົນ.

ປັດຈຸບັນເຂື່ອນສ້າງສຳເຣັດແລ້ວ 30% ແລະ ຄາດວ່າການສ້າງຈະສຳເຣັດ ພາຍໃນປີ 2020 ເພື່ອຂາຍໄຟຟ້າປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.