ຕຣຽມເປີດປີທ່ອງທ່ຽວລາວ, ເສັ້ນທາງຫຼາຍສາຍ ຍັງຢູ່ໃນສະພາບເປ່ເພໜັກ

ໄຊຍາ
2023.09.26
ຕຣຽມເປີດປີທ່ອງທ່ຽວລາວ, ເສັ້ນທາງຫຼາຍສາຍ ຍັງຢູ່ໃນສະພາບເປ່ເພໜັກ ສະພາບເສັ້ນທາງ ໃນຕົວເມືອງທີ່ເປ່ເພ ເຮັດໃຫ້ການສັນຈອນ ຕົກຢູ່ໃນຄວາມຫຍຸ້ງຍາກ. ວັນທີ 29 ກໍຣະກະດາ 2023.
RFA

ແຂວງຫຼວງພຣະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ມີເສັ້ນເປ່ເພຫຼາຍຈຸດ ຈຶ່ງສເນີຂໍງົບປະມານ ນຳເຂັ້ນເທິງ ແລະພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນພາກຣັຖ ພາກເອກະຊົນ ແລະ ອົງການສາກົລ ສນັບສນູນງົບປະມານ ປັບປຸງເສັ້ນທາງການເຂົ້າເຖິງ ແຫຼ່ງທ່ອງທ່ຽວ ແລະ ການບໍຣການ ໃຫ້ໄດ້ມາຕຖານສາກົລ ເພື່ອຕ້ອບຮັບການທ່ອງທ່ຽວ ລາວປີ 2024.

ສະເພາະແຂວງຫຼວງພຣະບາງ ປັດຈຸບັນສະພາບຖນົນເສັ້ນທາງຫຼັກ ໃນນະຄອນຫຼວງພຣະບາງ ທີ່ເປັນທາງປູຢາງເພື່ອໄປຕາດກວາງຊີ ແລະ ສະຖານີຣົຖໄຟລາວ-ຈີນ ສະຖານີຫຼວງພຣະບາງເປ່ເພຍ້ອນຣົຖບັນທຸກນໍ້າໜັກເກີນບວກກັບເປັນຖນົນເກົ່າທີ່ໃຊ້ງານມາຫຼາຍ 10 ປີແລ້ວໝົດຄຸນນະພາບ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ກັນຍາ ນີ້ວ່າ:

“ນຶ່ງເສັ້ນຕາດກວາງຊີ ສອງມາເດີ່ນກິລາ ນາສັງເຫວີຍ ນ່າ ໄປຫາສະຖານີຣົຖໄຟພຸ້ນເນາະ ແລ້ວກໍເສັ້ນໂຮງໝໍແດ່ ແລ້ວກໍພາຍໃນນະຄອນຫຼວງພຣະບາງ ນີ້ ເວົ້າລວມແລ້ວ ມັນກໍເປ່ເພສ່ວນຫຼາຍ ແມ່ນເປັນທາງເກົ່າຊຸດໂຊມ ແລ້ວກໍມີບວກມີຂຸມຫຼາຍຫັ້ນນ່າ. ທາງດັ່ງກ່າວນີ້ຄືໄປຕາດກວາງຊີ ຄືເວົ້າລວມແລ້ວນັກທ່ອງທ່ຽວນີ້ ຖືວ່າທຽວນີ້ ຊິແມ່ນລະດັບ 70-80%.

ທ່ານກ່າວຕື່ມວ່າ ທີ່ຜ່ານມາພາກສ່ວນກ່ຽວຂ້ອງ ສ້ອມແປງຖນົນເສັ້ນຫຼັກ ດັ່ງກ່າວແບບຊົ່ວຄາວ ເພື່ອໃຫ້ຣົຖທຽວໄປ-ມາ ໄດ້ເນື່ອງຈາກງົບປະມານ ມີຈຳກັດ. ຖນົນເສັ້ນຫຼັກ ໄປຕາດກວາງຊີ ທີ່ເປ່ເພນັ້ນຍັງເປັນຖນົນເສັ້ນຫຼັກ ທີ່ຈະພານັກທ່ອງທ່ຽວ ໄປຕາດແກ້ວມຸງຄຸນ, ຕາດຮ້ອຍຄົວ, ທາດພູສີ ແລະ ວັດຊຽງທອງ ນຳດ້ວຍ. ນອກຈາກນີ້ ຢູ່ເມືອງງອຍຖນົນ ທີ່ຈະພານັກທ່ອງທ່ຽວ ທ່ຽວຊົມວີວທີວທັດ ຜາຊົມນາງ ແລະ ຜາແດງ ຍັງເປັນດິນແດງ. ຫຼາຍເສັ້ນທາງ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຈຶ່ງໄດ້ສເນີຕໍ່ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກຣັຖມົນຕຣີ ຂໍງົບປະມານມາ ປັບປຸງເພື່ອການທ່ອງທ່ຽວລາວ ປີ 2024.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ໄດ້ກ່າວຕື່ມວ່າ:

