ທຸຣະກິຈທ່ອງທ່ຽວ ຢູ່ລາວ ຖືກແຍ້ງຊິງ
2019.01.09
ເມື່ອ 2-3 ປີມານີ້, ຜູ້ປະກອບການທຸຣະກິຈທ່ອງທ່ຽວ ຕາມຫົວເມືອງໃຫຍ່ຕ່າງໆ ຈຳນວນຫຼາຍກຸ່ມ ພາກັນຈົ່ມນ້ອຍຈົ່ມໃຫຍ່ວ່າ ທຸຣະກິຈ ຂອງຕົນ ຕ່າງກໍໄດ້ຮັບຜົລກະທົບ ຈາກການຫຼັ່ງໄຫຼເຂົ້າມາຂອງນັກລົງທຶນຕ່າງປະເທສ, ໂດຍສະເພາະ ນັກລົງທຶນ ຈາກຈີນ, ວຽດນາມ ແລະ ເກົາຫຼີໃຕ້ ທີ່ພາກັນເຂົ້າມາລົງທຶນ ເຊົ່າຕຶກອາຄານຕ່າງໆ ເພື່ອປ່ຽນເປັນເຮືອນພັກ, ຮ້ານອາຫານ ແລະ ຮ້ານຄ້າຕ່າງໆ ຈົນເຮັດໃຫ້ ຜູ້ປະກອບການ ທຸຣະກິຈທ່ອງທ່ຽວທ້ອງຖິ່ນ ທີ່ເປັນຄົນລາວ ບໍ່ສາມາດແຂ່ງຂັນໄດ້ ແລະ ເກີດມີການແຂ່ງຂັນທີ່ຮຸນແຮງຂຶ້ນ.
ດັ່ງຜູ້ປະກອບການທຸຣະກິຈເຮືອນພັກ ທ່ານນຶ່ງ ໃນນະຄອນຫຼວງພຣະບາງ, ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນ ມານີ້ວ່າ:
“ເຣື້ອງແຂກທີ່ມາທ່ຽວຢູ່ຫຼວງພຣະບາງນີ້ມີຫຼາຍ, ແຕ່ເນື່ອງຈາກວ່າເປັນຫຍັງແຂກຈຶ່ງບໍ່ມາພັກຫຼາຍ, ອາຈເປັນເພາະເຮືອນພັກຂະເຈົ້າສ້າງຂຶ້ນ ຫຼາຍແລ້ວ. ຢູ່ຫຼວງພຣະບາງຂະເຈົ້າມີການແຂ່ງຂັນກັນ ຫຼືວ່າຊ່ວງຊິງກັນຕັ້ງເຮືອນພັກນີ້ມີຫຼາຍບ່ອນ ກະເລີຍເຮັດໃຫ້ແຂກ ຕ້ອງໄດ້ພັກບ່ອນ ນັ້ນແດ່ ບ່ອນນີ້ແດ່. ພໍດີຢູ່ຫຼວງພຣະບາງກະມີຄົນລາວ ຄົນວຽດຫຼາຍຄືກັນ ມີການແຂ່ງຂັນກັນ ກັບຄົນລາວເຮົານີ້ ຄົນຈີນ ກະມີຫຼາຍຄືກັນ."
ຜູ້ປະກອບການທຸຣະກິຈນຳທ່ຽວໃນລາວທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ ໃນທຳນອງດຽວກັນວ່າ ນັກລົງທຶນຕ່າງ ປະເທສ ໄດ້ເຂົ້າມາສ້າງຣະບົບການບໍຣິການດ້ານການທ່ອງທ່ຽວ ໃນລາວ ຢ່າງຄົບວົງຈອນ ໃນເຂດເມືອງວັງວຽງ ເຮັດໃຫ້ຜູ້ປະກອບການ ທຸຣະກິຈທ່ອງທ່ຽວທ້ອງຖິ່ນ ທີ່ເປັນຄົນລາວ ໄດ້ຮັບຜົລປໂຍດພຽງໜ້ອຍດຽວ.
