ນັກຮຽນເສັງເຂົ້າຮຽນ ມຊ ໜ້ອຍ

ນັກຮຽນທີ່ຈົບ ມໍ7 ມັກເຮັດວຽກຢູ່ໄທ

ໂຕເລກການສະໝັກເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດລາວ ໃນສົກສຶກສາ 2026-2027 ຍັງຕ່ຳກວ່າປີກາຍ.

ນັກຮຽນເສັງເຂົ້າຮຽນ ມຊ ໜ້ອຍ ໂຕເລກການສະໝັກເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດລາວ ໃນສົກສຶກສາ 2026-2027 ຍັງຕ່ຳກວ່າປີກາຍ.

ອີງຕາມການປະກາດຂອງ ມະຫາວິທະຍາໄລແຫ່ງຊາດ (ມຊ) ປະຈຳສົກສຶກສາ 2026-2027 ມີແຜນຮັບນັກສຶກສາໃໝ່ 5,570 ຄົນ. ການເປີດຮັບສະໝັກເລີ່ມຕັ້ງແຕ່ວັນທີ 6 ກໍລະກົດ ແລະ ປິດໃນວັນທີ 5 ສິງຫາ 2026. ປັດຈຸບັນ ມີຜູ້ລົງທະບຽນແລ້ວປະມານ 4,000 ກວ່າຄົນ.

ຫາກທຽບກັບສົກສຶກສາ 2024-2025 ຈະເຫັນວ່າປີນີ້ ຈຳນວນຜູ້ສະໝັກຍັງຕ່ຳກວ່າປີກາຍ ໂດຍປີກາຍມີຜູ້ສະໝັກປະມານ 5,400 ກວ່າຄົນ ຂະນະທີ່ແຜນຂອງມະຫາວິທະຍາໄລຢູ່ທີ່ 7,600 ກວ່າຄົນ.

ຂະນະດຽວກັນ ຂໍ້ມູນຂອງກະຊວງສຶກສາທິການ ແລະ ກິລາ ລະບຸວ່າ ໃນສົກຮຽນ 2023-2024 ມີນັກຮຽນ ມ.7 ທົ່ວປະເທດ ມີໜ້າສອບເສັງກວ່າ 45,600 ຄົນ.

ບໍ່ແມ່ນທຸກຄົນທີ່ເລືອກສຶກສາຕໍ່ ໃນລະດັບມະຫາວິທະຍາໄລ ໂດຍບາງຄົນເລືອກຮຽນສາຍອາຊີບທີ່ຫວັງວ່າຈົບໄປແລ້ວຈະມີວຽກງານທຳ ເເຕ່ຫຼາຍຄົນເລືອກເຂົ້າສູ່ຕະຫຼາດແຮງງານ ດັ່ງນັກສຶກສາມະຫາວິທະຍາໄລ ຄົນໜຶ່ງ ຢູ່ແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ ເອເຊຍເສລີ ວ່າ: ໃນແງ່ທີ່ວ່າ ເຮົາເຄີຍຖາມນັກຮຽນທີ່ວ່າ ຈົບ ມໍ7 ອັນເຂົາເວົ້າວ່າ ບາງທີ ເລື່ອງພື້ນຖານຄອບຄົວແດ່ ລະກະ ມັນກະເວົ້າເລື່ອງວ່າ ເຂົາໄປເຮັດວຽກ ເຂົາໄດ້ເງິນໄວກວ່າ ເຂົາກໍຈະຄິດເລື່ອງເງິນເດືອນ ເລື່ອງເສຍເວລາ ສ່ວນໃຫຍ່ຫັ້ນໄທ ຫາກແຕ່ວ່າໄປໄທ ມັນໄປງ່າຍ ຄວາມຄິດຂອງເຂົາກະເລີຍວ່າ ຂ້ອຍຈົບ ມໍ7 ກໍໄດ້ ຂ້ອຍໄປເຮັດວຽກຫາເງິນ.

ຢ່າງໃດກໍ່ຕາມ ສາເຫດ ທີ່ຫຼາຍຄົນບໍ່ຮຽນຕໍ່ ມາຈາກສະພາບເສດຖະກິດດ້ານການເງິນ ແລະ ຄວາມກັງວົນວ່າ ຮຽນຈົບແລ້ວບໍ່ມີວຽກເຮັດ ຈຶ່ງເລືອກໄປອອກເເຮງງານສ່ວນໃຫຍ່ເເມ່ນໄປປະເທດໄທ.