ນ້ຳມັນກາຊວນ ຂາດແຄນ ຄັ້ງທຳອິດ ໃນຮອບປີ

ໄຊຍາ
2024.01.23
ນ້ຳມັນກາຊວນ ຂາດແຄນ ຄັ້ງທຳອິດ ໃນຮອບປີ ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ຂຶ້ນປ້າຍບອກລູກຄ້າວ່າ ນ້ຳມັນກາຊວນໝົດແລ້ວ. ວັນທີ 24 ມົກກະຣາ 2024
ນັກຂ່າວ ພົລເມືອງ

ໃນໄລຍະວັນທີ 22-23 ມົກກະຣາ 2024 ນີ້, ປ້ຳນ້ຳມັນຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະຕ່າງແຂວງ ໄດ້ມີການຕິດຕັ້ງປ້າຍ ລະບຸວ່າ ນ້ຳມັນກາຊວນ ໝົດ ແລະເກີດພາບທີ່ຣົຖໃຫຍ່ ຈຳນວນຫຼາຍ ລຽນຄິວເພື່ອຕື່ມນ້ຳມັນກາຊວນ ເປັນຕົ້ນຢູ່ປ້ຳນ້ຳມັນແຫ່ງນຶ່ງ ໃກ້ກັບສນາມກິລາແຫ່ງຊາຕ ຫຼັກ 16 ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຊຶ່ງຄ້າຍຄືກັບໄລຍະວິກິດ ນ້ຳມັນເຊື້ອເພີງ ຂາດແຄນ ໃນກາງປີ 2022 ທີ່ຜ່ານມາ.

ດັ່ງທີ່ ຊາວບ້ານນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ທີ່ໄດ້ໄປລຽນຄິວ ຕື່ມນ້ຳມັນກາຊວນ ຢູ່ປ້ຳນ້ຳມັນແຫ່ງນີ້ ກ່າວໃນມື້ວັນທີ 23 ມົກກະຣາ 2024 ນີ້ວ່າ:

“ມື້ວານນີ້ຫວາ! ເຂົາເຕີມຢູ່ແຖວບ້ານພີ້ລະ. ຢູ່ທາງວຽງຈັນພີ້ນ່າ ແຖວຫຼັກ 16 ນີ້ເດ້. ອໍ, ມື້ວານນີ້ຫັ້ນປະມານ 30 ນາທີນີ້ແຫຼະ. ແຕ່ກະເປັນແຕ່ສະເພາະມື້ວານນີ້ ແຕ່ວ່າມື້ນີ້ໄປສົ່ງລູກໄປໂຮງຮຽນຫັ້ນກະປົກກະຕິລະ ບໍ່ມີອັ່ນຣົຖໄປແຫຍ່ກັນລະ ເຮົາຄຶດຊິແມ່ນເຂົາເຈົ້າຫາກໍເອົາມາບໍ່ນ້ຳມັນ. ເພາະວ່າມັນມີ 2 ປ້ຳເບິດເນາະ, 2 ປ້ຳລະອັ່ນຢູ່ແຖວຫຼັກ 16 ຫັ້ນ ມັນມີປ້ຳເຊໂດນ ກັບປ້ຳອິຫຍັງ ເຂົາເບິດ. ປ້ຳນຶ່ງຢູ່ຫຼັກ 15 ຫັ້ນ ລະຣົຖມັນຫຼາຍໆ.”

ນາງກ່າວຕື່ມວ່າ ທາງປ້ຳນ້ຳມັນແຫ່ງນີ້ ໄດ້ຈຳກັດປະຣິມານ ການເຕີມນ້ຳມັນກາຊວນ ຢູ່ທີ່ຄັນລະ 200,000 ກີບ ຊຶ່ງນາງຕ້ອງໄປຊອກຫາປ້ໍານ້ໍາມັນ ບ່ອນອື່ນ ໃກ້ກັບສີ່ແຍກໂພນໄຊ ເມືອງໄຊເສດຖາ ເພື່ອຕື່ມນ້ຳມັນໃຫ້ພຽງພໍ ແລະມື້ເຊົ້ານີ້, ນາງກໍໄດ້ເຫັນຣົຖບັນທຸກນ້ຳມັນ ຈຳນວນຫຼາຍ ກຳລັງແລ່ນເອົານ້ຳມັນ ຢູ່ທາງ 450 ປີ ມາຈາກສາງນ້ຳມັນ ທ່ານາແລ້ງ ຊຶ່ງຄາດວ່າ ກຳລັງຈະໄປແຈກຢາຍນ້ຳມັນ ກາຊວນ ຕາມປ້ຳນ້ຳມັນ ທົ່ວນະຄອນຫຼວງວຽງຈັນ ເພື່ອຫຼຸດຜ່ອນບັນຫາຂາດແຄນ ນ້ຳມັນກາຊວນ ໃນເທື່ອນີ້. ແຕ່ກໍບໍ່ທັນຮູ້ວ່ານ້ຳມັນ ທີ່ກຳລັງຖືກຂົນສົ່ງຢູ່ນັ້ນ ແມ່ນນ້ຳມັນໃນຄັງແຮ ສຳຮອງ ຫຼືນ້ຳມັນທີ່ຫາກໍນຳເຂົ້າມາໃໝ່.

