ລາວ ຈະສ້າງເຂື່ອນນໍ້າຂອງ ພູງອຍ
2020.02.21
ບໍຣິສັດ ຈະເຣີນ ເອັນເນີຈີ ແອນ ວໍເຕີ ເອເຊັຽ ຂອງໄທ ເຈົ້າຂອງໂຄງການເຂື່ອນນໍ້າຂອງ ພູງອຍ ທີ່ຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ ໄດ້ນຳສເນີຜົລຂອງການສຶກສາ ຄວາມໄປໄດ້ທາງດ້ານສີ່ງແວດລ້ອມ ແລະສັງຄົມ ເມື່ອວັນທີ 11 ກຸມພາ ຜ່ານມາ. ພາຍຫຼັງທີ່ໄດ້ຮັບການ ອະນຸມັດຈາກຣັຖບານລາວ ເມື່ອປີ 2017 ຜ່ານມາ. ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງແຂວງຈຳປາສັກ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ກຸມພາ ວ່າທາງບໍຣິສັດ ໄດ້ສົ່ງບົດສຶກສາຂັ້ນຕົ້ນ ແຕ່ຍັງຄາດກະບໍ່ໄດ້ວ່າ ຈະລົງມື ກໍສ້າງເມື່ອໃດ.
"ເພິ່ນຜ່ານບົດສຶກສາຂັ້ນຕົ້ນ, ສຶກສາຜົລກະທົບ, ສຶກສາຄວາມເປັນໄປໄດ້ຣະອຽດໝົດແລ້ວ ຈັ່ງສເນີຕອນນີ້ ເພິ່ນຍັງບໍ່ໄດ້ລົງມືດອກກໍຍັງ ຫຼາຍຂັ້ນຕອນ ຍັງຫຼາຍແນວຢູ່ບໍ່ໄດ້ທັນກໍ່ສ້າງງ່າຍດອກ."
ທ່ານເວົ້າຕື່ມວ່າ ເບື້ອງຕົ້ນເປັນພຽງແຕ່ສົ່ງຜົລການສຶກສາໃຫ້ຣັຖບານຮັບຮູ້ ຈາກນັ້ນຈຶ່ງນຳສເນີຕໍ່ໄປຍັງຄນະກັມມະການແມ່ນໍ້າຂອງສາກົລ.
"ຜົລການສຶກສາຫັ້ນເບື້ອງຕົ້ນ ມັນກໍເວົ້າເຣື່ອງພື້ນທີ່ ຖືກຜົລກະທົບ ປະຊາຊົນຫັ້ນແຫຼະ ແຕ່ບັນຫາອື່ນ ກໍຍັງບໍ່ທັນອອກມາຣະອຽດດອກ ເພິ່ນຍັງເອົາຂໍ້ມູນຫຍັງຫຼາຍກ່ອນ, ຢູ່ຈຸດນີ້ຄັນໄດ້ເຮັດມັນກໍມີຫຼາຍຢ່າງ ເພາະວ່າມັນກ່ຽວພັນກັບ ການດຳລົງຊີວິດ ຂອງປະຊາຊົນທາງໃຕ້ ນີ້ແຫຼະ."
ໃນສ່ວນຂອງບໍຣິສັດ ຈະເຣີນ ເອັນເນີຈີ ແອນ ວໍເຕີ ເອເຊັຽ ຈຳກັດໄດ້ກ່າວວ່າ ປັດຈຸບັນການອອກແບບ ດ້ານໂຄງສ້າງຂອງເຂື່ອນ ແລະ ຜົລຂອງການສຶກສາ ຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ ໄດ້ສຳເຣັດໃນເບື້ອງຕົ້ນ.
ໃນຂນະດຽວກັນໂທຣະທັສແຂວງຈຳປາສັກ ໄດ້ຣາຍງານ ໃນວັນທີ 11 ກຸມພາ ຜ່ານມາວ່າໂຄງການເຂື່ອນນໍ້າຂອງພູງອຍ ແຂວງຈຳປາສັກ ຢູ່ໃນຂັ້ນຕອນການນຳສເນີບົດສຶກສາ ໂຄງການຜົລກະທົບຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ.
ໂຄງການເຂື່ອນນໍ້າຂອງພູງອຍ ຈະກວມເອົາເນື້ອທີ່ປະມານ 200 ເຮັກຕ້າ ມີປະຊາຊົນໄດ້ຮັບຜົລກະທົບ 7 ເມືອງ 88 ບ້ານທີ່ອາສັຍຕາມ ແຄມແມ່ນໍ້າຂອງ. ໃນນີ້ມີປະຊາຊົນບ້ານຂອນແກ່ນ ເມືອງຈຳປາສັກ 142 ຄອບຄົວຮວມ 811 ຄົນຈະຖືກໂຍກຍ້າຍ ໄປຢູ່ບ່ອນໃໝ່.
"ກອງປະຊຸມຄນະຮັບຜິດຊອບ ໄດ້ນຳສເນີບົດຣາຍງານ ການປະເມີນຜົລຜົນກະທົບ ການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງພູງອຍ ບ້ານຈັດສັນ ແລະ ນະໂຍບາຍໂຄງການ ຕໍ່ພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ທັງໝົດ 200 ກວ່າເຮັກຕ້າ 7 ເມືອງ 88 ບ້ານ ເບື້ອງເທີງເຂື່ອນມີ 57 ບ້ານໃນນີ້ເມືອງ ປະທຸມພອນ 01 ບ້ານ, ນະຄອນປາກເຊ 10 ບ້ານ, ເມືອງຊະນະສົມບູນ 17 ບ້ານ, ເມືອງໂພນທອງ 28 ບ້ານ."
ໂຄງການເຂື່ອນນໍ້າຂອງພູງອຍ ຂນາດ 728 ເມກາວັດ ໂດຍບໍຣິສັດ ເອັນເນີຈີ ແອນ ວໍເຕີ ເອເຊັຽ ເຊິ່ງເປັນບໍຣິສັດ ຂອງ ໃນເຄືອ ຊີ ພີ ປະເທດໄທ ເປັນເຈົ້າຂອງໂຄງການ ສ່ວນຣາຍຣະອຽດ ສັດສ່ວນຜູ້ຖືຮຸ້ນ, ສັນຍາການຊື້ຂາຍໄຟ, ມູນຄ່າໂຄງການ ແລະສັນຍາສັມປະທານ ຈະເຊັນກັນພາຍຫຼັງທີ່ີ່ຣັຖບານ ພິຈາຣະນາ ແລະ ອະນຸມັດໃນຂັ້ນຕອນບົດສືກສາໂຄງການ.