“ທາງໄທເຮົານີ້ຖືວ່າ ມັນໝົດຄຸນນະພາບ ແລ້ວນ່າ ແຕ່ວ່າໄທເຮົານີ້ສ່ວນຫຼາຍນີ້ ມີແຕ່ມາຕາບ ມາຖົມມານັ້ນ ແຕ່ທີ່ຈິງແລ້ວ ມັນຕ້ອງໄດ້ຮື້ໝົດ ແລ້ວເຮັດໃໝ່ນ່າ ໃຫ້ຖືກແທ້ໆນ່າ, ແຕ່ຍ້ອນງົບປະມານ ເຮົາມີຈຳກັດເນາະ. ໄທເຮົາກໍໄດ້ສ້ອມແປງເລັກໆນ້ອຍໆ ພໍແຕ່ຈຸນເຈືອນ ແກ້ໄຂການສັນຈອນ ໄປ-ມາ. ຄັນວ່າເມືອງງອຍນີ້ ທາງເທສບານນີ້ ມັນຈະມີແຕ່ສອງເສັ້ນ ໂຕນຶ່ງລະແມ່ນປູຢາງ ໂຕນຶ່ງ ພວກເຮົາກຳລັງເຮັດເປັນທາງເບຕົງ ແຕ່ວ່າຍັງຫຼາຍເສັ້ນ ຖືວ່າຍັງເປັນທາງດິນແດງ.”

ດ້ານປະຊາຊົນ ແຂວງຫຼວງພຣະບາງ ກ່າວວ່າ ຖນົນໄປທ່ຽວຕາດກວາງຊີ ແລະ ບ່ອນຕ່າງໆພາຍໃນນະຄອນຫຼວງພຣະບາງ ມີທັງຖນົນດິນແດງ ແລະ ປູຢາງ ແຕ່ວ່າຖນົນດັ່ງກ່າວ ເປັນຂຸມ, ເປັນບວກ. ບາງບ່ອນມີດິນເຈື່ອນ ທັບຖົມຈົນຖນົນເປ່ເພ ເສັຍຫາຍ ເຮັດໃຫ້ການເດີນທາງ ທ່ອງທ່ຽວ ມີຄວາມລຳບາກ ແລະອັນຕະຣາຍ.

ດັ່ງຍານາງກ່າວ ໃນມື້ດຽວກັນວ່າ:

“ບາງບ່ອນມັນກໍເປັນດິນແດງ ບາງບ່ອນມັນກໍເປັນເຂົາເຈົ້າປູໄປໝົດ ມັນເປັນຂຸມ ມັນເປັນອັນນັ້ນຫຼາຍນ່າ ມັນເຈື່ອນໜ້ອຍນຶ່ງ ກໍໂຕນີ້ກໍເປັນມາດົນແລ້ວ ເດີນທາງໄປລຳບາກ.”

ສໍາລັບຢູ່ແຂວງວຽງຈັນ ໂດຍສະເພາະ ຖນົນໄປວັດພຣະທາດດອນແກ້ວ, ດ່ານພຣະພະລານຫີນ ອັນມະຫຶມາ ແລະ ສະຖານີຣົຖໄຟ ລາວ-ຈີນ ສະຖານີໂພນໂຮງ ເປ່ເພຫຼາຍ ເນື່ອງຈາກເສັ້ນດັ່ງກ່າວ ເປັນເສັ້ນທາງ ທີ່ມີຣົຖບັກທຸກນໍ້າໜັກເກີນ ຂົນສົ່ງຫີນ, ຂີ້ຊາຍ ເພື່ອໄປສ້າງກັນເຈື່ອນ ຢູ່ເມືອງຫາດຊາຍຟອງ ແລະ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ທາງວັດດອນແກ້ວຫັ້ນ ແຍກຈາກທາງເລຂທີ 10 ເຂົ້າໄປມັນຈະເປັນທາງປູຢາງ 2 ຊັ້ນ, ແຕ່ມັນເພ ຫຼາຍແລ້ວດຽວນີ້ ເປັນຂຸມຫຼາຍແລ້ວ, ທາງເຂົ້າບ້ານນໍ້າລິນຫັ້ນນ່າ ກໍເພຄືກັນ ທາງຂຶ້ນໂຕບ້ານນໍ້າລິນ ແຍກໄປຫາສະຖານີຣົຖໄຟຫັ້ນ ໂຕມັນເພນ່າ ໂຕນີ້ບໍຣິສັດທາງຣົຖໄຟ ເພິ່ນບໍ່ມາສ້ອມໃຫ້ ຄືໄທເຮົາຈັ່ງໄດ້ສເນີໂຄງການ ບໍຣິສັດຣົຖໄຟນີ້ເນາະ ບໍຣິສັດທາງດ່ວນ ມາສ້ອມຄືນໃຫ້ ແຕ່ວ່າບໍ່ມີໃຜມາສ້ອມເທື່ອດຽວນີ້.”

