ຄ່າຈ້າງແຮງງານ ຂັ້ນຕໍ່າ ຂອງລາວ ໜ້ອຍທີ່ສຸດ ໃນອາຊ້ຽນ

ໄຊຍາ
2023.12.11
ຄ່າຈ້າງແຮງງານ ຂັ້ນຕໍ່າ ຂອງລາວ ໜ້ອຍທີ່ສຸດ ໃນອາຊ້ຽນ ຄົນງານ ກຳລັງເຮັດວຽກ ຕາມແຄມທາງ ໃນນະຄອນຫຼວງວຽງຈັນ, ເດືອນມີນາ ປີ 2023.
ນັກຂ່າວ ພົລເມືອງ

ໃນຮອບ 4 ປີທີ່ຜ່ານມານີ້ ຄ່າເງິນກີບຂອງປະເທດລາວ ອ່ອນລົງເລື້ອຍໆ ເຮັດໃຫ້ອັດຕຣາຄ່າຈ້າງແຮງງານຂັ້ນຕໍ່າ ຂອງປະເທດລາວຄື 1.6 ລ້ານກີບ/ເດືອນ ແມ່ນຕໍ່າທີ່ສຸດໃນພາກພື້ນເອເຊັຽ ຕາເວັນອອກ ສຽງໃຕ້ ເຊິ່ງໜ້ອຍກ່ວາປະເທດພະມ້າ, ວຽດນາມ, ກັມພູຊາ ແລະ ໄທຍ. ສ່ວນ ສິງກະໂປ ໄດ້ເງິນຄ່າງແຮງງານຕໍ່ເດືອນ ເປັນອັນດັບນຶ່ງ ຮອງລົງມາແມ່ນບຣູໄນ, ອິນໂດເນເຊັຽ, ມາເລເຊັຽ. ໃນຂະນະທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີນະໂຍບາຍ ໃນການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ພາຍໃນປະເທດ ໃນໄລຍະບໍ່ດົນນີ້ເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ທັນວາ 2023 ນີ້ວ່າ:

“ໂດຍເງິນເດືອນຂັ້ນຕໍ່າທົ່ວໄປ ຈະຖືກຢູ່ 1.6 ລ້ານກີບ ແຕ່ເພິ່ນກໍໜ້າຈະມີການປັບຂຶ້ນອີກຢູ່ ເພາະວ່າເງິນເຮົາມັນອ່ອນຄ່າແຮງຫັ້ນນ່າ. ຖ້າທຽບໃສ່ເງິນຕຣາຕ່າງປະເທດ ໂດຍສ່ວນຫຼາຍ ແມ່ນທາງບ້ານເຮົາ ຈະນິຍົມໄປເຮັດວຽກ ຢູ່ປະເທດໄທຍ ຮອງລົງມາກາຊິເກົາຫຼີ.”

ເນື່ອງຈາກ ຄ່າຈ້າງແຮງງານ ພາຍໃນປະເທດລາວ ຫຼຸດລົງເລື້ອຍໆ ຍ້ອນບັນຫາເງິນເຟີ້ ພາຍໃນປະເທດທີ່ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂໄດ້ ຈຶ່ງເຮັດໃຫ້ຄົນງານລາວ ສົນໃຈເດີນທາງໄປເຮັດວຽກ ຢູ່ຕ່າງປະເທດເພີ່ມຂຶ້ນ ປະມານ 70% ພາຍຫຼັງການແຜ່ຣະບາດ ຂອງພະຍາດໂຄວິດ-19 ຫຼຸດລົງ ສົ່ງຜົລໃຫ້ເກີດມີການຂາດແຄນ ຄົນງານພາຍໃນປະເທດ.

ດັ່ງເຈົ້າໜ້າທີ່ ຜູ້ດຽວກັນນີ້ກ່າວຕໍ່ວິທຍຸເອເຊັຽເສຣີ ຕື່ມວ່າ:

“ກໍຊິປະມານ 70 ປາຍ 80 ໂດຍແມ່ນຂຶ້ນຈາກເດີມຫຼາຍ ເພາະວ່າແຮງງານພາຍໃນປະເທດ ເຮົາກໍຂາດສ່ວນຫຼາຍເງິນມັນຕໍ່າແນ່ ຫັ້ນແຫຼະ ເຂົ້າໃຈຫົວໜ້າທຸຣະກິຈ ເພິ່ນກາຈັກ ຊິເອົາເງິນເດືອນມາແຕ່ໃສ ມາໃຫ້ທຸຣະກິຈ ເພິ່ນກໍບໍ່ຄ່ອຍດີປານໃດ.”

