ໃນມື້ວັນທີ 16 ມິນາ ປີ 2018 ຜ່ານມາ ຄນະກັມມະການວ່າດ້ວຍ ນະໂຍບາຍ ເພື່ອການພັທນາ ຊຶ່ງເປັນຫນ່ວຍງານສະເພາະກິດ ຂອງ ສະພາເສຖກິດ-ສັງຄົມ ສະຫະປະຊາຊາດ ທີ່ມີສູນກາງຢູ່ ນະຄອນນິວຢອກ ສະຫະຣັດ ອາເມຣີກາ ໄດ້ປະກາດວ່າ ສປປລາວ ສາມາດ ປະຕິບັດໄດ້ ຕາມເງື່ອນໄຂ ແລະມາຕຖານຂອງອົງການ ສະຫະປະຊາຊາດ ໃນການຫລຸດພົ້ນຈາກຖານະ ປະເທດດ້ອຍພັທນາ ເປັນເທື່ອ ທຳອິດ ຊຶ່ງຄນະກັມມະການດັ່ງກ່າວ ໄດ້ທົບທວນຄວາມຄືບຫນ້າ ໃນການຫລຸດພົ້ນ ຈາກຖານະ ການເປັນປະເທດດ້ອຍພັທນາ ຂອງແຕ່ລະ ປະເທດ ໃນໂລກທຸກໆສາມປີ ໃນນັ້ນ ປະເທດທີ່ຈະສາມາດຫຼຸດພົ້ນ ຈາກສະຖານະພາບດັ່ງກ່າວ ຕ້ອງຜ່ານສອງໃນສາມເງື່ອນໄຂມາຕຖານ ທີ່ ອົງການສະຫະປະຊາຊາດ ວາງໃວ້.
ການປະເມີນຜົລແລະທົບທວນໃນປີ 2018 ພົບວ່າ ສປປລາວ ສາມາດບັນລຸເງື່ອນໄຂດັ່ງກ່າວໃນສັດສ່ວນສອງໃນສາມເງື່ອນໄຂເປັນຕົ້ນ ຍອດຜົລຮ່ວມຫລືລາຍໄດ້ ຕໍ່ຫົວຄົນຕໍ່ປີ ຫລື GNI ແລະ ດັຊນີ ຊັບສິນມະນຸດ ຫລື HAI ແຕ່ຍັງບໍ່ຜ່ານມາຕຖານ ດັຊນີ ຄວາມອ່ອນໄຫວ ດ້ານເສຖກິດຫຼື EVI ຊຶ່ງເປັນຄວາມຫມັ້ນຄົງ ຂອງສະພາບເສຖກິດໃນລາວ ຈາກເຫດການຕ່າງໆທີ່ຈະເກີດຂຶ້ນ. ສະນັ້ນຖ້າຫາກ ສປປລາວ ສາມາດຮັກສາ ຂີດຣະດັບດັ່ງກ່າວໄວ້ໄດ້ ພາຍໃນປີ 2021 ສປປລາວ ກໍຈະຖືກລົບ ອອກຈາກບັນຊີ ການເປັນປະເທດ ດ້ອຍພັທນາ ຢ່າງ ເປັນທາງການ ໃນປີ 2024.
ຍານາງ ຄຣາສຕີນາ ອີມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ເວົ້າວ່າ;
”ພວກເຮົາມີຄວາມຍິນດີ ຕໍ່ຜົລສຳເຣັດທີ່ມີຄວາມສຳຄັນ ຂອງຣັຖບານລາວໃນຄັ້ງນີ້ ຊຶ່ງເປັນການສະແດງໃຫ້ເຫັນ ເຖິງຄວາມກ້າວຫນ້າຢ່າງ ຕໍ່ເນື່ອງພາຍໃຕ້ການວາງແຜນພັທນາທີ່ດີ ແລະຖືກຕ້ອງເພື່ອກ້າວໄປສູ່ຜົລສຳເຣັດ ຂອງການຈັດຕັ້ງປະຕິບັດ ແຜນພັທນາເສຖກີດສັງຄົມ ແຫ່ງຊາດ ຄັ້ງທີ 8. ອົງການສະຫະປະຊາຊາດ ຈະສືບຕໍ່ໃຫ້ການຊ່ອຍເຫລືອ ສປປລາວ ໃນຂະບວນການຕ່າງໆ ເພື່ອໃຫ້ລາວຫລຸດພົ້ນ ຈາກຖານະການເປັນ ປະເທດດ້ອຍພັທນາ ແລະບັນລຸເປົ້າຫມາຍ ແຜນການພັທນາໃນປີ 2030 ເພື່ອສ້າງຄວາມຍືນຍົງ ຄວາມສເມີພາບ ວັທນາຖາວອນ ແລະຈະບໍ່ປະຖິ້ມ ຜູ້ໃດຢູ່ເບື້ອງຫລັງ.”