ສ່ວນຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະ ເມືອງສີໂຄດຕະບອງ ມີເສັ້ນທາງຫຼວງໝາຍເລຂ 11 ທາງພາຊົມປະຕູໂຂງ ວັດຣັດຕະນະສີຣິວິຫານ ແລະ ທົ່ງນາທີ່ຍາມນີ້ເຂົ້າກໍາລັງອອກຮວງ ສົ່ງກິ່ນຫອມ ໄປທົ່ວສາລະທິດ ເປ່ເພ ແລະ ເສັ້ນທາງຫຼວງ ແຕ່ທາງດ່ວນ ມາສາມແຍກສີໄຄ ເພື່ອໄປຕາດມູນ 2 ເປ່ເພ. ປັດຈຸບັນພາກສ່ວນທີກ່ຽວຂ້ອງ ກຳລັງຮີບໂຮມຂໍ້ມູນ ເພື່ອຂຽນແຜນຂໍງົບປະມານ ຂັ້ນເທິງຕາມທິດຊີ້ນຳ ຂອງຂັ້ນສູນກາງ ເນື່ອງຈາກປະຊາຊົນ ສ່ອງແສງ ວ່າທາງດັ່ງກ່າວ ເປ່ເພຢ່າງໜັກໜ່ວງ ສັນຈອນໄປມາບໍ່ສະດວກ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ແຖວທາງດ່ວນ ເຂົ້າມາທາງສາມແຍກສີໄຄນີ້ແຫຼະ ໃນເມືອງເນາະເຊັ່ນວ່າ ທາງໜອງແຕ່ງເຂົ້າເມືອຫາປາກທາງ ໄປດົງນາທອງ ແຖວນີ້ນີ້ ເບີ 11 ຫັ້ນ ເພິ່ນກໍກໍ່ສ້າງມາໄດ້ປະມານຮອດ 10 ປີແລ້ວ ບໍ່ບັນຫາກໍຄືຣົຖບັນທຸກໜັກແລ່ນຜ່ານຫັ້ນແຫຼະ ທີ່ຈິງກໍເປັນທາງມາຕຖານສູງຢູ່ ແລ້ວເນາະແຕ່ວ່າມັນບໍ່ເຖິງກັບນໍ້າໜັກຣົຖ ຂົນສົ່ງຫັ້ນ ເຮັດໃຫ້ມີການເພໄວຫັ້ນນ່າ ເພິ່ນກໍຕ້ອງອັບເດດ ຄືນວ່າ ຄັນວ່າເຮົາເຮັດສໍ່ານີ້ ນີ້ມັນຍັງບໍ່ທັນຮອງຮັບໄດ້ ເພິ່ນກໍຕ້ອງໄປປັບເທັກນິກ ໂຄງສ້າງໃຫ້ມັນສູງກ່ວາໂຕເດີມ ຫັ້ນທາງຫຼວງແຫ່ງຊາຕແຫຼະ ທາງໃຫຍ່ກໍຊິໄດ້ລົງເຮັດໄວໆ ນີ້ແຫຼະ.”

ວັນທີ 22 ກັນຍາ 2023 ທີ່ຜ່ານມາ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຊີ້ນຳລະດັບຊາຕ ເພື່ອຈັດປີທ່ອງທ່ຽວ ລາວ 2024 ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມທັງເຊິ່ງໜ້າ ແລະ ປະຊຸມທາງໄກ, ກອງປະຊຸມນີ້ ຍານາງ ສວນສະຫວັນ ວິຍະເກດ ຣັຖມົນຕຣີ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກ່າວວ່າ ສຳລັບກິຈກັມ ປີທ່ອງທ່ຽວລາວ 2024 ຈະໄດ້ຈັດງົບປະມານ ເພື່ອປັບປຸງສະຖານທີ່ທ່ອງທ່ຽວ ໃຫ້ໄດ້ມາຕຖານ ໂດຍສະເພາະເສັ້ນທາງ ເຂົ້າສະຖານທີ່ທ່ອງທ່ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.