ເຈົ້າໜ້າທີ່ລາວ ກ່າວຕື່ມວ່າ ໃນໄລຍະຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດສົ່ງຄົນງານລາວ ຕາມລະບົບ MOU ໄປເຮັດວຽກຢູ່ປະເທດໄທຍ, ເກົາຫຼີໃຕ້ ແລະ ຢີ່ປຸ່ນແບບຖືກກົດໝາຍ ເຊິ່ງສ່ວນຫຼາຍ ຄົນງານລາວນິຍົມເດີນທາງ ໄປເຮັດວຽກຢູ່ປະເທດໄທຍ ຍ້ອນໄດ້ຄ່າຈ້າງແຮງງານ ປະມານ 10,000-14,000 ບາທ/ເດືອນ ເຊິ່ງຫຼາຍກ່ວາການເຮັດວຽກ ຢູ່ປະເທດລາວປະມານ 4.5-6.3 ເທົ່າ ສ່ວນການເດີນທາງ ໄປເຮັດວຽກຢູ່ເກົາຫຼີໃຕ້ ຈະໄດ້ຮັບຄ່າຈ້າງສະເລັ່ຍ 32.4 ລ້ານກີບ/ເດືອນ ເຊິ່ງສູງກ່ວາການເຮັດວຽກ ພາຍໃນປະເທດ ປະມານ 20.25 ເທົ່າ.

ຍານາງກ່າວອີກວ່າ ເຖິງແມ່ນວ່າຄົນງານລາວ ຈະສົນໃຈເດີນທາງໄປເຮັດວຽກ ຢູ່ໄທຍ ແລະເກົາຫຼີໃຕ້ຫຼາຍຂຶ້ນ ແຕ່ຈຳເປັນຕ້ອງໄດ້ຈ່າຍຄ່າບໍຣິການ, ຄ່າແລ່ນເອກະສານ ແລະ ຄ່າໃຊ້ຈ່າຍອື່ນໆ ສຳລັບເດີນທາງ ໄປເຮັດວຽກຢູ່ໄທຍ ຕາມລະບົບ MOU ໄລຍະ 4 ປີ ມີຄ່າໃຊ້ຈ່າຍ ໃນໄລຍະທຳອິດ 16,500-18,000 ບາທ/ຄົນ ສ່ວນການເດີນທາງໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ໄລຍະ 5 ເດືອນ ມີຄ່າໃຊ້ຈ່າຍ ປະມານ 57 ລ້ານກີບ/ຄົນ.

ປັດຈຸບັນມີຄົນງານລາວ ຈໍານວນຫຼາຍ ທີ່ບໍ່ທັນໄດ້ໄປເຮັດວຽກ ຢູ່ຕ່າງປະເທດ ສ່ວນນຶ່ງຕັດສິນໃຈເດີນທາງໄປເຮັດວຽກ ເປັນລູກຈ້າງ-ກັມມະກອນ ໃນເຂດເສຖກິຈພິເສດ ຂອງນັກລົງທຶນຊາວຈີນ ພາຍໃນປະເທດຍ້ອນໄດ້ຮັບຄ່າຈ້າງ ແຮງງານ 5-9 ລ້ານກີບ/ເດືອນ ເຊິ່ງຫຼາຍກ່ວາ ຄ່າຈ້າງພາຍນອກ ເຂດເສຖກິຈປະມານ 3-6 ເທົ່າ ແຕ່ຄ່າໃຊ້ຈ່າຍ ປະຈຳວັນພາຍໃນເຂດກໍສູງ ກ່ອນພາຍນອກເຂດ.

ດັ່ງນາຍໜ້າ ຊອກຫາຄົນງານ ໄປເຮັດວຽກນຳບໍຣິສັດຈີນ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳກ່າວວ່າ:

“ອ່າ ຄ່່າຄອງຊີບຫຼືວ່າເງິນເຟີ້ ຫຼືວ່າການກີນຢູ່ການຊອກຢູ່ຫາກິນ ທາງບ້ານເຮົາ ມັນກໍໜ້ອຍເນາະ ກໍໃຫ້ກຽດ ແລະຄົບນັບຖື ມັນໄປແຕ່ວ່າ ພໍຖືເຮົາໄປໃຊ້ຢູ່ປະເທດອື່ນ ບາງຄົນເຂົາກໍໄປ (ເຮັດວຽກຢູ່ເຂດເສຖກິຈພິເສດ) ໄປແລ້ວເຂົາກໍໄດ້ດັບໄດ້ດີເນາະ ເພາະວ່າມັນກໍເງິນເດືອນ ຢູ່ຫັ້ນມັນສູງ.”

