ຈີນ, ຫວຽດນາມ ຈະພັດທະນາສອງແຂວງ ຫຼື ຂຸດເອົາແຮ່ທາດ

ລັດຖະບານໃຫ້ຈີນ ແລະ ຫວຽດນາມ ເຂົ້າມາພັດທະນາແຂວງຜົ້ງສາລີ ແລະ ແຂວງຫົວພັນ

ລັດຖະບານ ອະນຸມັດໃຫ້ນາຍທຶນຈີນ ແລະ ຫວຽດນາມ ເຂົ້າມາພັດທະນາ ແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊຶ່ງເປັນແຂວງພູດອຍ ແລະ ເປັນແຂວງທີ່ທຸກໃນປະເທດລາວ.

ຈີນ, ຫວຽດນາມ ຈະພັດທະນາສອງແຂວງ ຫຼື ຂຸດເອົາແຮ່ທາດ ລັດຖະບານ ອະນຸມັດໃຫ້ນາຍທຶນຈີນ ແລະ ຫວຽດນາມ ເຂົ້າມາພັດທະນາ ແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊຶ່ງເປັນແຂວງພູດອຍ ແລະ ເປັນແຂວງທີ່ທຸກຍາກໃນປະເທດລາວ.

ລັດຖະບານມີແຜນເອົາແຂວງຫົວພັນ ໃຫ້ນັກລົງທຶນຫວຽດນາມເຂົ້າມາພັດທະນາ ສ່ວນວ່າ ແຂວງຜົ້ງສາລື ໃຫ້ນັກລົງທຶນຈີນເຂົ້າມາພັດທະນາ ໂດຍຫວັງວ່າ ໃຫ້ສອງແຂວງດັ່ງກ່າວ ມີການພັດທະນາ ໃຫ້ເຊື່ອມໂຍງກັບປະເທດຈີນ ແລະຫວຽດນາມ ຜ່ານນະໂຍບາຍພິເສດ ດ້ານພາສີ-ອາກອນ, ການອຳນວຍຄວາມສະດວກດ້ານການຄ້າຊາຍແດນ ແລະ ການເລັ່ງພັດທະນາໂຄງລ່າງພື້ນຖານສຳຄັນ.

ກ່ຽວກັບປະເດັນນີ້ ອາຈານທ່ານນຶ່ງ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ເຫັນວ່າ ການອອກນະໂຍບາຍພິເສດໃຫ້ຈີນ ແລະ ຫວຽດນາມ ຈະຊ່ວຍໃຫ້ 2 ແຂວງ ກາຍເປັນຈຸດຍຸດທະສາດຂອງປະເທດ:

“ຄືເພິ່ນເວົ້າຫັ້ນແຫຼະເນາະ ເອົາຍຸດທະສາດເປັນສຳຄັນ ເອິ້ນວ່າ ລະບົບເສດຖະ ກິດມັນຈະພົວພັນໂດຍກົງຫຼາຍ ເສດຖະກິດ-ຂະຫຍາຍໂຕຄຶກຄື້ນ, ການທ່ອງທ່ຽວເນາະ ມັນປະຢັດຕົ້ນທຶນ ແລ້ວມັນສະດວກສະບາຍເນາະ.”

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກໍຍັງບໍ່ຮູ້ລາຍລະອຽດຈະແຈ້ງວ່າ ລັດຖະບານຈະອອກນະໂຍບາຍພິເສດໃນທຸລະກິດໃດແທ້ ແຕ່ສະເພາະແຂວງຜົ້ງສາລີ ຫາກຈະເຂົ້າມາສຳຫຼວດ-ຂຸດຄົ້ນແຮ່ທາດຕ່າງໆ ຖືວ່າມີໜ້ອຍຫຼາຍ:

“ລັດຖະບານຊິໃຫ້ຈີນ-ຫວຽດນາມເນາະ ແຕ່ວ່າ ແຂວງຜົ້ງສາລີນີ້ກະ ແຫຼ່ງແຮ່ຫຍັງຕ່າງໆ ມັນມີໜ້ອຍ”

ແຕ່ ໃນເວລາດຽວກັນ ປະຊາຊົນ ກໍມີຄວາມກັງວົນວ່າ ການທີ່ນັກລົງທຶນຈີນ ແລະ ຫວຽດນາມ ຈະເຂົ້າມາພັດທະນາໂຄງລ່າງພື້ນຖານນັ້ນ ກໍຄົງເປັນໄປໄດ້ຍາກ, ແຕ່ ຄວາມຈິງກໍຄື ນັກລົງທຶນຈີນ ແລະ ຫວຽດນາມ ຈະເຂົ້າມາພຽງແຕ່ຂຸດຄົ້ນເອົາບໍ່ແຮ່ ຫຼື ຊັບພະຍາກອນທໍາທະຊາດເທົ່ານຫັ້ນ.