“ປະຈຸບັນນີ້ ທົວຈີນໄດ້ເຂົ້າມາທາງພາກເໜືອຂອງເຮົາຕອນນີ້ຫຼາຍ. ແລ້ວຜູ້ປະກອບການທາງຄົນຈີນ ຂອງເຮົານີ້ກໍຄື ສ່ວນໃຫຍ່ມາເຮັດເປັນ ຂອງໂຕເອງເລີຍ ຢ່າງເຊັ່ນມາເຮັດໂຮງແຮມ ເປັນຂອງໂຕເອງ ລະນຳນັກທ່ອງທ່ຽວເຂົ້າມາ, ສ່ວນໃຫຍ່ຄົນລາວ ເຮົາຈະໄດ້ຜົລປໂຍດ ໜ້ອຍໆ. ສ່ວນຄົນລາວຈະໄດ້ຜົລປໂຍດກໍຄື ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ, ແຕ່ສະຖານທີ່ທ່ອງທ່ຽວສ່ວນໃຫຍ່ ກະເປັນຄົນຈີນສັມປະທານ ມັນກະມີຜົລກະທົບຢູ່ຫຼາຍໄດ໋. ອັນນີ້ບໍ່ແມ່ນແຕ່ ທົວຄົນຈີນເນາະ ຄືເຮົາເຫັນໄດ້ວ່າ ທົວເກົາຫຼີ ກະຄືກັນ ເຊັ່ນດຽວກັນເລີຍ."
ບໍ່ພຽງແຕ່ເທົ່ານັ້ນ, ນັກລົງທຶນຈີນ ແລະເກົາຫຼີ ຍັງໄດ້ເຂົ້າມາສ້າງຣະບົບ ການທ່ອງທ່ຽວໃນລາວ ອັນທີ່ຄົນລາວໂດຍທົ່ວໄປ ເຂົ້າໃຈກັນດີວ່າ “ກິນແຕ່ຕົ້ນນ້ຳ ຈົນຮອດປາຍນ້ຳ” ຄືໄດ້ເຂົ້າມາສ້າງຣະບົບໂຮງແຮມ, ຮ້ານອາຫານ, ການບໍຣິການຣົດຮັບສົ່ງ ນັກທ່ອງທ່ຽວ ແລະຮ້ານຂາຍ ເຄື່ອງທີ່ຣະລຶກ ກໍລ້ວນແລ້ວແຕ່ເປັນເຈົ້າຂອງ ໂດຍນັກລົງທຶນຕ່າງປະເທສ ເພື່ອອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ ທີ່ເປັນຄົນຈາກ ປະເທສໂຕເອງ. ສ່ວນຄົນທ້ອງຖິ່ນ ພັດໄດ້ພຽງສ່ວນໃດສ່ວນນຶ່ງ ທັງໆທີ່ຜົລປໂຍດ ຄວນຕົກໃສ່ຄົນທ້ອງຖິ່ນນັ້ນໆ ຫຼາຍກວ່າ.
“ກະຄືໂຕນີ້ເກົາຫຼີກັບຈີນ ແມ່ນເຂົາໄດ້ປໂຍດໄປເຕັມໆເລີຍ ຄືຂອງເຂົາກະໄດ້ແຕ່ຜູ້ດຽວ ຄືພວກເຮົາໄດ້ແຄ່ສ່ວນໜ້ອຍຂອງເຂົາ. ຊິບໍ່ເສັຽປຽບຈັ່ງໃດ ທີ່ເຮົາໄດ້ກະຄືເອກກະຊົນສັມປະທານ ສະຖານທີ່ທ່ອງທ່ຽວເສີຍໆ ທີ່ເຂົາໄດ້ຈາກສ່ວນນັ້ນ ລະກະ ເກັບຄ່າປີ້ເຂົ້າຊົມ. ນອກນັ້ນ, ຮ້ານອາຫານບໍ່ ໂຮງແຮມບໍ່ ສິ່ງທີ່ມັນຈະຄວນໄດ້, ແຕ່ກັບເປັນເຂົາທີ່ໄດ້ເອງ ໂຕນີ້ຫັ້ນນ່າ. ຄືໂຮງແຮມນີ້ມັນມະຫາສານເດ້ ໂຕທີ່ວ່າທຳເງິນໃຫ້ກັບປະເທສນ່າ ລະກະຕໍ່ມາຮ້ານອາຫານຫັ້ນອີກ ລະກະຮ້ານຂອງທີ່ຣະລຶກ ກະບໍ່ໄດ້ແມ່ນຮ້ານຄົນລາວໄດ໋ ຕ້ອງເປັນຮ້ານ ເຂົາເອງອີກ. ນີ້ແຫຼະຄືຜົລກະທົບທີ່ໄດ້ຮັບນ່າ."