ອີງຕາຄ່າແຮງງານຂັ້ນຕໍ່າ ຂອງກຸ່ມປະເທດ ໃນພາກພື້ນເອເຊັຍຕາເວັນອອກ ສຽງໃຕ້ ລະບຸວ່າ ປະເທດເພື່ອນບ້ານ ທີ່ຊາຍແດນຕິດຈອດກັບປະເທດລາວ ມີຄ່າຈ້າງແຮງງານສູງ ກ່ວາປະເທດລາວທັງໝົດ ສະນັ້ນຈຶ່ງເຮັດໃຫ້ຄົນງານລາວ ຈຳນວນນຶ່ງຕັດສິນໃຈ ເດີນທາງໄປເຮັດວຽກຢູ່ປະເທດ ດັ່ງກ່າວນີ້ ແບບຜິດກົດໝາຍ ເພີ່ມຂຶ້ນ (ຍ້ອນບໍ່ມີ MOU) ເປັນຕົ້ນເດີນທາງໄປເຮັດວຽກ ດ້ານການກະເສດ ຕາມແຂວງທີ່ມີເຂດແນວຊາຍແດນ ລາວ-ໄທຍ ແລະ ລາວ-ກັມພູຊາ.

ດັ່ງຄົນງານລາວ ຢູ່ເມືອງໂຂງແຂວງ ຈຳປາສັກ ທີ່ຮັບຮູ້ກ່ຽວກັບເຣື່ອງນີ້ກ່າວວ່າ:

“ສ່ວນຫຼາຍກໍໄທຍຫັ້ນແຫຼະ ໄທຍກັບລາວມັນເວົ້າກັນງ່າຍເຂົ້າໃຈງ່າຍ ກັມພູຊາ ມັນເຂົ້າໃຈຍາກໜ້ອຍ ກໍຊິມີຢູ່ຕໍ່ວ່າໜ້ອຍ ກໍສ່ວນຫຼາຍກໍຊິໄປແບບ ໄປນຳພີ່ນ້ອງ ເພາະວ່າແບບບ້ານຊາຍແດນ ຕິດຈອດກັນຫັ້ນນ່າ ຕິດຈອດ ເຂົາກໍໄປນໍາພີ່ນຳນ້ອງ ເຂົາໄປເຮັດສວນເຮັດຫຍັງ ກັນຫັ້ນແຫຼະມັນຕິດຈອດກັນ ເຂົາເວົ້າກັນຮູ້ເຣື້ອງຫັ້ນແຫຼະ ເຂົ້າໄປເປັນເຂີຍເປັນໄພ້ກັນທັງນັ້ນແຫຼະ ເຂົາກໍຊິເວົ້າກັນເຂົ້າໃຈ ເຂົາກໍເຂົ້າໃຈພາສາລາວຢູ່ ສ່ວນຫຼາຍ (ຄົນກັມພູຊາເຂົ້າມາລາວ) ກໍມາຄ້າຂາຍໄດ້ຫຼາຍ ກ່ອນຕີ້ເພາະວ່າ ຄ່າເງິນມັນສູງ ກ່ອນລາວເດ້.”

ທີ່ຜ່ານມານອກຈາກຄົນງານລາວ ຈໍານວນນຶ່ງຈະເດີນທາງໄປເຮັດວຽກ ຮັບຈ້າງ-ກັມມະກອນ ຢູ່ປະເທດເພື່ອນບ້ານ ເປັນຕົ້ນກັມພູຊາ, ວຽດນາມ, ພະມ້າ ແລະ ຈີນ ແລ້ວ, ຜູ້ປະກອບການ ຈາກປະເທດດັ່ງກ່າວນີ້ ກໍໄດ້ເດີນທາງມາຄ້າຂາຍ ຫຼືປະກອບທຸຣະກິຈ ຢູ່ປະເທດລາວ ເປັນຈຳນວນຫຼາຍຄືກັນ.