ຄນະກັມມະການວ່າດ້ວຍການພັທນາ ສະຫະປະຊາຊາດໄດ້ປະເມີນຣາຍຮັບແຫ່ງຊາດ ຕໍ່ຫົວຄົນຕໍ່ປີໃນລາວ ຄື 1,996 ໂດລາຕໍ່ຄົນຕໍ່ປີໃນປີ 2018 ສູງກວ່າມາຕຖານຂັ້ນຕ່ຳ ທີ່ກຳນົດໄວ້ ເພີ້ມຂຶ້ນຈາກປີ 2015 ຊຶ່ງໃນປີນັ້ນມີພຽງແຕ່ 1,242 ໂດລາ ຕໍ່ຫົວຄົນຕໍ່ປີ ແລະດັຊນີ ດ້ານ ຊັບສິນມະນຸດ ກໍເພີ້ມຂຶ້ນ ແຕ່ດັຊນີ ດ້ານຄວາມອ່ອນໄຫວ ທາງດ້ານເສຖກິດ ທີ່ກຳນົດບໍ່ໃຫ້ສູງກວ່າ 32 ສປປລາວໄດ້ 33.7 ສູງກວ່າ ມາຕຖານ ທີ່ໄດ້ວາງໄວ້.
ແຕ່ຖ້າລາວ ສາມາດຜ່ານສອງໃນສາມດັຊນີ ແລະສາມາດຍັບຍັ້ງ ມາຕຖານດັ່ງກ່າວໃຫ້ໄດ້ ບໍ່ໃຫ້ຫລຸດ ພາຍໃນສາມປີ ຂ້າງຫນ້າ ສປປລາວ ກໍຈະສາມາດຜ່ານຖານະການເປັນປະເທດ ພັທນາ ແລະໃນປີ 2024 ລາວກໍຈະຖືກຖອນຊື່ ອອກຈາກຖານະ ດັ່ງກ່າວຢ່າງເປັນທາງການ; ດັ່ງເຈົ້າຫນ້າທີ່ອົງການພັທນາ ສະຫະປະຊາຊາດ ປະຈຳລາວ ຜູ້ທີ່ບໍ່ປະສົງອອກຊື່ ທ່ານນຶ່ງເວົ້າວ່າ:
"ລາວເປັນເທື່ອທຳອິດ ທີ່ສາມາດຜ່ານສອງໃນສາມດັຊນີ ຂອງອົງການສະຫະປະຊາຊາດ ຖ້າສາມາດຢັບຢັ້ງມາຕຖານດັ່ງກ່າວພາຍໃນສາມປີ ຂ້າງຫນ້າ ຈະສາມາດຜ່ານໄດ້ພາຍໃນປີ 2024."
ແຕ່ເຖິງຢ່າງໃດກໍຕາມ ນັກເສຖສາດ ທ່ານນຶ່ງເວົ້າວ່າ ການທີ່ລາວ ສາມາດຫລຸດພົ້ນຈາກ ຖານະການເປັນປະເທດດ້ອຍພັທນາ ໄດ້ໃນປີ 2024 ນັ້ນ ສປປລາວ ຈະເສັຽຜົລປໂຍດຫລາຍຢ່າງເປັນຕົ້ນ.
1-ສປປລາວ ຈະເສັຽສິດທິພິເສດ ໃນການສົ່ງສິນຄ້າ ທີ່ຜລິດຈາກລາວອອກໄປຂາຍໃນຕລາດຕ່າງປະເທດ ດ້ວຍກຳແພງພາສີຕ່ຳ ທີ່ລາວ ໄດ້ຮັບໃນຖານະເປັນ ປະເທດດ້ອຍພັທນາ ເປັນຕົ້ນ ຕລາດຢູໂຣບ ແລະຫລາຍປະເທດ ໃນໂລກ ກໍຈະຫມົດໄປ ຊຶ່ງ ສິດທິພິເສດດັ່ງກ່າວ ເປັນການກະຕຸ້ນນັກລົງທຶນຕ່າງຊາດ ໃຫ້ເຂົ້າມາລົງທຶນໃລາວ ໂດຍສະເພາະໃນເຂດເສຖກິດພິເສດ ຂອງລາວທົ່ວປະເທດ ແລະໃນປັດຈຸບັນ ມີຫລາຍຮ້ອຍບໍຣິສັດ ທີ່ເຂົ້າມາລົງທຶນ ໃນເຂດເສຖກິດພິເສດ ດັ່ງກ່າວ ທົ່ວປະເທດ ກໍຈະປິດໂຮງງານ ແລະຖານຜລິດ ຍ້າຍໄປປະເທດອື່ນ ທີ່ມີສິດທິພິເສດດັ່ງກ່າວ, ດັ່ງກຳພູຊາ ພະມ້າ ເນປານ ສຣີລັງກາ ແລະອື່ນໆ.
