ຊາວຈີນເຊົ່າດິນ ປູກຜັກຂາຍ

0:00 / 0:00

ຊາວຈີນ ພາກັນ ເຂົ້າມາເຊົ່າ ທີ່ດິນ ຂອງຊາວບ້ານ ຢູ່ແຂວງ ຫລວງພຣະບາງ ເພື່ອ ການກະເສດ ປູກຜັກຂາຍ.

ເຈົ້າໜ້າທີ່ ຜແນກ ກະສິກັມ ແລະປ່າໄມ້ ແຂວງ ຫລວງພຣະບາງ ເວົ້າໃນ ວັນທີ 9 ພຶສພາ 2013 ນີ້ວ່າ ປັດຈຸບັນ ຊາວຈີນ ພາກັນມາ ຈັບຈອງ ຂໍເຊົ່າທີ່ດິນ ຂອງຊາວບ້ານ ເພື່ອ ປູກພືດຜັກ ຕ່າງໆ ໄປຂາຍຕລາດ:

"ສ່ວຍຫລາຍກໍ ອັນທີໜຶ່ງ ກໍເພິ່ນໄປເບິ່ງ ມີດິນມີດອນ ບ່ອນເງື່ອນໄຂ ເໝາະສົມ ເໝາະຕລາດ ຂະເຈົ້າ ກໍໄປຈອງເອົາ ອັນທີສອງ ກໍເຊົ່າເນາະ ໄປເຊົ່າດິນ ເປັນຕອນ ເປັນຫຍັງ ແລ້ວກໍປູກ ກະມາສົ່ງ ຕລາດເນາະ".

ທ່ານເວົ້າ ຕໍ່ໄປວ່າ ຍັງບໍ່ຮູ້ ລະອຽດ ກ່ຽວກັບ ຈໍານວນຊາວຈີນ ທີ່ເຂົ້າມາ ແລະ ຈໍານວນທີ່ດິນ ທີ່ພວກເຂົາເຊົ່າ ນໍາປະຊາຊົນ ແລະ ບໍ່ຮູ້ວ່າ ມາເຊົ່າ ເວລາໃດ ແລະ ຄ່າເຊົ່າ ເທົ່າໃດ. ທ່ານວ່າ ຊາວຈີນ ທີ່ມາລົງທຶນ ປູກພືດ ຕ່າງໆນັ້ນ ໄດ້ເອົາ ຄົນງານ ຈີນເຂົ້າມາ ຈໍານວນນຶ່ງ ແລະ ຈ້າງຄົນງານ ທ້ອງຖິ່ນປູກ.

ທີ່ຜ່ານມາ ຍັງບໍ່ມີ ຣາຍງານ ກ່ຽວກັບວ່າ ພວກຄົນຈີນ ທີ່ເຂົ້າມານັ້ນ ຂັດແຍ່ງ ກັບ ຊາວບ້ານ. ເຈົ້າໜ້ທີ່ ລາວວ່າ ໃນອະນາຄົດ ຄົນຈີນ ອາດເຂົ້າ ມາຕື່ມອີກ ຢ່າງ ຫລວງຫລາຍ ເນື່ອງຈາກ ແຂວງ ຫລວງພຣະບາງ ນີ້ ຍັງມີພື້ນ ທີ່ເປົ່າຫວ່າງ ຢູ່ຫລາຍ ແລະ ສະພາບ ອາກາດ ກໍເໝາະແກ່ການ ປູກພືດ ຜັກ ຕ່າງໆ.

ຢ່າງໃດກໍດີ ກໍຣະນີ ຄົນຈີນ ທີ່ເປັນ ນັກລົງທຶນ ຂນາດນ້ອຍ ເຂົ້າມາຜລິດ ກະສິກັມ ແລະ ຕົວະ ປະຊ າຊົນ ລາວ ປູກພືດ ຫລື ເຊົ່າທີ່ດິນ ປູກເຂົ້າ ເຄີຍເກີດ ບັນຫາ ຂັດແຍ່ງມາແລ້ວ ຢູ່ແຂວງ ຜົ້ງສາລີ ແລະ ແຂວງອຸດົມໄຊ.