ດັ່ງຜູ້ທີ່ເຄີຍເຮັດວຽກ ກ່ຽວກັບການຈັດຫາງານ ກ່າວວ່າ:

“ແຕ່ວ່າ ມັນກໍມີຢູ່ບາງສ່ວນ ໄປຫັ້ນນ່າ ແຕ່ວ່າບາງສ່ວນເພິ່ນ ກໍໄປຕ່າງປະເທດ ເປັນເກົາຫຼີ ແຕ່ວ່າສ່ວນຫຼາຍ ກໍໄປໄທຍນີ້ແຫຼະບໍ່ໆ ເອື້ອຍກໍບໍ່ຄ່ອຍຮູ້ປານໃດເນາະ (ບໍ່ທັນໄດ້ເຫັນຂະເຈົ້າໄປ) ໄປໄທຍ ຂະເຈົ້າກໍໄປຄືກັນ (ສ່ວນປະເທດເພື່ອນບ້ານ) ຂະເຈົ້າກໍໄປຄືກັນ.”

ອີງຕາມຄຳແນະນຳ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ຂອງຄະນະກັມມະການ ແຮງງານແຫ່ງຊາຕ ກະຊວງແຮງງານ ແລະສວັດດີການສັງຄົມ ສະບັບເລກທີ 3226/ຮສສ ລົງວັນທີ 01 ກັນຍາ 2023 ທີ່ຜ່ານມານີ້ ນາຍຈ້າງຈະຕ້ອງເບີກຈ່າຍ ໃຫ້ແກ່ຄົນງານທີ່ເຂົ້າສູ່ຕລາດແຮງງານໃໝ່ ທີ່ບໍ່ມີສີມືແຮງງານ, ບໍ່ທັນຜ່ານການຝຶກງານ, ບໍ່ທັນມີຄວາມສຳນານ, ບໍ່ມີວຸດທິພາວະ ທາງວິຊາຊີບ.

ທັງນີ້ໃນແຕ່ລະເດືອນ ຈະຕ້ອງເຮັດວຽກ ບໍ່ເກີນ 26 ວັນ/ສັປດາ ແລະ 8 ຊົ່ວໂມງ/ວັນ ໂດຍບໍ່ໃຫ້ຄິດໄລ່ເອົາເງິນຜລິດ, ເງິນເຮັດວຽກໂມງເພີ່ມ, ເງິນບຳເນັດ, ເງິນອຸດໜູນປີການ, ເງິນຊຸກຍູ້ມາເຮັດວຽກ, ຄ່າອາຫານ, ຄ່າທີ່ພັກ, ຮັບສົ່ງ ແລະ ນະໂຍບາຍອື່ນໆ ໂດຍນາຍຈ້າງ ຈະຕ້ອງໄດ້ຈ່າຍຄ່າຈ້າງ ໃຫ້ແກ່ຄົນງານ ຢ່າງໜ້ອຍ 1.6 ລ້ານກີບ/ເດືອນ, 61,538 ກີບ/ມື້ ແລະ 7,692 ກີບ/ຊົ່ວໂມງ.

ຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍານົດຄ່າແຮງງານຂັ້ນພື້ນຖານ ຂອງປະເທດລາວ 1.3 ລ້ານກີບ/ເດືອນຂຶ້ນມາເປັນ 1.6 ລ້ານກີບ/ເດືອນ ໃຫ້ຄົນງານທີ່ບໍ່ເຄີຍມີປະສົບການ ເຮັດວຽກ, ປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າ ໃຫ້ຫຼາຍຂຶ້ນ ຖ້າຫາກຄົນງານມີປະສົບການ ການເຮັດວຽກຢ່າງໜ້ອຍ 9 ເດືອນ, ປັບຂຶ້ນຄ່າຈ້າງແຮງງານ ເພີ່ມອີກ 15% ໃຫ້ແກ່ຜູ້ທີ່ຕ້ອງເຮັດວຽກ ອັນຕະຣາຍ ນັບແຕ່ວັນທີ 01 ຕຸລາ 2023 ທີ່ຜ່ານມາ ແຕ່ນາຍຈ້າງ ແລະຜູ້ປະກອບການ ຈຳນວນນຶ່ງ ຍັງບໍ່ທັນໄດ້ມີການປັບຂຶ້ນ ຄ່າຈ້າງແຮງງານຂັ້ນຕໍ່າ ຕາມອັດຕຣາທີ່ ທາງການລາວ ກຳນົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.