2-ສປປລາວ ຈະບໍ່ໄດ້ຮັບເງິນຊ່ອຍລ້າຫລືເງີນກູ້ ດ້ວຍດອກເບັ້ຽຕ່ຳ ໃນຖານະ ການເປັນປະເທດພັທນາ ຍ້ອນວ່າ ສະຖາບັນການເງິນສາກົນ ແລະປະເທດທີ່ຊ່ອຍເຫລືອໃນໂລກ ຈະບໍ່ຊ່ອຍເຫລືອປະເທດທີ່ພັທນາແລ້ວ ຈະຊ່ອຍເຫລືອແຕ່ປະເທດ ທີ່ດ້ອຍ ພັທນາ ຈະເປັນເງິນໃຫ້ລ້າ ຫລືເງີນກູ້ດ້ວຍດອກເບັ້ຽຕ່ຳ.
3-ສປປລາວ ຈະມີການແຂ່ງຂັນສູງ ໃນການສົ່ງສິນຄ້າ ອອກໄປຂາຍຕ່າງປະເທດ ຍ້ອນວ່າຈະຖືກແຂ່ງຂັນ ໃນຖານະປະເທດພັທນາ ແລະ ຈະໃຊ້ມາຕຖານ ແລະກົດຣະບຽບສູງໃນການສົ່ງສິນຄ້າ ເຂົ້າໄປປະເທດຕ່າງໆ ໃນໂລກ ດ້ວຍກຳແພງພາສີສູງ ແລະ ຄຸນນະພາບຜົລຜລິດ ຕ້ອງໄດ້ມາຕຖານສາກົນ.
4-ຈະເຮັດໃຫ້ນັກລົງທຶນຕ່າງຊາດ ລັ່ງເລໃຈໃນການມາລົງທຶນໃນລາວ ຫລາຍຂື້ນແລະກຸ່ມບໍຣິສັດ ທີ່ເຂົ້າມາລົງທຶນແລ້ວ ກໍອາດຈະຫນີ ຈາກສປປລາວ.
5-ສປປລາວ ກໍຈະຂາດລາຍຮັບ ແລະຂາດງົບປະມານ ໃນການພັທນາເສຖກິດສັງຄົມ ເພື່ອໃຫ້ປະຊາຊົນຫລຸດພົ້ນ ຈາກສະພາບຄວາມ ທຸກຍາກໃນລາວ.
6-ສປປລາວ ຈະບໍ່ສາມາດບັນລຸເປົ້າຫມາຍ ສະຫັດສວັດໄດ້ ຖ້າຂາດການລົງທຶນ ຂາດລາຍໄດ້ ແລະຂາດການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ.
ນັກວິເຄາະເວົ້າວ່າ ບໍ່ຮູ້ວ່າສປປລາວ ໄດ້ຄຳແນະນຳມາຈາກໃສ ທີ່ຢາກຫລຸດພົ້ນ ຈາກຖານະການເປັນປະເທດດ້ອຍພັທນາໄວເກີນໄປ ແລະເພື່ອຜົລປະໂຍດອັນໃດ. ນອກຈາກນັ້ນໃນຖານະການເປັນປະເທດພັທນາ ສປປລາວ ຕ້ອງໄດ້ເສັຽຊ່ວຍຫລາຍ ຢ່າງຕໍ່ອົງການ ສະຫະປະຊາດ ແລະອົງການຊ່ອຍເຫລືອສາກົນ. ລາວຈະເອົາເງິນມາຈາກໃສ ຊຶ່ງທຸກມື້ນີ້ ກໍຕີດຫນີ້ຕ່າງປະເທດຫລາຍຢູ່ແລ້ວ.
