ຊາວສວນເຊົາປູກຢາງພາລາ

0:00 / 0:00

ປັດຈຸບັນ ຊາວສວນ ປູກ ຢາງພາລາ ແຂວງ ຫລວງນໍ້າທາ ກຳລັງ ປະເຊີນ ກັບ ບັນຫາ ຣາຄາ ຢາງພາລາ ຕົກຕໍ່າ ຈຶ່ງ ພາກັນ ເອົາດິນ ໃຫ້ ຈີນ ເຊົ່າ ທີ່ ມີຣາຍໄດ້ ດີກ່ວາ. ໃນ ລະຍະ 3-4 ປີ ມານີ້, ຣາຄາ ຢາງພາລາ ກ້ອນ ກິໂລ ລະ 15 ພັນ ກີບ, ແຕ່ ມາ ປີນີ້ ກິໂລ ລະ 4 ພັນ 200 ກີບ ເທົ່ານັ້ນ. ຕາມຄໍາເວົ້າ ຂອງ ຊາວສວນ:

"ການປູກ ຢາງພາຣາ ນີ້ ມັນບໍໄດ້ ຮັບ ຜົນຫຼາຍ, ປັດຈຸບັນ ນີ້ ນໍ້າ ຢາງພາຣາ ຂອງ ພວກເຮົາ ນີ້ ຕົກຕໍ່າ ທີ່ສຸດ ກິໂລ ນຶ່ງຕໍ່ 4 ພັນ 200 ກີບ ເທົ່ານັ້ນ ບໍ່ຄື ລະຍະ ຜ່ານມາ. ລະຍະ ຜ່ານມາ ກິໂລ ນຶ່ງ 15 ພັນ ກີບ ພວກເຮົາ ຈຶ່ງ ປິ້ນທາງ ປ່ຽນຣະບົບ ໃຫ້ ຈີນ ມາເຊົ່າ ດິນ. ໄດ້ ຕັດ ຢາງພາລາ ອອກ, ແຕ່ລະປີ ຫັ້ນ ພວກເຮົາ ໄດ້ ຮັບເງິນ ເຮັກຕາ ນຶ່ງ ຕໍ່ 15 ລ້ານ ກີບ ແລ້ວ ກໍ ບໍ່ໄດ້ ເສັຽຄ່າ ແຮງງານ ຣະຍະ ຜ່ານມາ ພວກເຮົາ ເປືອງ ແຮງງານ ຄ່າປາດ ລາງເທື່ອ ເຮົາກໍຈ້າງ ຄົນ ປາດ".

ຊາວສວນ ເວົ້າວ່າ ຣາຄາ ຢາງພາລາ ໃນ ແຕ່ລະປີ ແມ່ນ ພໍ່ຄ້າຈີນ ເປັນ ຜູ້ກໍານົດ, ບໍ່ແມ່ນ ຣັຖບານ, ຊຶ່ງ ມັນມີຜົນ ກະທົບ ຫຼາຍ ບໍ່ວ່າຈະ ເປັນ ການ ລົງທຶນ ໃນການ ຜລິດສິ່ງ ຕ່າງໆ ກໍດີ, ເຮັດໃຫ້ ປະຊາຊົນ ສ່ວນຫຼາຍ ປ່ຽນຈາກ ອາຊີບ ສວນຢາງ ມາເອົາ ດິນ ໃຫ້ ນັກລົງທຶນ ຈີນ ເຊົ່າ ປູກກ້ວຍ, ເພາະຖ້າ ທຽບໃສ່ ຜົນໄດ້ຮັບ ຈາກ ຢາງພາລາ ໃນ ແຕ່ລະປີ ກັບ ຄ່າ ເຊົ່າດິນ 1 ປີ ແມ່ນການ ໃຫ້ ຈີນ ເຊົ່າດິນ ມີຣາຍຮັບ ຫຼາຍກວ່າ ແລະ ບໍ່ໄດ້ ລົງທຶນເລີຍ.

ມີ ປະຊາຊົນ ຫຼາຍບ້ານ ຫັນ ເອົາດິນນາ ໃຫ້ ຈີນ ເຊົ່າ ປູກກ້ວຍ, ຍ້ອນວ່າ ຖ້າທຽບໃສ່ ການເຮັດນາ 1 ເຮັກຕາ ໃນ ແຕ່ລະປີ ນັ້ນ ຣາຍຮັບ ຍັງຕໍ່າ ກວ່າ ການໃຫ້ ຈີນ ເຊົ່າດິນ ປູກກ້ວຍ. ຖ້າເຮັດນາ 1 ເຮັກຕາ ມີຣາຍຮັບ ຈາກ ການຂາຍເຂົ້າ ທີ່ ຍັງບໍ່ທັນ ຫັກຄ່າ ລົງທຶນ ຕ່າງໆອອກ ກໍໄດ້ ພຽງແຕ່ 8 ຫາ 10 ລ້ານກີບ ເທົ່ານັ້ນ.