ຣັຖບານລາວຂາຍສວັນ-ເວກັສ

ໄມຊູລີ
2016.05.17
F-Savanh-Vegas ບ່ອນການພະນັນ ສວັນ-ເວກັສ ທີ່ແຂວງ ສວັນນະເຂດ
Screen captured from Savanh-Vegas video

ທາງການລາວ ຍັງບໍ່ເປີດເຜີຍ ເຣື່ອງ ການຂາຍ ໂຮງ ຄະຊີໂນ ແຫ່ງນີ້ເທື່ອ; ແຕ່ ບໍຣິສັດ Macau Legend Development ຊຶ່ງ ເປັນ ບໍຣິສັດ ການພະນັນ ຈາກເກາະ ມາກ້າວ ອອກຖແລງການ ເມື່ອວັນສຸກ ທີ່ຜ່ານມາ ວ່າ, ທາງບໍຣິສັດ ມາກ້າວ ຕົກລົງຊື້ ໂຮງ ຄະຊີໂນ ສວັນ-ເວກັສ ຈາກ ຣັຖບານລາວ ໃນຣາຄາ 42 ລ້ານ ໂດລາ ສະຫະຣັຖ.

ຕາມຂໍ້ຕົກລົງ ການຊື້ຂາຍ ບໍຣິສັດ ມາກ້າວ ຈະເປັນເຈົ້າຂອງ ໂຮງ ຄະຊີໂນ ຢູ່ລາວ ສາມແຫ່ງ ເປັນເວລາ 50 ປີ ແລະ ຕໍ່ອາຍຸ ໄດ້ອີກ 49 ປີ ຮວມເປັນ 99 ປີ. ໂຮງ ຄະຊີໂນ ທັງສາມ ແຫ່ງນັ້ນຄື; ຄະຊີໂນ ສວັນ-ເວກັສ ທີ່ ແຂວງ ສວັນນະເຂດ, ຄະຊີໂນ ແຂວງ ບໍຣິຄຳໄຊ ແລະ ຄະຊີໂນ ແຂວງຄຳມ່ວນ.

ໃນຂໍ້ຕົກລົງ ບົ່ງໄວ້ວ່າ ບໍຣິສັດ ມາກ້າວ ມີສິດຂຍາຍ ຄະຊີໂນ ສວັນ-ເວກັສ ແລະ ມີສິດສ້າງ ສນາມກອຟ ສອງແຫ່ງ ໂຮງແຮມ ໃຫຍ່ ອີກນຶ່ງຫຼັງ ເຮືອນວິລາ ແລະ ສະອາບນ້ຳ ໃນທີ່ດິນ ເຂດໃກ້ໆກັບໂຮງ ຄະຊີໂນ ນັ້ນນຳ.

ເມື່ອເດືອນທີ່ແລ້ວ ຣັຖບານລາວ ປະກາດ ປະມູນຂາຍ ຄະຊີໂນ ສວັນ-ເວກັສ ແລະ ປະກົດວ່າມີ ບໍຣິສັດ ຕ່າງປະເທດ ຫົກ ບໍຣິສັດ ຍື່ນປະມູນ ຊື້, ຮວມທັງ ບໍຣິສັດ Macau Legend.

ໃນປີ 2012 ຣັຖບານລາວ ຍຶດເອົາ ຄະຊີໂນ ສວັນ-ເວກັສ ຈາກ ບໍຣິສັດ Sanum ຊຶ່ງເປັນ ບໍຣິສັດ ຈາກ ມາກ້າວ ເຊັ່ນກັນ ໂດຍ ໃຫ້ເຫດຜົນ ວ່າ ບໍຣິສັດ Sanum ບໍຈ່າຍ ພາສີ ອາກອນ ເຖິງ 23 ລ້ານ ໂດລາ ໃຫ້ຣັຖບານ ລາວ.

ແຕ່ ບໍຣິສັດ Lao Holding ຈາກ ປະເທດ Netherlands ຊຶ່ງເປັນ ບໍຣິສັດແມ່ ຂອງ ບໍຣິສັດ Sanum ຖແລງວ່າ ທາງ ບໍຣິສັດ Sanum ບໍຍອມຈ່າຍ ພາສີ ອາກອນ ໃຫ້ ຣັຖບານລາວ ກໍເພາະວ່າ ຣັຖບານລາວ ເກັບ ພາສີ ອາກອນ ສູງເກີນເຫດ ຄືສູງເຖິງ 90 ສ່ວນຮ້ອຍ. ປັດຈຸບັນ ບໍຣິສັດ Lao Holding ກຳລັງຟ້ອງ ຣັຖບານລາວ ຄືນ ໃນຂໍ້ຫາ ຍຶດຊັພສິນ ຂອງບໍຣິສັດ ຢ່າງຜິດກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.