ທາງດ້ານ ຜູ້ປະກອບການຣົຖຂົນສົ່ງແກ່ເຄື່ອງ ນາງນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ນາງຕ້ອງໄດ້ຊອກຫາປ້ຳ ເພື່ອຕື່ມນ້ຳມັນກາຊວນ ດ້ວຍຄວາມຍາກລຳບາກ ຈົນໄດ້ມາຕື່ມນ້ຳມັນກາຊວນຢູ່ປ້ຳແຫ່ງນຶ່ງ ໃນເຂດເມືອງອຸທຸມພອນ ແຂວງສວັນນະເຂດ.

ດັ່ງທີ່ນາງ ກ່າວວ່າ:

“ແມ່ນ, ມື້ເຊົ້ານີ້ຫາເລາະເຕີມຢູ່. ມາລະຢູ່ອັນນີ້ພີ້ ຢູ່ສວັນພີ້ ເຊໂນພີ້. ເຕີມໄດ້ແລ້ວ, ມື້ເຊົ້ານີ້ຫັ້ນ ເຕີມຖືກ 4 ລ້ານປາຍຫັ້ນ. ຈັກນັ້ນແມ່ນນ້ຳມັນໂຕເກົ່າເຂົາ ຫຼືວ່ານ້ຳມັນເຂົາຫາກໍລົງກະບໍ່ຮູ້ເດ້ ເພາະວ່າຂ້ອຍກໍເຕີມແຕ່ເຊົ້າ ເຕີມປະມານ 8 ໂມງ, 9 ໂມງນີ້ແຫຼະ. ມີປ້ຳນ້ຳມັນອີ່ຫຍັງແນ່ ໂຕເຂົາຂາຍເຄື່ອງກໍ່ສ້າງນຳນີ້ແຫຼະ ມໍ່ຊິຮອດເຊໂນນີ້.”

ພະນັກງານປ້ຳນ້ຳມັນ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ມື້ນີ້, ປ້ຳນ້ຳມັນທີ່ນາງເຮັດວຽກ ລວມທັງປ້ຳນ້ຳມັນອື່ນໆ ທົ່ວນະຄອນຫຼວງວຽງຈັນ ກໍຍັງບໍ່ທັນມີນ້ຳມັນກາຊວນຂາຍເທື່ອ ມີແຕ່ນ້ຳມັນແອັດຊັງ ຂາຍພຽງຢ່າງດຽວ.

ດັ່ງທີ່ນາງ ກ່າວວ່າ:

“ອໍອັ່ນ, ຍັງບໍ່ມີເຈົ້າ ມື້ນີ້ມີແຕ່ແອັດຊັງ. ແມ່ນ, ຂ້ອຍກະບໍ່ຮູ້ຄືກັນ ຖາມເມື່ອກີ້ລະວ່າອັ່ນຍັງບໍ່ມີ ບາດນີ້ເຂົາຂາຍແອັດຊັງຫັ້ນນ່າ ກາຊວນຍັງບໍ່ມີເທື່ອ. ໜ້າຈະມື້ອື່ນພຸ້ນແຫຼະ. ແມ່ນໆໆ ອັ່ນເໝິດທຸກປ້ຳເລີຍ ປ້ຳໄດ໋ກະບໍ່ມີຄືກັນ. ແມ່ນ, ເພາະວ່າທົ່ວນັ້ນເລີຍ ທົ່ວນະຄອນຫຼວງເລີຍ ປ້ຳໃດກະບໍ່ມີ. ເຂົາເຈົ້າຊອກຫາແຕ່ມື້ວານຫັ້ນແຕ່ບໍ່ມີເລີຍ.”