ນອກຈາກນີ້ແລ້ວ, ເມື່ອເດືອນພຶສຈິກາ ປີກາຍນີ້ ຜູ້ປະກອບການທຸຣະກິຈຣົດຮັບສົ່ງ ນັກທ່ອງທ່ຽວ ໃນນະຄອນຫຼວງພຣະບາງ, ແຂວງຫຼວງພຣະບາງ ເຖິງຂັ້ນຮ້ອງທຸກ ແລະວິງວອນໃຫ້ພາກສ່ວນກ່ຽວຂ້ອງ ລົງກວດສອບ ແລະແກ້ໄຂບັນຫາຜູ້ປະກອບການ ທຸຣະກິຈເຮືອນພັກ ທີ່ຄົນວຽດນາມເປັນເຈົ້າຂອງ, ເຊິ່ງໄດ້ຮັບໃບອະນຸຍາດ ດຳເນີນທຸຣະກິຈເຮືອນພັກ, ແຕ່ຜູ້ປະກອບການເຮືອນພັກ ພັດເຮັດໝົດທຸກຢ່າງ ຕັ້ງແຕ່ບໍຣິການ ຮັບສົ່ງລູກຄ້າໄປສະຖານທີ່ ທ່ອງທ່ຽວຕ່າງໆ ຈົນເຖິງຂັ້ນຂາຍປີ້ເຮືອບິນ ແລະ ປີ້ ເຮືອທ່ອງທ່ຽວ ເຮັດໃຫ້ກຸ່ມຜູ້ປະກອບການ ທຸຣະກິຈທ້ອງຖິ່ນ ໄດ້ຮັບຜົລກະທົບ ແລະຮູ້ສຶກວ່າພວກຕົນຖືກເອົາປຽບ ຢ່າງບໍ່ເປັນທັມ ທັງໆທີ່ທຸກຝ່າຍ ກໍລ້ວນແຕ່ເສັຽພາສີອາກອນ ໃຫ້ພາກສ່ວນທີ່ຄຸ້ມຄອງ ຢ່າງເປັນປົກກະຕິ.
ກ່ຽວກັບບັນຫານີ້, ຜູ້ສື່ຂ່າວເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ພາກສ່ວນຖແລງຂ່າວ, ວັທນທັມ ແລະ ທ່ອງທ່ຽວ ໃນແຂວງວຽງຈັນ ວ່າຈະມີການແກ້ໄຂບັນຫາ ດັ່ງກ່າວແນວໃດແດ່, ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ຊີ້ແຈງວ່າ (ງົດອອກສຽງ):
“ຕໍ່ບັນຫາດັ່ງກ່າວ ພາກສ່ວນກ່ຽວຂ້ອງກໍໄດ້ລົງຕິດຕາມ ເປັນແຕ່ລະໄລຍະຢູ່, ແຕ່ກໍຕ້ອງໄດ້ມີການປະເມີນ ໄປຕາມສັນຍາເຊົ່າກິຈການທຸກ 3 ປີ ຫຼື 5 ປີ ວ່າເຮັດໄປຕາມສັນຍາບໍ່, ຜູ້ປະກອບການດ້ານອື່ນໆ ໃນຂແນງທ່ອງທ່ຽວ ໄດ້ເສັຽພັນທະໃຫ້ຣັຖ ເປັນປົກກະຕິບໍ່, ເຮົາເອົາໂຕນັ້ນ ມາເບິ່ງກັນ."
