ເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ ໃນ ປີນີ້ ທາງການ ແຂວງ ຫລວງນ້ຳທາ ມີແຜນການ ດຶງດູດ ນັກລົງທຶນ ຈີນ ໃຫ້ເຂົ້າ ມາລົງທຶນ ໃນແຂວງ ຫລາຍຂື້ນ ໂດຍສະເພາະ ການປູກພືດ ແທນຝີ່ນ ໃນພື້ນທີ່ ຫ່າງໄກ ສອກ ຫລີກ ບ່ອນທີ່ ປະຊາຊົນ ປູກຝີ່ນ ເປັນ ອາຊີບ ເພື່ອໃຫ້ ປະຊາຊົນ ຫັນມາ ປູກພືດ ທີ່ຖືກຕ້ອງ ຕາມ ກົດຫມາຍ:
"ມັນກໍ ເຂົ້າມາ ລົງທຶນ ປົກກະຕິ ຂະເຈົ້າ ນີ້ແຫລະ ແຕ່ວ່າເຮົາ ກໍຣະດົມ ຂະເຈົ້າ ໄປເຖິງເຂດ ບ້ານ ທີ່ ປະຊາຊົນ ມັນຍັງ ຢູ່ຍາກເນາະ ທີ່ເຄີຍ ມີການ ປູກຝີ່ນບໍ ຄືພວກສູບ ຝີ່ນບໍ ຫັ້ນນ່າ".
ທ່ານກ່າວ ຕື່ມວ່າ ໃນຣະຍະ ທີ່ຜ່ານມາ ທາງການ ແຂວງ ໄດ້ດຶງດູດ ເອົານັກ ລົງທຶນ ຈີນ ເຂົ້າມາ ປູກພືດ ແທນຝີ່ນ ແລ້ວ ໃນຫລາຍ ພື້ນທີ່ ສ່ວນໃຫຍ່ ແມ່ນການ ປູກ ຢາງພາລາ ແລະ ພືດ ກະສິກຳ ທົ່ວໄປ ທີ່ ສາມາດ ເອົາໄປຂາຍ ສ້າງຣາຍໄດ້ ແຕ່ຕ້ອງການ ເພີ້ມຕື່ມ ໃນເຂດ ອື່ນໆ.
ທ່ານວ່າ ປັດຈຸບັນ ຍັງມີພື້ນທີ່ ຫລາຍແຫ່ງ ໃນແຂວງ ທີ່ ປະຊາຊົນ ຍັງລັກປູກ ຝີ່ນຢູ່ ຂະເຈົ້າ ປູກຝີ່ນ ເພື່ອເສບ ເອງ ແລະ ເພື່ອຂາຍໃຫ້ ແກ່ພໍ່ຄ້າ ຢາເສບຕິດ ເນື່ອງຈາກ ເປັນບ່ອນ ສອກຫລີກ ເຈົ້າຫນ້າທີ່ ເດີນທາງ ໄປບໍ່ເຖິງ ຂາດຖນົນ ຫົນທາງ ແລະ ເປັນຮ່ອມພູ ກັນດານ ຮ່ວມທັງ ທາງການ ຂາດ ງົບປະມານ ໃນການ ປາບປາມ ຈື່ງເປັນ ອຸປສັກ ໃນການ ລົບລ້າງ ຝິ່ນ ໃນລາວ. ໃນວັນ ຄອບຮອບ ວັນຕ້ານ ຢາເສບຕິດ ສາກົນ ທາງການຈີນ ໄດ້ ອະນຸມັດ ເງິນໃຫ້ ແຂວງ ຫລວງນ້ຳທາ 21 ລ້ານ ກີບ ເພື່ອ ສລອງວັນ ດັ່ງກ່າວ.