ພະນັກງານປ້ຳນ້ຳມັນ ຢູ່ແຂວງສວັນນະເຂດ ກ່າວວ່າ ຍັງພໍມີນ້ຳມັນເຫຼືອຄ້າງຢູ່ປະມານ 1,000 ລິດ ຊຶ່ງພຽງພໍສະເພາະແຕ່ ຣົຖກະບະ ແລະຣົຖຂນາດນ້ອຍ ຊຶ່ງກໍຍັງບໍ່ທັນຮູ້ວ່າ ຈະມີນ້ຳມັນກາຊວນໃໝ່ ເຂົ້າມາອີກເມື່ອໃດ.

ດັ່ງທີ່ລາວ ກ່າວວ່າ:

“ຣົຖກະບະນີ້ບໍ່! ໄດ້ຢູ່ ຄັນມາຕອນນີ້ (ສຽງຫົວ). ແມ່ນແຫຼະ, ຖ້າພໍວ່າຣົຖໃຫຍ່ ຣົຖພ່ວງມາໃສ່ ເຮົາບໍ່ໃສ່ໃຫ້ຂາຍ ແຕ່ຣົຖນ້ອຍກ່ອນ ຍັງພັນກວ່າລິດນີ້ນ່າມັນ ມີຣົຖແລ້ວວ່າແຕ່ເຊົ້າວັນນີ້.”

ເຈົ້າໜ້າທີ່ກ່ຽວຂ້ອງ ຍານາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວວ່າ ທາງພາກສ່ວນກ່ຽວຂ້ອງ ກໍໄດ້ລົງໄປແກ້ໄຂ ບັນຫາດັ່ງກ່າວແລ້ວ ແລະກໍໄດ້ອອກບົດຖແລງຊີ້ແຈງ ກ່ຽວກັບບັນຫານ້ຳມັນກາຊວນຂາດແຄນ ແດ່ແລ້ວ.

ດັ່ງທີ່ຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເພິ່ນອັ່ນນັ້ນແລ້ວໄດ໋. ແກ້ອັ່ນນັ້ນແຕ່ມື້ວານຊີ້ແລ້ວນ່າ. ໂດຍ, ເພາະວ່າອັ່ນ ເຂົາເຈົ້າທະຍອຍກັນມື້ວານນີ້ຫັ້ນ ແລະກະເມື່ອເຊົ້ານີ້, ໂດຍ. ຄືວ່າເພິ່ນຖແລງອອກມາບໍ່, ມັນມີບົດຖແລງນ່າ ອັ່ນບໍ່ແນ່ໃຈຫັ້ນ. ເພິ່ນມີບົດຂ່າວອອກມາລະນ່າ. ເຂົ້າເບິ່ງເພຈຂອງນ້ຳມັນເຊື້ອໄຟລາວດຸ ເພາະມື້ວານນີ້ເຂົາເຈົ້າເອົາບົດຂຶ້ນມາຜ່ານນຳກັນຫັ້ນນ່າ.

ໂດຍໃນວັນທີ 23 ມົກກະຣາ 2024 ນີ້, ສະມາຄົມນ້ຳມັນເຊື້ອເພີງ ແລະອາຍແກັສລາວ ໄດ້ອອກບົດຖແລງຊີ້ແຈງກ່ຽວກັບ ສະພາບການສນອງນ້ຳມັນເຊື້ອເພີງ ພາຍໃນ ສປປ ລາວ ຕອນນຶ່ງວ່າ ສາເຫດການຂາດແຄນນ້ຳມັນກາຊວນ ໃນເທື່ອນີ້ ແມ່ນຍ້ອນການປິດປັບປຸງ ສາຍການຜລິດນ້ຳມັນຊົ່ວຄາວ ກະທັນຫັນ ຢູ່ໂຮງກັ່ນນ້ຳມັນ ໃນປະເທດເພື່ອນບ້ານ ກໍຄືປະເທດໄທຍ ແລະປະເທດວຽດນາມ ຊຶ່ງຄາດວ່າຈະສາມາດກັບມາຜລິດໄດ້ ຕາມປົກກະຕິ ໃນທ້າຍເດືອນມົກກະຣານີ້. ໂດຍທາງກົມການຄ້າພາຍໃນ, ກະຊວງອຸດສາຫະກັມ ແລະການຄ້າ ຮ່ວມກັບ ສະມາຄົມນ້ຳມັນເຊື້ອເພີງ ແລະອາຍແກັສລາວ ຈະໄດ້ປະສານຫາ ບໍຣິສັດ ຜູ້ນຳເຂົ້ານ້ຳມັນເຊື້ອໄຟ ເພື່ອເລັ່ງແກ້ໄຂບັນຫາ ຂາດແຄນນ້ຳມັນກາຊວນ ດັ່ງກ່າວ.