ນັ້ນແມ່ນການຊີ້ແຈງຂອງເຈົ້າໜ້າທີ່ກ່ຽວຂ້ອງ ຈາກຂແນງທ່ອງທ່ຽວ.
ຢ່າງໃດກໍຕາມ, ຕໍ່ບັນຫານີ້ ຜູ້ປະກອບການທຸຣະກິຈທ່ອງທ່ຽວໃນລາວ ຕາມຫົວເມືອງໃຫຍ່ຕ່າງໆ ຈຳນວນຫຼາຍກຸ່ມ ບໍ່ວ່າຈະເປັນສະມາຄົມ ຜູ້ນຳທ່ຽວ, ສະມາຄົມທຸຣະກິຈຣົດຮັບສົ່ງ ນັກທ່ອງທ່ຽວ, ສະມາຄົມທຸຣະກິຈ ຮ້ານອາຫານ ແລະອື່ນໆ ກໍໄດ້ສະທ້ອນ ບັນຫາຂອງພວກຕົນ ຜ່ານຫຼາຍວາຣະ ແລະ ຫຼາຍເທື່ອແລ້ວ, ແຕ່ກໍຍັງບໍ່ທັນມີສັນຍານໃດໆເທື່ອວ່າ ບັນຫາດັ່ງກ່າວ ຈະໄດ້ຮັບການແກ້ໄຂ ຢ່າງເປັນຣະບົບ ເພື່ອປົກປ້ອງຜົລປໂຍດ ຂອງຜູ້ປະກອບການທຸຣະກິຈທ່ອງທ່ຽວ ທີ່ເປັນຄົນລາວ ໃນທ້ອງຖິ່ນນັ້ນ.
ຍິ່ງຕົກມາໃນປີ 2019 ນີ້, ທາງການລາວໄດ້ປະກາດ ໃຫ້ເປັນປີທ່ອງທ່ຽວລາວ-ຈີນ, ແຕ່ຜູ້ປະກອບການຫຼາຍຄົນ ກໍຍັງຮູ້ສຶກວ່າ ຕັ້ງແຕ່ ເປີດປີທ່ອງທ່ຽວລາວ ມາແຕ່ປີກາຍນີ້ ຈົນມາເຖິງປະຈຸບັນ, ກໍຍັງເຫັນວ່າຜູ້ປະກອບການທ້ອງຖິ່ນລາວ ໄດ້ຮັບຜົລປໂຍດ ບໍ່ຫຼາຍປານໃດ. ໃນທາງກົງກັນຂ້າມ ນັກລົງທຶນຕ່າງປະເທສ ໄດ້ເຂົ້າມາສ້າງກົລໄກ ດ້ານການທ່ອງທ່ຽວໃນລາວ ເຕັມໄປໝົດແລ້ວ ບໍ່ວ່າຈະເປັນໂຮງແຮມ, ຮ້ານອາຫານ, ຣະບົບຣົດຮັບສົ່ງ ນັກທ່ອງທ່ຽວ, ຮ້ານຄ້າ, ຮ້ານຂາຍເຄື່ອງທີ່ຣະລຶກ ແລະ ຣະບົບ ຊຳຣະເງິນ ເປັນຕົ້ນກໍແມ່ນຣະບົບ Alipay ຂອງກຸ່ມບໍຣິສັດອາລີບ່າບ້າ ຈາກຈີນ ກໍລ້ວນແລ້ວແຕ່ ເປັນບໍຣິສັດຕ່າງປະເທສທັງນັ້ນ. ແລ້ວຜູ້ປະກອບການລາວເດ ຈະໄດ້ຫຍັງ ຈາກປີທ່ອງທ່ຽວລາວ-ຈີນ ຫຼືອຸດສາຫະກັມ ທ່ອງທ່ຽວນີ້.