ອີງຕາມບົດຖແລງດັ່ງກ່າວ ລະບຸວ່າ ໃນລະວ່າງວັນທີ 1-21 ມົກກະຣາ 2024 ນີ້, ປະເທດລາວ ນຳເຂົ້ານ້ຳມັນເຊື້ອເພີງ ທັງໝົດ 106 ລ້ານລິດ ປະກອບມີ ນ້ຳມັນແອັດຊັງ 21 ລ້ານລິດ, ນ້ຳມັນກາຊວນ 80 ລ້ານລິດ ແລະນ້ຳມັນອື່ນໆ ອີກ 5 ລ້ານລິດ. ຖືວ່າການນໍາເຂົ້ານໍ້າມັນເຊື້ອເພີງ ໃນເດືອນນີ້ແມ່ນມີປະຣີມານໜ້ອຍກວ່າ ອັດຕຣາການຊົມໃຊ້ ນ້ຳມັນເຊື້ອເພີງ ສເລັ່ຽຕໍ່ເດືອນ ຂອງປີ 2023 ທີ່ອັດຕຣາ 135-140 ລ້ານລິດຕໍ່ເດືອນ ໃນນັ້ນມີ ນ້ຳມັນແອັດຊັງ 30 ລ້ານລິດຕໍ່ເດືອນ ແລະນ້ຳມັນກາຊວນ 105 ລ້ານລິດຕໍ່ເດືອນ.

ວັນທີ 22 ມົກກະຣາ ທີ່ຜ່ານມາ, ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ປັບຂຶ້ນລາຄານ້ຳມັນເຊີ້ອເພີງ ປະກອບມີ 1. ນ້ຳມັນແອັດຊັງ ພິເສດ 95 ປັບຂຶ້ນ 710 ກີບຕໍ່ລິດ, 2. ນ້ຳມັນແອັດຊັງທັມມະດາ 91 ປັບຂຶ້ນ 480 ກີບຕໍ່ລິດ ແລະ 3. ນ້ຳມັນກາຊວນ ປັບຂຶ້ນ 600 ກີບ ຕໍ່ລິດ. ເຮັດໃຫ້ລາຄາຂາຍນ້ຳມັນ ຢູ່ນະຄອນຫຼວງວຽງຈັນ ມີດັ່ງນີ້ 1. ນ້ຳມັນແອັດຊັງພິເສດ 95 ລາຄາ 29,740 ກີບຕໍ່ລິດ, 2. ນ້ຳມັນແອັດຊັງທັມມະດາ 91 ລາຄາ 22,840 ກີບຕໍ່ລິດ ແລະ 3. ນ້ຳມັນກາຊວນ ລາຄາ 20,780 ກີບຕໍ່ລິດ.

ທັງນີ້, ເປັນທີ່ໜ້າສັງເກດວ່າ ເປັນການປະກາດຂຶ້ນລາຄານ້ຳມັນ ໃນວັນຈັນ ແລະມີຜົລ ໃນວັນອັງຄານ ໃນເທື່ອນີ້ ຖືເປັນການປັບລາຄານ້ຳມັນ ທີ່ບໍ່ປົກກະຕິ. ຍ້ອນວ່າ ໂດຍປົກກະຕິແລ້ວ ທາງການລາວ ຈະປະກາດ ປັບລາຄານ້ຳມັນ ທຸກໆ ວັນພຸດ ແລະຈະມີຜົລ ໃນວັນພະຫັດ. ຊຶ່ງການນຳເຂົ້ານ້ຳມັນ ທີ່ຫຼຸດລົງ ແລະການປະກາດຂຶ້ນລາຄານ້ຳມັນ ນອກວັນປົກກະຕິ ອາດສແດງເຖິງສັນຍານເຕືອນ ເຖິງວິກິດການຂາດແຄນນ້ຳມັນ ທີ່ອາດເກີດຂຶ້ນຢູ່ໃນລາວ ອີກເທື່ອນຶ່ງ ໃນໄລຍະມໍ່ໆ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.